ການນັບບັດເລືອກຕັ້ງ ພວມດຳເນີນໄປ ໃນອັຟການິສຖານ (ວີດີໂອ)

ບັນດາພະນັກງານເລືອກຕັ້ງອັຟການິສຖານ ກຳລັງນັບບັດ ໃນ ການເລືອກຕັ້ງປະທານາທິບໍດີຮອບຊີ້ຂາດ ຢູ່ໜ່ວຍປ່ອນບັດ ແຫ່ງນຶ່ງ ໃນເມືອງ Jalalabad,ທາງກ້ຳຕາເວັນອອກຂອງ ນະຄອນຫຼວງຄາບູລ, ວັນທີ 14 ມິຖຸນາ 2014.

ການ​ນັບ​ບັດ​ເລືອກ​ຕັ້ງ​ພວມ​ດຳ​ເນີນ​ໄປ​ໃນ​ອັຟກາ​ນິສຖານ
ບ່ອນ​ທີ່​ບັນດາຜູ້​ປ່ອນ​ບັດໄດ້​ເລືອກ​ເອົາ​ປະທານາທິບໍດີ​ຄົນ
​ໃໝ່​ ໃນ​ການ​ເລືອກ​ຕັ້ງ​ຮອບ​ຕັດສິນຊີ້​ຂາດ ລະຫວ່າງ​ຜູ້​ສະ
ມັກ​ເລືອກ​ຕັ້ງສອງ​ຄົນ ຄື​ທ່ານ Abdullah Abdullah ​ແລະ​
ທ່ານ Ashraf Ghani.

ຄາດ​ວ່າ ​ຈະບໍ່​ຮູ້ຈັກຜົນ​ຂອງ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢ່າງ​ເປັນ
​ທາງ​ການຈົນ​ກ່ວາວັນ​ທີ 2 ​ເດືອນ​ກໍລະກົດ ​ຕໍ່ໜ້າ​ນີ້.

ມີ​ຜູ້​ຄົນ​ອອກ​ໄປ​ປ່ອນ​ບັດ​ເປັນ​ຈຳນວນ​ຫລວງຫລາຍ ໃນ​ວັນ​
ເສົາ​ວານ​ນີ້ ​ເຖິງ​ແມ່ນ​ມີ​ການ​ຂົ່ມຂູ່​ຈາກ​ກຸ່ມ​ຕາ​ລີ​ບານ ທີ່​ຈະ
​ລົບ​ກວນ​ການເລືອກ​ຕັ້ງ ດ້ວຍ​ການກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ​ກໍ​ຕາມ. ກະຊວງ​ພາຍ​ໃນແຈ້ງ​
ໃຫ້​ຊາບ​ວ່າ​ມີການ​ໂຈມ​ຕີ 150 ຄັ້ງ ຮວມທັງ​ການວາງ​ລະ​ເບີດແຄມ​ທາງ ​ແລະການ​ຍິງ​
ຈະ​ຫລວດໂຈມ​ຕີ. ລາຍ​ງານຂ່າວ​ແຈ້ງ​ວ່າ ມີຫລາຍ​ສິບ​ຄົນ​ໄດ້ເສຍ​ຊີວິດ​ ຍ້ອນການ​
ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງ ຊຶ່ງບັ້ນ​ຮ້າຍ​ແຮງ​ທີ່​ສຸດ ​ແມ່ນ​ການ​ວາງ​ລະ​ເບີດລົດ​ເມ
ຄັນ​ນຶ່ງ ທີ່​ເຮັດ​ໃຫ້ 11 ຄົນ​ເສຍ​ຊີວິດ ຮວມທັງ​ພວກ​ພະນັກງານເລືອກ​ຕັ້ງຫລາຍ​ຄົນທີ່​
ກຳລັງ​ກັບ​ຄືນບ້ານ​ເຮືອນ​ຈາກ​ໜ່ວຍ​ເລືອກ​ຕັ້ງ​ຕ່າງໆ.

Your browser doesn’t support HTML5

afghanistanelection15june14


ບັນດາ​ເຈົ້າ​ໜ້າ​ທີ່​ກຳກັບ​ການ​ເລືອກ​ຕັ້ງ​ກ່າວ ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ປະຊາຊົນ​ອັຟກາ​ນິສ
ຖານ​ 7 ລ້ານ​ຄົນ ​ໄດ້​ອອກ​ໄປ​ປ່ອນ​ບັດ ຊຶ່ງ​ປະມານ​ເທົ່າ​ໆ​ກັນ​ກັບ​ການ​ປ່ອນ​ບັດ​ຮອບ​ທຳ​
ອິດ​ໃນວັນ​ທີ 5 ​ເມສາ​ຜ່ານ​ມາ​ນີ້ ຊຶ່ງ​ມີປະຊາຊົນ​ອອກ​ໄປ​ປ່ອນ​ບັດ ປະມານ 60 ​ເປີ​ເຊັນ
ຂອງ​ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທັງ​ໝົດ.

ຜູ້ຊາຍອັຟການິສຖານ ຈຳນວນນຶ່ງ ທີ່ຖືກພວກຕາລີບານ ຕັດນິ້ວມື ໄດ້ຮັບການຮັກສາ ຢູ່ໂຮງໝໍແຫ່ງນຶ່ງໃນເມືອງ Herat, ວັນທີ 15 ມິຖຸນາ 2014.


​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ໜ່ວຍ​ປ່ອນ​ບັດ​ອັດ
​ລົງ​ແລ້ວ ບັນດາ​ເຈົ້າ​ໜ້າ​ທີ່​ໃນແຂວງ Herat ​ ກ່າວ​ວ່າ
ພວກ​ຫົວ​ຮຸນແຮງ​ຕາ​ລີ​ບັນ ​ໄດ້​ຕັດ​ນີ້ວມື​ຂອງ​ພວກ​ທີ່ອອກ
​ໄປ​ປ່ອນ​ບັດ​ຢ່າງ​ໜ້ອຍ 11 ຄົນ. ບັນດາ​ຜູ້​ປ່ອນ​ບັດ​ອັຟກາ
​ນິສຖານ​ຕ້ອງໄດ້​ເອົາ​ນີ້ວ​ຊີ້​ຂອງ​ເຂົາ​ເຈົ້າ​ຈຸ່ມ​ລົງ​ໃນ​ນ້ຳ​ມຶກ ​
ເພື່ອຮັບປະກັນ​ວ່າ​ເຂົາ​ເຈົ້າ​ໄດ້​ປ່ອນ​ບັດ​ພຽງ​ເທື່ອ​ດຽວ​ເທົ່ານັ້ນ.

ທຳນຽບຂາວ ​ໄດ້​ກ່າວ​ສັນລະ​ເສີນບັນດາ​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ
​ອັຟກາ​ນິສຖານ ​ສຳ​ຫລັບຄວາມ “ກ້າຫານ​ແລະ​ເດັດດ່ຽວ​
ຂອງ​ເຂົາ​ເຈົ້າ” ​
ແລະ​ເອີ້ນ​ການ​ເລືອກ​ຕັ້ງຄັ້ງ​ນີ້​ ວ່າ “ເປັນ​ບາດ
ກ້າວທີ່​ມີ​ຄວາມ​ໝາຍສຳຄັນ”
ສຳລັບ​ປະຊາທິປະ​ໄຕ​ຂອງອັຟກາ​ນິສຖານ.

Your browser doesn’t support HTML5

CN- Afghanistan Readies for Presidential Run-off