ທຳນຽບຂາວ ປົກປ້ອງ ທ່ານນາງ Ivanka Trump ທີ່ນັ່ງເກົ້າອີ້ ແທນພໍ່ ໃນກອງປະຊຸມ ສຸດຍອດ ກຸ່ມ G-20

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ນັ່ງດ້ານໜ້າ ໃນຂະນະທີ່ທ່ານນາງ Ivanka Trump, ນັ່ງດ້ານຫຼັງ ເພື່ອເຂົ້າຮ່ວມກັບບັນດາຜູ້ຕາງໜ້າອື່ນໆໃນກອງປະຊຸມ ສຸດຍອດ G-20 ເຢຍຣະມັນ Hamburg, northern Germany, 8 ກໍລະກົດ 2017.

ຜົນທີ່ຕິດຕາມມາທີຫຼັງອັນນຶ່ງທີ່ບໍ່ໄດ້ຄາດຄິດໄວ້ ໃນການ​ປາກົດ​ໂຕ​ຂອງ​ປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ​ໃນ​ກອງ​ປະຊຸມສຸດ​ຍອດ​ G-20 ​ໃນ​ນະຄອນ Hamburg ​ປະເທດເຢຍຣະມັນນັ້ນ ໄດ້​ຮື້ຟື້ນຈຸດເພັ່ງ​ເລັງ​ຄືນມາ

ໃໝ່ ​ໃສ່ເສັ້ນ​ແບ່ງທີ່ບໍ່ແຈ້ງຂາວ ​ລະຫວ່າງ​ບົດບາດທາງ​ການ ກັບ​ຄອບຄົວຂອງທ່ານ. ​
ດັ່ງທີ່ນັກ​ຂ່າວ​ຂອງ VOA ​ປະຈຳທຳນຽບຂາວ Steve Herman ​ລາຍ​ງານ​ມານັ້ນ
ກໍແມ່ນ​ວ່າ ທັງນີ້ກໍແມ່ນເປັນຍ້ອນວ່າ Ivanka Trump

​ໄດ້​ຮັບ​ບົດບາດເປັນ​ຜູ້ຕາງໜ້າ​ໃຫ້​ປະທານາທິບໍດີ ຢ່າງ​ໜ້ອຍກໍແມ່ນເທື່ອນຶ່ງ​ ໃນລາຍ
ການສະເພາະຂອງ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ ຊຶ່ງ​ວັນນະ​ສອນ ຈະ​ນຳ​ລາຍ​ລະອຽດ​
ມາສະ​ເໜີທ່ານ.

Your browser doesn’t support HTML5

ຟັງລາຍງານກ່ຽວກັບ Ivanka Trump ເປັນຕົວແທນພໍ່ຂອງເພິ່ນ ໃນກອງປະຊຸມສຸດຍອດ G-20

ສຳ​ຫຼັບ​ທຳນຽບຂາວແລ້ວ ກອງ​ປະຊຸມສຸດຍອດ G-20 ​ບໍ່ແມ່ນ​ເລື່ອງ​ແປກ​ໃໝ່.

ທ່ານ Reince Priebus ຫົວໜ້າພະນັກງານປະຈຳ​ທຳນຽບຂາວ ມອງເຫັນວ່າ
ກອງ​ປະຊຸມ​ດັ່ງກ່າວ​ນີ້​ ​ເປັນໄປໃນທາງສ້າງສັນ ຊຶ່ງ​ທ່ານ ​ໄດ້​ກ່າວ​ໃນ​ການ​ໃຫ້​ສຳພາດ​
ທາງ​ໂທລະພາບໃນ​ລາຍການ Fox News Sunday ວ່າ “ທ່ານປະທານາທິບໍດີ ​
ໄດ້ໄປປາກົດ​ໂຕຢູ່ກາງ​ເວທີ​ໃນ​ຢູ​ໂຣບ. ​ບັນດາ​ຜູ້ນຳ​ຂອງ​ກອງ​ປະຊຸມ​ສຸດ​ຍອດ
G-20 ທັງຫຼາຍໄດ້ພາກັນ ​ເຂົ້າມາ​ພົບທ່ານ​ປະທານາທິບໍດີ. ທ່ານ​ແມ່ນ​ດາວທີ່ເດັ່ນ
ດວງນຶ່ງ​ໃນ​ນະຄອນ Hamburg ​ຊຶ່ງ​ບໍ່ມີ​ຜູ້​ໃດຈະເອົາໜີໄປໄດ້. ຂ້າພະ​ເຈົ້າ​ຄິດ​ວ່າ
ຄວາມ​ຈິງ​ແລ້ວ ແມ່ນທ່ານໄດ້ຍົກເອົາອາ​ເມຣິກາຂຶ້ນໄວ້​ໃຫ້​ເປັນ​ນຶ່ງ ເໜືອ​ກວ່າ​
ສິ່ງອື່ນ​ໃດ.”​

