ທ່ານຜູ້ຟັງທັັັງຫຼາຍ ໃນລາຍການຊີວິດຊາວລາວປະຈຳວັນພະຫັດມື້ນີ້ ເຮົາຈະນຳເອົາລາຍ
ງານກ່ຽວກັບການສະຫລອງຄົບຮອບວັນຊາດ 41 ປີຢູ່ສະຖານທູດ ສປປ ລາວ ທີ່ນະຄອນ
ຫລວງ ວໍຊິງຕັນ ດີ.ຊີ ມາສະເໜີທ່ານ ຊຶ່ງປະກອບດ້ວຍຄຳປາໄສຂອງ ພະນະທ່ານ ເອກອັກຄະລັດຖະທູດໄມ ໄຊຍະວົງ ພ້ອມດ້ວຍການສຳພາດກັບແຂກທີ່ເຂົ້າຮ່ວມນຳ. ສ່ວນວ່າ
ບັນຍາກາດໃນງານກິນລ້ຽງເປັນຢ່າງໃດນັ້ນເຮົາຂໍໃຫ້ທ່ານພົບກັບ ກິ່ງສະຫວັນ ໄດ້ໃນອັນດັບຕໍ່ໄປ.
ບັນດາທຸງກຸ່ມປະເທດອາຊຽນ
Your browser doesn’t support HTML5
ເຊີນຟັງລາຍງານ ການສະຫລອງວັນຊາດ ສປປ ລາວ ຄົບຮອບ 41 ປີ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ວັນທີ 2 ທັນວາ ປີ 2016 ແມ່ນວັນຄົບຮອບວັນຊາດ 41
ປີ ຂອງ ສປປ ລາວ ທີ່ໄດ້ເລີ້ມສະຫລອງກັນມາ ແຕ່ປີ 1975 ຫລັງຈາກຄະນະແນວລາວ
ຮັກຊາດ ໄດ້ກຳອຳນາດ ແລະປ່ຽນລະບອບການປົກຄອ ງຈາກປະຊາທິປະໄຕ ພາຍໃຕ້ ກະສັດ ມາເປັນລະບອບສັງຄົມນິຍົມ. ໃນວັນສຳຄັນດັ່ງກ່າວນີ້ ສປປ ລາວ ໄດ້ທຳພິທີສະ ຫລອງວັນຊາດໂດຍການນຳພາຂອງປະທານປະເທດ ພະນະທ່ານບຸນຍັງ ວໍຣະຈິດພ້ອມ ດ້ວຍຄະນະລັດຖະບານ ໂດຍການຕ້ອນຮັບການເຂົ້າຢ້ຽມຄຳນັບອວຍພອນຈາກບັນດາ ທູຕານຸທູດແລະອົງການຈັດຕັ້ງສາກົນຕ່າງໆປະຈຳລາວ. ພ້ອມດຽວກັນນີ້ຢູ່ຕາມສະຖານ ທູດ ສປປລາວ ຢູ່ທົ່ວໂລກກໍໄດ້ມີການສະຫລອງເຊັ່ນດຽວກັນ.
ບັນດາເຈົ້າໜ້າທີ່ ສະຖານທູດ ສປປ ລາວ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ.
ໃນວາລະໂອກາດດຽວກັນນີ້ ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກໍໄດ້ສົ່ງສານອວຍພອນ ສະແດງຄວາມປາດຖະໜາອັນອົບອຸ່ນຕາງໜ້າ ໃຫ້ປະທານາ ທິບໍດີສະຫະລັດ ທ່ານ Barack Obama ແລະຕາງໜ້າປະຊາຊົນອາເມຣິກັນໄປຍັງພະ ນະທ່ານບຸນຍັງ ວໍຣະຈິດ ປະທານປະເທດ ສປປ ລາວ ແລະປະຊາຊົນລາວ. ຈຸດສຳຄັນ ທີ່ທ່ານ Kerry ໄດ້ຍ້ອງຍໍສັນລະເສີນ ສປປ ລາວ ກໍຄືຜົນສຳເລັດການເປັນປະທານກອງ ປະຊຸມສຸດຍອດອາຊຽນ ທີ່ຜ່ານມານີ້ ແລະການຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດ ຂອງປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ.
ບັນດາສະຕີ ສະຖານທູດ ສປປ ລາວ.
