ງານສະແດງທີ່ນະຄອນຫຼວງ ວໍຊິງຕັນ ສະໜອງພາບແສງແລະສີຂອງມະຫາສະໝຸດ ທີ່ເອີ້ນວ່າ ‘twilight zone’

Your browser doesn’t support HTML5

ງານສະແດງທີ່ນະຄອນຫຼວງ ວໍຊິງຕັນ ສະໜອງພາບແສງແລະສີ ຂອງມະຫາສະໝຸດ

ສະຖານທີ່ວາງສະແດງໃໝ່ຢູ່ນະຄອນຫຼວງ ວໍຊິງຕັນ ໄດ້ຊ່ວຍ​ອະ​ທິ​ບາຍ ກ່ຽວກັບ ສິ່ງທີ່ບໍ່ຄ່ອຍຮູ້ຈັກກັນຫຼາຍຂອງຊັ້ນຕ່າງໆໃນທະເລ ແລະ ພວກສັດສາວາສິ່ງຕ່າງໆທີ່ອາໄສຢູ່ທີ່ນັ້ນ. ສູນສິລະປະທີ່ຊື່ວ່າ Artechouse ແລະ ສະຖາບັນ Woods Hole Oceanographic ໄດ້ຮ່ວມມືກັນ​ວາງ​ສະ​ແດງສິ່ງມະຫັດສະຈັນ ທີ່ເອີ້ນວ່າ ‘Twilight Zone’ ຫຼືເຂດແສງໄຟຂອບຟ້າ ໃນຫົວຂໍ້: ສິ່ງມະຫັດສະຈັນທີ່ລຶກລັບຂອງມະຫາສະໝຸດ, ໂດຍ ແມັກຊິມ ແອດຳສ໌ ມີລາຍງານເລື້ອງນີ້.

ປາມຶກຍັກ, ພວກ​ແມງ​ກະ​ພຸນ ທີ່ມີສີສັນຫຼອນປະສາດ, ປາແອງເກຣີ ຫົວໃຫຍ່ ທີ່ໜ້າຢ້ານ ແລະສິ່ງທີ່ມີຊີວິດຂະໜາດນ້ອຍໆໃນທະເລ - ພວກສັດຢູ່ໃນທະເລ ເລິກທັງຫຼາຍເຫຼົ່ານີ້ ແມ່ນເປັນໂຕເດັ່ນໃນລາຍການທັງພາບແລະສຽງໃໝ່ ຢູ່ທີ່ ສູນກາງສິລະປະ Artechouse ຂອງວໍຊິງຕັນ.

ໂຄງ​ການ ‘Twilight Zone’: ໃນຫົວຂໍ້ ສິ່ງມະຫັດສະຈັນລຶກລັບຂອງມະຫາ ສະໝຸດ ເປັນໂຄງການຮ່ວມມືກັນຂອງ Artechouse ແລະ ສະຖາບັນ Woods Hole Oceanographic ເປັນອົງການອິດສະຫຼະບໍ່ຫວັງຜົນກຳໄລ ທີ່ໄດ້ອຸທິດທຸ້ມເທໃສ່ການວິໄຈ, ການຄົ້ນຄວ້າ ແລະການສຶກສາດ້ານມະຫາສະໝຸດ.

ທ່ານນາງ ຮາຍດີ ໂຊສິກ ຈາກສະຖາບັນ Woods Hole Oceanographic ກ່າວວ່າ “ເປັນເວລາຫົກປີທີ່ຜ່ານມາ, ຂ້ອຍໄດ້ຊ່ອຍນຳພາທີມງານຂອງບັນດາ ນັກວິທະຍາສາດ, ນັກວິສະວະກອນ ແລະນັກຊ່ຽວຊານ ດ້ານການສື່ສານ ໃນໂຄງການໃຫຍ່ອັນນຶ່ງ ທີ່ພວກເຮົາຕ້ອງໄດ້ເຮັດ ກໍຄື ການວິໄຈເພື່ອຄົ້ນຄວ້າ ແລະຮຽນຮູ້ກ່ຽວກັບພາກສ່ວນທີ່ມະຫັດສະຈັນຂອງໂລກພວກເຮົາ ທີ່ເອີ້ນວ່າ Ocean Twilight Zone ໃຫ້ຫຼາຍຂຶ້ນຕື່ມ.”

