ວີໂອເອ ລາວ ສຳພາດ ທ່ານ ບຸນມີ ສຸເທບມະນີ ຈາກເມືອງ ອາມາຣິລໂລ ລັດ ເທັກຊັສ

ທ່ານ ບຸນມີ ສຸເທບມະນີ ຖ່າຍຮູບກັບຄອບຄົວ.

ໃນລາຍ​ການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີ​ໂອ​ເອພາກພາສາລາວ ແລງວັນອາທິດມື້ນີ້ ທ່ານ ບຸນມີ ສຸເທບມະນີ ຈາກເມືອງ ອາມາຣິລໂລ (Amarillo) ລັດ ເທັກຊັສ ຈະມາລົມສູ່ຟັງ ກ່ຽວ ກັບ ປະຫວັດຄວາມເປັນມາໃນການມາຕັ້ງຖິ່ນຖານຂອງເພິ່ນ ຢູ່ ສະຫະລັດ ແລະ ການດຳລົງຊີວິດ ໃນເມືອງດັ່ງກ່າວ, ຊຶ່ງ ພຸດທະສອນ ຈະນຳເອົາບົດສຳພາດມາສະ​ເໜີ​ທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ວີໂອເອ ລາວ ສຳພາດ ທ່ານ ບຸນມີ ສຸເທບມະນີ ຈາກເມືອງ ອາມາຣິລໂລ ລັດ ເທັກຊັສ

ທ່ານ ບຸນມີ ສຸເທບມະນີ ແມ່ນນຶ່ງໃນບັນດາຄົນລາວ ທີ່ໄດ້ອົບພະຍົບມາ ສະຫະລັດ ເມື່ອ 30 ກວ່າປີທີ່ຜ່ານມາ. ທ່ານເປັນຄົນຈາກແຂວງຈຳປາສັກ. ກ່ອນຕັດສິນໃຈຍ້າຍມານັ້ນ ທ່ານໄດ້ຮັບແຮງບັນ ດານໃຈຈາກໝູ່ຜູ້ທີ່ໄດ້ເດີນທາງຮອດ ສະຫະລັດ ກ່ອນແລ້ວ. ເຊິ່ງທ່ານໄດ້ເລົ່າສູ່ຟັງດັ່ງຕໍ່ໄປນີ້

Your browser doesn’t support HTML5

ັAct 1 ທ່ານ ບຸນມີ ກ່າວ ກ່ຽວກັບ ການຕັດສິນໃຈມາ ສະຫະລັດ

ທ່ານ ບຸນມີ ກ່າວວ່າ ເງິນ 30 ໂດລາທີ່ໝູ່ຝາກໃຫ້ແມ່ນມີຄ່າຫຼາຍໃນ 1979, ຖ້າທຽບໃສ່ປັດຈຸບັນນີ້ກໍຈະປະມານ 100 ໂດລາ. ຫຼັງອອກຈາກປະເທດ ລາວ, ທ່ານກໍໄດ້ໄປຢູ່ສູນອົບພະຍົບໃນປະເທດ ໄທ, ແລ້ວທ່ານກໍໄດ້ຍ້າຍມາ ສະຫະລັດ ເຊິ່ງທ່ານກ່າວວ່າ:

Your browser doesn’t support HTML5

Act 2 ການມາເຖິງ ສະຫະລັດ ຂອງທ່ານ ບຸນມີ

ອົບພະຍົບທີ່ເດີນທາງມາຮອດ ສະຫະລັດ ທຸກຄົນແມ່ນຈະມີ ສະປອນເຊີ ຫຼື ຜູ້ສະໜັບສະໜູນເປັນຄົນເບິ່ງແຍງ, ສ່ວນຫຼາຍເຂົາເຈົ້າເປັນຄົນທີ່ມາຈາກໂບດ. ເຂົາເຈົ້າຈະຊ່ວຍອົບພະຍົບຕັ້ງຕົ້ນຊີວິດໃໝ່ໃນ ສະຫະລັດ ເຊັ່ນຫາວຽກໃຫ້ເຮັດ ແລະ ສຶກສາຮໍ່າຮຽນ.

ທ່ານ ບຸນມີ ໄປທ່ຽວປະເທດ ຝຣັ່ງ ກັບຄອບຄົວ.

