ຕະ​ຫຼາດ​ຮຸ້ນ Wall Street ຟື້ນໂຕກັບ​ຄືນ​ມາ ​ຈາກ​ລາຄາຕົກ​ຕ່ຳ ເປັນ​ປະ​ຫວັດ​ການ

ພະ​ນັກ​ງານ​ແລກ​ປ່ຽນ​ຕະ​ຫຼາດ​ຮຸ້ນ

ຕະ​ຫຼາດ​ການ​ຮຸ້ນ Wall Street ໄດ້​ຟື້ນໂຕ​ຄືນ​ມາ​ນ້ອຍ​ນຶ່ງ​ຈາກ​ການ​ສູນ​ເສຍ​ໄປ​ເປັນ​ປະ
​ຫວັດ​ການໃນວັນ​ຈັນ​ທີ່​ຜ່ານມາ ຍ້ອນຂ່າວ​ຈາກ​ທຳ​ນຽບ​ຂາວກ່ຽວກັບການ​ສະ​ເໜີ​ໃຫ້​ມີ
​ການ​ກະ​ຕຸ້ນເສດຖະກິດ ແຕ່​ບັນ​ດາ​ນັກ​ວິ​ເຄາະ​ກ່າວ​ວ່າ ຕະຫຼາດທີ່ຊົບ ເຊົາອາດຈະຍັງ
ຄອບງຳ​ໄປ​ອີກຊົ່ວ​ໄລ​ຍະ​ນຶ່ງ.

ດັດ​ຊະ​ນີ Dow Jones Industries Average ຖີບໂຕຂຶ້ນ 1,000 ຈຸດໃນ​ວັນ​ອັງ​ຄານ
​ວານ​ນີ້ ມີລາຄາສູງ​ຂຶ້ນ 5 ເປີ​ເຊັນ ຫຼັງ​ຈາກໄດ້ຕົກລາຄາ 3,000 ຈຸດໃນ ​ວັນ​ຈັນ​ທີ່​ຜ່ານ​ມາ.

ດັດ​ຊະ​ນີ The Satandard & Poors 500 ແລະ NASDAQ ຕ່າງກໍມີລາຄາ​ສູງຂຶ້ນ
6 ເປີ​ເຊັນ. ສ່ວນດັດ​ຊະ​ນີຮຸ້ນທີ່ສຳຄັນໆຂອງອັງກິດ ຝຣັ່ງ ແລະເຢຍຣະ ມັນ ຕ່າງກໍມີລາ
ຄາສູງຂຶ້ນ 3 ເປີເຊັນ ​ໃນ​ຕອນປິດຕະຫຼວດວັນ​ອັງ​ຄາ​ນວານ​ນີ້​.

​ຂໍ້​ສະ​ເໜີ​ກະ​ຕຸ້ນ​ເສດ​ຖະ​ກິດ​ຂອງລັດ​ຖະ​ບານ​ປະ​ທາ​ນາ​ທິບໍ​ດີທ​ຣຳ 1 ພັນຕື້​ໂດ​ລ​າ ເພື່ອ
ຮັບມື ກັບ​ການ​ລະ​ບາດ​ຂອງໄວ​ຣັ​ສ​ໂຄ​ໂຣ​ນາ ຮວມ​ທັງ​ການ​ຈ່າຍ​ເງິນ​ສົດ​ໃຫ້​ແກ່​ຊາວ​ອາ​
ເມ​ຣິ​ກັນ ຊຶ່ງເຮັດ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ​ຄົນ​ຈະ​ມີ​ເງິນ​ສົດ ເພື່ອ​ໃຊ້​ຈ່າຍ
​ສຸກ​ເສີນ ແລະ​ມີ​ໄວ້ໃຊ້​ຈ່າຍອີກ​ເວ​ລາ​ການ​ລະ​ບາດ​ທີ່​ຮ້າຍ​ແຮງ​ສິ້ນ​ສຸດ​ລົງແລ້ວ.

ລັດ​ຖະ​ມົນ​ຕີ​ການ​ເງິນ ທ່ານ​ສະ​ຕີ​ເວັນ ມາ​ນຸ​ຈິນ​ ຍັງໄດ້​ປະ​ກາດໃຫ້​ໂຈະການ​ຈ່າຍ​ພາ​ສີ​ສຳ
ລັບ​ບັນ​ດາ​ທຸ​ລະ​ກິດ ແລະ​ສ່ວນ​ບຸກ​ຄົນ.

ແຕ່​ບັນ​ດາ​ນັກ​ວິ​ເຄາະ​ຫຼາຍ​ຄົນກ່າວ​ວ່າ ການ​ຊຸກ​ຍູ້ໃນ​ຄວາມ​ເຊື່ອ​ໝັ້ນດັ່ງກ່າວເປັນແມ່ນ
ຍັງຈະ
ຂຶ້ນຢູ່ກັບຄວາມ​ບໍ່​ແນ່ນອນ​ວ່າ ການ​ລະ​ບາດ​ຈະ​ດຳເນີນໄປ ​ຢູ່​ອີກ​ດົນ​ປານ​ໃດ ມັນ​ຈະ​ເກີດ​
ຂຶ້ນ​ຢູ່​ບ່ອນ​ໃດ​ຕໍ່​ໄປ​ອີກ ແລະ​ລັດ​ຖະ​ບານ​ຈະ​ຮັບມື​ເລື້ອງ​ດັ່ງ​ກ່າວ​ ເຊັ່ນການກວດກ່ຽວກັບ
​ໄວ​ຣັ​ສດີ​ຂຶ້ນ​ ດັ່​ງ​ທີ​ທຳ​ນ​ຽວ​ຂາວ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ໄວ້ຫຼືບໍ່.

ຈາກການຕົກລາຄາຂອງຮຸ້ນເຖິງ 3,000 ຈຸດ ແລະ​ການມີລາຄາສູງ​ຂຶ້ນ 1,000 ຈຸດໃນ​
ວັນ​ອັງ​ຄານ​ວານ​ນີ້ ບັນ​ດາ​ຜູ້​ຊ່ຽວ​ຊານ​ກ່າວ​ວ່າ ພວກ​ນັກ​ລົງ​ທຶນ​ຄວນ​ຄາ​ດ​ໝາຍ​ວ່າ ຈະ​ເຫັນ​
ຕະ​ຫຼາດຂຶ້ນໆ​ລົງໆ​ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້.

ອ່ານ​ຂ່າວ​ນີ້​ເພິ້ມ​ເປັນ​ພາ​ສາ​ອັງ​ກິດ