Twilight Zone ນີ້ ເປັນນຶ່ງໃນພາກສ່ວນຂອງມະຫາສະໝຸດທີ່ໄດ້ຖືກຄົ້ນ ຄວ້າໜ້ອຍຫຼາຍ ແລະເປັນພາກສ່ວນທີ່ມີຄວາມລຶກລັບຫຼາຍ. ຊັ້ນຂອງນ້ຳທະເລ ລະຫວ່າງ 200 ແລະ 1000 ແມັດຈາກເທິງໜ້ານ້ຳລົງໄປ, ເຄິງນຶ່ງຂອງມັນ ແມ່ນຢູ່ໃນຄວາມໝືດຕະຫຼອດເວລາ, ຂະນະທີ່ແສງຕາເວັນບໍ່ຄ່ອຍສ່ອງເລິກລົງ ໄປຮອດລະດັບນັ້ນໄດ້. ບາງສ່ວນຂອງທະເລພວກສັດທະເລທັງຫຼາຍ ທີ່ອາໄສຢູ່ທີ່ນັ້ນ ພຽງເດີນທາງຂຶ້ນໄປເທິງໜ້ານ້ຳໃນຕອນຄ່ຳເພື່ອຫາອາຫານ.

ສິ່ງທີ່ມີຊີວິດຫຼາຍຢ່າງໃນເຂດທີ່ມີແສງໄຟ ຫຼື twilight zone ສາມາດເຍືອງ​ແສງ​ຫາ​ທາງຂອງມັນເອງໄດ້ ເພື່ອເດີນທາງເລິກລົງໄປໃນມະຫາສະໝຸດມືດ ຍ້ອນຂະບວນການດ້ານສານເຄມີ ທີ່ເອີ້ນວ່າ ບາຍໂອບລູມີເນສເສັນ (bioluminescence). ພວກສັດເຫຼົ່ານັ້ນໃຊ້ພະລັງພິເສດນີ້ເພື່ອສື່ສານກັນ, ດຶງດູດຄູ່ປະສົມພັນ ແລະປົກປ້ອງໂຕພວກມັນເອງຈາກພວກນັກລ່າຢູ່ທະເລ ເລິກ, ໂດຍການຫັນປ່ຽນບ່ອນເລິກໃຫ້ກາຍເປັນການສະແດງແສງສີໄຟທີ່ ງົດງາມ.

ງານສະແດງດັ່ງກ່າວ ເພັ່ງເລັງໃສ່ບໍ່ພຽງແຕ່ຄວາມງາມຂອງແສງສີ twilight zone ເທົ່ານັ້ນ ແຕ່ເປັນບົດບາດທີ່ສຳຄັນຍິ່ງທີ່ມັນມີຕໍ່ຊີວິດການເປັນຢູ່ທີ່ດີຂອງ ໂລກເຮົາ.

ທ່ານນາງ ຮາຍດີ ໂຊຊິກ ຈາກສະຖາບັນ Woods Hole Oceanographic ກ່າວວ່າ “ໃນຖານະນັກວິທະຍາສາດ, ຍິ່ງພວກເຮົາຮຽນຮູ້ຫຼາຍປານໃດ ກ່ຽວກັບ ເຂດແສງສີ twilight zone ຂອງມະຫາສະໝຸດ ພວກເຮົາກໍຈະຮູ້ຈັກຫຼາຍຂຶ້ນ ເຖິງຄວາມສຳຄັນຂອງມັນຕໍ່ຜົນຜະລິດຂອງມະຫາສະໝຸດ, ຜົນຜະລິດຂອງ ໂລກ-ແລະແມ່ນກະທັງຊ່ອຍຄວບຄຸມສະພາບອາກາດຂອງໂລກທັງມວນ!”

