ລມຕ ການຕ່າງປະເທດພອມພຽວ ມຸ່ງໜ້າໄປ ຍັງເກົາຫຼີເໜືອ ໃນຂະນະທີ່ທຳນຽບຂາວ ອ້າງວ່າ ທຸກສິ່ງຢ່າງແມ່ນກຳລັງກ້າວໜ້າໄປຢູ່

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ (Mike Pompeo) ຖະແຫຼງ ໃນກະຊວງການຕ່າງປະເທດ ສະຫະລັດ ທີ່ວໍຊິງຕັນ, 28 ພຶດສະພາ 2018.

​ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ໄມ​ຄ໌ ພອມພຽວ ​ມີ​ໝາຍ​ກຳນົດ​ຈະເດີນ
ທາງ​ໄປ​ຍັງ​ເກົາຫຼີ​ເໜືອ ​ໃນ​ວັນພະຫັດ​ມື້​ອື່ນ​ນີ້ ​ເພື່ອ​ສືບຕໍ່ໂອ້​ລົມ​ສົນທະນາ​ເລື້ອງ​ການ​ຍົກ​
ເລີກ​ ໂຄງການ​ອາວຸດ​ນິວ​ເຄລຍ ​ໃນ​ແຫຼມ​ເກົາຫຼີ​. ທຳນຽບຂາວ​ແລະ​ກະຊວງ​ການ​ຕ່າງ
ປະ​ເທດ​ສະຫະລັດ ໄດ້ປະກາດ​ກ່ຽວກັບການ​ຢ້ຽມຢາມ​ຂອງ​ທ່ານ​ພອມພຽວ ​ໃນ​ວັນ​ຈັນ​
ຜ່ານ​ມາ​ນີ້.ການ​ກັບ​ຄືນ​ໄປ​ຢ້ຽມຢາມ​ເກົາຫຼີ​ເໜືອ ​ຂອງ​ທ່ານ ໄດ້​ມີ​ຂຶ້ນ​ລຸນຫຼັງກອງປະຊຸມ
ສຸດ​ຍອດ​ຄັ້ງ​ປະຫວັດສາດ ໃນ​ວັນ​ທີ 12 ມິຖຸນາ ລະຫວ່າງ​ປະທານາທິບໍດີ​ສະຫະລັດ
ທ່ານ​ດຳ​ໂນ​ລ ທຣຳ ​ກັບ​ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ​ ອຶນ ທີ່​ສິງກະ​ໂປ ຊຶ່ງວັນນະ​ສອນ
ຈະ​ນຳ​ລາຍ​ລະອຽດ​ຈາກ​ນັກ​ຂ່າວ​ວີ​ໂອ​ເອ ຊລາ​ຕິ​ກາ ໂຮ​ກ ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ລາຍງານກ່ຽວກັບສາຍພົວພັນລະຫວ່າງສະຫະລັດ ກັບເກົາຫຼີເໜືອ

ລຸນຫຼັງການ​ພົບ​ປະສຸດ​ຍອດ ​ຄັ້ງ​ປະຫວັດສາດ ລະຫວ່າງສະຫະລັດ ​ກັບເກົາຫຼີ​ເໜືອແລ້ວ, ​ປະທານາທິບໍດີ​ ທຣຳ ກໍ​ກ່າວ​ວ່າ ທ່ານ​ເຊື່ອ​ວ່າທ່ານ​ກິມ ຈົງ​ ອຶນ​ ມີຄວາມຈິງໃຈ ກ່ຽວ​ກັບ
​ການຍົກ​ເລີກ ໂຄງການ​ອາວຸດ​ນິວ​ເຄລຍ. ​ແຕ່​ວ່າ ຂ່າວ​ຫວ່າງ​ມໍ່ໆ​ມາ​ນີ້ ທີ່​ອ້າງ​ເຖິງ​ເຈົ້າໜ້າ
​ທີ່​ສືບລັບຂອງ​ສະຫະລັດ ​ວ່າ ເກົາຫຼີ​ເໜືອເຮັດ​ໃຫ້​ສະຫະລັດເຂົ້າ​ໃຈ​ຜິດ ​ແລະ​ຍັງ​ສືບ​ຕໍ່​
ຂະຫຍາຍ​ກິດຈະກຳໂຄງການ​ອາວຸດ​ນິວ​ເຄລຍຢູ່​ສະຖານ​ທີ່​ຕ່າງໆ.

