ສະມາຊິກສະພາສູງ ແລະ ສະພາຕ່ຳສະຫະລັດກຸ່ມນຶ່ງ ທີ່ໄປ
ຢ້ຽມຢາມຫວຽດນາມ ໄປຢືນຫຸ້ມກັນ ເພື່ອກົດປຸ່ມ ໃຫຍ່ປຸ່ມນຶ່ງ ເພື່ອເລີ້ມຕົ້ນຂີດໝາຍຂັ້ນຕອນໃໝ່ ໃນການກວດລ້າງ ສານ
ເຄມີ ທີ່ຖືວ່າເປັນນຶ່ງໃນບັນດາມໍລະດົກທີ່ອັນຕະລາຍທີ່ສຸດທີ່
ຕົກທອດມາຈາກ ສົງຄາມຫວຽດນາມ ກໍຄື Agent Orange
ຫຼື ຝົນເຫລືອງ.
ກອງທັບສະຫະລັດ ໄດ້ສີດພົ່ນ ສານເຄມີຂ້າພືດທີ່ວ່ານີ້ ໃສ່ປ່າ
ຂອງຫວຽດນາມ ເພື່ອທຳລາຍຕົ້ນໄມ້ທັງຫຼາຍ ທີ່ປົກບັງທະຫານ
ຄອມມິວນິດ. ຜົນກະທົບທີ່ບໍ່ໄດ້ເຈດຕະນາ ແຕ່ເປັນພິດຮ້າຍແຮງ
ຂອງສານເຄມີດັ່ງກ່າວ ຄື ສານພິດດາຍອ໊ອກຊິນ ໄດ້ຖືກເອົາໄປພົວພັນກັບໂຣຄາພະຍາດຫລາຍຢ່າງ ເຊັ່ນ ໂຣກເບົາຫວານ ໂຣກມະເຮັງ ແລະ ອາການຜິດປົກກະຕິຂອງເດັກທາລົກເກີດໃໝ່.
ເຂດນຶ່ງໃນ 28 ເຂດທີ່ມີ ສານດາຍອ໊ອກຊິນ ຫລາຍທີ່ສຸດ ຢູ່ໃນຫວຽດ ນາມ ກໍຄື ຖານທັບອາກາດ ດານັງ ທີ່ໄດ້ຖືກໃຊ້ ເປັນ ບ່ອນເກັບສານ Agent Orange. ໂຄງການກຳຈັດສານດັ່ງກ່າວ ທີ່ມີມູນຄ່າ 84 ລ້ານໂດລາ ໄດ້ລົງມືຈັດຕັ້ງປະຕິບັດຢ່າງເປັນທາງການ ໃນປີ 2012 ໂດຍມີເປົ້າໝາຍເພື່ອລົບລ້າງສານເຄມີທີ່ເຈືອປົນຢູ່ກັບດິນນັ້ນອອກ ໃຫ້ໝົດສິ້ນໄປ ໂດຍການອົບດິນ ໃນອຸນຫະພູມສູງ.
ເອກອັກຄະລັດຖະທູດສະຫະລັດ ປະຈຳຫວຽດນາມ ທ່ານ David Shear ໄດ້ມີຄວາມເຫັນ ໃນພິທີດັ່ງກ່າວ.
ທ່ານ David Shear ເວົ້າວ່າ:
“ພວກເຮົາ ສ້າງໂຄງສຳລັບບັນຈຸດິນ ທີ່ມີຂະນາດປະມານເທົ່າກັບເດີ່ນເຕະບານ ແລ້ວກໍເອົາດິນທີ່ມີສານເຄມີດາຍອ໊ອກຊິນ ເຈືອປົນຢູ່ນັ້ນ ໃນປະລິມານ 45 ພັນແມັດກ້ອນ
ມາໃສ່….ໂດຍເລີ້ມຕັ້ງແຕ່ມື້ນີ້ໄປ ດິນຢູ່ໃນໂຄງສ້າງ ຫຼືເຕົາອົບອັນນັ້ນ ກໍຈະຖືກອົບໃນຄວາມຮ້ອນທີ່ສູງທີ່ສຸດ ເພື່ອທຳລາຍ ສານດາຍອ໊ອກຊິນ. ຫຼັງຈາກນັ້ນ ປະມານ 4
ເດືອນ ດິນດັ່ງກ່າວກໍຈະນຳໄປກວດເບິ່ງ ເພື່ອຢືນຢັນວ່າເປົ້າໝາຍໂຄງການລົບລ້າງສານເຄມີນີ້ ເປັນຜົນສຳເລັດ.”
