ທຳນຽບຂາວ ຕອບ​ໂຕ້​​ ຕໍ່ຂໍ້ກ່າວຫາ ສົມຮູ້ຮ່ວມຄິດ ກັບ ຣັດເຊຍ

ທ່ານ Donald Trump Jr. ຂຶ້ນກ່າວ ໃນຂະນະທີ່ ຕົວແທນ ຜູ້ສະມັກປະທານາທິບໍດີຈາກພັກ Republican ທ່ານ Donald Trump ຮັບຟັງ ໃນຂະນະທີ່ໂຄສະນາຫາສຽງ ໃນລັດ Indianapolis, ເມສາ 27, 2016.

ໜັງ​ສື​ພິມ New York Times ​ໄດ້​ລາຍ​ງານ​ໃນ​ແລງ​ວັນ​ຈັນ​ວານ​ນີ້ ວ່າ ຜູ້​ຊາຍ​ຄົນ​ນຶ່ງ​ທີ່​
ໄດ້​ວາງ​ແຜນການ​ປະຊຸມ ລະຫວ່າງ​ທ່ານ​ Donald Trump Jr. ກັບ​ທະນາຍຄວາມ
ຣັດ​ເຊຍ ​ໃນ​ປີ​ກາຍ​ນີ້ທີ່​ສະ​ແດງ​ຢູ່ໃນ email ​ເຖິງ​ທ່ານ​ທຣຳນັ້ນ​ວ່າ ​ລັດຖະບານ​ຂອງ​
ຣັດ​ເຊຍ ​ແມ່ນ​ເປັນ​ແຫຼ່ງທີ່​ມາ​ຂອງຂໍ້​ມູນ​ຕ່າງໆທີ່​ອາດສາມາດ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​
ແກ່​ການ​ໂຄສະນາ​ຫາ​ສຽງ ​ຂອງທ່ານນາງ Hillary Clinton.

ໜັງ​ສື​ພິມ​ດັ່ງກ່າວຍັງເວົ້າ​ອີກ​ວ່າ ​ເລື່ອງ​ລາວຂອງ​ຕົນ​ແມ່ນມາ​ຈາກ​ສາມ​ຄົນທີ່​ຮູ້ເລື່ອງ
email ແລະ​ຂໍ້ຄວາມ​ຈາກຜູ້​ພິມ Rob Goldstone ​ໄດ້​ບອກ​ກັບ​ທ່ານ​ທຣຳວ່າ ​ເອກ​ກະສາ​ນຕ່າງໆ ​ແມ່ນ​ສ່ວນ​ນຶ່ງ​ຂອງຄວາມ​ພະຍາຍາມ​ຂອງ​ລັດຖະບານຣັດ​ເຊຍ ທີ່ຈະ​ຊ່ອຍ​ໃຫ້​ພໍ່​ຂອງທ່ານກໍ​ຄື​ທ່ານ​ທຣຳ​ ເອົາຊະນະ​ທ່ານ​ນາງ Clinton.

ການ​ພົບ​ປະກັນ​ກັບ​ທະນາຍຄວາມຣັດ​ເຊຍ ​ນາງ Natalia Veselnitskaya ​ໃນ​ເດືອນ​
ມິຖຸນາ ​ປີ​ກາຍ​ນີ້ ຊຶ່ງ​ເບິ່ງ​ຄື​ວ່າ ​ເປັນ​ການ​ຕິດ​ຕໍ່​ຄັ້ງ​ທຳ​ອິດ​ລະຫວ່າງ​ເຈົ້າ​ໜ້າ​ທີ່​ອະ​ວຸໂສ​
ຈາກ​ຄະນະໂຄສະນາ​ຫາ​ສຽງຂອງ​ທ່ານ​ Trump ກັບຜົນ​ປະໂຫຍ​ດຂອງຣັດ​ເຊຍ ​
ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ ຊຶ່ງ​ມີ​ຂຶ້ນ 2 ສັບປະດາ ​ຫຼັງ​ຈາກ​ທີ່​ທ່ານ​ທຣຳ ​ໄດ້​ຖືກ
ເລືອກເປັນ​ຕົວ​ແທນ​ຂອງ​ພັກ Republican ​ແລະ​ຫຼາຍໆ​ສັບປະດາ ກ່ອນ​ທີ່ Wikileaks
ຈະ​ເລີ່​ມ​ເປີດ​ເຜີ​ຍ email ທີ່​ເປັນ​ການ​ອັບອາຍ​ຂາຍໜ້າ​ຂອງ​ທ່ານ​ນາງ Clinton.

ທີ່​ປຶກສາ​ຂອງ​ທ່ານ​ທຣຳ ທ່ານນາງ Kellyanne Conway Howard Kurtz ​ສຳພາດ​ໃນລາຍການ "MediaBuzz" ທາງ​ໂທລະພາບ Fox News Channel ໃນນະຄອນ New York, ມີນາ10, 2017.

