ນະຄອນຫລວງວຽງຈັນ ຈະບັນລຸເປົ້າໝາຍໃນການກະຈາຍ
ໂອກາດດ້ານການສຶກສາສຳລັບເດັກນ້ອຍທຸກຄົນໃນປີ 2015
ຫາກແຕ່ຢູ່ເຂດຊົນນະບົດຍັງເປັນການຍາກທີ່ຈະບັນລຸເປົ້າໝາຍ
ດັ່ງກ່າວ.
Your browser doesn’t support HTML5
ຟັງລາຍງານ ວຽງຈັນ ຈະບັນລຸເປົ້າໝາຍ ດ້ານການສຶກສາ ສຳລັບເດັກນ້ອຍ ໃນປີ 2015
ທ່ານຊົມພູ ແກ້ວປັນຍາ ຫົວໜ້າພະແນກການສຶກສາທິການແລະກິລາ ໃນເຂດນະຄອນຫລວງວຽງຈັນ ຖະແຫລງວ່າ ເປົ້າໝາຍສຳຄັນ ຂອງແຜນການພັດທະນາການສຶກສາ
ໃນສົກປີ 2013-2014 ນີ້ ກໍຄືການເພີ້ມອັດຕາການສຶກສາກ່ອນໄວຮຽນໃຫ້ໄດ້ເຖິງ 81
ເປີເຊັນ ຂອງເດັກນ້ອຍອາຍຸລະຫວ່າງ 3-5 ປີ ແລະ ເພີ້ມອັດຕາການເຂົ້າຮຽນຊັ້ນປະຖົມ
ໃຫ້ບັນລຸເຖິງ 99.95 ເປີເຊັນ ຂອງເດັກນ້ອຍອາຍຸລະຫວ່າງ 6-10 ປີ ພ້ອມທັງຮັບປະກັນ
ໃຫ້ມີອັດຕາການຮຽນຈົບຊັ້ນປະຖົມໃຫ້ໄດ້ເຖິງ 95.5 ເປີເຊັນ ຂອງເດັກນ້ອຍໃນໄວຮຽນ
ທັງໝົດ.
ໂດຍຖ້າຫາກການຈັດຕັ້ງປະຕິບັດ ເປັນໄປຕາມແຜນການທີ່ວາງໄວ້ດັ່ງກ່າວ ກໍຈະເປັນ
ຫລັກປະກັນ ທີ່ດີໃຫ້ແກ່ການບັນລຸເປົ້າໝາຍສະຫັດສະວັດການພັດທະນາດ້ານການ
ສຶກສາໃນປີ 2015 ໃນເຂດນະຄອນຫລວງວຽງຈັນໄດ້ຢ່າງຄັກແນ່ ກໍຄືການເພີ້ມອັດຕາ
ການເຂົ້າຮຽນ ແລະ ຈົບຊັ້ນປະຖົມໃຫ້ໄດ້ທັງ 100 ເປີເຊັນ ໃນທົ່ວເຂດນະຄອນຫລວງ
ວຽງຈັນ ໃນປີ 2015 ດັ່ງກ່າວ.
ເປົ້າໝາຍໃນການກະຈາຍ ໂອກາດດ້ານການສຶກສາສຳລັບເດັກນ້ອຍທຸກຄົນໃນທົ່ວປະເທດ ຈະບໍ່ສາມາດ ເກີດຂຶ້ນໃນເຂດຊົນນະບົດຂອງລາວ.
ແຕ່ຢ່າງໃດກໍຕາມ ການບັນລຸເປົ້າໝາຍດັ່ງກ່າວຈະບໍ່ສາມາດ
ເກີດຂຶ້ນໃນເຂດຊົນນະບົດຂອງລາວໄດ້ຢ່າງແນ່ນອນ ເນື່ອງ
ຈາກວ່າການຈັດຕັ້ງປະຕິບັດແຜນການ ໃນການກະຈາຍໂອ
ກາດດ້ານການສຶກສາສຳລັບເດັກນ້ອຍທຸກຄົນໃນທົ່ວປະເທດ
ໂດຍສະເພາະ ແມ່ນຢູ່ໃນເຂດຊົນນະບົດ ທີ່ໄດ້ເລີ້ມຈັດຕັ້ງ
ປະຕິບັດ ນັບແຕ່ສົກຮຽນປີ 2011-2012 ເປັນຕົ້ນມານັ້ນ
ສາມາດຈັດຕັ້ງປະຕິບັດໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້.
ກໍຄືໃນຂະນະທີ່ແຜນການ ໄດ້ວາງໄວ້ວ່າ ຈະຕ້ອງກະຈາຍ
ໂອກາດດ້ານການສຶກສາສຳລັບເດັກນ້ອຍທຸກຄົນໃຫ້ໄດ້ເຖິງ
98 ເປີເຊັນ ຂອງເດັກນ້ອຍອາຍຸລະຫວ່າງ 6-10 ປີໃນທົ່ວ
ປະເທດໃນປີ 2015 ນັ້ນ ຫາກແຕ່ວ່າໃນຕົວຈິງກັບສາມາດ
ປະຕິບັດໄດ້ພຽງ 95.2 ເປີເຊັນ ໂດຍເພີ້ມຂຶ້ນພຽງ 1.2 ເປີເຊັນ ເທົ່ານັ້ນເມື່ອທຽບໃສ່
ລະຫວ່າງສົກຮຽນປີ 2012-2013 ກັບສົກຮຽນປີ 2013-2014 ນີ້.
