ໃນທົດສະວັດ ແຫ່ງຄວາມເຊື່ອມໂຊມ ໃນທະວີພາຄີ ຈະມີຄວາມໝາຍຢ່າງໃດຕໍ່ຈີນ ແລະອອສເຕຣເລຍ ໃນອະນາຄົດ?

ຍານພາຫະນະໂຈມຕີທັງທາງນໍ້າ ແລະທາງບົກຂອງທະຫານເຮືອສະຫະລັດ ອອກຈາກຊັ້ນດາດຟ້າຂອງເຮືອກໍາປັ່ນຂົນສົ່ງທັງທາງນໍ້າ ແລະທາງບົກ USS ກຣີນເບ, ໃນລະຫວ່າງ ຕາລິສແມນ ຊາເບຣ ປີ 2019, ເຊິ່ງເປັນການຝຶກອົບຮົມໃນທຸກໆສອງປີຂອງສະຫະລັດ ແລະອອສເຕຣເລຍ ຢູ່ນອກແຄມຝັ່ງໃກ້ກັບເມືອງໂບເວັນ, ອອສເຕຣເລຍ, ທີ 22 ກໍລະກົດ ປີ 2019.

ປະເທດຈີນ ກໍາລັງຈັບຕາເບິ່ງຄວາມສາມາດທາງດ້ານທະຫານທີ່ມີເພີ້ມຂຶ້ນຂອງ ອອສເຕຣເລຍດ້ວຍຄວາມກັງວົນໃຈ.

“ໃນຂະນະທີ່ອອສເຕຣເລຍ ວາງໂຕອອກຫ່າງຈາກຈີນ, ຈີນຮູ້ສຶກວ່າ ອອສເຕຣເລຍມີຄວາມໃກ້ຊິດກັບສະຫະລັດຫຼາຍຂຶ້ນ, ດັ່ງນັ້ນ ຄວາມຮູ້ສຶກ ເໝືອນດັ່ງໝາ ກໍາລັງວິ້ງເຕັ້ນນີ້ຈະປາກົດອອກມາອີກ,” ທ່ານໂອ ອີ ສຸນ (Oh Ei Sun) ນັກຊ່ຽວຊານອະວຸໂສແຫ່ງສະຖາບັນຄວາມສໍາພັນລະຫວ່າງຊາດຂອງສິງກະໂປ ໄດ້ກ່າວ. ໝາແລ່ນ ໝາຍເຖິງທາດທີ່ກໍາລັງຕິດຕາມ.

ໃນຊ່ວງທົດສະວັດທີ່ຜ່ານມາ, ອອສເຕຣເລຍໄດ້ມີການເພີ້ມກອງກໍາລັງທະຫານຂອງຕົນ. ຈີນມີຄວາມກັງວົນເປັນຢ່າງຍິ່ງວ່າ ອອສເຕຣເລຍ ຈະຮ່ວມມືກັບສະຫະລັດ ຜູ້ເຊິ່ງມີກອງທັບທີ່ເຂັ້ມແຂງທີ່ສຸດໃນໂລກ, ເພື່ອກວດສອບການແຜ່ຂະຫຍາຍຂອງກອງທັບເຮືອຈີນ, ອີງຕາມການລາຍງານຂອງພວກນັກຊ່ຽວຊານ.

ຄວາມສໍາພັນລະຫວ່າງຈີນ ແລະອອສເຕຣເລຍຊຶ່ງຄັ້ງນຶ່ງເຄີຍຈະເລີນງອກງາມນັ້ນ ພົບກັບຄວາມຫຍຸ້ງຍາກແລ້ວ ແລະໃນອາທິດແລ້ວໃນປະສົບກັບອີກບັນຫານຶ່ງ ເມື່ອອອສເຕຣເລຍ, ສະຫະລັດ ແລະສະຫະລາດຊະອານາຈັກອັງກິດ ໄດ້ເຊັນສັນຍາການເປັນພາຄີດ້ານຄວາມໝັ້ນຄົງສາມຝ່າຍ. ເຊິ່ງຂໍ້ຕົກລົງດັ່ງກ່າວຮ້ອງວ່າ AUKUS, ຈະອະນຸຍາດໃຫ້ແບ່ງປັນຄວາມກ້າວໜ້າດ້ານເທັກໂນໂລຈີທາງທະຫານ ແລະມອບເຮືອດໍານໍ້າພະລັງງານນິວເຄລຍ 8 ລໍາ ໃຫ້ແກ່ອອສເຕຣເລຍນໍາດ້ວຍ.

ຂໍ້ຕົກລົງ AUKUS ເປັນເຫດການຫຼ້າສຸດ ທີ່ກະທົບໃສ່ຄວາມສໍາພັນຂອງຈີນແລະອອສເຕຣເລຍໃຫ້ເຊື່ອມໂຊມລົງ. ນັກວິຊາການໄດ້ຊີ້ໄປທີ່ນາຍົກລັດຖະມົນຕີສາມຄົນທີ່ຈີນບໍ່ໄວ້ໃຈ ໄດ້ຮັບເລືອກໃນອອສເຕຣເລຍ ຕັ້ງແຕ່ປີ 2013, ປະກອບກັບທີ່ແຄນເບີຣາຄັດຄ້ານຜົນປະໂຫຍດຂອງຈີນພາຍໃນປະເທດ ເຊິ່ງຈີນໄດ້ມອງຫາເຄື່ອງສະໜອງອັນມີຄຸນຄ່າເຊັ່ນ ແຮ່ເຫຼັກ ແລະຖ່ານຫິນ.

“ຂ້າພະເຈົ້າຄິດວ່າ ມັນເປັນການບັນຈົບກັນຂອງປັດໄຈສອງສາມປະການນີ້ ເຊິ່ງເຮັດໃຫ້ຄວາມສໍາພັນລະຫວ່າງຈີນ ແລະອອສເຕຣເລຍຊຸດໂຊມລົງ,” ທ່ານໂອ ໄດ້ກ່າວ. “ນີ້ ອາດຈະມີການປະເຊີນໜ້າກັນລະຫວ່າງກໍາປັ່ນຂອງອອສເຕຣເລຍ ແລະຈີນ, ສົມມຸດວ່າ ຢູ່ໃນທະເລຈີນໃຕ້, ເຊິ່ງແນ່ນອນວ່າ ຈະເຮັດໃຫ້ຄວາມສໍາພັນນັ້ນ ຊຸດໂຊມໄປເລື້ອຍໆ.”

ຂໍ້ຂັດແຍ້ງກ່ຽວກັບຊັບພະຍາກອນທໍາມະຊາດຂອງອອສເຕຣເລຍອັນເປັນທີ່ຕ້ອງການນັ້ນ, ການສະໜັບສະໜຸນທາງທະຫານໂດຍສະຫະລັດ ໃນພູມິພາກເອເຊຍປາຊີຟິກ ແລະບັນດາຜູ້ນໍາທາງການເມືອງທີ່ມີຫົວອະນຸລັກນິຍົມໃນແຄນເບີຣາ ກໍາລັງກໍ່ໃຫ້ເກີດການຖົດຖອຍລົງໃນຄວາມສໍາພັນກັບຈີນ, ອີງຕາມຄຳເວົ້າຂອງຜູ້ສັງເກດການຂອງສອງປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