ໃນລາຍການຊີວິດຊາວລາວ ຂອງ ວີໂອເອ ປະຈຳວັນພະຫັດມື້ນີ້ ເຮົາຈະນຳເອົາການ
ສຳພາດກັບຍານາງທີນາ ມະຫາຣາດ ອາເມຣິກັນເຊື້ອສາຍລາວ ທີ່ສະໝັກເປັນສະມາ
ຊິກສະພາສູງ ປະຈຳລັດ Ohio ຕັ້ງຢູ່ທາງພາກກາງຂ້ອນຂ້າງໄປຕາເວັນອອກຂອງສະ
ຫະລັດ. ປັດຈຸບັນນີ້ ທີນາ ກຳລັງໂຄສະນາຫາສຽງເລືອກຕັ້ງທົ່ວໄປ ຊຶ່ງຈະມີຂຶ້ນໃນວັນ
ທີ 8 ເດືອນພຶດສະພາ ປີ 2018 ປີໜ້ານີ້. ຍານາງທີນາເກີດຢູ່ໃນສະຫະລັດ ສຳເລັດປະ
ລິນຍາຕີຝ່າຍລັດຖະສາດ ຈາກມະຫາວິທະຍາໄລ Ohio. ເປັນຫຍັງທີນາ ຈຶ່ງມີຄວາມ
ສົນໃຈ ຢາກສະໝັກເຂົ້າມາຮັບໃຊ້ຢູ່ໃນໜ້າທີ່ອັນສຳຄັນ ຂອງວົງການໆເມືອງດັ່ງກ່າວ
ນີ້. ກິ່ງສະຫວັນ ຈະມີຄຳຕອບ ມາສະເໜີທ່ານ.
ຍານາງທີນາ ມະຫາຣາດ ກຳລັງທັກທາຍກັບບັນດາຊາວໜຸ່ມ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງທີນາ ມະຫາຣາດ
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ຄຳຂວັນພາສາອັງກິດເວົ້າໄວ້ວ່າ “Be All You Can
Be” ໝາຍຄວາມວ່າ “ເຈົ້າສາມາດເປັນໄດ້ທຸກຢ່າງທີ່ຢາກເປັນ.” ນັ້ນແມ່ນສິດເສຣີ
ພາບ ແລະຄວາມສະເໝີພາບ ບໍ່ວ່າຈະເປັນດ້ານການສຶກສາ ການປະກອບວິຊາອາ
ຊີບ ແລະວົງການໆເມືອງກໍຕາມ. ເຖິງແມ່ນວ່າປະຊາກອນອາເມຣິກັນ ຈະມີຈຳນວນ
ເຖິງສາມຮ້ອຍລ້ານກວ່າຄົນກໍຕາມ ແຕ່ກໍຍັງຖືວ່າ ພວກເຂົາເຈົ້າເປັນຄົນກຸ່ມນ້ອຍ ທີ່
ໄດ້ຮັບສິດທິເທົ່າທຽມກັນ ໂດຍມີກົດໝາຍອັນສັກສິດ ຫ້າມກີດກັ້ນລຳອຽງ ເຖິງພື້ນ
ຖານທີ່ມາຜີວພັນຄວາມເຊື່ອຖືດ້ານສາສະໜາ ແລະເພດ ໄວ. ຢູ່ໃນລະບົບການປົກ
ຄອງຂອງລັດຖະບານສະຫະລັດ ຈາກທ້ອງຖິ່ນຂຶ້ນໄປເຖິງລັດລັດຖະບານກາງ ຈົນ
ຮອດຂັ້ນປະທານາທິບໍດີ ເພາະສະນັ້ນຈຶ່ງບໍ່ແປກປະຫລາດຫຽັງ ທີ່ເຮົາຈະສັງເກດ
ເຫັນບັນດານັກການເມືອງ ມີເຊື້ອສາຍມາຈາກທຸກໆຫົນແຫ່ງຢູ່ໃນໂລກ ທີ່ໄດ້ວາງ
ບົດບາດໄວ້ ຢູ່ໃນວົງການເມືອງຂອງສະຫະລັດ.
