ພາຍຸ ເຮີຣິເຄນ Matthew ໃນຝັ່ງມະຫາສະໝຸດ ສະຫະລັດພວມອ່ອນແຮງລົງ

ນຳ້ຖ້ວມໃນບໍລິເວນແຫ່ງໜຶ່ງ ໃກ້ກັບເມືອງ Jacksonville Beach, ລັດ Florida ລຸນຫຼັງພາຍຸເຮີຣິເຄນ Matthew, 8 ຕຸລາ, 2016.

ລົມພາຍຸ ເຮີຣິເຄນ Mathewທີ່ກຳລັງອ່ອນແຮງລົງ ລຸນຫຼັງໄດ້ພັດຜ່ານເປັນເວລາໜຶ່ງອາ ທິດ ໃນໝູ່ເກາະກາຣິບຽນ ແລະ ເລາະຕາມຝັ່ງມະຫາສະໝຸດອັດລັງຕິກຂອງ ສະຫະລັດ ໄດ້ສັງຫານຜູ້ຄົນໄປເກືອບນຶ່ງພັນຄົນ ຊຶ່ງສ່ວນຫຼາຍແມ່ນຢູ່ເກາະເຮຕີ ນັ້ນ. ນອກນັ້ນລົມ ພາຍຸດັ່ງກ່າວຍັງໄດ້ທຳລາຍບ້ານເຮືອນຫຼາຍປະຊາຄົມໃຫ້ລາບຄາບ ທັງທຳລາຍເຄື່ອງ ປູກຂອງຝັງຈົນໝົດກ້ຽງ ຢູ່ໃນປະເທດ Dominican Republic ຢູ່ Jamaica, cuba ແລະ Bahamas.

Jamaica ໄດ້ປະກາດໃຫ້ເປັນມື້ໄວ້ອາໄລແຫ່ງຊາດສາມມື້ ໂດຍທີ່ປະທານາທິບໍດີ Jocelerme Privet ກ່າວວ່າ “ດ້ວຍຄວາມສາມະຄີກັນ” ພ້ອມກັບພວກພໍ່ແມ່ ແລະ ເພື່ອນຝູງຂອງພວກທີ່ໄດ້ຮັບເຄາະຈາກລົມພາຍຸ Mathew ແລະປະຊາຊົນທັງຫຼາຍໃນ ຂົງເຂດນີ້ ຜູ້ທີ່ໄດ້ຮັບຄວາມທໍຣະມານນຳກັນຈາກຜົນກະທົບຂອງເຮີຣິເຄນດັ່ງກ່າວ.

Mathewພວມເຄື່ອນຍ້າຍ ຂຶ້ນມາທາງພາກຕາເວັນອອກສຽງເໜືອໃນເຂດ Outer Banks ຂອງຣັດ North Carolina ໂດຍມີລົມແຮງ. ຂະໜາດ 120 ກມ ຕໍ່ຊົ່ວໂມງ ຊ່ຶງນັ້ນ ເປັນພຽງຄວາມແຮງເຄິ່ງນຶ່ງຂອງເມື່ອນຶ່ງອາທິດກ່ອນ. ໄດ້ມີລາຍງານເຖິງໄພນໍ້າຖ້ວມຢ່າງ ຮ້າຍແຮງ ເລາະແຄມຝັ່ງທະເລກໍ້າຕາເວັນອອກຂອງ ສະຫະລັດ 950 ກິໂລແມັດ ຈາກລັດ ຟລໍຣິດາ ຫາ ນອດ ກາລໍຣາຍນາ. ປະທານາທິບໍດີ ບາຣັກ ໂອບາມາ ໄດ້ປະກາດພາວະ ສຸກເສີນຢູ່ໃນ 4 ລັດຊຶ່ງຢ່າງໜ້ອຍລາຍງານເວົ້າວ່າ ມີຜູ້ເສຍຊີວິດ 10 ຄົນຈາກພາຍຸດັ່ງ ກ່າວນັ້ນ.

Mathew ໄດ້ກາຍເປັນພາຍຸທີ່ຮ້າຍແຮງສຸດທີ່ປະທະຝັ່ງທະເລຂອງ ສະຫະລັດ ເປັນເວ ລາເກືອບເຖິງນຶ່ງທົດສະວັດຜ່ານມາ ທັງເປັນລົມເຮີຣິເຄນຮ້າຍແຮງທີ່ປະທະຍາວນານໃນ ປະຫວັດສາດນຳດ້ວຍ ແຕ່ຄວາມເສຍຫາຍຂອງມັນກໍແມ່ນມີໜ້ອຍກວ່າທີ່ໄດ້ຄຳນວນ ເອົາໄວ້ຕັ້ງຫຼາຍເທົ່າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Hurricane Matthew

Your browser doesn’t support HTML5

Video Footage of Hurricane Matthew's aftermath in Haiti