ວຽງຈັນ ແລະຫຼວງພະບາງ ສະຫຼອງປີໃໝ່ລາວ ຢ່າງຄຶກຄື້ນ

ການແຫ່ພະບາງ ຈາກພິພິດທະພັນພະລາດຊະວັງໄປຍັງວັດໃໝ່ ສຸວັນນະພູມ ເພື່ອເປີດໃຫ້ປະຊາຊົນຫົດສົງ ໃນບຸນປີໃໝ່ລາວ ຫລືບຸນສົງການ

ນະຄອນວຽງຈັນຈັດງານບຸນສົງການປີໃໝ່ລາວ 2556 ດ້ວຍ
ກິດຈະກໍາທີ່ຫຼາກຫຼາຍ ສ່ວນຢູ່ຫຼວງພະບາງກໍເນັ້ນໜັກທີ່ການ ມີສ່ວນຮ່ວມຂອງປະຊາຊົນໃນຮີດຄອງປະເພນີອັນດີງາມ.

ການສະເຫຼີມສະຫຼອງງານບຸນສົງການປີໃໝ່ລາວ ປະຈໍາປີພຸທະ
ສັກກະລາດ 2556 ຢູ່ນະຄອນວຽງຈັນ ໃນປີນີ້ໄດ້ດໍາເນີນໄປຢ່າງ
ຄຶກຄື້ນດ້ວຍການຈັດໃຫ້ມີກິດຈະກໍາຕ່າງໆຢ່າງຫຼາກຫຼາຍ ໂດຍ
ເລີ່ມທີ່ການຈັດງານຕະຫຼາດນັດຂາຍສິນຄ້າຜະລິດຕະພັນລາວ
ຢູ່ທີ່ເດີ່ນສະໜາມຫຼວງໃນລະຫວ່າງວັນທີ 1-10 ເມສາ ແລະຕິດ
ຕາມດ້ວຍການຈັດຕັ້ງເພື່ອຄັດເລືອກນາງສັງຂານທັງເຈັດໃນວັນ
ທີ 11-12 ເມສາຊຶ່ງກໍຕໍ່ເນື່ອງດ້ວຍການແຂ່ງຂັນກິລາຫາດຊາຍ
ຢູ່ທີ່ຫາດດອນຈັນໃນວັນທີ 12-16 ເມສາ.

ໂດຍສະເພາະແມ່ນໃນວັນທີ 16 ເມສາກໍຍັງຈະມີການແຂ່ງຂັນໃນການກໍ່ພະທາດຊາຍ
ຂະໜາດໃຫຍ່ເຖິງ 47 ພະທາດ ທີ່ລ້ອມລອບດ້ວຍພະທາດຊາຍຂະໜາດນ້ອຍເຖິງ 70
ພະທາດ ແລະມີການເສບດົນຕີ ຂາຍອາຫານ-ເຄຶ່ອງດື່ມ ແລະຫົດນໍ້າຢ່າງມ່ວນຊື່ນຕະຫຼອດ
ງານ ສ່ວນໃນຕອນເຊົ້າຂອງມື້ດຽວກັນນີ້ ຈະເປັນການໃສ່ບາດຖະຫວາຍສັງຄະທານຢູ່ວັດ
ອົງຕື້ມະຫາວິຫານ ແລະຫົດສົງນໍ້າພະພຸທະຮູບ.

ສໍາລັບພິທີບາສີສູ່ຂວັນໃຫ້ການນໍາຂອງນະຄອນວຽງຈັນນັ້ນ ໄດ້ຈັດຂຶ້ນໃນວັນທີ 13 ເມສາ
ແລະການຈັດຂະບວນແຫ່ນາງສັງຂານໃນວັນທີ 14 ເມສາ ໂດຍຕັ້ງຕົ້ນຈາກວັດອິນແປງ
ມາລ້ຽວທີ່ນໍ້າພຸ ກັບໄປທາງວັດຊຽງຍືນ-ວັດຈັນ ແລະໄປສິ້ນສຸດທີ່ວັດອິນແປງນັ້ນເອງ.