ຍານາງທີນາ ມະຫາຣາດ ແມ່ນອາເມຣິກັນເຊື້ອສາຍລາວ ເກີດເມື່ອວັນທີ 30 ເດືອນພະ
ຈິກ ປີ 1990 ທີ່ເມືອງ Whitehall ລັດ Ohio ສະຫະລັດອາເມຣິກາ. ທີນາ ໄດ້ຖືກລ້ຽງດູ
ຢູ່ໃນສັງຄົມພຸດທະສາສໜາ ສາມາດປາກພາສາລາວໄດ້ນ້ອຍນຶ່ງ ສຳເລັດປະລິນຍາຕີ
ຝ່າຍລັດຖະສາດ ເຄີຍເປັນນັກສຶກສາຝຶກອົບຮົມຢູ່ທີ່ ສະພາຕໍ່າ ແລະສະພາສູງຂອງສະ
ຫະລັດ. ເຄີຍໄດ້ເຮັດວຽກລົງຄະແນນສຽງປ່ອນບັດໃຫ້ແກ່ຊາວເອເຊຍອາເມຣິກັນ ແລະ
ຊາວເກາະປາຊິຟິກ (APIAV) ແລະໄດ້ອາສາສະໝັກຮັບໃຊ້ຢູ່ໃນສັງຄົມທ້ອງຖິ່ນ.
ສິ່ງເຫລົ່ານີ້ແມ່ນປະສົບການ ທີ່ໄດ້ເຫັນສະພາບການ ແລະກະຕຸ້ນໃຫ້ ຍານາງທີນາ
ສະໝັກເຂົ້າມາຮັບໃຊ້ເປັນສະມາຊິກລັດຖະສະພາ ລັດ Ohio ຊຶ່ງນາງໄດ້ກ່າວຕໍ່
ວີໂອເອ ເຖິງຈຸດປະສົງອັນນີ້ວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງທີນາ ມະຫາຣາດ
“ເວທີການເມືອງຂອງຂ້າພະເຈົ້າ ມີຮວມທັງ ການຂໍເພີ້ມທຶນການສຶກສາ ເພື່ອປີ່ນປົວ
ຄົນຕິດຢາແກ້ປວດ opiote ທີ່ກຳລັງລະບາດຢູ່ໃນຂະນະນີ້ ປັບປຸງໃຫ້ເຂົ້າເຖິງການ
ປິ່ນປົວ ການພັດທະນາໂອກາດດ້ານເສດຖະກິດ ໂດຍຜ່ານການເຝິກແອບ ແລະສະ
ໜັບສະໜູນພວກນັກລົບທີ່ກັບຄືນມາຈາກສົງຄາມ. ໃນຂະນະທີ່ບັນຫາເຫລົ່ານີ້ ໄດ້
ເຫັນວ່າສຸກເສີນເທົ່າທີ່ຜ່ານມາ ແລະຖ້າຫາກພວກເຮົາບໍ່ປົວແປງວ່າມັນເປັນເລື້ອງ
ສຸກເສີນແລ້ວ ລັດ Ohio ກໍຈະຕົກຕໍ່າລົງ ລວມໄປທັງທົ່ວປະເທດນຳ.”
ຍານາງທີນາ ແມ່ນແມ່ຍິງອາເມຣິກັນເຊື້ອສາຍລາວ ຜູ້ໄດ້ຮັບອິດສະລະພາບໃນການ
ປາກເວົ້າ ວ່ອງໄວ ເຂັ້ມແຂງ ສິ່ງເຫລົ່ານີ້ ໄດ້ກະກຽມໃຫ້ນາງຕໍ່ສູ້ ເພື່ອສິ່ງທີ່ຖືກຕ້ອງ.
