ທຳນຽບຂາວ ຕຽມແຜນການເກືອດຫ້າມ ພວກແປງເພດ ເຂົ້າຮັບໜ້າທີ່ ໃນກອງທັບ ສະຫະລັດ

ທຸງຮຸງກິນນ້ຳ ປີວສະບັດ ຢູ່ທ່າມກາງພວກປະທ້ວງ ຕໍ່ຕ້ານການ ປະກາດຂອງປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ທີ່ວາງແຜນ ເກືອດຫ້າມ ບໍ່ໃຫ້ຜູ້ໃດທີ່ປ່ຽນເພດ ເຂົ້າຮັບໃຊ້ ໃນກອງທັບສະຫະລັດ, ໃນຈະຕຸລັດ Times Square, ໃນມະຫານະຄອນ ນິວຟ໊ອກ, New York, 26 ກໍລະກົດ 2017.

​ມີການຄາດ​ຫວັງວ່າ ອີກບໍ່ດົນນີ້ ທຳນຽບຂາວ​ຈະ​ວາງແນວທາງຂອງ​ທ່ານ​ດໍ​ໂນ​ລ ທຣຳ
ທີ່ຈະ​ສັ່ງ​ໃຫ້​ທຳນຽບຫ້າ​ແຈ ເກືອດ​ຫ້າມ​ພວກ​ແປງເພດ ບໍ່​ໃຫ້​ເຂົ້າ​ຮັບໃຊ້​ໃນ​ກອງທັບ
ສະຫະລັດ.

ບົດ​ບັນທຶກ ​ທີ່​ໄດ້​ລາຍ​ງານ​ ໂດຍໜັງສືພີ​ມ Wall Street Journal ​ຊຶ່ງ​ຕໍ່​ມາ​ໄດ້ຖືກ​ຢືນຢັນ
​ໂດຍ​ເຈົ້າ​ໜ້າ​ທີ່ ທີ່ີກ່າວ​ຕໍ່ ໜັງສືພີ​ມ New York Times ​ແລະ Reuters ວ່າ ຈະໃຫ້ເວລາ
ທ່ານ Jim Mattis ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​6 ​ເດືອນ ​ເພື່ອໃຫ້ປະຕິບັດຕາມ​ແຜນ
ການ​ທີ່ຂຽນ​ລົງໃນ Twitter ໂດຍທ່ານ​ທຣຳ ​ໃນ​ທ້າຍ​ເດືອນ​ກໍລະກົດ​ຜ່ານ​ມາ​.

ນະ​ໂຍບາຍ​ທີ່​ວ່າ​ນີ້ ຈະ​ເຮັດ​ໃຫ້ ທຳນຽບຫ້າ​ແຈມີ​ອຳນາດ ທີ່​ຈະ​ໄລ່ອອກຈາກຖານທັບທີ່
ເປັນມາດຕະຖານ ​ຫຼືຈະສົ່ງໄປປະຈຳການຢູ່ບ່ອນອື່ນ ໃນເຂດສົງຄາມ. ນອກ​ນັ້ນ​ແລ້ວ
ມັນ​ຍັງ​ຈະ​ໃຫ້ປະຕິ​ເສດບໍ່​ຮັບເອົາ​ເຂົ້າ​ບັນຈຸ​ ພວກ​ທີ່​ແປງ​ເພດ​ ທີ່​ຈະ​ເຂົ້າ​ປະຈຳການ​
ໃນ​ກອງທັບ​ແລະ​ຈະ​ຍົກ​ເລີກ​ການ​ຮັກສາ​ພະຍາບານ​ໃນ​ການ​ແປງ​ເພດ​ ສຳ​ຫຼັບ​ການໃຫ້
ບໍລິການສະມາຊິກແປງ​ເພດ​ໃນ​ປະຈຸ​ບັນ​ນີ້.