ເຖິງ​ຢ່າງ​ນັ້ນ​ກໍ​ເຖາະ, ກໍ​ມີການມອງ​ເຫັນ​ວ່າ ທ່ານ​ທຣຳ ໄດ້ຍົກ​ເອົາ​ຄອບຄົວ​ເປັນໃຫຽ່.
ທ່ານ​ໄດ້​ຖືກ​ຕຳນິຕິຕຽນ ​ໃນ​ການ​ທີ່ໄດ້ຈັດ​ໃຫ້​ລູກ​ສາວ​ຂອງ​ທ່ານ ຮັບ​ບົດບາດ​ນັ່ງ​ເກົ້າອີ້
ແທນ​ທ່ານ ​ໃນບາງພາກສ່ວນຂອງ​ 3 ລາຍການ ຂອງ​ກອງ​ປະຊຸມ G-20 ຊຶ່ງຢ່າງ
ໜ້ອຍກໍແມ່ນເທື່ອນຶ່ງທີ່ຄວບຄຸມຢ່າງເຕັມສ່ວນ.

ນຶ່ງ​ໃນ​ຫຼາຍໆເລື່ອງຂອງ​ກອງ​ປະຊຸມນັ້ນ ກໍ​ແມ່ນ​ເລື່ອງ​ການ​ພັດທະນາ​ໃນ​ອາ​ຟຣິກາ
ທີ່​ຖືກ​ເປີດ​ເຜີຍ​ທາງ twitter ຈາກ​ສະມາຊິກ​ຕົວ​ແທນ​ຂອງຣັດ​ເຊຍ ຊຶ່ງ​ຂໍ້ຄວາມ​ທີ່​ວ່າ​ນີ້
ໃນທີ່ສຸດກໍ​ໄດ້​ຖືກ​ລຶບຖິ້ມ.

Your browser doesn’t support HTML5

White House Defends First Daughter Sitting in for President at G-20

ພວກ​ຕຳ​ນິຕິ​ຕຽນ ​ໄດ້​ເອີ້ນ​ການ​ກະທຳ​ດັ່ງກ່າວ​ນີ້ວ່າ ບໍ່​ເຄີຍ​ມີມາກ່ອນ ​ແລະ​ບິດເບືອນ
​ຈັນ​ຍາ​ບັນ​ທາງດ້ານ​ການ​ທູດ​.

ທ່ານ Lawrence Summers ອະດີດ​ລັດຖະມົນຕີການຄັງ ​ໄດ້​ຂຽນ​ລົງ​ໃນ​ໜັງສືພິມ
Financial Times ​ແລະ ໜັງສືພິມ Washington Post ວ່າ “​ບໍ່​ເຄີຍ​ມີແບບ​ນີ້​ມາ​ກ່ອນ
ທີ່​ລູກຂອງ​ຜູ້ນຳ​ລັດຖະບານ ໄດ້ຮັບ​ບົດບາດ​ນີ້...ນັ້ນ​ແມ່ນ​ເປັນຢຽບຢໍ່າຄົນອື່ນໆທີ່ໄປ
ມີໜ້າຢູ່ ທັງເປັນການ​ສົ່ງ​ສັນຍານຂອງ​ການຫຼຸດ​ອຳ​ນາດຂອງພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ອະ​ວຸ​ໂສທັງຫຼາຍ​ຂອງ​ລັດຖະບານລົງນຳ.”