ທີນາ ກ່າວຕໍ່ ວີໂອເອ ອີກວ່າ:
Your browser doesn’t support HTML5
ເຊິນຟັງການສຳພາດ ຍານາງທີນາ ມະຫາຣາດ
“ຍ້ອນການເຕີບໃຫຍ່ຢູ່ໃນປະຊາຄົມລາວອາເມຣິກັນ ຂ້າພະເຈົ້າຈຶ່ງຢາກຕໍ່ສູ້ ເປັນ
ປາກເປັນສຽງໃຫ້ແກ່ຊົນຊາດກຸ່ມນ້ອຍ ເພາະວ່າສຳລັບຊົນຊາດກຸ່ມໃຫຽ່ນັ້ນ ພວກ
ເຂົາເຈົ້້າມີປາກສຽງຫຼາຍພໍແລ້ວ. ຂ້າພະເຈົ້າໄດ້ຕຽມໂຕເອງ ເພື່ອເລືອກເອົາການ
ຕໍ່ສູ້ ແລະເອົາຊະນະສົງຄາມດັ່ງກ່າວນີ້. ບໍ່ພຽງແຕ່ວ່າຈະຕໍ່ສູ້ ໃນນາມຊົນກຸ່ມນ້ອຍ
ພວກເຮົາໄດ້ມີການຕາງໜ້າໃຫ້ກັນໜ້ອຍທີ່ສຸດ ບໍ່ມີປາກສຽງຢູ່ໃນວົງການໆເມືອງ
ຊຶ່ງພວກເຮົາຈະສືບຕໍ່ ໂດຍບໍ່ຮູ້ວ່າຈະມີຫຽັງເກີດຂຶ້ນໃນອະນາຄົດ. ຂ້າພະເຈົ້າໄດ້
ເຫັນດ້ວຍຕົນເອງມາ ໃນເວລາທີ່ເຕີບໃຫຍ່ ວ່າບໍ່ໄດ້ມີຄວາມກ້າວໜ້າ ໄດ້ປະເຊີນ
ໜ້າກັບບັນຫາຊົນກຸ່ມນ້ອຍ ຍ້ອນພາສາ ຍ້ອນການສຶກສາ ຍ້ອນການກີດກັ້ນທາງ
ດ້ານເສດຖະກິດ ແລະສັງຄົມ.”
ຍານາງທີນາ ເປັນລູກສາວຄົນທີສອງ ຂອງທ່ານວົງສົມເລດ ມະຫາຣາດ ອະດີດນາຍ
ທະຫານຈາກເມືອງປາກເຊ ແລະແມ່ ມື້ລາງຍານາງວັນນາ ມະຫາຣາດ ອະດີດນາງ
ພະຍາບານ ຈາກເມືອງສະຫວັນນະເຂດ ປະເທດລາວ. ທິນາໄດ້ກ່າວຕໍ່ໄປອີກວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງທີນາ ມະຫາຣາດ
“ເຖິງແມ່ນວ່າ ພວກເຂົາເຈົ້າຈະໄດ້ຮັບການສຶກສາ ແລະການເຝິກອົບຮົມມາແດ່ໄດ້
ເດີນທາງເຂົ້າມາສະຫະລັດ ດ້ວຍຊັບສິນພຽງເລັກນ້ອຍ ແລະປາກເວົ້າພາສາອັງກິດ
ບໍ່ຄ່ອງແຄ້ວປານໃດກໍຕາມ ແຕ່ກໍຫາວຽກຫາການໄດ້ ເປັນຄົນງານຢູ່ສາງເກັບເຄື່ອງ
ສູ້ທົນເພື່ອໃຫ້ພວກລູກໆ ໄດ້ຢູ່ດີກິນດີ ແລະມີຊີວິດອັນມີຄວາມໝາຍ. ເວລາຂ້າພະ
ເຈົ້າມີອາຍຸໄດ້ 14 ປີ ແມ່ ແລະອ້າຍພ້ອມດ້ວຍນ້ອງຊາຍໄດ້ເສຍຊີວິດຍ້ອນອຸປະຕິ
ເຫດລົດຕຳກັນ ໃນຂະນະທີ່ເດີນທາງໄປຢ້ຽມຢາມຍາດຕິພີ່ນ້ອງຢູ່ລັດ North
Carolina. ຂ້າພະເຈົ້າໂຊກດີທີ່ຍັງມີຊີວິດຢູ່ ຊຶ່ງເວລານັ້ນກຳລັງຮຽນພາສາຝຣັ່ງ ຢູ່
ເມືອງ Toulouse ປະເທດຝຣັ່ງ .” ໂສກນາດຕະກຳຂອງຄອບຄົວຂອງຂ້າພະເຈົ້າ
ໄດ້ເປັນຜົນກະທົບຢ່າງໃຫຽ່ຕໍ່ການເຕີບໃຫຍ່ຂອງຂ້າພະເຈົ້າ."
