ທຳນຽບຂາວ ສະເໜີຕັດງົບປະມານ ຂອງຫ້ອງການ ຄວບຄຸມຢາເສບຕິດຢ່າງມະຫາສານ

ປະທານາທິບໍດີ ທ່ານ ດໍໂນລ ທຣຳ ໃນທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ. 4 ພຶດສະພາ, 2017.

ລັດຖະບານຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ສະເໜີວ່າ ຈະຕັດ ທຶນສຳລັບຫ້ອງການຄວບຄຸມຢາເສບຕິດ ຂອງທຳນຽບຂາວລົງຢ່າງໃຫຍ່, ຫຼັງຈາກທ່ານ
ທຣຳ ໄດ້ໂຄສະນາຫາສຽງທີ່ຈະປົວແປງວິກິດການ ການລ່ວງລະເມີດຄ້າຢາເສບຕິດທີ່
ກຳລັງເພີ່ມຂຶ້ນຂອງປະເທດ.

ເອກະສານງົບປະມານເບື້ອງຕົ້ນຂອງປີ 2018 ຈາກຫ້ອງການບໍລິຫານ ແລະ ງົບປະມານ
ຈະຫຼຸດການໃຫ້ທຶນສຳລັບຫ້ອງການແຫ່ງນະໂຍບາຍການຄວບຄຸມຢາເສບຕິດແຫ່ງຊາດ
ຫຼື ONDCP ເຖິງ 95 ເປີເຊັນ ຈາກ 364 ລ້ານໂດລາ ເຫຼືອພຽງແຕ່ 24 ລ້ານໂດລາ.

ຂໍ້ສະເໜີດັ່ງກ່າວໄດ້ຮຽກຮ້ອງໃຫ້ລົບລ້າງປະຊາຄົມປອດຢາເສບຕິດ ແລະ ໂຄງການ
ລັກລອບຄ້າຢາເສບຕິດຂັ້ນຮ້າຍແຮງຂອງຫ້ອງການ ONDCP, ເຊິ່ງໄດ້ຮັບການສະໜັບ
ສະໜູນຈາກທັງສອງພັກການເມືອງໃຫຍ່ໃນລັດຖະສະພາ.

ສະມາຊິກສະພາສູງພັກຣີພັບບລີກັນ ທ່ານ Rob Portman ກ່າວວ່າ “ພວກເຮົາມີວິກິດ
ການ ຢາເຮໂຣອິນ ແລະ ການສັ່ງຢາໃນປະເທດນີ້ ແລະ ພວກເຮົາຄວນສະໜັບສະ
ໜູນຄວາມພະຍາຍາມນີ້ ເພື່ອປ່ຽນແປງວິກິດການນີ້, ບໍ່ແມ່ນສະເໜີໃຫ້ຕັດງົບປະມານ
ຢ່າງໃຫຍ່ຫຼວງຂອງຜູ້ທີ່ເຮັດໜ້າທີ່ໃນແຖວໜ້າຂອງການແຜ່ລະບາດນີ້.”

ໂຄສົກທຳນຽບຂາວ ທ່ານນາງ Sarah Huckabee Sanders ກ່າວວ່າ ຍັງບໍ່ມີຂໍ້ຕົກລົງ
ການຕັດສິນໃຈຄັ້ງສຸດທ້າຍ ກ່ຽວກັບ ງົບມະມານຂອງຫ້ອງການນັ້ນເທື່ອ, ແຕ່ໄດ້ກ່າວຢໍ້າ
ອີກວ່າ “ທ່ານປະທານາທິບໍດີ ໄດ້ກ່າວຢ່າງຈະແຈ້ງວ່າ ບັນຫາການແຜ່ລະບາດຂອງຢາ
ເສບຕິດໃນປະເທດນີ້ແມ່ນບຸລິມະສິດຂະໜາດໃຫຍ່ສຳລັບທ່ານ.”

ເອກະສານນັ້ນເວົ້າວ່າ ລັດຖະບານເຊື່ອວ່າໂຄງການດັ່ງກ່າວແມ່ນທັບຊ້ອນກັບມະຕິ
ຕ່າງໆຂອງລັດຖະບານກາງ ແລະ ລັດ ແລະ ການສະເໜີຕັດງົບປະມານນັ້ນຈະມີຜົນ
ສະທ້ອນຕໍ່ “ອົງການທີ່ມີຄວາມສຳຄັນຫຼາຍກວ່າ ທີ່ສາມາດຈັດການກັບບັນຫາການ ຄວາມຄຸມຢາເສບຕິດຢ່າງມີປະສິດທິຜົນ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