ງານສະແດງນີ້ ເປັນການປະສານງານຮ່ວມກັນຢ່າງຕໍ່ເນື່ອງຂອງ Artechouse ກັບສະຖາບັນວິທະຍາສາດທັງຫຼາຍຢູ່ທົ່ວໂລກ.

ທ່ານ ແຊນໂດຣ ແຄຣີສເຊລຣິຈ ເປັນຜູ້ສ້າງຕັ້ງ ແລະຫົວໜ້າຝ້າຍປະດິດສິ່ງ ສ້າງສັນຂອງ Artechouse ກ່າວວ່າ “ຈາກການປະສານງານກັບອົງການ NASA, ເມື່ອພວກເຮົາໄດ້ໂອ້ລົມກັນກ່ຽວກັບຈັກກະວານ ແລະຮູບພາບທີ່ງົດ ງາມທັງຫຼາຍຈາກ ກ້ອງສ່ອງດາວຂອງ James Webb ຕໍ່ຈາກນັ້ນ ພວກເຮົາ ກໍໄດ້ປະສານງານກັບ ກຸ່ມສັງຄົມພົນລະເຮືອນ ເພື່ອໃຫ້ບັນດານັກປະສາດ ວິທະຍາ ໄດ້ສົນທະນາກັນກ່ຽວກັບໂລກ ແລະຈັກກະວານ ແລະແມ່ນຫຍັງເກີດ ຂຶ້ນກັບສະໝອງຂອງພວກເຮົາ............”

ງານສະແດງນີ້ ສະເຫຼີມສະຫຼອງຄວາມງົດງານທາງທຳມະຊາດຂອງສິ່ງທີ່ມີຊີວິດ ໃນທະເລທີ່ລຶກລັບທັງຫຼາຍເຫຼົ່ານັ້ນ ແລະຍົກໃຫ້ເຫັນເຫດຜົນທີ່ພວກເຮົາຕ້ອງ ເຂົ້າໃຈໃຫ້ດີກວ່າເກົ່າ ກ່ຽວ​ກັບ ພາກສ່ວນທີ່ໃຫຍ່ທີ່ສຸດຂອງໂລກເຮົາ....ທີ່ເປັນ ສ່ວນຢູ່ໃຕ້ນ້ຳທະເລນັ້ນ.

ອ່ານລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

Giant squid, psychedelic jellyfish, intimidating anglerfish and microscopic plankton — these deep-sea creatures are starring in a new audiovisual show at Washington’s Artechouse art center.

Twilight Zone: Hidden Wonders of the Ocean is a joint project of Artechouse and the Woods Hole Oceanographic Institution, an independent nonprofit organization dedicated to ocean research, exploration and education.

“For the last six years, I’ve been helping to lead a team of scientists, engineers and communication experts in a big project that we have to do research to explore and learn more called the Ocean Twilight Zone.”

The Twilight Zone is one of the less explored and more mysterious parts of the ocean. A layer of water between 200 and 1000 meters below the surface, it is in constant semi-darkness, as sunlight hardly reaches such depths. Some of the sea creatures who live there only travel to the surface at night to find food.

Many twilight zone inhabitants can light their own way in the dark ocean depths thanks to a chemical process called bioluminescence. They use this superpower to communicate, attract mates and protect themselves from deep-water predators, turning the deep waters into a magnificent light show.

The exhibit focuses on not only the beauty of the twilight zone, but the vital role it plays in the well-being of our planet.

“The more we, as scientists, learn about the ocean’s twilight zone, the more we know how important it is to the productivity of the ocean, the productivity of Earth – and it even helps regulate the climate of the whole planet!”

This exhibition is the continuation of Artechouse’s collaboration with scientific institutions around the world.

“From the collaboration with NASA, when we were talking about our universe and amazing pictures from James Webb telescope. Then we had a collaboration with a Society for Neuroscience talked about the world and universe and what’s happening with our brain…”

The exhibition celebrates the natural beauty of these mysterious sea creatures and makes a case for why we need to better understand the largest part of our world ... the part that is underwater.