ໃນຊີວິດຂອງຄົນເຮົາ ຫລາຍໆຄັ້ງເຫດຮ້າຍຈະມີຜົນກະທົບຕໍ່ການດຳລົງຊີວິດທັງໃນ
ທາງບວກ ແລະທາງລົບ ຊຶ່ງທີນາໄດ້ກ່າວຕໍ່ ວີໂອເອ ດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງທີນາ ມະຫາຣາດ
“ຄວາມຮູ້ສຶກຂອງຂ້າພະເຈົ້າໃນເວລານັ້ນກໍແມ່ນວ່າ ສະມາຊິກຄອບຄົວຂອງຂ້າພະ
ເຈົ້າບໍ່ມີໂອກາດໄດ້ເຫັນຊີວິດອັນແທ້ຈິງເລີຍ ຂ້າພະເຈົ້າຈຶ່ງຢາກຈະຢູ່ກັບຊີວິດອັນ
ມ່ວນຊື່ນເພື່ອພວກເຂົາເຈົ້າ. ເວລາຂ້າພະເຈົ້າກັບຄືນບ້ານຈາກປະເທດຝຣັ່ງ ມາຢູ່
ລັດ Ohio ຂ້າພະເຈົ້າໄດ້ເລືອກເອົາເສັ້ນທາງທີ່ບໍ່ເໝາະສົມ ມັກອອກໄປທ່ຽວຫລິ້ນ
party ໝົດຄືນ. ຄືນນຶ່ງໃນຂະນະທີ່ຂ້າພະເຈົ້າກັບບ້ານໄກ້ທ່ຽງຄືນ ຂ້າພະເຈົ້າບໍ່ຮູ້
ເມື່ອວ່າ ໄດ້ຂັບລົດຢຽບຜູ້ຊາຍຄົນນຶ່ງຢູ່ພື້ນດິນ. ເວລານັ້ນຂ້າພະເຈົ້າມີອາຍຸ ໄດ້ 16
ປີ ແລະຢ້ານກົວຫຼາຍ. ຂ້າພະເຈົ້າຖືກປະຊາຄົມ ແລະສື່ມວນຊົນຫາເລື່ອງໃສ່ວ່າຂັບ
ລົດຢຽບຄົນຈົນຕາຍ ແຕ່ຂ້າພະເຈົ້າເຊື່ອແນ່ວ່າ ຂ້າພະເຈົ້າບໍ່ມີຄວາມສາມາດຈະເຮັດແນວນັ້ນໄດ້. ຕໍ່ມາໄດ້ຖືກພິສູດວ່າ ຜູ້ຊາຍຄົນນັ້ນໄດ້ເສຍຊີວິດພໍແຮງແລ້ວ ແລະໄດ້
ຖືກລົດຫລາຍຄັນແລ່ນຢຽບມາກ່ອນ. ປະສົບການດັ່ງກ່າວໄດ້ສັ່ນສະເທືອນຈິດໃຈ ແຕ່ກໍໄດ້ເຮັດໃຫ້ເປັນທີ່ແຈ້ງຂາວໃນທີ່ສຸດໃນເວລາຕໍ່ມາ. ຍາດຕິພີ່ນ້ອງຂອງຂ້າພະ
ເຈົ້າສ່ວນໃຫຍ່ ຍັງຢູ່ປະເທດລາວ ເພາະສະນັ້ນ ຂ້າພະເຈົ້າຈຶ່ງໂຊກດີີ ທີ່ໄດ້ຮັບການສະໜັບສະໜູນຢ່າງໃຫຍ່ຫລວງ ຈາກບັນດາສະມາຊິກທີ່ເປັນຍາດຕິພີ່ນ້ອງ ແລະ
ເພື່ອນຝູງຢູ່ໃນເວລານັ້ນ.