ທ່ານບຣຸສ ຄລິງ​ເນີຣ໌ ຈາກ​ມູນ​ນິທິ​ມໍລະດົກ (Bruce Klingner, Heritage
Foundation) ກ່າວ​ວ່າ “ພວກ​ເຮົາ​ໄດ້​ເຫັນ​ພາບຈາກ​ດາວ​ທຽມກ່ຽວກັບການ​ພັດທະ
ນາ​ຫຼືການຂະຫຽາຍສະຖານທີ່ ພ້ອມ​ທັງການຜະລິດ​ລູກ​ສອນ​ໄຟ ​ແລະ​ລາຍ​ງານ​
ຂອງ​ໜ່ວຍ​ສືບ​ລັບ ກໍໄດ້​ສະ​ແດງໃຫ້​ເຫັນ​ວ່າ ​ເກົາຫຼີ​ເໜືອ ​ພວມເພີ້ມພູນ​ການ​ພັດທະນາ​
ອຸບ​ປະກອນ​ຕ່າງ​ໆ, ບໍ່​ແມ່ນ​ພຽງ​ແຕ່ຢູ່ທີ່​ຢົງ​ບີ​ຢົງເທົ່ານັ້ນ, ​ແຕ່​ແມ່ນຢູ່​ໃນ​ສະຖານອື່ນໆ​
ທີ່​ປິດ​ລັບນຳອີກ.”

ທ່ານບຣຸສ ຄລິງ​ເນີຣ໌ ​ແມ່ນ​ນັກ​ຊ່ຽວຊານ ຂອງ​ມູນ​ນິທິ​ມໍລະດົກ (Bruce Klingner,
Heritage ​ໃນ​ວໍ​ຊິງ​ຕັນ ​ທັງເປັນ​ອະດີດ​ເຈົ້າ​ໜ້າ​ທີ່​ອົງການ​ສືບ​ລັບ (CIA) ​ແລະ​ເຈົ້າ​ໜ້າ​ທີ່​
ສືບ​ລັບ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດນຳ.

ທຳນຽບຂາວ ​ໄດ້​ປະຕິ​ເສດ​ບໍ່ໃຫ້ຄຳເຫັນໃດໆກ່ຽວກັບ​ລາຍ​ງານ​ດັ່ງກ່າວໃນ​ວັນ​ຈັນ​ຜ່ານ​
ມາ​.

​ໂຄສົກ​ຂອງທຳນຽບຂາວ ທ່ານ​ນາງ​ແຊຣາ ຮັກ​ກາ​ບີ ​ແຊນ​ເດີຣ໌ສ ກ່າວ​ວ່າ “ພວກ​ເຮົາ​
ຈະ​ບໍ່​ຢືນຢັນ ຫຼື​ປະຕິ​ເສດ ​ລາຍ​ງານ​ສືບ​ລັບ​ໃດໆ. ສິ່ງ​ທີ່​ຂ້າພະ​ເຈົ້າຈະ​ບອກພວກ​ທ່ານ​
ໄດ້ກໍ​ແມ່ນ​ວ່າ ພວກ​ເຮົາ​ກຳລັງ​ສືບ​ຕໍ່​ປະຕິບັດ​ງານ​ໃຫ້​ກ້າວ​ເດີນ​ຕໍ່​ໄປ. ເອກ​ອັກຄະ​ລັດ
ຖະທູດ​ສະຫະລັດ ປະຈຳ​ປະ​ເທດ​ຟິລິບ​ປີນ ທ່ານ ຊັ່ງກິມ ​ຫາກໍໄດ້​ພົບ​ປະ​ມຶື້ວານ​ນີ້
ກັບ​ສະມາຊິກ ຂອງ​ທູດ​ພິ​ເສດ​ຂອງ​ເກົາຫຼີ​ເໜືອ ​ແລະ​ລັດຖະມົນຕີ​ພອມພຽວ, ​ດັ່ງ​ທີ່​ຂ້າ
ພະ​ເຈົ້າຫາກໍ​ກ່າວ​ເຖິງ, ກຳລັງຈະມຸ້ງໜ້າໄປເກົາຫຼີ​ເໜືອ ໃນ​ທ້າຍ​ສັບປະດາ​ນີ້, ​ແລະ
ພວກ​ເຮົາຈະ​ສືບ​ຕໍ່ການ​ສົນທະນາ​ດັ່ງກ່າວ​ຕື່ມ.”

