ໃນວັນອັງຄານວານນີ້ ທ່ານນາງ Hillary Clinton ໄດ້ອ້າງເອົາການສະເໜີຊື່ ວ່າຕົນເປັນຜູ້ຕາງໜ້າພັກເດໂມແຄຣັດ ເພື່ອໃຫ້ສະໝັກເປັນປະທານາທິບໍດີ ສະຫະລັດ ທີ່ຈະເຮັດໃຫ້ທ່ານນາງເປັນແມ່ຍິງຄົນທຳອິດ ເປັນຜູ້ຕາງໜ້າພັກທີ່ສຳຄັນໃນການແຂ່ງຂັນເຂົ້າໄປສູ່ທຳນຽບຂາວ.
ຄູ່ແຂ່ງຂອງທ່ານນາງ ໃນພັກເດໂມແຄຣັດ ສະມາຊິກສະພາສູງຈາກລັດ Vermont ທ່ານ Bernie Sanders ໄດ້ຮັບໄຊຊະນະໃນລັດ North Dakota ແລະລັດ Montana ໃນວັນອັງຄານວານນີ້ ແຕ່ວ່າ ທ່ານນາງ Clinton ໄດ້ຊະນະ ລັດ South Dakota, New Mexico ແລະ New Jersey.
Your browser doesn’t support HTML5
Clinton Clinches Nomination
ທ່ານນາງ Clinton ຍັງໄດ້ໄຊຊະນະໃນລັດໃຫຍ່ສຸດ ທີ່ຍັງເປັນຄຳຖາມຢູ່ໃນມື້ນີ້ ຄືລັດ California ທີ່ໄດ້ຮັກສາເອົາສຽງສ່ວນຫລາຍ 475 ຂອງຜູ້ຕາງໜ້າໄວ້.
ປະທານາທິບໍດີ Obama ໄດ້ໂທລະສັບຫາຜູ້ສະໝັກທັງສອງໃນວັນອັງຄານວານນີ້ ສັນລະເສີນອະດີດລັດຖະມົນຕີ ຕ່າງປະເທດ ທ່ານນາງ Clinton ທີ່ໄດ້ໄຊຊະນະ ອັນມີຄວາມຈຳເປັນຂອງຜູ້ຕາງໜ້າ ເພື່ອຮັກສາການຖືກສະເໜີ. ທ່ານຍັງໄດ້ຂອບໃຈ ສະມາຊິກສະພາສູງ ທ່ານ Sanders ໃນການຂົນຂວາຍຫາຊາວອາເມຣິກັນຫລາຍລ້ານຄົນ ແລະນຳເອົາຄວາມສົນໃຈໄປສູ່ບັນຫາ ເຊັນວ່າການຕໍ່ສູ້ກັບເສດຖະກິດທີ່ບໍ່ມີຄວາມກໍ້າເກີ່ງກັນ.
Supporters of Democratic presidential candidate Hillary Clinton hold up letters to spell out the significance of the day's voting results during a presidential primary election night rally in New York, June 7, 2016.
ທ່ານ Sanders ຜູ້ທີ່ປັດຈຸບັນນີ້ນຳໜ້າຢູ່ລັດ Montana ໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜູນໃນລັດ California ວ່າທ່ານໄດ້ໂທລະສັບຫາ ລັດຖະມົນຕີຕ່າງປະເທດ ທ່ານນາງ Clinton ໃນຕອນແລງມື້ນັ້ນເພື່ອຊົມເຊີຍໄຊຊະນະຂອງທ່ານນາງ. ທ່ານໄດ້ກ່າວກ່ຽວກັບການເຮັດວຽກຮ່ວມກັນເພື່ອເອົາຊະນະທ່ານ Trump ແຕ່ບໍ່ໄດ້ຮັບຮູ້ການທີ່ຈະຖືກສະເໜີຂອງທ່ານນາງ Clinton ແລະບໍ່ໄດ້ບົ່ງບອກວ່າ ທ່ານມີຄວາມຕັ້ງໃຈທີ່ຈະຍອມແພ້ ແຕ່ປະກາດວ່າຈະ “ດຳເນີນການຕໍ່ສູ້ ”ຕໍ່ໄປ.
ທ່ານໄດ້ສະຫລຸບວ່າ “ຂອບໃຈທຸກໆຄົນ. ຄວາມດິ້ນລົນສືບຕໍ່ໄປ.”
People vote on the deck of the Echo Park Deep Pool during the U.S. Presidential Primary Election in Los Angeles, California, June 7, 2016.
ຜົນຈາກລັດ California ຍັງບໍ່ທັນມີໄວ້ໃຫ້. ສະມາຊິກສະພາສູງ ທ່ານ Sanders ໄດ້ເນັ້ນໜັກເຖິງຄວາມຫວັງຢ່າງຫລວງຫລາຍ ເພື່ອເອົາສ່ວນແບ່ງປັນທີ່ສຳຄັນຂອງຜູ້ຕາງໜ້າລັດ California ກ່ອນໜ້ານັ້ນມີຄວາມຫວັງວ່າເຂົາເຈົ້າອາດຮັກສາທ່ານໄວ້ຢູ່ໃນການແຂ່ງຂັນໄປໃຫ້ນານພຽງພໍ ເພື່ອຕໍ້ສູ້ກັບການຖືກສະເໜີຢູ່ກອງປະຊຸມພັກເດໂມແຄຣັດ.
First-time voter Kimberly Medina, 19, votes during the U.S. presidential primary election at Gates Street Elementary School in Los Angeles, California, June 7, 2016.
ທ່ານນາງ Clinton ໄດ້ຖະແຫລງຕໍ່ຝູງຊົນທີ່ໜາແໜ້ນຂອງ ຜູ້ສະໜັບສະໜູນທີ່ພາກັນຮ້ອງໂຮ ໂບກທຸງສະຫະລັດ ຢູ່ນະຄອນ Brooklyn ໃນຕອນແລງວັນອັງຄານວານນີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