ປາກິສຖານໄດ້ປິດຊາຍແດນ ທີ່ຕິດກັບອັຟການິສຖານ ຍິງປືນໃຫຍ່ຫລາຍລູກເຂົ້າໄປໃສ່ດິນແດນຂອງປະເທດເພື່ອນບ້ານ ແລະທຳການປາບປາມ ທີ່ສຳຄັນໆຕໍ່ບັນດາກຸ່ມຫົວຮຸນແຮງໂດຍມີລາຍງານວ່າ ໄດ້ສັງຫານຜູ້ຕ້ອງສົງໄສຫຼາຍກວ່າ 100 ຄົນເພື່ອເປັນການຕອບໂຕ້ ຕໍ່ການໂຈມຕີກໍ່ການຮ້າຍທີ່ຮຸນແຮງຢູ່ໃນທົ່ວປະເທດໃນຮອບຫລາຍໆປີທີ່ຜ່ານມານີ້.
ນີ້ແມ່ນການໂຈມຕີຮ້າຍແຮງຫລ້າສຸດ ທີ່ມີມາເປັນລຳດັບ ທີ່ອ້າງເອົາຄວາມຮັບຜິດຊອບໂດຍກຸ່ມລັດອິສລາມຢູ່ໃນປະເທດທັງສອງ. ນັ້ນຄວນຈະເປັນພື້ນຖານ ໃນການນຳໄປສູ່ການຕອບໂຕ້ຮ່ວມກັນ ແຕ່ກັບເບິ່ງຄືວ່າ ໄດ້ແຍກປະເທດທັງສອງອອກຈາກກັນໃນການກ່າວຫາທີ່ຕ່າງຝ່າຍຕ່າງເວົ້າວ່າ ອີກຝ່າຍນຶ່ງ ເປັນຜູ້ໃຫ້ບ່ອນຫລົບລີ້ ແກ່ພວກທີ່ຮັບຜິດ ຊອບໃນການບຸກໂຈມຕີຂ້າມຊາຍແດນ.
ແຜນທີ ວັດ Lal Shahbaz Qalandar ບ່ອນທີ່ ຜູ້ໂຈມຕີ ດ້ວຍລະເບີດ ສະຫຼະຊີບ ໄດ້ສັງຫານ ຢ່າງໜ້ອຍ 72 ຄົນ.
ການໂຈມຕີສະຫຼະຊີບ ໃນວັນພະຫັດແລ້ວນີ້ ມີຂຶ້ນຢູ່ວັດອິສລາມ ທີ່ໄດ້ຮັບການເຄົາລົບ ສັກກາລະບູຊາທີ່ສຸດ ຂອງນິກາຍ Sufi ໂດຍໄດ້ສັງຫານຢ່າງໜ້ອຍ 80 ຄົນແລະໄດ້ຮັບບາດເຈັບອີກຈຳນວນນຶ່ງ.
ພາບຂອງບ່ອນໂຈມຕີວາງລະເບີດຢູ່ໃນແຂວງ Sindh ໄດ້ພາໃຫ້ເກີດຄວາມຕື່ນຕົກໃຈ ໃຫ້ແກ່ລັດຖະບານປາກິສຖານຊຶ່ງໄດ້ຖິ້ມໂທດໃສ່ກຸ່ມ Jama-ul-Ahrar ທີ່ມີຖານປະຕິ ບັດງານຢູ່ອັຟການິສຖານຊຶ່ງເປັນຜູ້ຢູ່ເບື້ອງຫຼັງ “ການໂຈມຕີກໍ່ການຮ້າຍທີ່ໂຫດຮ້າຍປ່າເຖື່ອນເຫລົ່ານີ້” ອີງຕາມຖະແຫຼງການຂອງທ່ານ Sartaj Aziz ທີ່ປຶກສາຂອງນາຍົກລັດ ຖະມົນຕີ Nawaz Sharif ຮັບຜິດຊອບ ໃນດ້ານນະໂຍບາຍ ຕ່າງປະເທດ. ປາກິສຖານກ່າວວ່າຕົນໄດ້ຍື່ນປະທ້ວງຢ່າງແຮງ ຕໍ່ອັຟການິສຖານແລ້ວ.
Your browser doesn’t support HTML5
Wave of Terrorist Attacks Leaves Pakistan on Edge
ປະເທດທັງສອງຕ່າງກໍໄດ້ກ່າວຫາຊຶ່ງກັນແລະກັນວ່າ ບໍ່ໄດ້ມີການດຳເນີນການຢ່າງເປັນການພຽງພໍ ເພື່ອປາບປາມແບບຖອນຮາກຖອນໂຄນ ຕໍ່ພວກຫົວຮຸນແຮງຈັດ ທີ່ທຳການໂຈມຕີຂ້າມຊາຍແດນ ຈາກທັງສອງຝ່າຍນັ້ນ.