ຊາວມາລີ ປ່ອນບັດເອົາ ປະທານາທິບໍດີ ໃນຮອບສຸດທ້າຍ (ວີດິໂອ)

ຍິງຊາວມາລີຄົນນຶ່ງ ກໍາລັງໃຊ້ສິດ ເລືອກຕັ້ງຂອງລາວ ປ່ອນບັດ ເອົາປະທານາທິບໍດີ ທີ່ເມືອງຫຼວງ Bamako ເມື່ອວັນທີ 11 ສິງຫານີ້

ປະຊາຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ປະ​ເທດ​ມາລີ ພາກັນ​ມຸ້ງ​ໜ້າ​ໄປ​ຍັງ​ບ່ອນ​ປ່ອນ​ ​ເພື່ອ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ ທີ່​ຄົນ​ສ່ວນຫຼາຍຫວັງ​ວ່າ ຈະ​ນໍາພາ​ປະ​ເທດຊາດອອກຈາກເຫດ ການ​ຂັດ​ແຍ້​ງກັນ​ລະຫວ່າງພົນລະ​ເຮືອນ ​ແລະ​ວິ​ກິດ​ການທາງ​ການ​ເມືອງນັ້ນ.

ອະດີດ​ນາຍົກລັດຖະມົນຕີ Ibrahim Boubacar Keita ​ປະ​ເຊີນ​ໜ້າ ​ໃນ​ວັນ​ອາທິດ​ມື້​ນີ້ ກັບ​ອະດີດ​ລັດຖະມົນ​ຕີ​ການ​ເ​ງິນ ທ່ານ Soulalia Cisse ​ໃນ​ການເລືອກ​ຕັ້ງຮອບ​ຕັດ ສິນ​ຊີ້​ຂາດ ທີ່​ນັກວິ​ເຄາະຫຼາຍໆຄົນ​ກ່າວ​ວ່າ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ສູງ​ ທີ່​ຈະ​ເປັນ​ບາດ​ລ້ຽວ ສໍາລັບປະ​ເທດໃນ​ຂົງ​ເຂ​ດ​ອາ​ຟຣິກາ​ຕາ​ເວັນ​ຕົກ​ແຫ່ງນັ້ນ.

ທ່ານ Keita ​ໄດ້​ຮັບ​ຄະ​ແນນ​ນໍາ​ໜ້າ ​ໃນ​ການ​ເລືອກ​ຕັ້ງ​ຮອບ​ທໍາ​ອິດ ​ໃນ​ວັນ​ທີ 28 ກໍລະ ກົດ​ຜ່ານ​ມາ ຄື​ໄດ້ຮັບ​ເກືອບ 40 ​ເປີ​ເຊັນ​ຂອງ​ຄະ​ແນນສຽງ ​ໃນ​ຂະນະ​ທີ່​ທ່ານ Cisse ​ໄດ້​ ຄະ​ແນນ​ຕໍ່​າກວ່າ 20 ​ເປີ​ເຊັນໜ້ອຍ​ນຶ່ງ. ນັບ​ຕັ້ງແຕ່​ການ​ປ່ອນ​ບັດ​ໃນ​ວັນ​ທີ 28 ກໍລະ ກົດ ພວກ​ສະ​ໜັກ​ເລືອກ​ຕັ້ງ​ຄົນ​ອື່ນໆ ໃນ​ຈໍານວນທັງ​ໝົດ 25 ຄົນ​ ທີ່​ໄດ້​ຕົກຮອບ​ທໍາ​ອິດ​ໄປ​ນັ້ນ ສ່ວນຫຼາຍ​ແມ່ນ​ໄດ້​ມອບ​ສຽງ​ສະໜັບ​ສະ​ໜຸນ​ຂອງ​ພວກ​ເຂົ​າ​ເຈົ້າ​ ​ໃຫ້​ທ່ານ Keita ​ໂຮມ​ທັງ​ຜູ້​ສະໝັກ​ທີ່​ໄດ້​ຄະ​ແນນ​ທີສາມ ​ທ່ານ Dramane Dembele.

ການ​ເລືອກ​ຕັ້ງຄັ້ງ​ນີ້ ຊຶ່ງ​ເປັນ​ເທື່ອ​ທໍາ​ອິດ ນັບ​ຕັ້ງ​ແຕ່ ປີ 2007 ​ເປັນ​ຕົ້ນ​ມາ ຖືກມອງ​ເຫັນ​ວ່າ ​ສໍາຄັນ​ທີ່​ສຸດ ທີ່ຈະ​ພາ​ໃຫ້​ປະ​ເທດ​ມາລີ ໄດ້​ຮັບ​ເງິນ ​ຊ່ວຍ​ເຫຼືອ ເກືອບສີ່​ພັນ​ລ້ານ​ໂດ​ລ່າ ​ທີ່ນານາ​ຊາດໄດ້ຮັບປາກ​ວ່າຈະ​ໃຫ້ ​ແຕ່​ໄດ້ໂຈະ​ໄວ້ ຫຼັງຈາກ​ການ​ກໍ່​ລັດ​ຖະຫານ​ເມື່ອ​ປີຜ່ານມາ ທີ່​ໄດ້​ເຮັດ​ໃຫ້​ປະເທດ​ຊາດ ​ຕົກ​ຢູ່​ໃນ​ຄວາມ​ວຸ້ນ​ວາຍນັ້ນ.

ເບິ່ງວີດີໂອ:

Your browser doesn’t support HTML5

ຂ່າວການເລືອກຕັ້ງ ໃນປະເທດມາລີ