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຍົກເອກກະສານໂຊໃຫ້ເຫັນວ່າ ທ່ານແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ລົງນາມໃນສະຖານທີ່ຕາກອາກາດຄາແພລລສ ໃນເກາະສັນຕາໂຣຊາ, 12 ມິຖຸນາ 2018, ສິງກະໂປ.

ພວກ​ວິ​ເຄາະ​ບາງ​ຄົນ ​ໄດ້​ຊີ້​ໃຫ້​ເຫັນ​ເຖິງຂໍ້​ຕົກລົງທີ່ລົ້ມແຫຼວ 8 ຂໍ້ ​ກັບ​ເກົາ​ຫຼີເໜືອ​ແລະ​
ກ່າວ​ວ່າ ພວກ​ຜູ້ນຳ​ຜະ​ເດັດ​ການເຫຼົ່ານັ້ນ ຈະ​ບໍ່​ຍົກ​ເລີກໂຄງການນິວ​ເຄລຍຂອງ​ພວກ​
ເຂົາ​ເຈົ້າ​ຈັກເທື່ອ. ທ່ານຄລິງ​ເນີຣ໌ ​ກ່າວ​ວ່າ ມັນ​ຍັງ​ມີ​ຄວາມ​ຫວັງຢູ່ ​ເຖິງ​ແມ່ນ​ວ່າ ເກົາ​ຫຼີ
ເໜືອ ຈະ​ພະຍາຍາມ​ຫລອກລວງກໍ​ຕາມ ​ໃນຄັ້ງນີ້.

ທ່ານຄລິງ​ເນີຣ໌ ​ກ່າວ​ວ່າ “ສິ່ງ​ທີ່​ສະຫະລັດ ຈຳ​ເປັນ​ຈະ​ຕ້ອງໄດ້​ເຮັດ ​ແມ່ນ​ຮຽນຮູ້​ຈາກ​
ຄວາມຜິດພາດ ​ໃນ​ອະດີດ ​ແລະ​ບໍ່​ອະນຸຍາດ​ໃຫ້​ມີ​ຂໍ້​ຕົກລົງ​ທີ່​ຜິດ​ພາດ​ອີກ, ຊຶ່ງ​ໃຊ້​ເວລາ
ສັ້ນຫຼາຍ ​ແລະ​ຄຸມເຄືອຫຼາຍ, ທີ່​ບໍ່​ມີ​ລາຍ​ລະອຽດ ເຊັ່ນ​ທີ່ ພວກ​ເຮົາມີໃນ​ສົນທິສັນຍາການ
​ຄວບ​ຄຸມ​ອາວຸດກັບ​ສະຫະພາບ​ໂຊ​ຫວຽດນັ້ນ.”

ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງຊາດຂອງທຳນຽບຂາວ ທ່ານ​ຈອນ ​ໂບລຕັນ ​ໄດ້​ກ່າວ​
ໃນ​ການ​ສຳພາດ​ທາງ​ໂທລະພາບ ​ໃນ​ວັນ​ອາທິດ​ຜ່ານ​ມາວ່າ​ ລັດຖະບານ​ໄດ້​ວາງ​ແຜນ ​
ທີ່​ຈະ​ເອົາ​ບາດກ້າວ ​ທີ່​ຈະ​ລົບລ້າງ​ໂຄງການນິວ​ເຄລຍຂອງເກົາຫຼີເໜືອ ​ໃນ​ຮອບ​ນຶ່ງ​ປີ
ຖ້າຫາກ​ວ່າ​ພຽງ​ຢາງ ​ໃຫ້ການຮ່ວມມື. ທ່ານກ່າວ​ວ່າ ​ແຜນການດັ່ງກ່າວ ຈະ​ບົ່ງ​ວ່າ ໃຫ້ເປີດ​
ເຜີຍ​ ​ໂຄງການ​ເຄມີ​ ຊີວະ​ພາບ ໂຄງການ​ນິວ​ເຄລຍ ​ແລະ​ ສະຖານ​ທີ່​ພັດທະນາ​ໂຄງການ
​ລູກ​ສອນ​ໄຟຂີ​ປະ​ນາ​ວຸດຂອງເກົາຫຼີ​ເໜືອ.

ເຊີນຊົມ: ສາຍພົວພັນລະຫວ່າງສະຫະລັດ ກັບເກົາຫຼີເໜືອ

Your browser doesn’t support HTML5

Pompeo Returns to North Korea Thursday

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