ວໍຊິງຕັນ ອາທິດນີ້: ທ່ານໂອບາມາ ຈະສືບຕໍ່ຊຸກຍູ້ ​ນະ​ໂຍບາຍ ເສດຖະກິດ ຂອງທ່ານ (ວີດິໂອ)

Your browser doesn’t support HTML5

ເບິ່ງວີດິໂອ ກ່ຽວກັບຂ່າວນີ້.

ໃນອາທິດນີ້ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ຈະສືບຕໍ່ຊຸກຍູ້​ນະ​ໂຍບາຍເສດຖະກິດຂອງທ່ານ ໂດຍການ
ກ່າວຄໍາປາໄສຕໍ່ຄົນງານຢູ່ໃນລັດ Tennessee. ການດໍາ
ເນີນຄວາມພະຍາຍາມດັ່ງກ່າວ ມີຂຶ້ນ​ໃນ​ຂະນະ​ທີ່​ກໍາລັງມີ
ການຂີດເສັ້ນການຕໍ່ສູ້ກັນ ຢູ່ໃນລັດຖະສະພາ ກ່ຽວກັບການ​
ອະນຸມັດງົບປະມານໃຫ້ລັດຖະບານ ແລະການຈັດຕັ້ງປະ
ຕິບັດກົດໝາຍຮັກສາສຸຂະພາບ ທີ່ເປັນສັນຍາລັກສໍາຄັນ
ຂອງທ່ານໂອບາມາ.

ປະທານາທິບໍດີໂອບາມາ ​ໄດ້​ມີຄໍາເວົ້າເຖິງຊາວອາເມຣິກັນ
ທັງຫລາຍວ່າ ແມ່ນ​ແຕ່ຢູ່ໃນໄລຍະທີ່ມີສະພາບການເງິນທີ່
ຫຍຸ້ງຍາກນີ້ ກໍມີຫລາຍສິ່ງທີ່ລັດຖະບານກາງ ຈະຕ້ອງໄດ້ ກະທໍາເພື່ອຜົນປະໂຫຍດ
ຂອງ​ສ່ວນລວມ. ທ່ານກ່າວວ່າ:

“ອາເມຣິກາຕ້ອງໄດ້ທໍາການລົງທຶນທີ່ຈໍາເປັນ ເພື່ອສົ່ງເສີມການຂະຫຍາຍໂຕ
ຂອງເສດຖະ ກິດໄລຍະຍາວ ແລະຄວາມອຸດົມຮັ່ງມີລວມ: ຊຶ່ງກໍຄື ການສ້າງ
ພື້ນຖານການຜະລິດສິນຄ້າ ຂອງພວກເຮົາຄືນ, ໃຫ້ການສຶກສາອົບຮົມຕໍ່ກໍາລັງ
ແຮງງານຂອງພວກເຮົາ. ປັບປຸງເຄືອຂ່າຍການຂົນສົ່ງ ແລະຂໍ້ມູນຂ່າວສານ
ຂອງພວກເຮົາ ໃຫ້ທັນສະໄໝຂຶ້ນ.”


ແຕ່ວ່າບົດບາດອັນຫ້າວຫັນຂອງລັດຖະບານຢູ່ໃນເສດຖະກິດ ແມ່ນສິ່ງທີ່ບັນດາພວກຜູ້
ແທນສັງກັດພັກ Republican ຄັດຄ້ານຕໍ່. ປະທານສະພາຕໍ່າ ທ່ານ John Boehner ສະເໜີນະໂຍບາຍທີ່ຫັນໄປຫາຕະຫລາດເສລີ ໂດຍກ່າວວ່າ:

“ການເຮັດໃຫ້ລະບຽບການເກັບພາສີຂອງພວກເຮົາ ມີຄວາມສັບສົນໜ້ອຍລົງ, ຫລຸດຜ່ອນ ລະບຽບການຂອງລັດຖະບານ ທີ່ເປັນການທໍາລາຍເສດຖະກິດ
ນັ້ນລົງ ແລະປັບປຸງລະບົບ ລັດຖະບານທີ່ໃຊ້ການບໍ່ໄດ້ນັ້ນໃຫ້ດີຂຶ້ນ.”


ການປະທະກັນທາງດ້ານວິໃສທັດ ຈະເພີ້ມຄວາມຮ້າຍແຮງຂຶ້ນ ໃນຊຸມເດືອນຕໍ່ໜ້ານີ້
ຂະນະທີ່ກໍານົດເສັ້ນຕາຍຫຍັບໃກ້ເຂົ້າມາ ສໍາລັບ​ການອະນຸມັດງົບປະມານປີໜ້າ ຂອງ
ລັດຖະບານ ແລະການເພີ້ມຂີດຈໍາກັດໜີ້ສິນຂອງລັດຖະບານຂຶ້ນ. ພວກສັງກັດພັກຣີພັບ​
ບລິ​ກັນເວົ້າວ່າ ການຕັດງົບປະມານລົງ ຈະຕ້ອງໄປຄຽງຄູ່ກັບທຸກການຍົກຂີດຈໍາກັດໃດໆ
ທີ່ອະນຸຍາດໃຫ້ການຢືມເງິນຂອງລັດຖະບານກາງເພີ້ມຂຶ້ນໄດ້ນັ້ນ.

ການຈັດຕັ້ງປະຕິບັດກົດໝາຍການຮັກສາສຸຂະພາບທີ່ມີລາຄາຍ່ອມເຍົາ ຫລື Affordable
Care Act ທີ່ເອີ້ນກັນອີກຢ່າງນຶ່ງວ່າ Obamacare ກໍ​ຈະ​ສ້າງ​ຄວາມ​ຫຍຸ້ງຍາກໃຫ້​ຕື່ມອີກ.
ໂຄງການດັ່ງກ່າວບັງຄັບໃຫ້ຊາວອາເມຣິກັນ ຊື້ປະກັນໄພສຸຂະພາບສ່ວນຕົວແລະໃຫ້ເງິນ
ເກື້ອກຸນແກ່ພວກທີ່ມີລາຍໄດ້ຕໍ່າທີ່ສຸດ. ພວກຜູ້​ແທນພັກຣີພັບ​ບລິ​ກັນບາງຄົນເວົ້າວ່າ ເຂົາ
ເຈົ້າຈະບໍ່ລົງຄະແນນສຽງຮັບ​ເອົ​າງົບປະມານໃດໆ ທີ່ໃຫ້ທຶນແກ່ໂຄງການ Obamacare.
ສ່ວນດ້ານທ່ານໂອບາມານັ້ນ ກໍ​ເວົ້າ​ວ່າ ຈະບໍ່ເຊັນຮັບຮອງເອົາຮ່າງງົບປະມານໃດໆ ທີ່ບໍ່ມີ
ງົບປະມານ ສໍາລັບ​ໂຄງການ​ຮັກສາ​ສຸຂະພາບ​ຂ​ອງ​ທ່ານ.

ວີດິໂອ: ຄວາມພະຍາຍາມຂອງທ່ານໂອບາມາ ເພື່ອຟຶ້ນຟູເສດຖະກິດ ປະສົບກັບການທ້າທາຍຫຼາຍຢ່າງ:

Your browser doesn’t support HTML5

Obama Push on US Recovery Faces Numerous Challenges