ໂຄງການອາຫານໂລກ ຫລື WFP ກໍາລັງຂໍເງິນ 200 ລ້ານໂດລາຢ່າງຮີບດ່ວນ ເພື່ອນຳໄປຊື້ ແລະກະກຽມອາຫານໄວ້ ສໍາລັບປະຊາຊົນ ຊາວອັຟການິສຖານຫຼາຍລ້ານຄົນ ກ່ອນທີ່ຫິມະໃນລະດູໜາວຈະຕົກເຮັດໃຫ້ຖະໜົນຫົນທາງ ທີ່ເຂົ້າຫາພວກເຂົາເຈົ້າ ຖືກຕັດຂາດ. ລິຊາ ສະລາຍ ນັກຂ່າວ VOA ມີລາຍງານ ຈາກນະຄອນເຈເນວາ, ເຊິ່ງທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານ ປະຊາຊົນຊາວອັຟການິສຖານປະເຊີນກັບຄວາມອຶດຢາກໃນຂັ້ນສຸກເສີນ
ອຸນນະພູມທີ່ຮ້ອນແຮງ ຫລາຍກວ່າ 30 ອົງສາເຊລຊຽສໃນຊ່ວງລະດູຮ້ອນ ໄດ້ປົກຄຸມຄວາມຍາກລໍາບາກທີ່ລໍຖ້າຢູ່ຂ້າງໜ້າ ສໍາລັບປະຊາຊົນຊາວອັຟການິສຖານ ໃນຊ່ວງລະດູໜາວທີ່ໂຫດຮ້າຍ ກໍາລັງຈະມາເຖິງພວກເຂົາເຈົ້າໃນໄວໆນີ້.
ລະດູຮ້ອນ ເປັນຊ່ວງເວລາຂອງປີທີ່ໂຄງການອາຫານໂລກເກັບກໍາແລະກະກຽມ ອາຫານ ໃສ່ໃນສາງເກັບ ແລະໃນຊຸມຊົນຕ່າງໆ ທົ່ວປະເທດອັຟການິສຖານ. ຈາກນັ້ນ ອາຫານກໍຈະໄດ້ຖືກແຈກຢາຍໃຫ້ຜູ້ທີ່ລໍາບາກ ແລະຕ້ອງການ ກ່ອນທີ່ທາງເຂົ້າໄປຫາພວກເຂົາ ຈະຖືກຕັດຂາດຍ້ອນຫິມະທີ່ໂຫດຮ້າຍຂອງລະດູໜາວນັ້ນ.
ຮອງຜູ້ອໍານວຍການໃຫຍ່ໂຄງການອາຫານໂລກປະຈໍາພູມິພາກ ທ່ານນາງແອັນເທຍ ເວັບ (Anthea Webb) ໄດ້ເຕືອນເຖິງໄພພິບັດ ດ້ານມະນຸດສະທໍາ ໃນຊ່ວງລະດູໜາວນີ້ ຖ້າຫາກບໍ່ໄດ້ຮັບການສະໜັບສະໜຸນຈາກນານາຊາດໃນການປະຕິບັດງານອັນສຸກເສີນນີ້. ໂດຍທ່ານນາງໄດ້ກ່າວວ່າ:
“ດ້ວຍລະດັບເງິນທຶນທີ່ເຄັ່ງຕຶງ ແລະຄວາມຕ້ອງການທີ່ເພີ້ມຂຶ້ນ, ພວກເຮົາມີຄວາມສ່ຽງເຖິງການຂາດວັດຖຸຫລັກໃນການສະໜອງຂອງພວກເຮົາ ນັ້ນຄືແປ້ງສາລີ ທີ່ຈະມີຂຶ້ນໃນເດືອນຕຸລານີ້. ພວກເຮົາເຫລືອເວລາພຽງບໍ່ເທົ່າໃດອາທິດໃນການຈັດຫາການລະດົມທຶນທີ່ຈໍາເປັນເພື່ອອາຫານ ກ່ອນທີ່ເສັ້ນທາງຕາມພູຜາຈະຖືກຕັນໂດຍຫິມະ. ຄວາມຫລ້າຊ້າຕ່າງໆໃນການກະກຽມອື່ນໆ ອາດໝາຍເຖິງຊີ ວິດຂອງປະຊາຊົນຊາວອັຟການິສຖານ.”
ເມື່ອຫິມະຕົກລົງມາແລ້ວ, ທ່ານນາງເວັບກ່າວວ່າ ມັນຊ້າເກີນໄປທີ່ຈະຊ່ວຍເຫຼືອ ຊຸມຊົນຕ່າງໆເຊິ່ງຈະຖືກຕັດຂາດຈາກຄວາມຊ່ວຍເຫລືອພາຍນອກຢ່າງສິ້ນເຊີງ.