ທ່ານ Alan Futerfas ທະນາຍຄວາມ​ຂອງ​ທ່ານ Donald Trump Jr. ​ໄດ້ປະຕິ​ເສດ​
ເລື່ອງ​ລາວ​ຂອງ​ທາງໜັງ​ສື​ພິມ New York Times ວ່າ “​ເປັນ​ເລື່ອງ​ໄຮ້​ສາລະ ບໍ່​ມີມູນ​
ຄວາມ​ຈິງ ​ໃດ​ໆ​ເລີຍ.”

​ເຊົ້າ​ວັນ​ຈັນ​ວານ​ນີ້ ​ເຈົ້າໜ້າ​ທີ່ທຳນຽບຂາວ ​ໄດ້​ທຳ​ການ​ຕອບ​ໂຕ້ແບບ​ວ່າ ​ຈະ​ຕໍ່ສູ້​ກັບການ
ກ່າວ​ຫາກ່ຽວ​ກັບການ​ພົບ​ປະກັນ ທີ່​ຮວມມີ​ລູກ​ເຂີຍ​ຂອງ​ທ່ານ​ທຣຳ ​ແລະທີ່​ປຶກສາ​ອະ​ວຸ​ໂສ
ທ່ານ Jared Kushner ​ແລະ​ທ່ານ Paul Manafort ທີ່​ຕອນ​ນັ້ນ ​ດຳລົງ​ຕຳ​ແໜ່​ງ​ເປັນ​
ຜູ້​ຈັດການ​ຄະນະ​ໂຄສະນາ​ຫາ​ສຽງ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ​ທີ່​ຈະ​ສົມຮູ້​
ຮ່ວມຄິດກັບ​ວັງ Kremlin.

ສະມາຊິກສະພາ Mark Warner, ສັງກັດພັກ Democratic ຈາກລັດ VA, ທີ່ລັດຖະສະພາ Capitol Hill ໃນນຳຄອນຫຼວງວໍຊີງຕັນ Washington, 3 ກຸມພາ, 2017.

“ຄະນະໂຄສະນາ​ຫາ​ສຽງ​ແມ່ນບໍ່​ໄດ້ສົມຮູ້​ຮ່ວມ​ຄິດ ບໍ່​ວ່າ​ທາງ​ໃດ​ທາງ​ນຶ່ງ,” ຊຶ່ງນັ້ນ​ແມ່ນ
ຄຳ​ເວົ້າ​ຮອງ​ໂຄສົກ ​ທ່ານ​ນາງ Sarah Huckabee Sanders ​ໄດ້​ບອກຕໍ່​ກອງ​ປະຊຸມ​ຖະ
​ແຫຼ​ງຂ່າວ ​ແລະ​ທ່ານ​ນາງ​ຍັງ​ໄດ້​ກ່າວຕື່ມ​ວ່າ “ທ່ານ Don Jr. ບໍ່​ໄດ້ສົມຮູ້​ຮ່ວມ​ຄິດ​ກັບ​ຜູ້​ໃດ​
ທັງ​ນັ້ນ ເພື່ອ​ໃຊ້​ອິດ​ທິພົນ​ຕໍ່​ການ​ເລືອກ​ຕັ້ງ. ​ໃນ​ສະຖານະ​ຂອງ​ພວກ​ເຮົາ​ນັ້ນ​ແມ່ນ​ວ່າ
ຈະບໍ່ມີ​ຜູ້​ໃດ​ໃນ​ຄະນະໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທຣຳ ສົມຮູ້​ຮ່ວມ​ຄິດ ​ເພື່ອ​ທີ່​ຈະ​ໃຊ້​
ອິດ​ທິພົນ​ຕໍ່​ການ​ເລືອກ​.”

ເຈົ້າໜ້າ​ທີ່ທຳນຽບຂາວ ຍັງ​ໄດ້ຈັດ​ໃຫ້​ມີ​ການປະກົດ​ຕົວ ​ຕາມ​ຕາໜ່າງ​ໂທລະພາບຂອງ
​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ. ທ່ານນາງ Kellyanne Conway ທີ່​ປຶກສາ​ຂອງ​ທ່ານ​ທຣຳ ​ໄດ້​ບອກ
​ກັບ​ຜູ້​ສຳພາດ​ທາງ​ໂທລະພາບ ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ລາຍການ Good Morning America
ຂອງ​ຕາໜ່າງ ABC ວ່າ ການ​ພົບ​ປະກັນ​ຢ່າງ​ສັ້ນໆ ນັ້ນ “ບໍ່​ໄດ້​ສ້າງ​ປະ​ໂຫຍ​ດຫຍັງ​ເລີຍ” ສຳລັບໂຄສະນາ​ຫາ​ສຽງ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Your browser doesn’t support HTML5

Trump Russia Probe