ສຫລ ເປີດ​​​ເຜີຍ​ ໃຈຄວາມ ຂໍ້ຕົກລົງ ນິວເຄລຍ ກັບ ອີຣ່ານ (ວີດີໂອ)

ປະທານາທິບໍດີ ອິຣ່ານ ທ່ານ Hassan Rouhani ເຂົ້າຮ່ວມ ກອງປະຊຸມ ອົງການສາມັກຄີອິສລາມນາໆຊາດ ຄັ້ງທີ 27th ທີ່ກຸງເຕຫະຣານ ວັນທີ 17 ເດືອນມັງກອນ.

ລັດຖະບານສະຫະລັດໄດ້ນຳອອກເຜີຍ​ແຜ່ໃຈຄວາມສຳຄັນຂອງ
ຂໍ້ຕົກລົງທີ່​ໄດ້ບັນລຸ​ໃນ​ຕົ້ນ​ເດືອນ​ມັງກອນ ທີ່​ໄດ້ແນ​ໃສ່​ເພື່ອຫລຸດ
ຜ່ອນໂຄງການ​ນິວ​ເຄລຍ ຂອງອີຣ່ານນັ້ນ.

ຂໍ້ມູນ​ທີ່​ນຳອອກເຜີ​ຍແຜ່ໂດຍທໍາ​ນຽບຂາວ ​ໃນ​ວັນ​ພະຫັດ​ວານ​ນີ້
ແມ່ນຮວມ​ທັງ​ກຳນົດເວລາໃນການ​ເຂົ້າໄປກວດກາເບິ່ງ ​ໂຮງໄຟ
ຟ້າ​ນິວ​ເຄລຍ ແຫ່ງຕ່າງໆ ຂອງອີຣ່ານ ​ໂດຍອົງການຄຸ້ມຄອງນິວ
ເຄລຍສະຫະ​ປະຊາ​ຊາດ ຄື ອົງການ​ພະລັງ​ງານ ປະລະມະນູສາ
ກົນຫລື IAEA.

ນອກນັ້ນຂໍ້ຕົກລົງດັ່ງກ່າວ ຍັງ​ໄດ້​ໃຫ້​ລາຍ​ລະ​ອຽດຫຼາຍສົມຄວນ ​ກ່ຽວກັບການ​ຜ່ອນຜັນ​ການ
​ລົງ​ໂທດ​ຕໍ່ອີຣ່ານເພື່ອ​ແລກປ່ຽນກັບການໂຈະ​ເປັນ​ບາງ​ສ່ວນຂອງ​ໂຄງການ​ນິວ​ເຄລຍອີຣ່ານ.

ຂໍ້ຕົກລົງ​ເປັນ​ເວລາ​ຫົກ​ເດືອນ ລະຫວ່າງອີຣ່ານ ກັບສະຫະລັດ ອັງກິດ ​ເຢຍຣະ​ມັນຝຣ່ງ ຣັດ​
ເຊຍ ແລະຈີນ ​ເລີ້ມ​ມີຜົນບັງຄັບໃຊ້ໃນ​ວັນ​ທີ 20 ​ເດືອນ​ມັງ​ກອນ ​ແລະ​ແນໃສ່ການຄໍ້າ​ປະກັນ
ຕໍ່ປະຊາ​ຄົມນາໆ​ຊາດວ່າ ອີຣ່ານບໍ່​ໄດ້ພະຍາຍາມ​ທີ່​ຈະ​ສ້າງອາວຸດນິວ​ເຄລຍ. ​ໃນ​ລະຫວ່າງ
​ນີ້ ຄະນະເຈລະຈາ ​ຈະ​ດຳເນີນ​ງານ ເພື່ອຮ່າງ​ຂໍ້​ຕົກລົງ ໃນຂອບເຂດທີ່ກວ້າງຂວາງ ຂັ້ນສຸດ ທ້າຍ.

ທໍານຽບຂາວໄດ້​ນຳເອົາເນື້ອໄນໃຈຄວາມຂອງຂໍ້ຕົກລົງອອກເຜີຍ​ແຜ່ເພື່ອເປັນ​ການສະໜອງ
ຕອບ ຕໍ່​ການຮຽກ​ຮ້ອງ​ຮຽນ​ ຂອງລັດຖະສະພາສະຫະລັດ ​ແລະ​ບັນດາ​ກຸ່ມຕ່າງໆ ​ເພື່ອ​ໃຫ້ມີ
ຄວາມໂປ່ງໃສຫຼາຍຂຶ້ນ ກ່ຽວ​ກັບ​ວ່າ ຂໍ້​ຕົກລົງ​ດັ່ງກ່າວນີ້ ປະກອບ​ດ້ວຍ​ຫຍັງ​ແດ່​.

ວີດີໂອ: ຝ່າຍຕາເວັນຕົກ ກຽມຫລຸດຜ່ອນການລົງໂທດ ຕໍ່ອິຣ່ານ:

Your browser doesn’t support HTML5

West Prepares To Ease Sanctions as Iran Nuclear Deal Approaches