ໂດຍສາເຫດສຳຄັນທີ່ເຮັດໃຫ້ການຈັດຕັ້ງປະຕິບັດໄດ້ຕ່ຳກວ່າເປົ້າໝາຍທີ່ວາງໄວ້ ກໍຍ້ອນ
ວ່າ ລັດຖະບານບໍ່ສາມາດຕອບສະໜອງງົບປະມານໃຫ້ກັບການຂະຫຍາຍໂອກາດດ້ານ
ການສຶກສາໄດ້ຢ່າງພຽງພໍ ແລະ ໃນຂະນະດຽວກັນ ບັນຫາຄວາມຍາກຈົນຂອງປະຊາຊົນ
ໃນຊົນນະບົດ ກໍຍັງໄດ້ເຮັດໃຫ້ຈຳນວນເດັກນ້ອຍ ທີ່ບໍ່ຈົບຊັ້ນປະຖົມມີຈຳນວນເພີ້ມຂຶ້ນ
ດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:
“ມັນມີປັດໄຈຫຼາຍດ້ານເນາະ ໜຶ່ງຫລະແມ່ນຍ້ອນສະພາບຄອບຄົວ ມີຄວາມຫຍຸ້ງຍາກ ສອງມາຫລະແມ່ນບ້ານຢູ່ຫ່າງໄກຈາກໂຮງຮຽນ ອັນສາມມາກະແມ່ນ
ຍ້ອນບັນຫາເລື້ອງສະພາບເສດຖະກິດຂອງຄອບຄົວ ບໍ່ເອື້ອອຳນວຍ ແລ້ວກະ
ສີ່ມາ ກໍຍ້ອນຕົວຜູ້ກ່ຽວ ທີ່ບໍ່ທັນໄດ້ສຸມໃສ່ເລື້ອງການຮຽນ.”
ດ້ວຍສະພາບການດັ່ງກ່າວ ຍັງເຮັດໃຫ້ຄາດໝາຍໄດ້ວ່າ ລັດຖະບານລາວຈະສາມາດ
ກະຈາຍໂອກາດດ້ານການສຶກສາສຳລັບເດັກນ້ອຍໄດ້ບໍ່ເຖິງ 96 ເປີເຊັນ ແລະ ໃນນີ້
ກໍຈະມີພຽງ 74 ເປີເຊັນ ເທົ່ານັ້ນ ທີ່ຈະມີໂອກາດໄດ້ຮຽນຈົນຈົບຊັ້ນປະຖົມໃນສົກຮຽນປີ
2014-2015 ແລະ ແນ່ນອນວ່າ ໂອກາດໃນດ້ານການສຶກສາຊັ້ນສູງ ກໍຍ່ອມທີ່ຈະມີ
ອັດຕາສະເລ່ຍທີ່ຕ່ຳກວ່າໃນລະດັບປະຖົມດ້ວຍເຊັ່ນກັນ.
ດັ່ງຈະເຫັນໄດ້ຈາກສົກຮຽນປີ 2012-2013 ທີ່ມີນັກຮຽນຈົບຊັ້ນມັດທະຍົມປາຍ
44,490 ຄົນ ໃນທົ່ວປະເທດ ຫາກແຕ່ກໍມີພຽງ 9,950 ຄົນເທົ່ານັ້ນ ທີ່ມີໂອກາດ
ໄດ້ສຶກສາຕໍ່ໃນມະຫາວິທະຍາໄລແຫ່ງຊາດທັງ 4 ແຫ່ງໃນລາວໃນສົກຮຽນ 2013
-2014 ສ່ວນນັກຮຽນທີ່ຈົບຊັ້ນມັດທະຍົມປາຍອີກ 31,800 ກວ່າຄົນກໍຕ້ອງສຶກສາຕໍ່
ໃນສະຖາບັນການສຶກສາຊັ້ນສູງທັງຂອງລັດຖະບານ ແລະ ເອກະຊົນ ແຕ່ກໍປະກົດວ່າ
ໃນສົກຮຽນ 2013-2014 ສ່ວນນັກຮຽນທີ່ຈົບຊັ້ນມັດທະຍົມປາຍອີກ 8,000 ກວ່າຄົນ
ເທົ່ານັ້ນ ທີ່ສະມັກເຂົ້າຮຽນຕໍ່ໃນສະຖາບັນການສຶກສາຊັ້ນສູງ ໃນຂະນະທີ່ກະຊວງສຶກສາ
ໄດ້ວາງເປົ້າໝາຍເອົາໄວ້ຫຼາຍກວ່າ 16,000 ຄົນ.