ການ​ຂຽນ​ຂໍ້ຄວາມ​ຂອງ​ທ່ານ​ທຣຳ ລົງ​ໃນ Twitter ​ກ່າວ​ເຖິງ​ການ​ຕັດສິນ​ໃຈ​ຂອງ​ທ່ານ
ທີ່​ວ່າ “ຄ່າ​ໃຊ້​ຈ່າຍໃນການປິ່ນປົວສິ້ນເປືອງຫຼາຍແລະ​ເປັນການ​ບັ່ນທອນ.”

ການ​ຕັດສິນ​ທີ່​ວ່າ​ນີ້ ​ແມ່ນ​ໄດ້​ຮັບ​ຄວາມເຫັນດີ​ຈາກ​ກຸ່ມນິຍົມ​ແນວທາງ​ເດີມ​ ​ແຕ່ກໍຍັງຈະ
ໄດ້​ ປະ​ເຊີນກັບ​ການ​ບໍ່​ເຫັນ​ພ້ອມ​ຈາກ​ສະມາ​ຊິກ​ສະພາ ​ແລະ​ພວກທີ່​ເປັນ​ປາກ​ສຽງ​
ໃຫ້​ກຸ່ມ​ສິດທິ​ມະນຸດ ທັງຫຼາຍຢູ່.

ການ​ເອົາ​ບາດກ້າວ​ທີ່​ວ່າ​ນີ້ ມີ​ຂຶ້ນ​ນຶ່ງ​ປີ ຫຼັງ​ຈາກທີ່​ທາງ​ທຳນຽບຫ້າ​ແຈ ​ພາຍ​ໃຕ້​ອະດີດ
ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ປະກາດ​ອອກ​ໄປ​ວ່າ ພວກແປງ​ເພດ​ທັງຫຼາຍ​ນັ້ນ
ຈະ​ຖືກອະນຸມັດ​ໃຫ້​ເຂົ້າ​ຮັບ​ໃຊ້​ຢ່າງ​ເປີດ​ເຜີ​ຍ​ໄດ້.

ຫຼັງ​ຈາກ​ທີ່​ໄດ້​ມີ​ລາຍ​ງານ​ວ່າ ຈະ​ມີ​ການ​ເອົາ​ບາດກ້າວ​ທີ່​ມີ​ຜົນ​ບັງຄັບ​ໃຊ້​ຕາມ​ແຜນການ
​ຂອງ​ທ່ານ​ທຣຳ ​ແລ້ວ​, ພວກ​ທີ່​ໂຄສະນາ​ຫາ​ສຽງ ຂອງ​ກຸ່ມ​ອົງການ​ເພື່ອ​ສິດທິ​ມະນຸດ
ກໍ​ໄດ້​ຕອບ​ໂຕ້ ​ໂດຍ​ການ​ຂຽນ​ລົງ​ໃນ Twitter ວ່າ “ປະທານາທິບໍດີ ບໍ່​ຮູ້​ຫຍັງ​ ກ່ຽວ​ກັບ
ການ​ທີ່​ເປັນ​ຄົນແປງ​ເພ​ດ ​ຫຼື​ການ​ເຂົ້າ​ຮັບໃຊ້ໃນ​ກອງທັບ.”

ອົງການ​ເພື່ອ​ສິດທິ​ມະນຸດ ກ່າ​ວວ່າ “ພວກ​ສະມາຊິກ​ຂອງ​ກອງທັບ​ທີ່​ແປງ​ເພດ​ນັ້ນ ​
ແມ່ນ​ໄດ້​ອອກ​ຮັບ​ໃຊ້​ຊາດ​ຢູ່​ໃນ​ແນວ​ໜ້າ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ທັງໄດ້ພິສູດໃຫ້ຄວາມ
​ສາມາດ​ຂອງພວກ​ເຂົາ​ເຈົ້າມາແລ້ວ ບໍ່​ແມ່ນ​ບັນຫາ​ດ້ານ​ເພດ ​ແຕ່​ຢ່າງ​ໃດ​.”​

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