ວໍຊີງຕັນ ຮຽກໂຕ ອຸບປະທູດ ຟິລິບປີນ ເຂົ້າພົບ ເພື່ອໃຫ້ການ ອະທິບາຍ

ປ. ຟິລິບປີນ ທ່ານ Rodrigo Duterte ສົນທະນາກັບ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ທີ່ທຳນຽບ Malacañang ໃນນະຄອນມະນີລາມ ປະເທດ ຟິລິບປີນ ກ່ອນທີ່ທັງສອງຈະພົບປະກັນ ເພື່ອເຮັດວຽກ ແລະຮັບປະທານອາຫານທ່ຽງ ວັນທີ 27 ກໍລະກົດ, 2016.

ສະຫະລັດ​ໄດ້​ຮຽ​ກ​ໂຕ​ທູດ​ຟີ​ລິບ​ປິນ ຊຶ່ງ​ເປັນ​ພັນທະ​ມິດ​ທີ່​ໃກ້ຊິດ​ທີ່​ສຸດ​ຂອງ​ສະຫະລັດ ​ເຂົ້າພົບ​ໃນ​ວັນ​ຈັນ​ວານ​ນີ້​ເພື່ອ​ໃຫ້​ຄວາມ​ກະຈ່າງ​ແຈ້ງ ໃນການ​ໃຫ້​ຄວາມເຫັນ​ ແບບ​ໝິ່ນປະໝາດ ​ແລະ​ບໍ່​ເໝາະ​ສົມ ​ໂດຍ​ປະທານາທິບໍດີ Rodrigo Duterte ກ່ຽວ​ກັບເອກ​ອັກຄະ​ລັດຖະທູດ​ສະຫະລັດທ່ານ Philip Goldberg ອີງ​ຕາມ​ກະ ຊວງ​ການ​ຕ່າງປະ​ເທດ​ສະຫະລັດ.

ທ່ານ​ນາງ Elizabeth Trudeau ຜູ້ອຳນວຍການ​ດ້ານ​ປະຊາສຳພັນເລື້ອງຂ່າວ ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ພວກ​ເຮົາ​ໄດ້​ຂໍ​ໃຫ້ອຸບ​ປະ​ທູດ​ຟີ​ລິບ​ປິນ​ເຂົ້າມາ​ພົບຢູ່​ກະຊວງ​ການ​ຕ່າງປະ​ເທດເພື່ອ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ຄວາ​ມ​ເຫັນ​ເຫລົ່ານັ້ນ. ທ່ານ​ນາງ​ບໍ່​ໄດ້​ໃຫ້ການ​ອະທິບາຍ​ເພີ້ມຕື່ມ​ແຕ່ຢ່າງ​ໃດ​ກ່ຽວ​ກັບ​ການ​ໂອ້​ລົມ​ກັນ​ ລະຫວ່າງ​ເຈົ້າໜ້າ​ທີ່​ສະຫະລັດ ​ແລະ​ທ່ານ Patrick Chuasoto ອຸບປະ​ທູດ​ຂອງ​ຟີ​ລິບ​ປິນປະຈຳນະຄອນ​ວໍ​ຊິງ​ຕັນ.

ທ່ານ Duterte ​ໃນ​ລະຫວ່າງ​ການ​ພົບ​ປະ​ກັບ​ພວກ​ທະຫານ ທີ່​ຄ້າຍ​ທະຫານ​ແຫ່ງ​ນຶ່ງ​ໃນ​ອາທິດ​ແລ້ວນີ້ ມີ​ລາຍ​ງານ​ວ່າ ​ໄດ້​ກ່າວ​ເຖິງ​ທ່ານ Goldberg ​ແລະ ກ່າວ​ໂຈມ​ຕີ​ທ່ານ​ເປັນ​ການ​ສ່ວນ​ໂຕ. ທ່ານ Goldberg ​ໄດ້​ຕ້ອງ​ຕິ​ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ Duterte ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ທາງເພດ.

​ໃນ​ຂະນະ​ດຽວ​ກັນ ວໍ​ຊິງ​ຕັນ​ກໍ​ໄດ້​ສະ​ແດງ​ຄວາມ​ຕົກ​ໃຈ​ກ່ຽວ​ກັບ​ລາຍ​ງານ​ຂ່າວ​ທີ່​ວ່າ​ໄດ້​ມີ​ການ​ສັງຫານ​ແບບ​ຮວບ​ຮັດ​ຕັດ​ຕອນ ອັນ​ເປັນ​ຜົນ​ເນື່ອງ​ມາ​ຈາກ​ການ​ປຸກ ລະດົມ​ໃນ​ການ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ຂອງ​ທ່ານ Duterte.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