ພະນັກງານ​ດັບ​ເພີງ​ຈີນ 5 ຄົນ ​​ເສຍ​ຊີວິດ ​ໃນສາງ​ແຫ່ງໜຶ່ງ ທີ່ຖືກໄຟໄໝ້

Your browser doesn’t support HTML5

ເບິ່ງວີດີໂອ ກ່ຽວກັບ0jk;ນີ້

ພະນັກງານ​ດັບ​ເພີງ 5 ຄົນ ​ໄດ້​ເສຍ​ຊີວິດ ​ໃນສາງ​ແຫ່ງໜຶ່ງ ​ທີ່​ຖືກ
ໄຟ​ໄໝ້ ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ຈີນ.

ສື່​ຂ່າວ​ຂອງ​ທາງ​ການ​ຈີນ ກ່າວ​ວ່າ ພວກ​ເຄາະ​ຮ້າຍ​ດັ່ງກ່າວ ​ຖືກ​
ຕັນຢູ່​ພາຍ​ໃຕ້ຊາກ​ຫັກ​ພັງ ​ເວລາຊັ້ນ​ເທິງ​ຂອງ​ຕຶກ​ໄດ້​ຫັກ​ພັງ​ລົງ​ມາ
ທັບ​ເອົາ​ເຂົາ​ເຈົ້າ ​ເມື່ອ​ຕອນ​ແລງ​ຂອງ​ວັນ​ສຸກ​ມື້ກ່ອນ ​ໃນ​ຂະນະ​ທີ່​
ເຂົາ​ເຈົ້າ ພະຍາຍາມທີ່​ຈະມອດໄຟ​ຢູ່ນັ້ນ ​ທີ່​ເມືອງ Harbin ​ໃນ​ແຂວງ Heilongjiang.

ພະນັກງານ​ດັບ​ເພີງ ຫຼາຍກວ່າ ສິບ​ຄົນ ​ໄດ້​ຮັບ​ບາດ​ເຈັບ ຢູ່​ທີ່​ສາງ​ດັ່ງກ່າວ ຊຶ່ງ​ເປັນ​ສ່ວນ
​ໜຶ່ງ​ຂອງ​ອາຄານ ທີ່ຢູ່​ອາ​ໄສ​ຂອງພົນລະ​ເມືອງ. ພົນລະ​ເມືອງ​ຈຳນວນ​ໜຶ່ງ​ໄດ້​ຖືກ ຍົກຍ້າຍ​
ອອກໄປ. ​ສາເຫດ​ຂອງ​ການ​ເກີດ​ໄຟ​ໄໝ້​ນັ້ນ ​ແມ່ນ​ກຳລັງ​ຢູ່​ໃນ​ຂັ້ນສືບສວນ​ສອບ​ສວນ.

Five firefighters have died in a warehouse fire in northeastern China.

Chinese state media say the victims became trapped under debris when an upper floor collapsed onto them late Friday as they were attempting to put out the fire in Harbin City of Heilongjiang Province.

More than a dozen firefighters were injured at the warehouse, which is part of a residential building.Several people were evacuated.The cause is being investigated.