ໃນຕອນແລງວັນເສົາທີ 3 ເດືອນທັນວາ ຢູ່ສະຖານທູດ ສປປ ລາວ ທີ່ນະຄອນຫລວງ
ວໍຊິງຕັນ ກໍໄດ້ມີການເຕົ້າໂຮມສະຫລອງວັນຊາດ ໂດຍມີສະມາຊິກສັງຄົມອາເມຣິກັນ
ເຊື້ອສາຍລາວຈຳນວນນຶ່ງເຂົ້າຮ່ວມນຳ. ບັນຍາກາດຄັ້ງນີ້ເຕັມໄປດ້ວຍໃບໜ້າອັນຍີ້ມ
ແຍ້ມແຈ່ມໃສ ແລະໄມຕີຈິດອັນດີງາມ. ພາບທ່ີ່ເຫັນເປັນສັນຍາລັກຂອງລາວນັ້ນ ກໍຄື ບັນດາສຸພາບສະຕີແມ່ນພາກັນແຕ່ງໂຕນຸ່ງສີ້ນໄໝແພວາຢ່າງງົດງາມພ້ອມດ້ວຍອາຫານ
ພື້ນເມືອງລາວທີ່ໜ້າຮັບປະທານ ແລະເຄຶ່ອງດື່ມຕ່າງໆໄວ້ຕ້ອນຮັບບັນດາແຂກຄົນ ອັນ ເປັນຈຸດເຕົ້າໂຮມສົນທະນາຂອງບັນດາສຸພາບບູຣຸດ. ນອກນັ້ນກໍມີບຸກຄົນສຳຄັນ ທີ່ໄດ້ ເດີນທາງມາຮ່ວມຄືທ່ານໄມທອງ ທຳມະວົງສາ ຮອງຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳສະຫະປະຊາຊາດ ທີ່ນະຄອນນິວຢອກ.
ພິທີໄດ້ເປີດຂຶ້ນເວລາ 7:00 ໂມງແລງ ໂດຍການກ່າວຕ້ອນຮັບບັນດາແຂກຜູ້ມີກຽດໂດຍ
ພະນະທ່ານເອກອັກຄະລັດທູດໄມ ໄຊຊະວົງ ທີ່ໄດ້ລາຍງານ ເຖິງຄວາມກ້າວໜ້າ ຂອງ ສປປ ລາວ ເປັນຂັ້ນຕອນຢ່າງຍືດຍາວ ຊຶ່ງເຮົາໄດ້ນຳເອົາຂັ້ນຕອນສຳຄັນມາສະເໜີທ່ານ ດັ່ງນີ້:
ພະນະທ່ານເອກອັກຄະລັດຖະທູດໄມ (ທີສອງຈາກຊ້າຍ) ແລະ ພັນລະຍາ ຍານາງສຸມາລີ ໄຊຍະວົງ.
Your browser doesn’t support HTML5
ເຊີນຟັງຄຳປາໄສຂອງ ພະນະທ່ານໄມ ໄຊຍະວົງ ເອກອັກຄະລັດຖະທູດ ສປປ ລາວ
ຮວມຢູ່ໃນບັນດາແຂກຜູ້ມີກຽດກໍແມ່ນ ທ່ານຄຳຝັ້ນ ສິມປະເສີດ ແລະພັນລະຍາ ຍານາງ
ບຸນແທ່ນ ສະມາຊິກສັງຄົມອາເມຣິກັນເຊື້ອສາຍລາວ ທີ່ໄດ້ເດີນທາງມາຈາກພາກໃຕ້ຂອງ
ລັດເວີຈີເນຍ ທ່ານຄຳຝັ້ນ ໄດ້ໃຫ້ຂໍ້ຄິດເຫັນກ່ຽວກັບ ການມາສະລອງວັນຊາດມື້ນີ້ກັບ ວີໂອເອວ່າ:
ທ່ານຄຳຝັ້ນ ສິມປະເສີດ ແລະພັນລະຍາ ຍານາງບຸນແທ່ນ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານຄຳຝັ້ນ ສີມປະເສີດ
ບັນຍາກາດການສະຫລອງວັນຊາດຄົບຮອບ 41 ປີຂອງ ສປປ ລາວ ທີ່ໄດ້ຈັດຂຶ້ນຢູ່ ສະຖານທູດລາວ ໃນນະຄອນຫລວງ ວໍຊິງຕັນ ໃນວັນເສົາ ທີ 3 ທັນວາແລ້ວ ໄດ້ຜ່ານພົ້ນໄປດ້ວຍຄວາມຈົບງາມ ມີໄມຕີຈິດມິດຕະພາບອັນອົບອຸ່ນ ແລະບັນດາແຂກທີ່ເຂົ້າຮ່ວມຕ່າງກໍໄດ້ຮັບຄວາມສະໜຸກສະໜານ. ຖ້າທ່ານຕ້ອງການຟັງຄຳປາໄສທັງໝົດຂອງພະນະທ່ານເອກອັກຄະລັດຖະທູດໄມ ໄຊຍະວົງ ກະລຸນາຕິດຕາມຟັງໄດ້ທີ່ ໜ້າແວັບໄຊ ຂອງວີໂອເອ ທີ່ www.lao.voanews.com ຫລືຢູ່ຂ້າງເທິງນີ້.
ທ່ານບຸນທະລາ ປັນຍາວິຈິດ ເລຂານຸການເອກ ຫົວໜ້າພະແນກການເມືອງ ເສດຖະກິດ ແລະວັດທະນະທຳ ພ້ອມດ້ວຍພັນລະຍາ ຍານາງສິນສະມຸດ.