ເຖິງແມ່ນວ່າ ແມ່ຂອງຂ້າພະເຈົ້າຈະບໍ່ໄດ້ຢູ່ກັບຂ້າພະເຈົ້າອີກແລ້ວກໍຕາມ ແຕ່ຂ້າພະ
ເຈົ້າກໍຍັງຄິດເຫັນວ່າ ເພິ່ນເປັນແມ່ຍິງທີ່ໜ້າສັນລະເສີນ ແລະຂ້າພະເຈົ້າໂຊກດີທີ່ສຸດ
ທີ່ເພິ່ນໄດ້ລ້ຽງຂ້າພະເຈົ້າໃຫ້ໃຫຍ່ສູງເປັນຢ່າງດີ. ບັດນີ້ຂ້າພເຈົ້າກໍເປັນແມ່ຄົນນຶ່ງ ຂ້າ
ພະເຈົ້າມີຄວາມຫວັງອັນດີຕໍ່ອານາຄົດຂອງລູກຊາຍຂ້າພະເຈົ້າ. ຂ້າພະເຈົ້າຫວັງວ່າ
ລາວຈະມີໂອກາດຕັດສີນໃຈ ຊອກເອົາທາງເລືອກທີ່ດີ. ລັດຖະບານປັດຈຸບັນນີ້ ໄດ້
ເຮັດນະໂຍບາຍຫລາຍເກີນໄປ ທີ່ຮຽກຮ້ອງເອົາທຶນໂດຍການເກ້ຍກ່ອນ. ປັດຈຸບັນນີ້
ພວກເຮົາກຳລັງຕໍ່ສູ້ຄືນ ເພື່ອຊອກຫາການຕັດສິນໃຈດັ່ງກ່າວ. ຂ້າພະເຈົ້າຍັງຫວັງວ່າ
ໃນສະໄໝລູກຊາຍຂອງຂ້າພະເຈົ້າ ເຂົາເຈົ້າຈະບໍ່ຕ້ອງໄດ້ດິ້ນຮົນຕໍ່ສູ້ກັບສິດທິພື້ນຖານ
ໃນຊີວິດຂອງເຂົາເຈົ້າ ຄືກັນກັບໃນຍຸກຂອງຂ້າພະເຈົ້າ.”
ຍານາງທີນາ ມະຫາຣາດ
ທີ່ກ່າວໄປນັ້ນແມ່ນເລື່ອງລາວຂອງການຜ່ານຜ່າຊີວິດຂອງ ຍານາງທີນາ ມະຫາຣາດ ຜູ້
ສະໜັກເປັນສະມາຊິກສະພາ ລັດ Ohio ຊຶ່ງຈະມີການເລືອກຕັ້ງທົ່ວໄປໃນວັນທີ 8 ເດືອນພຶດສະພາ 2018 ປີໜ້ານີ້. ຍານາງທີນາ ແມ່ນລູກສາວຄົນທີສອງໃນຈຳນວນອ້າຍເອື້ອຍນ້ອງນຳກັນສີ່ຄົນ ຈາກຄອບຄົວມະຫາຣາດ ຕັ້ງຖິ່ນຖານຢູ່ລັດ Ohio ສະຫະລັດອາເມຣິ
ກາ. ເຖິງແມ່ນວ່າຍານາງທິນາ ຈະໄດ້ມາເກີດຢູ່ໃນສະຫະລັດ ສາມາດເຂົ້າໃຈພາສາລາວ
80% ແຕ່ຄວາມເປັນລາວນັ້ນ ກໍແມ່ນຍັງມີຢູ່ ຄື ນາງມັກກິນແກງໜໍ່ໄມ້ ເຂົ້າໜຽວ ແລະ
ຕົ້ມເຄັມ.