ກະຊວງຍຸຕິທຳຮູ້ວ່າ ນະໂຍບາຍບໍ່ມີການຜ່ອນຜັນ ຕໍ່ຄົນເຂົ້າເມືອງ ຈະແຍກຄົນໃນຄອບຄົວ ອອກຈາກກັນ

ເດັກນ້ອຍຄົນເຂົ້າເມືອງ, ຫຼາຍຄົນຖືກແຍກອອກຈາກຄອບຄົວ ພາຍໃຕ້ນະໂຍບາຍ “ບໍ່ມີການຜ່ອນຜັນ” ຂອງລັດຖະບານທ່ານ ທຣຳ, ຖືກນຳໄປພັກເຊົາຢູ່ໃນຕູບຜ້າ ໃກ້ກັບເຂດຊາຍແດນ ເມັກຊິໂກ, ເມືອງ ຕໍນິລໂລ, ລັດ ເທັກຊັສ. 18 ມິຖຸນາ, 2018.

ລາຍງານຂອງກຸ່ມສິ້ງຊອມລັດຖະບານກຸ່ມນຶ່ງ ໄດ້ສະຫຼຸບວ່າ ບັນດາຜູ້ນຳໃນກະຊວງຍຸຕິທຳຂອງປະທານາທິບໍດີ ດໍໂນລ ທຣຳ ຮູ້ວ່ານະໂຍບາຍບໍ່ມີການຜ່ອນຜັນຂອງເຂົາເຈົ້າ ຈະເຮັດໃຫ້ມີການແບ່ງແຍກຄອບຄົວ ແຕ່ແນວໃດກໍຕາມເຂົາເຈົ້າກໍໄດ້ດຳເນີນການຕໍ່ໄປດ້ວຍການປະຕິບັດກົດໝາຍດັ່ງກ່າວ.

ລາຍງານຈາກເຈົ້າໜ້າທີ່ກວດກາທົ່ວໄປຂອງກະຊວງຍຸຕິທຳທີ່ຖືກເປີດເຜີຍໃນວັນພະຫັດວານນີ້ໄດ້ພົບວ່າ ພວກຜູ້ນຳຂອງກະຊວງດັ່ງກ່າວບໍ່ສາມາດທີ່ຈະປະສານງານກັບພາກສ່ວນອື່ນໆຂອງລັດຖະ ບານຢ່າງມີປະສິດທິຜົນ ຫຼື ຄຸ້ມຄອງຕໍ່ຜົນທີ່ອອກມາ.

ຫຼາຍກວ່າ 3,000 ຄອບຄົວໄດ້ຖືກແຍກອອກຈາກກັນ, ຈົນສົ່ງຜົນໃຫ້ເກີດຄວາມເສຍຫາຍທາງດ້ານຈິດໃຈອັນຍາວນັນຕໍ່ພວກເດັກນ້ອຍ ຜູ້ທີ່ຖືກແຍກອອກຈາກຄອບຄົວດ້ວຍການບັງຄັບໂດຍພວກເຈົ້າໜ້າທີ່ ສະຫະລັດ ຢູ່ເຂດຊາຍແດນ.

ນະໂຍບາຍລັດຖະບານທ່ານ ທຣຳ ໄດ້ຖືກກ່າວປະນາມຢ່າງກວ້າງຂວາງ, ໂດຍບັນດາຜູ້ນຳໂລກ, ເຈົ້າໜ້າທີ່ໆຖືກເລືອກ ແລະ ກຸ່ມສາສະໜາໄດ້ກ່າວປະນາມນະໂຍບາຍຂອງ ສະຫະລັດ ວ່າໂຫດ ຮ້າຍ.

ນະໂຍບາຍດັ່ງກ່າວແມ່ນນຶ່ງໃນຫຼາຍໆນະໂຍບາຍທີ່ໄດ້ເພັ່ງເລັງໃສ່ການປ້ອງກັນບໍ່ໃຫ້ພວກຄົນເຂົ້າເມືອງເດີນທາງເຂົ້າມາໃນ ສະຫະລັດ ດ້ວຍການຂ້າມເຂດຊາຍແດນພາກໃຕ້ລະຫວ່າງ ສະຫະລັດ ກັບ ເມັກຊິໂກ. ລາຍງາດັ່ງກ່າວໄດ້ໃຫ້ລາຍລະອຽດ ກ່ຽວກັບ ບົດບາດສຳຄັນທີ່ດຳເນີນໂດຍລັດຖະ ມົນຕີກະຊວງຍຸຕິທຳ ທ່ານ ເຈັຟ ເຊັສເຊິນ ແລະ ພວກເຈົ້າໜ້າທີ່ກະຊວງຍຸຕິທຳລະດັບສູງຄົນອື່ນໆ ໃນຂະນະທີ່ເຂົາເຈົ້າຖືກກົດດັນໂດຍທຳນຽບຂາວ.

ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ທ່ານ ໂຈ ໄບເດັນ ໄດ້ກ່າວວ່ານະໂຍບາຍຄົນເຂົ້າເມືອງຂອງທ່ານ ທຣຳ ໄດ້ກໍ່ໃຫ້ເກີດຄວາມເສຍຫາຍ, ແຕ່ມັນຍັງບໍ່ແນ່ນອນວ່າ ທ່ານ ໄບເດັນ ຈະແກ້ໄຂບັນຫາດັ່ງກ່າວແນວໃດ ເວລາທີ່ທ່ານເຂົ້າເປັນປະທານາທິບໍດີໃນວັນທີ 20​ ມັງກອນນີ້.

ການຟ້ອງຮ້ອງໂດຍສະຫະພັນເສລີພາບຂອງພົນລະເມືອງ ອາເມຣິກັນ ໄດ້ເຮັດໃຫ້ຫຼາຍຄອບຄົວກັບມາພົບກັນອີກ, ແຕ່ເດັກນ້ອຍບາງຄົນຍັງຄົງຖືກແຍກຈາກຄອບຄົວຂອງເຂົາເຈົ້າຢູ່.

ທະນາຍຄວາມຂອງສະຫະພັນດັ່ງກ່າວ ທ່ານ ລີ ເກເລີ້ນ (Lee Gelernt) ໄດ້ກ່າວຕໍ່ອົງການຂ່າວ AP ວ່າ ການກະທຳທີ່ວ່ານັ້ນແມ່ນ “ຜິດສິນທຳ ແລະ ຜິດກົດໝາຍ.”

ທ່ານໄດ້ກ່າວວ່າ “ຢ່າງໜ້ອຍ, ພວກທະນາຍຄວາມຂອງກະຊວງຍຸຕິທຳ ຄວນທີ່ຈະຮູ້ຄວາມຜິດສອງຢ່າງນັ້ນ. ລາຍງານໃໝ່ນີ້ໄດ້ສະແດງໃຫ້ເຫັນວ່າ ລັດຖະບານທ່ານ ທຣຳ ມີຄວາມຍິນດີທີ່ຈະທຳລາຍຄອບຄົວພວກນີ້ຫຼາຍຊໍ່າໃດ. ເຈົ້າຄິດວ່າລັດຖະບານທ່ານທຣຳ ຈະບໍ່ເຮັດສິ່ງຊົ່ວຮ້າຍແບບນີ້, ແຕ່ເຂົາເຈົ້າໄດ້ເຮັດແທ້.”

ອ່ານຂ່າວນີ້ເປັນພາສາອັງກິດ