ສະມາຊິກສະພາສູງ Patrick Leahy ທີ່ເປັນຜູ້ນຳພາຄະນະຜູ້ແທນ ກ່າວວ່າ ໂຄງການນີ້
ມີ 4 ເປົ້າໝາຍ ດ້ວຍກັນ.
ທ່ານ Patrick Leahy ເວົ້າວ່າ:
“ເປົ້າໝາຍທີນຶ່ງ ກໍຄື ເພື່ອລົບລ້າງ ອັນຕະລາຍຈາກສານດາຍອ໊ອກຊິນ ຕໍ່ປະຊາ
ຊົນທີ່ອາໄສຢູ່ໃນເຂດນີ້. ສອງ ເພື່ອສະແດງໃຫ້ເຫັນວ່າເປັນເວລາຫຼາຍປີມາແລ້ວ ສະຫະລັດບໍ່ໄດ້ເມີນເສີຍຕໍ່ບັນຫານີ້ ພວກເຮົາໄດ້ກັບຄືນມາ ແກ້ໄຂມັນ. ສາມ
ປະເທດເຮົາທັງສອງ ສາມາດຮ່ວມມືກັນໄດ້ ເພື່ອແກ້ໄຂບັນຫານຶ່ງ ຊຶ່ງໄດ້ກີດກັ້ນການສ້າງສາຍພົວ ພັນໃຫ້ດີຂຶ້ນ ເປັນເວລາຫຼາຍກວ່າ 3 ທົດສະວັດມາແລ້ວ.
ສີ່ ເພື່ອປັບປຸງການບໍລິການໃຫ້ແກ່ພວກປະຊາຊົນທີ່ພິການ ບໍ່ວ່າຍ້ອນສາເຫດອັນ
ໃດກໍຕາມ ລວມເຖິງກໍລະນີທີ່ອາດເປັນຜົນສືບເນື່ອງ ມາຈາກສານເຄມີ Agent Orange ນັ້ນ ກໍຕາມ.”
ການປົວແປງບາດແຜຂອງສົງຄາມ ແມ່ນໄດ້ເປັນບັນຫາສຳຄັນ ສຳລັບ ສອງປະເທດ
ຕັ້ງແຕ່ມີການຜູກສາຍພົວພັນທາງການທູດ ຂັ້ນປົກກະຕິ ນຳກັນ ເມື່ອເກືອບ 2 ທົດສະວັດ
ມາແລ້ວ. ການກວດລ້າງທຳລາຍ ສານພິດດັ່ງກ່າວ ໄດ້ກາຍມາເປັນສັນຍາລັກຂອງ
ຄວາມກ້າວໜ້າໃນ ການຮ່ວມມືກັນ ລະຫວ່າງລັດຖະບານທັງສອງ ອັນເປັນເລື້ອງນຶ່ງ
ທີ່ເອກອັກຄະລັດຖະທູດ ສະຫະລັດ ທ່ານ Shear ໄດ້ກ່າວເຖິງ ໃນຄຳປາໄສໃນພິທີເປີດໂຄງການນີ້.
