ທຳນຽບຂາວ ກ່າວປ້ອງກັນ ປະຕິບັດງານ ຢູ່ເຢເມນ ທີ່ເຮັດໃຫ້ ໜ່ວຍກ້າຕາຍຄົນນຶ່ງ ເສຍຊີວິດ

ປະທານາທິບໍດີ Donald Trump ເດີນທາງໄປກັບເຮືອບິນເຮລິຄອບເຕີ Marine One ເພື່ອຕ້ອນຮັບສົບໜ່ວຍກ້າຕາຍ ທີ່ເສຍຊີວິດ ລະຫວ່າງການບຸກໂຈມຕີ ທີ່ປະເທດເຢເມນ.

ທຳນຽບຂາວ​ຍັງ​ສືບ​ຕໍ່​ກ່າວປ້ອງ​ ກາ​ນປະຕິບັດ​ງານ​ຕໍ່ຕ້ານການ​ກໍ່​ການ​ຮ້າຍ​ຫວ່າງ​ມໍ່ໆ​ມາ​ນີ້​ໃນ​ເຢ​ເມນ ທີ່​ໄດ້​ສັງຫານ​ໜ່ວຍ​ກ້າຕາຍຂອງ Navy SEAL ຄົນ​ນຶ່ງ ຫລັງ​ຈາກ​ພໍ່​ຂອງ​ໜ່ວຍ​ກ້າ​ຕາຍຄົນ​ນີ້ ​ໄດ້​ຕິຕຽນ​ຢ່າງ​ແຮງ​ຕໍ່​ລັດຖະບານ​ກ່ຽວ​ກັບ​ການ​ປະຕິບັດ​ງານ.

​ໂຄສົກ​ທຳນຽບຂາວ ທ່ານ Sean Spicer ກ່າວ​ວ່າການ​ປະຕິບັດ​ງານ​ໄດ້ “​ປະ ສົບ​ຜົນສຳ​ເລັດ ​ໃນ​ການ​ຊ່ວຍ​ປ້ອງ​ກັນ​ການ​ໂຈມ​ຕີ​ໃນ​ອະນາ​ຄົດ​.” ທ່ານ​ກ່າວ​ວ່າ ທ່ານ​ບໍ່​ສາມາດ​ຄິດ​ວາດ​ພາບ​ໄດ້​ວ່າ ທ່ານ Bill Owens ກຳລັງ​ຜ່ານ​ຜ່າ​ຢ່າງ​ໃດ ຫລັງ​ຈາກ​ທ່ານ​ໄດ້​ສູນ​ເສຍ​ລູກ​ຊາຍ ທ່ານ William “Ryan” Owens.

ທ່ານ Spicer ກ່າວ​ວ່າ ທ່ານ Owens ​ໄດ້​ເສຍ​ຊີວິດ​ຢ່າ​ງອາດ​ຫານ ​ແລະ​ການ​ປະ​ຕິ​ບັດ​ງານ ​ທີ່​ທ່ານໄດ້​ເຂົ້າ​ຮ່ວມ​ນັ້ນ “​ຈະປ້ອງ​ກັນ​ປະ​ເທດ​ຂອງ​ເຮົາ​ເພີ້ມຂຶ້ນ.” ທ່ານ​ກ່າວ​ວ່າ ການ​ປະຕິບັດ​ງານ​ໄດ້​ນຳ​ໄປ​ສູ່​ການ​ເກັບ​ກຳ​ເອົາ “ຂໍ້​ມູນທີ່​ຈະ​ຊ່ວຍ​ພວກ​ເຮົາ​ຮັກສາ​ຄວາມ​ປອດ​ໄພ.”

ທ່ານ Bill Owens ກ່າວ​ຕໍ່​ໜັງສືພິມ Miami Herald ຢູ່ໃນ​ບົດ​ຂຽນ​ທີ່​ເຜີ​ຍ​ແຜ່​ໃນ​ວັນ​ອາທິດ​ແລ້ວນີ້ວ່າ ທ່ານ​ຕ້ອງການ​ໆ​ສືບສວນ​ ກ່ຽວ​ກັບການວາງ​ແຜນ​ ໃນ​ການ​ປະຕິບັດ​ງານ ​ແລະ​ກ່າວ​ວ່າ​ ທ່ານ​ປະ​ຕິ​ເສດ​ທີ່​ຈະ​ພົບ​ກັບ ປະທານາທິບໍດີ Donald Trump ​ເວ​ລາ​ເຂົາ​ເຈົ້າ ​ໄດ້ຢູ່​ເດີ່ນ​ເຮືອບິນ​ກອງທັບ​ອາກາດ Dover ​ເພື່ອ​ຮັບ​ເອົາ​ຫີບ​ສົບ​ລູກ​ຊາຍ​ຂອງ​ທ່ານ.

