ລັດ Nevada ຈັດກອງປະຊຸມ ຄັດເລືອກຜູ້ຕາງໜ້າ ຂອງ ພັກຣິພັບບລິກັນ

ຜູ້ສະມັກປະທານາທິບໍດີ ສະຫະລັດ ທ່ານ Marco Rubio, ພັກຣີພັບບລິກັນ ຈາກ ລັດ Florida ກຳລັງໂຄສະນະຫາສຽງ ຢູ່ທີ່ເມືອງ Reno ລັດ Nevada ວັນທີ 22, 2016.

ຫລັງ​ຈາກ​ໄດ້​ຮັບ​ໄຊຊະນະ​ ໃນ​ການ​ເລືອກຕັ້ງ​ຂັ້ນ​ຕົ້ນ ຢູ່​ທາງ​
ພາກ​ຕາ​ເວັນ​ອອກ ສຽງ​ເໜືອແລະ​ຕາ​ເວັນ​ອອກ​ສຽງໃຕ້​ຂອງ
​ສະຫະລັດແລ້ວ ມະຫາ​ເສດ​ຖີພັນ​ລ້ານ Donald Trump ກໍ
​ພ້ອມ​ແລ້ວ​ທີ່​ຈະໄດ້​ຮັບ​ໄຊຊະນະ​ຢູ່ໃນພາກ​ຕາ​ເວັນ​ຕົກຂອງ
ສະຫະລັດ ​ໃນ​ກອງ​ປະຊຸມຄັດ​ເລືອກ​ຜູ້ຕາງໜ້າ​ຂອງ​ພັກ​ໃນ​
ວັນ​ອັງຄານມື້​ນີ້ຢູ່ລັດ Nevada.

ການ​ຢັ່ງຫາງ​ສຽງ​ເທື່ອຫລ້າ​ສຸດ ສະແດງ​ໃຫ້​ເຫັນວ່າ ​ທ່ານ
Trump ມີ​ຄະ​ແນນ ນຳ​ໜ້າ​ບັນດາ​ຜູ້​ທ້າ​ທາຍ ຢູ່ໃນ​ພັກຣີ
ພັບ​ບລິ​ກັນ​ຂອງ​ທ່ານ ​ໂດຍ​ມີ​ຜູ້​ສະໜັບສະ​ໜູນປະມານ 40
​ເປີ​ເຊັນ​ ​ໃນ​ຂະນະ​ທີ່ ສະມາຊິກ​ສະພາ​ສູງ Marco Rubio ​
ແລະ ທ່ານ Ted Cruz ຍັງຕໍ່ສູ້​ກັນດ້ວຍ​ຄະ​ແນນ​ສຽງ​ທີ່ໃກ້ຄຽງກັນ ​ຍາດ​ເອົາ ອັນ​ດັບ​ທີ
​ສອງ ​ປະມານ 20 ​ເປີ​ເຊັນ.

ການ​ໄດ້​ຮັບ​ຄະ​ແນນ​ສຽງ​ທີ່​ດີດີ ຢູ່ລັດ Nevada ຈະເປັນ​ແຮງກະ​ຕຸ້ນໃຫ້​ບັນດາ​ຜູ້​ສະມັກ
ກ້າວ​ເຂົ້າ​ໄປ​ສູ່​ ​ໃນ​ອັນທີ່​ຮ້ອງ​ວ່າ Super Tuesday ​ເວລາສິບ​ກວ່າ​ລັດ ​ລົງ​ຄະ​ແນນ​ສຽງ​
ປ່ອນ​ບັດ ໃນ​ວັນ​ດຽວ​ກັນ. ​ໃນ​ເວລາ​ນັ້ນ ໜຶ່ງ​ສ່ວນ​ສາມ​ຂອງ​ລັດ​ຕ່າງໆ ຈະ​ຈັດ​ໃຫ້​ມີ​ການ​
ແຂ່ງຂັນ​ຄັດ​ເລືອກ​ເອົາ​ຜູ້ສະ​ມັກ​ຂອງ​ເຂົາ​ເຈົ້າ​ແລ້ວ.

