ປະທານາບໍດີສະຫະລັດ ທ່ານບາຣັກ ໂອບາມາ ຈະກ່າວຄຳປາໄສ ໃນວັນສຸກມື້ນີ້ ຊຶ່ງເປັນ ມື້ທີສອງແລະມື້ສຸດທ້າຍຂອງກອງປະຊຸມສຸດຍອດວ່າດ້ວຍຄວາມໝັ້ນຄົງນິວເຄລຍ ທີ່ນະ ຄອນຫຼວງວໍຊິງຕັນ ທີ່ມີພວກຜູ້ນຳຂອງໂລກຈຳນວນນຶ່ງເຂົ້າຮ່ວມນັ້ນ.
ຜູ້ນຳຂອງສະຫະລັດ ກ່າວໃນວັນພະຫັດວານນີ້ວ່າ ຫຼັງຈາກໄດ້ເກີດການໂຈມຕີຢູ່ໃນຫຼາຍ ບ່ອນ ຮວມທັງນະຄອນ Brussels ມັນຈຶ່ງບໍ່ພຽງແຕ່ ມີຄວາມຮີບດ່ວນເພີ້ມຂຶ້ນ ກ່ຽວກັບ ເລື້ອງນິວເຄລຍເທົ່ານັ້ນ ແຕ່ໂດຍທົ່ວໄປແລ້ວ ແມ່ນການລຶບລ້າງການກໍ່ຄວາມຫາຍານະ ຂອງພວກກໍ່ການຮ້າຍນຳດ້ວຍ.
ການເປັນເຈົ້າພາບຈັດກອງປະຊຸມສຸດຍອດນິວເຄລຍຄັ້ງທີສີ່ແລະກໍເປັນຄັ້ງສຸດທ້າຍຂອງ ທ່ານໂອບາມາມີຂຶ້ນ ໃນຂະນະທີ່ມີຄວາມກັງວົນຫລາຍຂຶ້ນ ກ່ຽວກັບຄວາມເປັນໄປໄດ້ທີ່ ກຸ່ມຫົວຮຸນແຮງລັດອິສລາມອາດຈະໃຊ້ລະເບີດທີ່ມີກຳມັນຕະພາບລັງສີດັ່ງກ່າວແລະກ່ຽວ ກັບການສ້າງອາວຸດນິວເຄລຍຂອງເກົາຫລີເໜືອ.
Your browser doesn’t support HTML5
Nuclear Security Summit
ຜູ້ນຳຂອງໂລກບາງຄົນ ທີ່ໄປຮ່ວມງານລ້ຽງອາຫານຄ່ຳ ຂອງກອງປະຊຸມສຸດຍອດ ຢູ່ທຳ ນຽບຂາວໃນຄືນວັນພະຫັດວານນີ້ແມ່ນມາຈາກປະເທດຕ່າງໆທີ່ໄດ້ຮັບຜົນກະທົບໂດຍ ກົງຈາກການໂຈມຕີຂອງພວກກໍ່ການຮ້າຍ.
ທີ່ງານລ້ຽງຮັບຮອງອາຫານຄ່ຳລະດັບລັດຖະມົນຕີຢູ່ກະຊວງການຕ່າງປະເທດສະຫະລັດ ນັ້ນ ລັດຖະມົນຕີການຕ່າງປະເທດ ທ່ານ John Kerry ກ່າວວ່າ ມັນມີບາງເວລາທີ່ຄວາມ ກ້າວໜ້າກ່ຽວກັບຄວາມໝັ້ນຄົງດ້ານນິວເຄລຍໄດ້ມີ ການຊັກຊ້າ ແລະຍັງມີອີກຫລາຍສິ່ງ ຫຼາຍຢ່າງໃຫຍ່ໆທີ່ຈະຕ້ອງໄດ້ກະທຳແຕ່ ທຸກບາດກ້າວຄືບໜ້າທີ່ພວກເຮົາເອົາ ແມ່ນເປັນ ບາດກ້າວ ໄປຈາກໄພອັນຕະລາຍ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ຖະແຫຼງກ່ອນງານລ້ຽງຮັບຮອງ ອາຫານຄ່ຳ ຂອງກະຊວງຕ່າງປະເທດ ສະຫະລັດ ຕ້ອນຮັບ ຄະແນນຜູ້ແທນ ເຂົ້າຮ່ວມ ກອງປະຊຸມສຸດຍອດ ນິວເຄລຍ ທີ່ວໍຊິງຕັນ
ໃນຕອນເຊົ້າ ວັນພະຫັດວານນີ້ ທ່ານໂອບາມາ ໄດ້ປະຊຸມຫລາຍໆຄັ້ງກັບພວກຜູ້ນຳຂອງ ໂລກ ກ່ອນທີ່ໄດ້ຮັບຂ່າວວ່າ ເກົາຫລີເໜືອໄດ້ທົດລອງຍິງໃນອັນທີ່ສົງໄສວ່າເປັນລູກສອນ ໄຟຂີປະນາວຸດ.
ທ່ານໄດ້ພົບປະກັບປະທານາທິບໍດີ Park Geun-hye ແຫ່ງເກົາຫຼີໃຕ້ແລະນາຍົກລັດຖະ ມົນຕີຍີ່ປຸ່ນ ທ່ານ Shinzo Abe ເພື່ອຫາລືກ່ຽວກັບໄພຂົ່ມຂູ່ ຂອງເກົາຫຼີເໜືອ ຫລັງຈາກ ພຽງຢາງໄດ້ທົດລອງນິວເຄລຍໃນເດືອນມັງກອນແລະຍິງລູກສອນໄຟໄລຍະໄກໃນເດືອນ ກຸມພາຜ່ານມາ.
ນອກນັ້ນພຽງຢາງຍັງໄດ້ເປັນຈຸດເພັ່ງເລັງ ເວລາປະທານາທິບໍດີີໂອບາມາໄດ້ນັ່ງລົມກັນກັບ ປະທານປະເທດຈີນ ທ່ານສີ ຈິ້ນຜິງ.
Your browser doesn’t support HTML5
President Obama Hosts White House Dinner for 50 Leaders