ອະດີດທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີ Donald Trump ທ່ານ
Michael Flynn ໄດ້ສະເໜີ ທີ່ຈະໃຫ້ຄວາມຮ່ວມມື ກັບຄະນະສືບສວນ ຂອງລັດຖະ
ສະພາ ໃນກວດກາເບິ່ງການຕິດຕໍ່ລະຫວ່າງທີ່ພວກທີ່ປືກສາໃນການ ໂຄສະນາຫາ
ສຽງຂອງທ່ານ Trump ແລະຣັດເຊຍເວລາໃດທີ່ທ່ານ Flynn ໄດ້ຮັບສິດຄຸ້ມກັນຈາກ
ການບໍ່ຖືກຈັບ.
Your browser doesn’t support HTML5
Russian Election Meddling Tactics Exposed at Senate Hearing
ໜັງສືພິມ Wall Street ລາຍງານໃນວານນີ້ວ່າ ທ່ານ Flynn ກຳລັງຢູ່ໃນລະ ຫວ່າງ
ການເຈລະຈາ ໃນຄວາມພະຍາຍາມເພື່ອໃຫ້ໄດ້ຮັບຄຳໝັ້ນສັນຍາກ່ຽວກັບ ສິດຄຸ້ມກັນ
ພິເສດ ແຕ່ວ່າຍັງບໍ່ມີໃຜເຫັນພ້ອມ ກັບເງື່ອນໄຂຂອງທ່ານນັ້ນເທື່ອ.
ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະລັດ ທ່ານ Sergey Kislyak.
ທະນາຍຄວາມ ທ່ານ Flynn ຄືທ່ານ Robert Kelner ກ່າວຢູ່ໃນຖະແຫລງ ການສະ
ບັບນຶ່ງ ໃນວັນພະຫັດວານນີ້ວ່າ “ນາຍພົນ Flynn ແນ່ນອນ ມີເລື່ອງທີ່ຈະບອກ ແລະ
ທ່ານຕ້ອງການຢາກບອກທີ່ສຸດ ຖ້າຫາກສະພາບການອຳນວຍໃຫ້. ພວກເຮົາຈະບໍ່
ກ່າວຫຍັງໃນປັດຈຸບັນນີ້ ກ່ຽວກັບລາຍລະອຽດຂອງການຫາ ລືລະຫວ່າງທະນາຍ
ຄວາມຂອງນາຍພົນ Flynn ແລະຄະນະກຳມະການສືບລັບສະພາຕໍ່າ ແລະສະພາ
ສູງ ນອກເໜືອໄປຈາກໃຫ້ການຢືນຢັດວ່າ ການຫາລືເຫຼົ່າ ນັ້ນໄດ້ເກີດຂຶ້ນແທ້."
ທ່ານ Clinton Watts (ຂວາ) ຈາກສະຖາບັນຄົ້ນຄວ້າ ນະໂຍບາຍຕ່າງປະເທດ.
ທ່ານ Kelner ໄດ້ກ່າວຕໍ່ໄປອີກວ່າ “ບໍ່ມີບຸກຄົນທີ່ມີເຫດຜົນໃດໆ ຈະຕອບຄຳຖາມ
ກ່ຽວກັບເລື່ອງທີ່ມີຄວາມສຳຄັນສູງທາງດ້ານການເມືອງ ໃນສະພາບທີ່ຖືກຕາມລ່າ
ໂດຍປາດສະຈາກການຄໍ້າປະກັນຕໍ່ການລົງໂທດທີ່ບໍ່ທ່ຽງທໍາ.”
ສະມາຊິກສະພາສູງ ພັກຣີພັລລິກັນ ທ່ານ Senator Marco Rubio.
ທ່ານ Flynn ນາຍພົນໂທເບ້ຍບຳນານ ໄດ້ຖືກບັງຄັບໃຫ້ລາອອກຈາກການເປັນທີ່ປຶກ
ສາທີ່ໃກ້ຊິດທີ່ສຸດຂອງທ່ານ Trump ຫລັງຈາກມີການເປີດເຜີຍວ່າ ທ່ານບໍ່ ໄດ້ບອກ
ຄວາມຈິງກັບຮອງປະທານາທິບໍດີ Mike Pence ກ່ຽວກັບການຕິດຕໍ່ຂອງທ່ານ ກັບ
ເອກອັກຄະລັດຖະທູດຣັດເຊຍ ທ່ານ Sergey Kislyak.
ສະມາຊິກສະພາສູງ ທ່ານ Richard Burr ພັກຣີພັບບລິກັນ ຈາກລັດ North Carolina.
ຄະນະກຳມະການສືບລັບສະພາຕໍ່າ ແລະສະພາສູງ ກຳລັງກວດກາເບິ່ງວ່າມີ ສະມາ
ຊິກໃດໆຂອງທ່ານ Trump ອາດຈະປະສານງານກັບພວກນັກສືບຂອງລັດຖະບານ
ຣັດເຊຍ ເພື່ອຊອກຫາທາງແຊກແຊງເຂົ້າໃນການເລືອກຕັ້ງປະທາ ນາທິບໍດີໃນປີ
ກາຍນີ້.
ປະທານຄະນະກຳມະການສຶບລັບ ສະພາຕໍ່າ ທ່ານ Devin Nunes ພັກຣີພັບບລິກັນ ຈາກລັດ California.
ບັນດາຜູ້ຊ່ຽວຊານໄດ້ກ່າວຕໍ່ ຄະນະກຳມະການສືບລັບສະພາສູງ ໃນວັນພະຫັດວານ
ນີ້ວ່າ ຣັດເຊຍໄດ້ປະສົບຄວາມສຳເລັດໃນການປຸກລະດົມແບບທີ່ບໍ່ເຄີຍມີມາກ່ອນ
ເພື່ອແຊກແຊງເຂົ້າໃນການສົນທະນາທາງການເມືອງຂອງອາເມຣິກາ ລະຫວ່າງ
ການໂຄສະນາຫາສຽງເລືອກຕັ້ງ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Senate Intell Russia