ທ່ານ Rubio ​ແມ່ນ​ບໍ່​ຄືກັນ​ກັບທ່ານ Cruz ​ແລະ ທ່ານ Trump ທີ່ຍັງ​ບໍ່ເຄີ​ຍ​ ຊະນະ​ໃນ​ລັດ
​ໃດ​ລັດ​ໜຶ່ງມາ​ກ່ອນ ​ໄດ້​ຮັບ​ການ​ເຫັນ​ດີ​ຈາກ ບັນດານັກ​ການ​ເມືອງ ອະ​ວຸ​ໂສ​ຂອງ​ພັກ​ຣີພັບ
​ບລິ​ກັນກ່ອນ​ໜ້າ​ກອງ​ປະ​ຊຸມຄັດ​ເລືອກ​ຜູ້ຕາງໜ້າ​ຂອງ​ພັກ ​ທີ່​ລັດ Nevada ຮວມທັງ​ທ່ານ
Bob Dole ອ​ະດີດ​ສະມາຊິກ​ທີ່​ຍາ​ວນານຂອງ​ພັກຣີພັບ​ບລິ​ກັນ ​ແລະ​ເຄີຍເປັນ​ຜູ້​ສະ​ມັກ
ປະທາ​ນາ​ທິບໍດີມາ​ແລ້ວ.

ຜູ້ສະມັກ ປະທານາທິບໍດີ ສະຫະລັດ ພັກຣີພັບບລິກັນ ທ່ານ Ted Cruz ຈາກລັດ Texas

ໃນ​ຂະນະ​ດຽວ​ກັບ ທ່ານ Cruz ​ໄດ້​ໄລ່​ໂຄສົກ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ອອກ​ຈາ​ໜ້າ​ທີ່
ຊຶ່ງ​ໄດ້ລົງ​ຂ່າວ​ທາງ​ສື່​ສັງຄົມ ພົວພັນ​ກັບວີ​ດີ​ໂອ ທີ່​ບໍ່​ມີ​ຄວາມ​ຈິງ ກ່າວ​ຫາ​ທ່ານ Rubio ວ່າ
​ໝິ່ນ​ປະໝາດພະ​ຄຳ​ພີ.

ທ່ານ Trump ​ໄດ້​ຊະນະ​ສອງ​ລັດຕິດຕໍ່​ກັັນ ຫລັງ​ຈາກ​ໄດ້​ຮັບໄຊຊະນະ ​ທີ່​ລັດ New Hampshire ​ແລະ South Carolina. ພ້ອມ​ດ້ວຍໄຊຊະນະ​ໃນ​ສອງ​ລັດນີ້ ​ແລະການ​ມີ​
ຄະ​ແນນ​ສຽງ​ນຳ​ໜ້າຫຼາຍກວ່າ 10 ​ເປີ​ເຊັນ ​ໃນ​ການ​ຢັ່ງ​ສຽງ​ຫາງ​ສຽງ​ທົ່ວ​ປະ​ເທດ​ແລ້ວ
ນັກທຸລະ​ກິດ​ທີ່​ບໍ່​ເຄີຍ​ຖືກ​ເລືອກ​ຕັ້ງ​ໃຫ້​ຮັບ​ໃຊ້​ຢູ່ໃນຕຳ ​ແໜ່​ງ​ສາທາລະນະມາ​ກ່ອນ ​ໄດ້
​ກາຍມາ​ເປັນ​ຜູ້ມີ​ຄະ​ແນນ​ສຽງນຳ​ໜ້າ​ທີ່​ແຈ້ງ​ຂາວ ໃນ​ການ​ທີ່​ຈະ​ຖືກ​ສະ​ເໜີ​ແຕ່ງຕັ້ງ ​ໃຫ້​ເ
ປັນ​ຜູ້​ສະມັກ​ຂອງພັກຣີພັບ​ບລິ​ກັນ.