ທ່ານ Shear ເວົ້າວ່າ:
“ປະທານາທິບໍດີ Obama ແລະ ປະທານາທິບໍດີ Sang ໄດ້ເປີດ ໂຄງການພາຄີ
ຮອບດ້ານສະຫະລັດ-ຫວຽດນາມ ໃນລະດູຮ້ອນທີ່ຜ່ານມານີ້. ຂ້າພະເຈົ້າຄິດວ່າ
ບໍ່ມີອັນໃດທີ່ຈະເປັນແບບຢ່າງຂອງມິດຕະ ພາບ ທີ່ເຕີບໃຫຍ່ຂຶ້ນນັບມື້ ຂອງພວກ
ເຮົາ ດີໄປກວ່າໂຄງການນີ້.”
ເວລານີ້ ກໍກຳລັງມີການປະເມີນຜົນກະທົບ ຕໍ່ສະພາບແວດລ້ອມ ຢູ່ທີ່ ຄ້າຍທະຫານອາກາດເກົ່າອີກແຫ່ງນຶ່ງ ຢູ່ Bien Hoa.
ເຖິງແມ່ນວ່າ ສະຫະລັດຈະສືບຕໍ່ ທຸ້ມເທທຶນເຂົ້າໃສ່ໂຄງການທຳລາຍ ສານພິດ Agent Orange ແລະ ຊ່ວຍເຫຼືອພວກຄົນທີ່ພິການ ໃນຫວຽດນາມ ກໍຕາມ ແຕ່ວໍຊິງຕັນ ກໍບໍ່ເຄີຍຍອມຮັບຜິດ ຕໍ່ບັນຫາສຸຂະພາບທີ່ເກີດຈາກສານດາຍອ໊ອກຊິນ.
ສາດສະດາຈານ Carl Thayer ຈາກ ມະຫາວິທະຍາໄລ New South Wales ໃນ
ອອສເຕຣເລຍ ມີຄວາມເຫັນ ດັ່ງນີ້:
ທ່ານ Thayer ເວົ້າວ່າ:
“ອາເມຣິກາ ກຳລັງພະຍາຍາມ ທີ່ຈະຫລີກລ່ຽງ ກໍລະນີທີ່ຈະຕ້ອງໄດ້ ຈ່າຍຄ່າຊົດ
ເຊີຍແບບນຶ່ງຕໍ່ນຶ່ງ ທັງຫຼາຍ ໂດຍໂຕ້ແຍ້ງວ່າ ພື້ນຖານທາງດ້ານວິທະສາດ ແມ່ນ
ບໍ່ຈະແຈ້ງ ແບບເວົ້າວ່າ ທ່ານບໍ່ມີພື້ນຖານ ແລະທ່ານກໍບໍ່ຮູ້ກ່ຽວກັບ ພັນທຸກຳພວກປະຊາຊົນເຫລົ່ານັ້ນ ວ່າເປັນ ແນວໃດ ໃນເບື້ອງຕົ້ນ. ຄຳເວົ້າເຫລົ່ານັ້ນແຫລະ ຄື
ສິ່ງທີ່ທະນາຍຄວາມ ທີ່ດີ ຈະນຳມາໃຊ້ ໃນການໂຕ້ແຍ້ງ ໃນສານ.”
ໃນປີ 2004 ຊາວຫວຽດນາມກຸ່ມນຶ່ງ ໄດ້ຟ້ອງຮ້ອງ ພວກບໍລິສັດທີ່ຜະລິດສານເຄມີ Agent Orange ຂຶ້ນສານ ຢູ່ໃນສະຫະລັດ ແຕ່ວ່າ ຜູ້ພິພາກສາລັດຖະບານກາງສະຫະ ລັດຄົນນຶ່ງ ໄດ້ຍົກຟ້ອງ ໂດຍອ້າງເຫດຜົນວ່າ ການນຳໃຊ້ສານເຄມີເພື່ອທຳລາຍໃບໄມ້ ບໍ່ໄດ້ລະເມີດຕໍ່ ກົດໝາຍນາໆຊາດ ໃນເວລານັ້ນ.

Your browser doesn’t support HTML5