ວໍຊິງຕັນໄດ້ສັ່ງໃຫ້ທະຫານ 8,500 ຄົນ ຢູ່ໃນທ່າກຽມພ້ອມໃນລະດັບສູງກ່ຽວກັບຄວາມເປັນໄປໄດ້ ທີ່ຈະຖືກສົ່ງ ໄປຍັງຢູໂຣບ ແລະອາດຈະຍົກຍ້າຍພະ ນັກງານສະຖານທູດຈຳນວນນຶ່ງ ອອກຈາກຢູເຄຣນກໍເປັນໄດ້ ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງຣັດເຊຍ ແລະບັນດາປະເທດ ໃນອົງການເນໂຕ້ ເພີ່ມທະວີຂຶ້ນຍ້ອນປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ ຍັງສືບຕໍ່ ເຄື່ອນຍ້າຍທະ ຫານໄປໃກ້ຊາຍແດນຢູເຄຣນ. Anita Powell ນັກຂ່າວວີໂອເອປະຈຳທຳນຽບຂາວ ມີລາຍງານມາຈາກນະຄອນຫລວງວໍຊິງຕັນ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານກ່ຽວກັບການກຽມພ້ອມຂອງສະຫະລັດຖ້າຣັດເຊຍທຳການບຸກລຸກຢູເຄຣນ
ຄວາມເຄັ່ງຕຶງພວມຮ້ອນແຮງຂຶ້ນຢູ່ຕາມຊາຍແດນ ທີ່ໜາວເຢັນຂອງຢູເຄຣນ ໃນຂະນະທີ່ຣັດເຊຍໄດ້ຍ້າຍກຳລັງທະຫານ ໄປປະຈຳການຢູ່ທີ່ນັ້ນເພີ້ມຂຶ້ນ.
ໃນວັນຈັນຜ່ານມານີ້, ປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນໄດ້ສັ່ງໃຫ້ສົ່ງລົດທະຫານ ໄປຍັງຊາຍແດນທາງພາກໃຕ້ຂອງເບລາຣຸສ ໃນການຊ້ອມລົບຮ່ວມກັນໃນເດືອນໜ້າ ໃນບໍລິເວນປະມານ 75 ກິໂລແມັດ ຫ່າງຈາກນະຄອນ ຫຼວງຂອງຢູເຄຣນ.
ທ່ານນາງເຈນ ຊາກີ, ໂຄສົກປະຈຳທຳນຽບຂາວກ່າວວ່າ ລັດຖະບານຂອງທ່ານ ໄບເດັນ ກຽມພ້ອມທີ່ຈະຕອບໂຕ້ຄືນ ໂດຍຢູ່ຄຽງຂ້າງກັບຄູ່ພາຄີຂອງຕົນ ໃນອົງການເນໂຕ້. ທ່ານນາງກ່າວດັ່ງນີ້:
"ເຖິງແມ່ນວ່າພວກເຮົາບໍ່ສາມາດເຂົ້າໄປເບິ່ງຈິດໃຈຂອງປະທານາທິບໍດີປູຕິນໄດ້ ກໍຕາມ ແຕ່ພວກເຮົາກໍເຫັນການກະກຽມທີ່ພວກເຂົາກຳລັງເຮັດຢູ່ເຂດຊາຍແດນ. ພວກເຮົາໄດ້ເຫັນຢ່າງຈະແຈ້ງ ແລະທ່ານປະທານາທິບໍດີ ໄດ້ຊີ້ແນະວ່າ ການເຄື່ອນໄຫວທາງທະຫານຂອງຣັດເຊຍອາດຈະເກີດຂຶ້ນໄດ້ໃນທຸກເວລາ. ທ່ານກໍກ່າວແບບນີ້ເຊັ່ນກັນໃນອາທິດແລ້ວນີ້. ດັ່ງນັ້ນ ພວກເຮົາໄດ້ມີການໂອ້ລົມ ແລະ ສົນທະນາກັນ ກັບບັນດາປະເທດທີ່ຢູ່ດ້ານຕາເວັນອອກ."
ປະຕິກິລິຍາຂອງຝ່າຍອາເມຣິກາ ລວມມີ ການສັ່ງໃຫ້ກຳລັງທະຫານສະຫະລັດ 8,500 ຄົນ ກຽມພ້ອມກ່ຽວກັບຄວາມເປັນໄປໄດ້ທີ່ຈະຖືກສົ່ງໄປປະຈຳການຢູ່ປະເທດສະມາຊິກອື່ນໆຂອງອົງການເນໂຕ້, ແລະການຍົກຍ້າຍພະນັກງານຈຳນວນນຶ່ງ ຢູ່ສະຖານເອກອັກຄະລັດຖະທູດສະຫະລັດ ໃນນະຄອນຫລວງກີຢິບອອກ.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ບໍ່ໄດ້ເວົ້າເຖິງເລື່ອງນີ້ ເປັນເວລາຫຼາຍມື້ແລ້ວ ໂດຍບໍ່ສົນໃຈຕໍ່ຄຳຖາມທີ່ຮ້ອງຂຶ້ນມາຖາມທ່ານໃນວັນຈັນຜ່ານມານີ້.
