ປະຊາຊົນຫຼາຍກວ່າ 80 ເປີເຊັນຂອງຈໍານວນຄອບຄົວທັງໝົດໃນລາວ ມີການຊົມໃຊ້ພະລັງງານ ໄຟຟ້າກວມເອົາພຽງແຕ່ 20 ເປີເຊັນເທົ່ານັ້ນຂອງປະລິມານການຊົມໃຊ້ໄຟຟ້າທັງໝົດ ໃນລາວ ໃນແຕ່ລະປີ, ຊົງຣິດ ໂພນເງິນມີລາຍງານເລື້ອງນີ້ ມາສະເໜີທ່ານຈາກບາງກອກ.
Your browser doesn’t support HTML5
ເຊີນຟັງລາຍງານກ່ຽວກັບການຈັດພາກສ່ວນໃຊ້ໄຟຟ້າຢູ່ໃນລາວ
ນັກທຸລະກິດໃນພາກອຸດສາຫະກຳຂອງລາວ ເປີດເຜີຍວ່າ ການຜະລິດສິນຄ້າ ແລະບໍລິການຕ່າງໆ ໃນລາວ ໄດ້ມີການຊົມໃຊ້ພະລັງງານໄຟຟ້າຄິດເປັນສັດສ່ວນ 40 ເປີເຊັນຂອງການຊົມໃຊ້ ພະລັງງານໄຟຟ້າທັງໝົດໃນປັດຈຸບັນ. ສ່ວນອີກ 40 ເປີເຊັນ ເປັນການຊົມໃຊ້ຂອງຫົວໜ່ວຍທຸລະກິດ ແລະຄົວເຮືອນຕ່າງໆ ທີ່ຢູ່ໃນເຂດຕົວເມືອງໃນທົ່ວປະເທດ ອັນລວມກັນເປັນການຊົມໃຊ້ພະລັງງານໄຟຟ້າຄິດເປັນສັດສ່ວນເຖິງ 80 ເປີເຊັນຂອງການຊົມໃຊ້ທັງໝົດ. ຫາກແຕ່ວ່າ ກໍຄິດເປັນ 20 ເປີເຊັນ ເທົ່ານັ້ນຂອງພາກສ່ວນທີ່ໄດ້ມີການຊົມໃຊ້ໄຟຟ້າທັງໝົດໃນລາວ ໝາຍຄວາມວ່າ ໄຟຟ້າອີກ 20 ເປີເຊັນທີ່ເຫລືອນັ້ນ ເປັນການຊົມໃຊ້ໃນພາກຜະລິດກະສິກຳຂອງປະຊາຊົນ ທີ່ຄິດເປັນ 80 ເປີເຊັນ ຂອງຫົວໜ່ວຍທີ່ມີການຊົມໃຊ້ພະລັງງານໄຟຟ້າທັງໝົດໃນລາວ ຊຶ່ງສອດຄ່ອງກັບການເປີດເຜີຍຂອງເຈົ້າໜ້າທີ່ລັດວິສະຫະກິດໄຟຟ້າລາວ ຫລື EDL ທີ່ໃຫ້ການຢືນຢັນວ່າ:
“ຜູ້ທີ່ໃຊ້ໄຟກວມເອົາສ່ວນໃຫຍ່ແມ່ນຢູ່ຊົນນະບົດ ແລະກະເປັນກຳມະກອນຫຍັງຕ່າງໆ ພວກເຮົາສາມາດບົ່ງບອກລາຍຮັບຂອງຄອບຄົວໄດ້ ຜ່ານການໃຊ້ໄຟກຸ່ມຄົນນີ້ ຈະຫລາຍທີ່ສຸດ ກວມ ເອົາ 80 ເປີເຊັນ ຂອງຄອບຄົວຂອງພົນລະເມືອງລາວ. 80 ເປີເຊັນຖືວ່າຍັງຢູ່ໃນລາຍຮັບຕ່ຳ ທີ່ລັດຖະບານຄວນເກື້ອກູນ.”
ເຈົ້າໜ້າທີ່ EDL ໃຫ້ການຢືນຢັນອີກວ່າ ປະຊາກອນລາວໃນກຸ່ມ 80 ເປີເຊັນ ດັ່ງກ່າວນີ້ ໄດ້ມີການຊົມໃຊ້ໄຟຟ້າໃນອັດຕາສະເລ່ຍ 25-40 ກິໂລວັດ/ໂມງ ຕໍ່ຄອບຄົວຕໍ່ເດືອນເທົ່ານັ້ນ ໃນຂະນະທີ່ປະຊາຊົນ ແລະຫົວໜ່ວຍທຸລະກິດໃນຕົວເມືອງນັ້ນ ມີການຊົມໃຊ້ໄຟຟ້າໃນອັດຕາສະເລ່ຍ 300-500 ກິໂລວັດ/ໂມງ ຕໍ່ລາຍ ຕໍ່ເດືອນ. ທັງນີ້ ຍັງບໍ່ລວມໜ່ວຍງານຂອງລັດທີ່ມີ ການຊົມໃຊ້ໄຟຟ້າ ຫຼາຍເຊັ່ນກັນ ແລະ ມີສ່ວນເຮັດໃຫ້ EDL ປະເຊີນກັບການຂາດທຶນອີກດ້ວຍ ເພາະມີການຄ້າງຊຳລະຄ່າໄຟຟ້າເປັນສ່ວນໃຫຍ່ນັ້ນເອງ.
