ຄອບຄົວ ປະທານາທິບໍດີ ຕ້ອນຮັບ ຕົ້ນຄຣິສມາສ ທີ່ ທຳນຽບຂາວ (ວີດີໂອ)

ສະຕິໝາຍເລກນຶ່ງ ສຫລ ທ່ານນາງ Michelle Obama ແລະລູກສາວ ຄືນາງ Sasha ແລະ Malia ຕ້ອນຮັບ ການມາເຖິງ ຂອງຕົ້ນຄຣິສມາສ ທີ່ທຳນຽບຂາວ (29 ພະຈິກ 2013)

ເວລານີ້ ວັນຂອບຄຸນພະເຈົ້າກໍໄດ້ຜ່ານພົ້ນໄປແລ້ວ ຢູ່ໃນສະຫະ
ລັດອາເມຣິກາຊຶ່ງເປັນເວລາສຳລັບເລີ້ມກະກຽມໃນການສະເຫຼີມ
ສະຫຼອງວັນບຸນຄຣິສມາສ. ຄອບຄົວຂອງປະທານາທິບໍດີຫຼືຄອບ ຄົວໝາຍເລກນຶ່ງແມ່ນມີຈິດໃຈເບີກບານມ່ວນຊື່ນສຳລັບວັນພັກ
ດັ່ງກ່າວໂດຍໃຫ້ການຕ້ອນຮັບການໄປຮອດໄປເຖິງປະຈຳປີຂອງ
ຕົ້ນຄຣິສມາສທີ່ຈະນຳເອ້ປະດັບຢູ່ຂ້າງໃນຂອງທຳນຽບຂາວ.

ຕົ້ນຄຣິສມາສຂອງທຳນຽບຂາວ ໃນປີນີ້ ແມ່ນໄດ້ສົ່ງໄປເຖິງທຳ
ນຽບນຳເບີ 1600 ຂອງຖະໜົນ Pennsylvania Avenue ຫຼັງ
ຈາກໄດ້ເດີນທາງ ມາແຕ່ລັດເພັນຊິລເວເນຍ.

Your browser doesn’t support HTML5

white house



ສະຕີໝາຍເລກນຶ່ງທ່ານນາງ Mitchell Obama ແລະລູກສາວທັງສອ ນາງ Sasha ແລະ Malia ກໍໄດ້ໄປຕ້ອນຮັບຕົ້ນຄຣິສມາສ.

ທ່ານນາງ Obama ເວົ້າວ່າ ພວກເຈົ້າຄິດວ່າຈັ່ງໃດ. ນາງ Malia ຕອບວ່າ ນາງມັກຫລາຍ. ສະຕີໝາຍເລກນຶ່ງເວົ້າວ່າ ດີແລ້ວ ແລະນາງ Malia ເວົ້າຕື່ມວ່າ ພວກເຮົາຈະຮັບເອົາແລະ ສະຕີໝາຍເລກນຶ່ງກໍເວົ້າວ່າຕົກລົງພວກເຮົາຈະຮັບເອົາ.

ຕົ້ນຄຣິສມາສຂອງທຳນຽບຂາວປີນີ້ແມ່ນເປັນຕົ້ນແປກປະເພດ Douglas Fir ທີ່ສູງ 5 ແມັດ ເຄິ່ງນັ້ນ ຈະຖືກເອ້ປະດັບແລະຕັ້ງສະແດງຢູ່ຫ້ອງສີຟ້າຂອງທຳນຽບຂາວໃນລະຫວ່າງວັນພັກ ເທດສະການບຸນຄຣິສມາສ.

Your browser doesn’t support HTML5

White House Receives Christmas Tree