ໃນຕອນຕໍ່ມາຂອງວັນດຽວກັນ, ທ່ານໄດ້ໂອ້ລົມທາງໂທລະສັບກັບການນຳຂັ້ນສູງຂອງປະເທດຢູໂຣບ, ອີຢູ ແລະອົງການເນໂຕ້, ໃນນັ້ນຝ່າຍຕ່າງໆ ໄດ້ເນັ້ນໜັກເຖິງຄວາມປາດຖະໜາຂອງເຂົາເຈົ້າ ຢາກໃຫ້ມີວິທີແກ້ໄຂບັນຫາຜ່ານທາງການທູດ, ແລະໄດ້ປຶກສາຫາລືກ່ຽວກັບ “ການກະກຽມເພື່ອຈະວາງມາດຕະການລົງໂທດທີ່ຈະສົ່ງຜົນຕາມມາອັນໃຫຍ່ຫຼວງ ແລະຜົນເສຍຫາຍທາງດ້ານເສດຖະກິດຢ່າງຮ້າຍແຮງ ຕໍ່ຣັດເຊຍໃນການກະທຳເຊັ່ນນັ້ນ ເພື່ອເສີມສ້າງຄວາມໝັ້ນຄົງຢູ່ໃນເຂດພາກຕາເວັນອອກ ຂອງອົງການເນໂຕ້.”
ຂະນະດຽວກັນນັ້ນ, ກຳລັງທະຫານຢູເຄຣນພວມກຽມພ້ອມສຳລັບການບຸກໂຈມຕີ ແລະຕັ້ງຄຳຖາມກ່ຽວກັບຂະບວນການທາງການທູດ ລະຫວ່າງສະຫະລັດ ແລະຣັດເຊຍ.
ທ່ານໂວໂລດິເມຍ (Volodymyr), ທະຫານຂອງຢູເຄຣນຄົນນຶ່ງກ່າວເປັນພາສາຢູເຄຣນວ່າ:
“ມັນເປັນການຜິດພາດເມື່ອສອງປະເທດ (ຣັດເຊຍ ແລະສະຫະລັດ) ທຳການສົນທະນາກັນກ່ຽວກັບອະນາຄົດຂອງປະເທດອື່ນ. ພວກເຮົາຄວນໄດ້ເຂົ້າຮ່ວມ ໃນການເຈລະຈາເຫຼົ່ານັ້ນ."
ພວກນັກສັງເກດການກ່ຽວກັບຣັດເຊຍກ່າວວ່າ ຣັດເຊຍກຳລັງພະຍາຍາມເຈລະ ຈາກ່ຽວກັບອະນາຄົດຂອງຢູເຄຣນໂດຍທີ່ບໍ່ໃຫ້ຢູເຄຣນທີ່ບໍ່ໄດ້ຢູ່ໃນການເຈລະຈາລະດັບສູງຫຼາຍຄັ້ງນັ້ນ ໄດ້ມີສ່ວນກ່ຽວຂ້ອງນຳ.
ແຕ່ບັນດານັກວິເຄາະກໍບໍ່ໄດ້ຄິດວ່າ ຄວາມຂັດແຍ້ງກັນ ຈະເປັນສິ່ງທີ່ບໍ່ສາມາດຫຼີກລ້ຽງໄດ້, ສ່ວນນຶ່ງກໍແມ່ນເປັນຍ້ອນຄວາມພະຍາຍາມທາງການທູດທີ່ສ່ວນໃຫຍ່ແມ່ນນຳພາໂດຍລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເກັນ.