ຍິ່ງໄປກວ່ານັ້ນ ລັດວິສາຫະກິດໄຟຟ້າລາວ (EDL) ກໍຍັງຈະຕ້ອງຊື້ພະລັງງານໄຟຟ້າຈາກເຂື່ອນ ຕ່າງໆ ຂອງບໍລິສັດຕ່າງຊາດໃນລາວ ເພື່ອຕອບສະໜອງການຊົມໃຊ້ໄຟຟ້າຂອງປະຊາຊົນລາວໃນ ທົ່ວປະເທດໃຫ້ໄດ້ຢ່າງພຽງພໍດ້ວຍນັ້ນ ເພາະ EDL ບໍ່ມີເຂື່ອນໄຟຟ້າເປັນຂອງຕົນເອງຈຶ່ງຈະ ຕ້ອງຊື້ໄຟຟ້າໃນລາຄາແພງຈາກເຂື່ອນຂອງບໍລິສັດຕ່າງຊາດດັ່ງກ່າວ ແຕ່ວ່າຈະຕ້ອງຕອບສະ ໜອງນະໂຍບາຍຄວບຄຸມລາຄາໄຟຟ້າຂອງລັດຖະບານ ເພື່ອໃຫ້ກະທົບຕໍ່ຊີວິດປະຈຳວັນຂອງ ປະຊາຊົນລາວໃຫ້ໜ້ອຍທີ່ສຸດນັ້ນ ກໍ່ຍັງເຮັດໃຫ້ EDL ຕ້ອງປະເຊີນບັນຫາຂາດທຶນຢ່າງຕໍ່ເນື່ອງ ອີກດ້ວຍ.
ແຕ່ຢ່າງໃດກໍຕາມ ລັດຖະບານລາວໄດ້ວາງເປົ້າໝາຍຈະສົ່ງອອກພະລັງງານໄຟຟ້າໃຫ້ໄດ້ເຖິງ 2,453 ລ້ານ ໂດລາໃນປີ 2023 ໂດຍເພີ້ມຂຶ້ນເຖິງ 40 ເປີເຊັນ ທຽບກັບປີ 2022 ທີ່ລາວໄດ້ສົ່ງອອກໄຟຟ້າໃນມູນຄ່າ 1,760 ລ້ານໂດລາ ແຕ່ເນື່ອງຈາກວ່າລາຍໄດ້ຈາກການສົ່ງອອກນັ້ນ ຕ້ອງນຳໃຊ້ເພື່ອຊຳລະໜີ້ຕ່າງປະເທດຂອງກຸ່ມລົງທຶນສ້າງເຂື່ອນໃນລາວເປັນດ້ານຫຼັກ ຈຶ່ງເຮັດໃຫ້ພາກທຸລະກິດຂອງລາວ ຍັງຕ້ອງປະເຊີນບັນຫາຂາດແຄນເງິນຕາຕ່າງປະເທດຕໍ່ໄປ ເພາະເງິນຕາໄດ້ຖືກໂອນໄປຕ່າງປະເທດ ຫລາຍກວ່າທີ່ໂອນເຂົ້າມາໃນລາວ ຊຶ່ງເຮັດໃຫ້ EDL ຕ້ອງດຸ່ນດ່ຽງການຂາດທຶນ ດ້ວຍການກູ້ຢືມທັງພາຍໃນແລະຈາກຕ່າງປະເທດເພີ້ມຂຶ້ນ ແຕ່ກໍປະຕິບັດໄດ້ຢ່າງຈຳກັດ ເພາະຖືກຄວບຄຸມດ້ວຍມາດຕະການຈຳກັດການສ້າງໜີສາທາລະນະຂອງລັດຖະບານລາວນັ້ນ ດັ່ງທີ່ເຈົ້າໜ້າທີ່ໃນກະຊວງການເງິນ ໃຫ້ການຢືນຢັນວ່າ:
“ພວກເຮົາຈະຊຸກຍູ້ໃຫ້ທະນາຄານທຸລະກິດປ່ອຍສິນເຊື່ອໃຫ້ມີປະສິດທິຜົນ ສຸມໃສ່ໂຄງການການ ຜະລິດເພື່ອສົ່ງອອກ ທົດແທນການນໍາເຂົ້າທີ່ເປັນບູລິມະສິດ ແລະສົ່ງເສີມຈຸນລະວິສາຫະກິດ- ຂະໜາດນ້ອຍ-ຂະໜາດກາງເຮັດໃຫ້ຍອດສິນເຊື່ອ ໃນລະບົບທົ່ວທຸກ ຂະແໜງທະນາຄານ ບໍ່ ໃຫ້ຫລຸດ 65 ເປີເຊັນຂອງ GDP, ພວກເຮົຈະຄວບຄຸມອັດຕາສ່ວນໜີ້ສິນທີ່ບໍ່ເກີດດອກອອກຜົນຂອງລະບົບທະນາຄານໃຫ້ຢູ່ໃນລະດັບບໍ່ເກີນ 3 ເປີເຊັນ.”
ດ້ວຍຂໍ້ຈຳກັດໃນດ້ານສິນເຊື່ອດັ່ງກ່າວ ຈຶ່ງເຮັດໃຫ້ EDL ຕ້ອງແກ້ໄຂບັນຫາການຂາດທຶນ ດ້ວຍການຈັດຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ (EDL-T) ທີ່ເປັນການຮ່ວມທຶນລະຫວ່າງ EDL ກັບບໍລິສັດຕາໜ່າງໄຟຟ້າພາກໃຕ້ຂອງຈີນ.