ທ່ານ Owens ​ໄດ້ກ່າວ​ກ່ຽວ​ກັບ​ປະທານາທິບໍດີ​ວ່າ “ຂ້າພະ​ເຈົ້າໄດ້​ບອກ​ເຂົາ​ເຈົ້າ​ວ່າ ຂ້າພະ​ເຈົ້າບໍ່​ຢາກ​ເຮັດ​ໃຫ້​ເປັນ​ເລື່ອງອັບອາຍຢູ່ຕໍ່ໜ້າ​ສາທາລະນະ ​ແຕ່​ໃນ​ຈິດ​ໃຈ​ຂອງ​ຂ້າພະ​ເຈົ້າ​ແລ້ວ ​ບໍ່​ຢາກ​ເວົ້າ​ກັບ​ທ່ານເລີຍ."

Your browser doesn’t support HTML5

Spicer Defends Raid that Led to SEAL’s Death

ທ່ານ Spicer ກ່າວ​ວ່າ ມັນ​ເປັນ​ການ​ປະຕິບັດ​ງານ​ແບບ​ປົກກະຕິ ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ທີ່ໄດ້ທົບ​ທວນ​ການ​ປະຕິບັດ​ງານ​ດັ່ງກ່າວ. ທ່ານ​ກ່າວ​ວ່າ ​ກ່ຽວ​ກັບ​ເລື່ອງ​ນີ້ ການ​ທົບ​ທວນ​ມີ​ຢູ່​ສາມ​ຈຸດໝາຍ ​ເພາະວ່າ ​ໄດ້​ມີ​ການ​ເສຍ​ຊີວິດ​ລະຫວ່າງ​ການ​ປະຕິບັດ​ງານ ມີ​ພົນລະເຮືອນພົວພັນ​ຢູ່​ນຳ ​ແລະ​ເຮືອບິນ​ເຮ​ລິ​ຄອບ​ເຕີ​ສະຫະລັດ ​ໄດ້​ຮັບ​ຄວາມ​ເສ​ຍຫາຍ​ໃນ​ການ​ປະ​ຕິບັດ​ງານ.

ໜ່ວຍ​ກ້າ​ຕາຍ Navy SEAL ​ໄດ້​ເສຍ​ຊີ​ວິດ​ໃນ​ທ້າຍ​ເດືອນ​ມັງກອນ ລະຫວ່າງ​ການ​ບຸກ​ໂຈມ​ຕີ​ບ່ອນ​ທີ່​ສົງ​ໄສ​ເປັນຄ້າຍຂອງກຸ່ມ al-Qaida ​ໃນ​ເຢ​ເມ​ນ. ທຳ ນຽບຫ້າ​ແຈ​ກ່າວ​ວ່າພວກ​ຫົວ​ຮຸນ​ແຮງ​ປະມານ 14 ຄົນ ​ໄດ້​ເສຍຊີວິດ​ລະຫວ່າງ​ການ​ບຸກ​ໂຈມ​ຕີ ທີ່​ແນ​ໃສ່ເພື່ອ​ເກັບ​ກຳຂໍ້​ມູນ​ ກ່ຽວ​ກັບ​ໂອກາດ​ທີ່ພວກ​ກໍ່​ການ​ຮ້າຍ ກຸ່ມ al-Qaida ຈະ​ໂຈມ​ຕີ​ສະຫະລັດ ​ແລະ​ບັນດາ​ພັນທະ​ມິດ. ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຮັບ​ຮູ້​ວ່າ ພົນລະ​ເຮືອນ​ຫລາຍ​ຄົນ ຮວມທັງ​ເດັກນ້ອຍ ​ຈຳນວນ​ນຶ່ງ​ໄດ້ເສຍ​ຊີ​ວິດຈາກ​ການໂຈມ​ຕີ ຫລັງ​ຈາກ​ໄດ້​ປະ​ຕິ​ເສດ​ໃນ​ຂັ້ນ​ຕົ້ນ​ວ່າ​ບໍ່​ມີ​ພົນລະ​ເຮືອນ​ເສຍ​ຊີວິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