ທຳນຽບຂາວ ກ່າວວ່າ ສອງປະເທດ ບາງທີ ບາງທີອາດຈະບໍ່ແມ່ນ ໃນການແກ້ໄຂບັນຫາ ອິສຣາແອລ ແລະປາແລສໄຕນ໌

ພາບຖ່າຍທາງອາກາດ ຂອງເຂດຝັ່ງຕາເວັນຕົກ ແມ່ນ້ຳຈໍແດັນ ທີ່ສະແດງໃຫ້ເຫັນ ບ້ານປາແລສໄຕນ໌ (ຊ້າຍ) ແລະບ້ານຊາວຢິວ (ຂວາ).

ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຂອງ​ທຳນຽບຂາວ​ທ່ານ​ນຶ່ງກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ​ ສັນຕິ​ພາບ​ລະ ຫວ່າງ​ອິສຣາ​ແອ​ລ ​ແລະ​ປາ​ແລ​ສ​ໄຕ​ນ໌ ບໍ່​ຈຳ​ເປັນ​ວ່າ ຕ້ອງຄິດ​ວ່າ ​ເປັນການ​ແກ້​ໄຂ ແບບມີ​ສອງ​ລັດ ​ແລະ​ມັນ​ຈະ​ຂຶ້ນຢູ່​ກັບ​ສອງ​ພັກ​ຝ່າຍ​ເປັນ​ຜູ້​ຕັດສິນ​ໃຈ.

​ໃນ​ການ​ຖະ​ແຫຼງຕໍ່​ພວກ​ນັກ​ຂ່າວ​ກ່ອນ​ໜ້າການ​ເດີນທາງ​ມາ​ຢ້ຽມຢາມ​ວໍ​ຊິງ​ຕັນ​ໃນວັນພຸດ ມື້ນີ້ ​ໂດຍ​ນາຍົກລັດຖະມົນ​ຕີ​ອິສຣາ​ແອ​ລ ທ່ານ Benjamin Netanyahu ​ເຈົ້າໜ້າ​ທີ່​ສະ ຫະລັດ​ກ່າວວ່າ ສະຫະລັດ​ຈະ​ບໍ່​ເປັນ​ຜູ້​ບົງ​ການ​ວ່າເງື່ອນ​ໄຂ​ຂອງ​ສັນຕິ​ພາບແມ່ນ​ຫຍັງ​.

​ເຈົ້າໜ້າ​ທີ່​ກ່າວ​ຕື່ມ​ວ່າ “ການ​ແກ້​ໄຂ​ ແບບ​ມີ​ສອງ​ລັດ ທີ່​ບໍ່​ໄດ້​ນຳ​ເອົາ ​ສັນຕິພາບ​ມາ​ໃຫ້ ບໍ່​ແມ່ນ​ເປົ້າໝາຍ​ທີ່​ທຸກໆ​ຄົນ​ຕ້ອງການ​ທີ່​ຈະ​ບັນລຸ. ສັນຕິພາບ​ແມ່ນ​ເປົ້າໝາຍ ບໍ່​ວ່າ​ມັນ​ຈະ​ມາ​ໃນ​ຮູບ​ສອງ​ລັດ ຖ້ານັ້ນຫາກ​ແມ່ນ​ສິ່ງ​ທີ່​ພັກ​ຝ່າຍ​ກ່ຽວ​ຂ້ອງ​ຕ້ອງການ ຫລື​ສິ່ງ​ອື່ນໆ ຖ້າ ນັ້ນຫາກ​ແມ່ນ​ພັກ​ຝ່າຍ​ຕ້ອງການ. ພວກ​ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ.”

ທ່າ​ທີ​ຂອງ​ທາງ​ການ ​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ​ ແມ່ນ​ວ່ ອິສຣາ​ແອ​ລ​ແລະ​ປາແລ​ສ​ໄຕ​ນ໌ ຄວນເຈລະຈາ​ຂໍ້​ຕົກລົງ​ ເພື່ອ​ແບ່ງ​ອອກ​ເປັນ​ສອງ​ປະ​ເທດ ຊຶ່ງ​ມີ​ທ່າ​ທາງວ່າ ຈະ​ປ່ອຍ​ໃຫ້​ຝ່າຍ​ປາ​ແລ​ສ​ໄຕ​ນ໌ ປົກຄອງ​ເຂດ​ກາຊາ ​ແລະ​ບາງ​ສ່ວນ​ຫລື​ທັງໝົດ​ຂອງ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດັນ​ຫຼື West Bank ​ແລະ​ເຂົາ​ເຈົ້າມີວິ​ໄສ​ທັດ​ທີ່​ຈະ​ຕັ້ງ​ເຈຣູຊາ​ແລັມ​ເປັນ​ນະຄອນຫຼວງ. ອົງການ​ສະຫະ​ປະຊາ​ຊາດ​ກໍໃຫ້ການສະໜັບສະໜຸນ​ຕໍ່​ເສັ້ນທາງ​ໄປ​ສູ່​ການ​ສ້າງຕັ້ງສອງ​ປະ​ເທດ.

ການ​ເຈລະຈາ​ສັນຕິພາບ​ຮອບ​ຫລ້າ​ສຸດ​ໃນ​ແຕກ​ຫັກ​ລົງ​ເມື່ອເກືອບ 3 ປີ​ກ່ອນໂດຍບໍ່​ມີ​ການ​ຕົກລົງ​ກັນ.

​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຂອງ​ທຳນຽບຂາວ​ກ່າວ​ວ່າ ປະທານາທິບໍດີດໍ​ໂນ​ລ ​ທຣຳຫວັງ​ວ່າ ຈະ​ນຳ​ເອົາ​ທັງ​ສອງ​ຝ່າຍ​ເຂົ້າຮ່ວມ​ການ​ເຈລະຈາ​ສັນຕິພາບ. ​ແຕ່​ຂັ້ນຕອນ​ດັ່ງກ່າວ​ບໍ່​ແມ່ນ​ບູລິ​ມະ ​ສິດ​ທີ່​ສຳຄັນສຳລັບ​ລັດຖະບານ​ຊຸດ​ໃໝ່​ຂອງ​ສະຫະລັດ.

ນອກ​ນັ້ນ ​ເຈົ້າໜ້າ​ທີ່​ຍັງ​ກ່າວ​ວ່່າ ການ​ມາ​ຢ້ຽມຢາມ​ຂອງ​ທ່ານ Netanyahu ຈະນຳ​ມາ​ຊຶ່ງ​ຄວາມ​ສຳພັນ​ໃໝ່ ລະຫວ່າງ​ອິສຣາ​ແອ​ລ​ແລະ​ປາ​ແລ​ສ​ໄຕ​ນ໌.

ເຊີນຟັງຂ່າວນີ້ຕື່ມເປັນພາສາອັງກິດ