ວິກິດການແຫ່ງຄວາມອຶດຢາກນີ້ ເກີດຂຶ້ນຈາກວິກິດການທາງດ້ານມະນຸດສະທໍາ ແລະສິດທິມະນຸດໃນວົງກວ້າງ ໂດຍການຖອນກໍາລັງທະຫານຂອງສະຫະລັດ ແລະອົງການ NATO, ແລະການເຂົ້າຢຶດຄອງປະເທດຂອງກຸ່ມກໍ່ການຮ້າຍຕາລິບານ.
ອົງການສະຫະປະຊາຊາດລາຍງານວ່າ ປະຊາຊົນຊາວອັຟການິສຖານປະມານ 18 ລ້ານຄົນແມ່ນຕ້ອງໄດ້ອາໄສການຊ່ວຍເຫລືອຈາກນານາຊາດເພື່ອຄວາມຢູ່ລອດ. ການຮັບເອົາຄວາມຊ່ວຍເຫລືອເຂົ້າໄປໃນປະເທດ ໃນຊ່ວງໄລຍະສັບສົນວຸ້ນວາຍ ຍິ່ງຍາກຂຶ້ນໄປຕື່ມ ເນື່ອງຈາກເຮືອບິນພານິດບໍ່ສາມາດລົງຈອດທີ່ສະໜາມບິນກາບູລໄດ້.
ທ່ານນາງເວັບຍອມຮັບວ່າ ຄວາມທ້າທາຍໃນປີນີ້ແມ່ນຊັບຊ້ອນຫລາຍກວ່າເກົ່າ. ທ່ານນາງກ່າວວ່າ ໄພແຫ້ງແລ້ງທີ່ຮຸນແຮງ, ຄວາມຂັດແຍ້ງແລະຜົນກະທົບຈາກໂຄວິດ-19 ເຮັດໃຫ້ການຈັດຕຽມຂັ້ນພື້ນຖານທີ່ສຸດມີຄວາມຍາກຫລາຍກວ່າເກົ່າສໍາລັບລະດູໜາວທີ່ຈະມາເຖິງນີ້. ເຊິ່ງທ່ານນາງໄດ້ກ່າວວ່າ:
“ພວກເຮົາຮູ້ວິທີທີ່ຈະປ້ອງກັນຄວາມອຶດຢາກແບບສຸກເສີນ ເຖິງວ່າຈະມີຄວາມທ້າທາຍໃນປັດຈຸບັນ. ໃນຊ່ວງອາທິດແຫ່ງຄວາມສັບສົນວຸ້ນວາຍທີ່ຜ່ານມານີ້, ໂຄງການອາຫານໂລກສາມາດຊ່ວຍໄດ້ເຖິງ 80,000 ຄົນໃນທົ່ວອັຟການິສຖານ ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກລໍາບາກກໍ່ຕາມ ເຊິ່ງລວມເຖິງຈໍານວນ 5 ລ້ານ ຄົນທີ່ພວກເຮົາໄດ້ຊ່ວຍໄປແລ້ວ ຕັ້ງແຕ່ຕົ້ນປີນີ້.”
ທ່ານນາງເວັບ ຍັງໄດ້ໃຫ້ຂໍ້ສັງເກດວ່າ ໂຄງການອາຫານໂລກ ປະຕິບັດງານໃນ ອັຟການິສຖານ ມາຕັ້ງແຕ່ປີ 1963 ເຊິ່ງລວມເຖິງໃນສະໄໝ ທີ່ເຄີຍຢູ່ພາຍໃຕ້ການປົກຄອງຂອງຕາລິບານໃນຄັ້ງກ່ອນ. ທ່ານນາງກ່າວວ່າ ໂຄງການອາຫານໂລກ ສາມາດນໍາອາຫານ 600 ໂຕນ ແລະລົດບັນທຸກໃໝ່ 16 ຄັນເຂົ້າໄປໃນ ອັຟການິສຖານ ໃນອາທິດນີ້ ພຽງອາທິດດຽວ. ທ່ານນາງຍັງໄດ້ກ່າວເສີມອີກວ່າ ໜ່ວຍງານຂອງທ່ານນາງຍັງພ້ອມທີ່ຈະຂະຫຍາຍຂະໜາດຂອງຄວາມຊ່ວຍເຫຼືອ ແລະໝັ້ນໃຈວ່າ ແຕ່ລະຄອບຄົວມີ ໃນສິ່ງທີ່ພວກເຂົາເຈົ້າຕ້ອງການເພື່ອຄວາມຢູ່ລອດໃນຊ່ວງລະດູໜາວ ທີ່ໂຫດຮ້າຍນັ້ນ ຖ້າຫາກພວກເຮົາໄດ້ຮັບເງິນທຶນທີ່ຈໍາເປັນດັ່ງທີ່ກ່າວໄປນັ້ນ.