ທ່ານແອນດຣູ ລໍເຊນ (Andrew Lohsen), ນັກຄົ້ນຄວ້າໃນໂຄງການຢູໂຣບ, ຣັດເຊຍ ແລະຢູເຣເຊຍທີ່ສູນສຶກສາດ້ານຍຸດທະສາດແລະສາກົນ ກ່າວຜ່ານທາງ Zoom ວ່າ:
“ທ່ານຮູ້ບໍ່ວ່າ, ອັນນີ້ຍັງເປັນການປະເຊີນໜ້າກັນ ທີ່ບໍ່ທັນແຜ່ລາມອອກໄປ ໃຫ້ກາຍເປັນການຂັດແຍ້ງກັນຢ່າງເປີດເຜີຍເທື່ອ. ຂ້າພະເຈົ້າຄິດວ່າມັນຍັງມີຄວາມ ເປັນໄປໄດ້ຢູ່ ທີ່ຈະກໍານົດຂອບເຂດທີ່ຈະພາໃຫ້ກາຍເປັນແນວນັ້ນໄດ້ ໂດຍບໍ່ ຕ້ອງສົນໃຈກັບວ່າ ຄວາມເປັນໄປໄດ້ທີ່ຈະເຮັດເຊັ່ນນັ້ນ ບາງຄັ້ງຈະເບິ່ງຄືວ່າຍັງໄກຢູ່ກໍຕາມ. ຄວາມຈິງກໍຄື, ພວກເຮົາຍັງລົມກັນຢູ່.”
ຄູ່ຕຳແໜ່ງຝ່າຍຣັດເຊຍຂອງທ່ານບລິງເກັນ ກ່າວໃນອາທິດແລ້ວນີ້ວ່າ ມົສກູບໍ່ ໄດ້ຄາດຫວັງວ່າຈະມີບາດກ້າວທີ່ຈະປະສົບຜົນສຳເລັດໄດ້ ຈາກການເຈລະຈາ ຮອບຫລ້າສຸດນັ້ນ ແຕ່ຢາກໃຫ້ມີຄຳຕອບເປັນລາຍລັກອັກສອນຕໍ່ຂໍ້ສະເໜີຂອງ ຕົນ, ເຊິ່ງລວມມີການໃຫ້ເນໂຕ້ຫຼຸດຜ່ອນການໄປປະຈຳຢູ່ໃນເຂດຢູໂຣບຕາເວັນ ອອກບາງສ່ວນລົງ ແລະຫ້າມບໍ່ໃຫ້ຢູເຄຣນເຂົ້າເປັນພັນທະມິດດ້ານຄວາມໝັ້ນຄົງ.
ນັກວິເຄາະຣັດເຊຍຈຳນວນນຶ່ງເວົ້າວ່າ ທ່ານປູຕິນກໍາລັງຫຼີ້ນເກມແບບແກ່ຍາວ. ທ່ານເລອອນ ອາຣອນ (Leon Aron), ນັກຄົ້ນຄວ້າຂັ້ນສູງຂອງສະຖາບັນ ວິສາຫະກິດຂອງອາເມຣິກາ ກ່າວຜ່ານທາງ Zoom ວ່າ:
“ທ່ານປູຕິນເປັນນັກກິລາຢູໂດທີ່ມີຄວາມທະເຍີທະຍານ. ແລະໃນກິລາຢູໂດ, ເຈົ້າບໍ່ຄ່ອຍຈະຊະນະ ແຕ່ກົງກັນຂ້າມກັບສິ່ງທີ່ມັກເປັນກໍຄືວ່າ ເຈົ້າບໍ່ຄ່ອຍຈະ ຊະນະ ໂດຍການຕ່ອຍມັດ ແຕ່ເຈົ້າຈະຊະນະໂດຍການສະສົມຄະແນນ. ບໍ່ມີການຊົກໃຫ້ລົ້ມລົງ. ທ່ານບໍ່ໄດ້ຊະນະ. ແຕ່ເບິ່ງແມ໋, ທ່ານກວດສອບເນໂຕ້, ທ່ານໄດ້ທົດສອບມັນເບິ່ງ. ແລະເນໂຕ້ກໍສະແດງໃຫ້ເຫັນສະພາບຄອນແຄນ ແລະຄວາມແຕກແຍກກັນຢ່າງຫຼວງຫຼາຍ. ທຸກໆຄັ້ງທີ່ທ່ານເຮັດບາງສິ່ງບາງຢ່າງ ຫຼືເວົ້າອັນໃດອັນນຶ່ງ ປະທານາທິບໍດີສະຫະລັດ ກໍດ່ວນຕອບກັບໂລດ ຫຼືບໍ່ກໍຈະໂທຫາ ຫຼືຈັດຕາຕະລາງກອງປະຊຸມສຸດຍອດໂລດ. ແລະມີຄະແນນອື່ນໆຫຼາຍອັນອີກທີ່ສະສົມໄວ້ດ້ວຍວິທີນີ້. ແລະບໍ່ຕ້ອງມີຂໍ້ສົງໄສຫຍັງເລີຍ ທ່ານກຳລັງຊະນະ.”
ໃນຂະນະດຽວກັນ ຢູ່ໃນເຂດຊາຍແດນຣັດເຊຍກັບຢູເຄຣນນັ້ນ ກົງລໍ້ແຫ່ງສົງຄາມກໍກຳລັງໝູນຢູ່.