ທ່ານປະທານາທິບໍດີ ​ໄດ້​ອອກ​ມາ​ຕອບ​ໂຕ້​ໃນ​ວັນ​ຈັນ​ມື້ກ່ອນ ໂດຍ​ພະຍາຍາມ​ທີ່​ຈະ
​ຫັ​ນເຫ ໂດຍ​ການ​ຂຽນ​ລົງ​ໃນ twitter ເພື່ອໃຫ້​ເພັ່ງ​ເລັງ​ໃສ່​ຄູ່ແຂ່ງໃນການ​ເລືອກ​ຕັ້ງ​ທົ່ວ​
ປະ​ເທດໃນປີກາຍນີ້ ຄືທ່ານນາງ Hillary Clinton ​ຈາກ​ພັກ Democrat ນັ້ນ.
ນາງ ChelseaClinton ​ລູກ​ສາວຂອງອະດີດລັດຖະມົນ​ຕີ​ການ​ຕ່າງປະ​ເທດຄົນ
ດັ່ງກ່າວ ​ໄດ້​ຂຽນຕອບໂຕ້ທາງ twitter ​ຕໍ່ທ່ານທຣຳ ໃນທັນທີ.

ປະທານາທິບໍດີ ແມ່ນຖືກແລ້ວ ທີ່ໃຫ້ຂໍ້ສັງເກດວ່າ ເຈົ້າພາບກອງ​ປະຊຸມ​ສຸດ​ຍອດ G20 ໄດ້ປ້ອງກັນ Ivanka Trump ໃນການຮັບ​ບົດບາດ​ເປັນ​ຕົວແທນຂອງ​ພໍ່ລາວ.

ນາງ Chelsea Clinton ໃນງານສັງສັນ ຮັບປະທານອາຫານ ຂອງວັນໃຫ້ກຽດແລະໃຫ້ອຳນາດຕໍ່ພວກແມ່ຍິງ ຫຼື Power of Women ໃນນະຄອນ New York City, 21 ເມສາ 2017.

ທ່ານ​ນາງ Angela Merkel ນາ​ຍົກ​ລັດຖະມົນຕີເຢຍຣະມັນ ກ່າວ​ວ່າ “ບັນດາຕົວ​ແທນ​
ທັງ​ໝົດ​ນັ້ນ​ລະ ​ເປັນ​ຜູ້​ຕັດສິນ ຖ້າ​ຫາກ​ວ່າປະທານາທິບໍດີ​ ບໍ່​ເຂົ້າ​ຮ່ວມກອງ​ປະຊຸມ​ ​
ແມ່ນຜູ້​ໃດ​ຈະ​ເປັນ​ຕົວ​ແທນ​ໄດ້. Ivanka Trump ​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ເປັນ​ຕົວ​
ແທນ​ຂອງ​ອາ​ເມຣິກາ ​ເພາະສະ​ນັ້ນ ກໍແມ່ນ​ເລື່ອງ​ທີ່ບັນດາຕົວ​ແທນ​ທັງ​ໝົດ ​ຈະ​ປະ
ຕິບັດຕາມ​ຄື​ກັນ. ນີ້​ແມ່ນ​ເລື່ອງ​ທີ່​ຊາບ​ກັນ​ດີ​ຢູ່​ແລ້ວ​ວ່າ ທ່ານ​ນາງ​ເຮັດ​ວຽກຢູ່ໃນ​
ທຳນຽບຂາວ ​ສະນັ້ນຈຶ່ງ​ກໍຄວນພົວພັນ​ໃນ​ການ​ລິ​ເລີ່ມ​ໂຄງການ​ບາງຢ່າງ.​”

​ໂຄ​ສົກ​ຍິງ​ປະຈຳ​ທຳນຽບຂາວ ທ່ານ​ນາງ Sarah Huckabee Sanders ​ເອີ້ນ​ການ
​ຕຳ​ນິຕິ​ຕຽນ​ຕໍ່​ທ່ານ​ນາງ Ivanka Trump ນັ້ນ​ວ່າ “​ເປັນ​ການ​ໂຈມ​ຕີ​ທີ່​ໂພດເກີນ​ໄປ.”