ທ່ານ ບຸນມີເວົ້າວ່າຕອນທ່ານຢູ່ລັດ ອາຣິໂຊນາ ວຽກທີ່ທ່ານໄດ້ເຮັດທຳອິດແມ່ນຢູ່ໂຮງແຮມ, ຫຼັງ ຈາກນັ້ນກໍໄດ້ເປັນຊ່າງຈັກຊ່ຽນເຄື່ອງຍົນທຸກປະເພດ. ເມື່ອຍ້າຍ ໄປລັດ ເທັກຊັສ, ທ່ານ ບຸນມີ ກໍໄດ້ເຮັດວຽກຢູ່ບໍລິສັດປາດຊີ້ນ, ແລະ ບໍລິສັດ ເຮັດໂສ້ງຢີນ ແລະ ຮຽນໜັງສືໄປພ້ອມ. ສຳລັບຕອນນີ້ທ່ານ ບຸນມີ ແມ່ນມີວຽກ ງານທີ່ດີຫຼາຍຢູ່ບໍລິສັດຜະລິດເຮືອບິນທີ່ມີຊື່ສຽງ ເຊິ່ງທ່ານກ່າວວ່າ:

Your browser doesn’t support HTML5

Act 3 ທ່ານ ບຸນມີ ກ່າວ ກ່ຽວກັບ ໜ້າທີ່ວຽກງານຂອງທ່ານ.mp3

ທ່ານ ບຸນມີ ຖ່າຍຮູບກັບເຮືອບິນ V22.

ສະຫະລັດ ເປັນປະເທດທີ່ໃຫ້ໂອກາດແກ່ຄົນຫຼາຍ, ທຸກຄົນທີ່ອາໄສຢູ່ປະເທດນີ້ ຖ້າມີຄວາມຮູ້ ແລະ ດຸໝັ່ນ ເຂົາເຈົ້າຈະມີໂອກາດໃນການພັດທະນາອາຊີບ ແລະ ໄດ້ຮັບວຽກງານທີ່ດີຫຼາຍ.

ທ່ານ ບຸນມີ ມີລູກ 4 ຄົນ, 3 ຄົນແມ່ນໃຫຍ່ ແລະ ເຮັດການໝົດແລ້ວ ແລະ ມີລູກຊາຍນ້ອຍຄົນນຶ່ງທີ່ປັດຈຸບັນນີ້ແມ່ນກຳລັງເຂົ້າໂຮງຮຽນຢູ່.

Your browser doesn’t support HTML5

Act 4 ທ່ານ ບຸນມີ ກ່າວ ກ່ຽວກັບ ຄອບຄົວ ແລະ ຊຸມຊົນ ລາວ.mp3

ສະຫະລັດ ແມ່ນປະເທດທີ່ໃຫຍ່ຫຼາຍ, ວັດທະນະທຳ ແລະ ສິ່ງແວດລ້ອມ ຕ່າງໆ ແລະ ແນວຄິດຂອງຄົນແມ່ນຈະບໍ່ຄືກັນ. ບາງເມືອງ, ບາງລັດຈະມີ ບ່ອນທ່ອງທ່ຽວຫຼາຍ, ແຕ່ບາງບ່ອນກໍຈະເປັນເຂດອຸດສາຫະກຳ ແລະ ມີແຕ່ບ່ອນເຮັດວຽກເທົ່ານັ້ນ.

ທ່ານ ບຸນມີ ຫຼິ້ນກີຕ້າ ຢູ່ງານພົບປະສັງສັນສະມາຄົມລາວໃນລັດເທັກຊັສ.

Your browser doesn’t support HTML5

Act 5 ທ່ານ ບຸນມີ ກ່າວ ກ່ຽວກັບ ເມືອງ ອາມາຣິລໂລ.mp3

ສ່ວນຫຼາຍຄົນໃນເມືອງ ອາມາຣິລໂລ ຈະມັກໄປທ່ຽວຢູ່ເມືອງ ດາລາສ ຫຼື ໂອກລາໂຮມາ ຊີຕີ້. ທ່ານ ບຸນມີ ເວົ້າວ່າຜູ້ຍິງສ່ວນຫຼາຍມັກຈະໄປຊັອບປິ້ງ, ທ່ຽວຊົມນັ້ນຊົມນີ້ໃນເມືອງ ແລະ ກິນອາ ຫານ.

ທີ່ທ່ານໄດ້ຟັງໄປນັ້ນແມ່ນການສຳພາດທ່ານ ບຸນມີ ສຸເທັບມະນີ, ຄົນລາວ ທີ່ອາໄສຢູ່ໃນເມືອງ ອາມາຣິລໂລ ລັດ ເທັກຊັສ ທີ່ທ່ານໄດ້ເລົ່າໃຫ້ພວກເຮົາຟັງ ກ່ຽວກັບ ປະສົບການຂອງທ່ານຕັ້ງແຕ່ອົບພະຍົບມາແຕ່ລາວ. ຂໍເຊີນບັນດາທ່ານພົບກັບລາຍການຊຸມຊົນ ລາວ ໃນ ອາເມຣິກາ ຂອງເຮົາໄດ້ອີກ ໃນວັນອາທິດໜ້າເວລາດຽວກັນນີ້.