ການສະຫລອງບຸນສົງການ ທີ່ນະຄອນວຽງຈັນ


ການສະເຫຼີມສະຫຼອງງານບຸນສົງການປີໃໝ່ລາວປີນີ້ ລັດຖະ
ບານກໍໄດ້ກໍານົດໃຫ້ວັນທີ 12-17 ເມສາ ເປັນວັນຢຸດລັດຖະ
ການ ຫາກແຕ່ວ່າໃນຂະນະດຽວກັນ ລັດຖະບານກໍໄດ້ມີມະ
ຕິຄໍາສັ່ງໃຫ້ສາມາດຈັດງານສະເຫຼີມສະຫຼອງແລະຫົດນໍ້າ
ກັນໄດ້ຈົນເຖິງເວລາ 17 ໂມງຂອງວັນທີ 16 ເມສາເທົ່ານັ້ນ.

ສ່ວນການສະເຫຼີມສະຫຼອງຢູ່ເມືອງມໍລະດົກໂລກຫຼວງພະບາງ
ນັ້ນ ນອກຈາກຈະໄດ້ວາງເປົ້າໝາຍໄວ້ວ່າຈະມີນັກທ່ອງທ່ຽວ
ທັງທີ່ເປັນຄົນລາວແລະຊາວຕ່າງຊາດຫຼາຍກວ່າ 3 ແສນຄົນທີ່ ເດີນທາງໄປທ່ອງທ່ຽວໃນແຂວງຫຼວງພະບາງໃນຕະຫຼອດໄລຍະບຸນສົງການປີໃໝ່ລາວແລ້ວ
ກໍຍັງໄດ້ເນັ້ນໜັກໃນການສົ່ງເສີມການມີສ່ວນຮ່ວມ ຂອງປະຊາຊົນລາວເຂົ້າ ໃນການຮັກສາ
ຮີດຄອງປະເພນີອັນດີງາມຂອງລາວດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນແຂວງຫຼວງພະບາງໄດ້
ໃຫ້ການຢືນຢັນວ່າ:

ກິດຈະກໍານັ້ນ ພວກເຮົາບໍ່ສາມາດປະລະປະຊາຊົນໄດ້ ຈັ່ງຊັ້ນການມີສ່ວນຮ່ວມ ຂອງປະຊາຊົນ ນີ້ກໍຄືຂອດຕັດສິນຂອງການພັດທະນາການທ່ອງທ່ຽວແລະພວກ
ເຮົາ ໄດ້ຍຶດຖືເອົາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມນີ້ເປັນຫຼັກໃນການ
ຂະຫຍາຍ ແລະພັດທະນາສົ່ງເສີມການທ່ອງທ່ຽວຢູ່ທີ່ແຂວງຫຼວງພະບາງ ນອກ
ເໜືອຈາກການທ່ອງທ່ຽວແບບວັດທະນະທໍາ ແລະທໍາມະຊາດແລ້ວ ພວກເຮົາ
ຍັງໄດ້ເອົາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມນີ້ມາເປັນຫຼັກ.”