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ກ່ອນມ້ວນທ້າຍກອງປະຊຸມສຸດຍອດ G-20 ໃນນະຄອນ Hamburg, ເຢຍຣະມັນ, 8 ກໍລະກົດ 2017.

ຮອງ​ໂຄ​ສົກ​ຍິງ​ປະຈຳ​ທຳນຽບຂາວ ທ່ານ​ນາງ Sarah Huckabee Sanders ​ກ່າວ​ວ່າ
“ພວກ​ເຮົາ​ຄວນ​ຈະ​ຊື່ນ​ຊົມ​ຍິນ​ດີ ທີ່​ໄດ້ທ່ານ​ນາງ Ivanka Trump ຮັບ​ບົດບາດ​ນີ້
ໂດຍ​ສະ​ເພາະ​ໃນ​ເລື່ອງ​ຫົວ​ຂໍ້​ທີ່​ຈະ​ຈັດ​ເຂົ້າ​ໃນ​ປະສົບ​ການ​ຕ່າງໆ​ຂອງ​ທ່ານ​ນາງ.
ຖ້າ​ຫາກ​ວ່າ ທ່າ​ນນາງບໍ່​ໃຊ້​ນາມສະກຸນ ທຣຳ​ ແລ້ວ​ນັ້ນ ທ່ານ​ນາງ​ກໍຈະຖືກ​ຈັດວ່າ
ຢູ່​ໃນ​ລະດັບ​ດາລາ ຜູ້​ສຳຄັນ​ຄົນ​ນຶ່ງ​ຂອງ​ແວດ​ວົງ​ສັງຄົມ ແທນທີ່​ຈະ​ຖືກ​ໂຈມ​ຕີ.”

ທ່ານ Steve Herman ກ່າວວ່າ “ລູກ​ສາວ​ຂອງ​ທ່ານ​ທຣຳ ​ແລະ​ສາມີ​ຂອງ​ທ່ານ​ນາງ
ທ່ານ Jared Kushner ນັ້ນ​ແມ່ນ​ເປັນ​ເຈົ້າ​ໜ້າ​ທີ່ ​ທີ່​ປຶກສາ​ຂັ້ນ​ອາ​ວຸ​ໂສ​ໃຫ້ປະທານາ
ທິບໍດີ ​ແຕ່​ວ່າ ການ​ທີ່​ໄດ້​ສ້າງ​ຄວາມ​ຍຸ້ງຍາກ​ລຳບາກຕໍ່ການ​ຕຳ​ນິຕິ​ຕຽນ​ຕໍ່​ປະທານາ
ທິບໍດີແລະ​ບາງ​ພວກ​ທີ່​ສະໜັບສະໜຸນ​ທ່ານ​ນັ້ນ ​ແມ່ນ​ບໍ່​ແຈ້ງຂາວໃນ​ເສັ້ນແບ່ງ
ລະຫວ່າງ​ບົດບາດ​ຂ​ອງ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ ​ກັບທຸລະ​ກິດ​ອະສັງຫາລິມະ​ສັບ
​ຂອງ​ຄອບຄົວຊຶ່ງ​ນັ້ນ​ໄດ້​ສ້າງ​ຄວາມ​ຂຸ່ນໝອງ​, ຄວາມ​ເປັນ​ຫ່ວງ ​ແລະເກີດ​ໃຫ້​ມີ​
ຄຳ​ຖາມ ກ່ຽວ​ກັບ​ຄວາມ​ໂປ່​ງ​ໃສ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Ivanka Trump, ລູກສາວແລະຜູ້ຊ່ອຍທ່ານທຣຳ ພ້ອມດ້ວຍສາມີຂອງທ່ານນາງ ທ່ານ Jared Kushner ກຳລັງຂຶ້ນເຮືອບິນເຮລິຄອບເຕີ ມາຣີນເພື່ອຮ່ວມກັບທ່ານ ດໍໂນລ ທຣຳ, 19 ພຶດສະພາ, 2017.