ກຳມະການ ສືບລັບ ສະພາສູງ ສັ່ງໃຫ້ ຄະນະ ໂຄສະນາ ຂອງ ປ. ທຣໍາ ມອບເອກກະສານ ໃຫ້ຕົນ

ປະທານຄະນຳກຳມະການສືບລັບສະພາສູງ ທ່ານ Richard Burr ທີ່ສັງກັດພັກຣີພັບບລິກັນ (ຂວາ) ຈາກລັດ North Carolina ກັບຮອງປະທານກຳມະການ ທ່ານ Mark Warner ສະມາຊິກສະພາສູງ ພັກເດໂມແຄຣັດ ຈາກລັດ Virginia.

ຄະນະ​ກຳມະການ​ສືບ​ລັບ ຂອງ​ສະພາ​ສູງ​ສະຫະລັດ ​ໄດ້​ຮຽກຮ້ອງໃຫ້ອົງການໆ​ເມືອງ​
ຂອງ​ປະທານາທິບໍດີ​ ດໍ​ໂນ​ລ ທຣໍາ ມອບ​ເອກ​ກະສາ​ນ ອີ​ແມ​ລ ​ແລະ​ບັນ​ທຶກ​ໂທລະສັບ
ທັງ​ໝົດ ​ທີ່​ພົວພັນ​ກັບຣັ​ດ​ເຊຍ ຢ້ອນ​ຫລັງຄືນ​ໄປ​ຫາ​ປີ 2015 ​ໃຫ້ແກ່​ຄະນະ​ກຳມະການ​
ດັ່ງກ່າວ ອີງ​ຕາມລາຍ​ງານຂ່າວ​ຂອງ​ໜັງສືພິມ.

ໜັງສື​ພິມ Washington Post ລາຍ​ງານ​ ໃນ​ວັນ​ສຸກ​ວານ​ນີ້​ວ່າ ຄະນະ​ກຳ​ມະ​ການ​ສືບ​
ລັບ​ສະພາ​ສູງ ທີ່​ກຳລັງ​ສືບສວນເບິ່ງ ​ຄວາມ​ເປັນ​ໄປໄດ້ ທີ່ອາດມີ​ການ​ພົວພັນ​ລະຫວ່າງ
​ຄະນະ​ໂຄສະນາ​ຫາ​ສຽງ​ຂອງປະທານາທິບໍດີ​ທຣໍາ ​ແລະຣັດ​ເຊຍໄດ້​ສົ່ງ​ໜັງສື​ໄປ​ຫາ​ຄະ
ນະ​ກຳມະການ​ໂຄສະນາ​ຫາ​ສຽງ​ຂອງທ່ານ​ທຣໍາ​ ໃນອາທິດ​ແລ້ວ​ນີ້​ ເພື່ອໃຫ້​ມອບ​ຂໍ້​ມູນ​
ເຫລົ່ານັ້ນໃຫ້​ແກ່​ຕົນ.

ໜັງສືພິມ Washington Post ກ່າວ​ວ່າ ໜັງສື​ດັ່ງກ່າວ ໄດ້​ສົ່ງ​ໄປ​ເຖິງນາຍ​ຄັງຂອງ​ກຸ່ມ​ ​
ແລະ​ນັບ​ແຕ່​ນັ້ນ​ມາ ອະດີດ​ພະນັກງານ​ຈຳນວນ​ນຶ່ງ​ໄດ້​ຖື​ກ​ແຈ້ງ​ໃຫ້​ຊາບ ​ແລະ​ຂໍ​ໃຫ້​ຮ່ວມ
​ມື ອີງ​ຕາມ​ສອງ​ຄົນ​ທີ່​ໄດ້​ຖືກ​ແຈ້ງ​ໄປ​ນັ້ນ​.

ມີ​ລາຍ​ງານ​ວ່າ ໜັງສື​ດັ່ງກ່າວ ​ແມ່ນເຊັນ​ໂດຍປະທານ​ຄະນະ​ກຳມະການ ທ່ານ Richard
Burr ຈາກພັກຣີພັບ​ບລິ​ກັນ ​ແລະ ​ທ່ານ Mark Warner ຫົວໜ້າ ຂອງພັກ​ເດ​ໂມ​ແຄຣັດ
ຢູ່​ໃນຄະນະ​ກຳມະການ. ​ຫ້ອງການ​ຂອງ​ສະມາຊິກ​ສະພາ​ທັງ​ສອງ ບໍ່​ຍອມ​ໃຫ້​ຄວາມ​ເຫັນ​
ໃດໆ ກ່ຽວ​ກັບລາຍ​ງານຂ່າວ ​ຂອງ​ໜັງສື​ພິມ Washington Post.

ໜັງສືພິມລາຍ​ງານ​ວ່າ ນີ້ແມ່ນ​ເທືື່ອ​ທຳ​ອິດ ​ທີ່ຄະນະ​ໂຄສະ​ນາ​ຫາ​ສຽງ​ຢ່າງ​ເປັນ​ທາງ​ການ​
ຂອງ​ທ່ານ​ທຣໍາ ​ໄດ້​ຖືກ​ນຳ​ເຂົ້າ​ມາສູ່​ການ​ສືບສວນ​ຂອງສະພາ​ສູງ.

ນອກ​ນັ້ນ ຍັງມີ​ການ​ສື​ບສວນຂອງ​ລັດຖະບານ​ກາງ​ທີ່ມີ​ຂຶ້ນຕ່າງຫາກ ​ກຳລັງ​ດຳ ​ເນີນ​ຢູ່
ໂດຍໄອ​ຍະ​ການ​ພິ​ເສດ ຄືອະດີດ​ຜູ້ອຳນວຍການ ອົງການ​ສັນຕິ​ບານ​ກາງ FBI ທ່ານ
Robert Mueller ຈາກກະຊວງ​ຍຸຕິ​ທຳ​ສະຫະລັດ.

ຄະນະ​ກຳມະການ​ໂຄສະນາ​ຫາ​ສຽງຂອງ​ທ່ານທຣໍາ ​ເວລາ​ນີ້ ​ແມ່ນ​ນຳພາ​ໂດຍ​ອະດີດ
ຮອງ​ຜູ້ຈັດການໂຄສະ​ນາ​ຫາ​ສຽງ ທ່ານ Michael Glassner ​ແລະ ທ່ານ John Pence
ຫລານ​ຊາຍ​ຂອງ​ຮອງ​ປະທານາທິບໍດີ ທ່ານ Michael Pence ທີ່​ຍັງ​ບໍ່​ທັນ​ໄດ້​ສະໜອງ
ຕອບ ​ຕໍ່​ການ​ຂໍ​ຄວາມ​ເຫັນ ​ຂອງ​ໜັງ​ສື​ພິມ Washington Post ​ກ່ຽວ​ກັບ​ເລື່ອງ​ດັ່ງກ່າວ
​ແລະ​ເຊັ່ນ​ດຽວ​ກັນ ທຳນຽບຂາວ​ກໍຍັງ​ບໍ່​ທັນ​ໃຫ້​ຄວາມ​ເຫັນ​ໃດໆ​ເທື່ອ​ກ່ຽວ​ກັບ​ເລື່ອງ​ນີ້.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