ທັງນີ້ໂດຍທາງການແຂວງຫຼວງພະບາງໄດ້ປຸກລະດົມເພື່ອດຶງເອົາການມີສ່ວນຮ່ວມຂອງປະ
ຊາຊົນເຂົ້າໃນການດໍາເນີນກິດຈະກໍາທີ່ເປັນການສົ່ງເສີມການທ່ອງທ່ຽວທາງດ້ານສິນລະ
ປະວັດທະນະທໍາແລະທໍາມະຊາດທີ່ເປັນເອກກະລັກຂອງແຂວງ ຫຼວງພະບາງ ຊຶ່ງກໍເລີ່ມ
ດ້ວຍງານຕະຫຼາດນັດຢູ່ທີ່ເດີ່ນທາດຫຼວງ ຕິດຕາມດ້ວຍງານມະຫະກໍາດົນຕີເພງລາວ ແລະ
ເພງນາໆຊາດ ການຈັດງານປະກວດນາງ ສັງຂານ ຕໍ່ເນື່ອງດ້ວຍການລົງຕະຫຼາດເຊົ້າ ການ
ກໍ່ພະທາດຊາຍຢູ່ແຄມນໍ້າຄານ ການແຂ່ງຂັນກິລາພື້ນເມືອງແລະການບາສີສູ່ຂວັນ ໃນການ
ນໍາຂອງພັກ ແລະລັດ.

ນອກຈາກນີ້ ກໍມີການຢ້ຽມຊົມວິຖີຊີວິດການເປັນຢູ່ແລະສິນລະປະວັດທະນະທໍາຂອງ
ບັນດາໄທລື້ ໂດຍທີ່ມີບຸກຄົນສໍາຄັນຂອງທາງການລາວເຂົ້າຮ່ວມໃນພິທີບາສີຂອງລາວ
ໄທລື້ອີກດ້ວຍ ແລະທີ່ຂາດບໍ່ໄດ້ນັ້ນກໍຄືການແຫ່ຫວໍ່ຈາກວັດທາດນ້ອຍໄປວັດຊຽງທອງ
ເພື່ອປະກອບພິທີກໍາທາງສາສະໜາ ແລະຕັກບາດໃນຕອນເຊົ້າກ່ອນທີ່ຈະແຫ່ຫວໍ່ ຈາກ
ວັດຊຽງທອງກັບຄືນໄປວັດທາດນ້ອຍໃນມື້ຕໍ່ມາ.

ສ່ວນໃນຊ່ວງສຸດທ້າຍຂອງການສະເຫຼີມສະຫຼອງບຸນສົງການປີໃໝ່ລາວຢູ່ແຂວງຫຼວງພະ
ບາງນັ້ນກໍແມ່ນການອັງເຊີນພະບາງ ຈາກພິພິດທະພັນພະລາດຊະວັງໄປຍັງວັດໃໝ່ ສຸວັນນະພູມ ເພື່ອເປີດໃຫ້ປະຊາຊົນຫົດສົງເປັນເວລາສອງວັນ ກ່ອນທີ່ຈະອັງເຊີນພະບາງ
ກັບຄືນໄປຫໍພິພິດທະພັນພະລາດຊະວັງໃນຕອນແລງ ອັນຖືເປັນມື້ສຸດທ້າຍ ຂອງການສະ
ເຫຼີມສະຫຼອງບຸນສົງການປີໃໝ່ ປີ 2556 ນີ້.

ອີກດ້ານນຶ່ງ ກໍມີລາຍງານວ່າການສະເຫຼີມສະຫຼອງບຸນສົງການປີໃໝ່ລາວຢູ່ແຂວງຈໍາປາ
ສັກໃນປີນີ້ ທາງການແຂວງຈໍາປາສັກ ໄດ້ເຊີນຄະນະຜູ້ຕາງໜ້າຂອງທາງການຫວຽດນາມ
ກໍາປູເຈຍ ແລະໄທ ເຂົ້າຮ່ວມໃນງານສະເຫຼີມສະຫຼອງແລະພິທີການທີ່ສໍາຄັນໆ ອີກດ້ວຍ
ທັງນີ້ກໍເພື່ອເປັນການເສີມສ້າງການຮ່ວມມືລະຫວ່າງກັນໃຫ້ຫຼາຍຂຶ້ນ ໂດຍສະເພາະ
ແມ່ນໃນດ້ານວັດທະນະທໍາ ສັງຄົມ ແລະການທ່ອງທ່ຽວນັ້ນເອງ.