ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ ເຮົາຈະນຳເອົາ
ລາຍງານ ແລະການສຳພາດກັບພວກນັກສຶກສາລາວ ນຶ່ງໃນຈຳນວນເກືອບ 160
ປະເທດ ທີ່ໄດ້ມາຮ່ວມແຂ່ງຂັນ First Global Challenge ຊຶ່ງເປັນໂຄງການກະຕຸກ
ຊຸກຍູ້ ບັນດານັກສຶກສາ ດ້ານວິທະຍາສາດ ເທັກໂນໂລຈີ ວິສະວະກຳ ແລະຄະນິດ
ສາດ ຫລື STEM. ຈຸດປະສົງກໍເພື່ອເພີ່ມພູນຄວາມເຂົ້າໃຈ ສ້າງຄວາມສຳຄັນແກ່
ການປະສານງານ ແກ້ໄຂບັນຫາຄວາມກົດດັນຂອງໂລກ ແລະປັບປຸງຊີວິດການ
ເປັນຢູ່ແກ່ທຸກໆຄົນຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ທີມ ສປປ ລາວ ແລະເຄື່ອງຫຸ່ນຍົນ (robot) ຂອງເຂົາເຈົ້າ.
Your browser doesn’t support HTML5
ເຊີນຟັງລາຍງານ ແລະການສຳພາດ ນັກສຶກສາ ສປປ ລາວ ເຂົ້າຮ່ວມ First Global Challenge.
ພວກນັກສຶກສາຈາກ ສປປ ລາວ ໄດ້ມາເຂົ້າຮ່ວມການແຂ່ງຂັນທີ່ເອີ້ນວ່າ First
Global Challenge ເພື່ອກະຕຸກຊຸກຍູ້ການສຶກສາ ວິທະຍາສາດ ເທັກໂນໂລຈີ ວິສະ
ວະກຳ ແລະຄະນິດສາດ ຫລື STEM (Science Technology Engineering ແລະ
Math) ທີມລາວປະກອບດ້ວຍນັກສຶກສາຊາຍ 3 ຄົນ ແລະແມ່ຍິງຄົນນຶ່ງ ແມ່ນຢູ່ພາຍ
ໃຕ້ການນຳພາຂອງທ່ານກະຕ່າຍ ໄຊຍະສົມບັດ ອາຈານສອນຂໍ້ມູນເທັກໂນໂລຈີ ຫຼື
ໄອທີ ທີ່ມະຫາວິທະຍາໄລແຫ່ງຊາດ.
ໃນຕອນແລງວັນອາທິດທີ 16 ກໍລະກົດ ໄດ້ມີພິທີເປີດການແຂ່ງຂັນແບບກິລາໂອລິມ
ປິກ ຊຶ່ງແຕ່ລະທີມພາກັນຖືທຸງຊາດຂອງໃຜລາວຍ່າງເຂົ້າເດີ່ນປະກອບດ້ວຍສຽງເພງ
ທີ່ເປັນສັນຍາລັກປະຈຳຊາດ ເວລານັ້ນ ໄດ້ມີສຽງຮ້ອງໂຮດັງສະໜັ່່ນ ຫວັ່ນໄຫວ ຈາກ
ຝູງຊົນທີ່ເຂົ້າຮ່ວມຊົມ. ໃນວັນຈັນທີ 17 ການແຂ່ງຂັນໄດ້ເລີ້ມຂຶ້ນ ແຕ່ລະຊຸດແຂ່ງຂັນ ຈະປະກອບດ້ວຍກັນ ສາມທີມຈາກສາມປະເທດ ເພື່ອປະເຊີນໜ້າກັບທີມກົງກັນຂ້າມ
ເປັນເວລາສອງນາທີ ເພື່ອທຳຄະແນນ ໃຫ້ໄດ້ຫລາຍທີສຸດ ດ້ວຍການບັງຄັບເຄຶ່ອງ
robot ຫຼືຫຸ່ນຍົນ ໃຫ້ໃຈ້ແຍກໜ່ວຍໝາກບານສີຟ້າ ທີ່ໝາຍເຖິງນໍ້າສະອາດ ແລະ
ໝາກບານສີສົ້ມ ໝາຍເຖິງສິ່ງທີ່ເປື້ອນເປີະ. ມື້ທຳອິດທີມລາວໄດ້ຊະນະສອງຄັ້ງ
ແລະໄດ້ຄະແນນສູງ.
ໝາກບານສີຟ້າ ໝາຍເຖິງນໍ້າສະອາດ ແລະໝາກບານສີສົ້ມ ໝາຍເຖິງສິ່ງທີ່ເປື້ອນເປີະ.
ໃນວັນອັງຄານ ທີ 18 ມື້ສຸດທ້າຍຂອງການແຂ່ງຂັນ ຮອບທຳອິດທີມ ສປປ ລາວ ໄດ້
ເຮັດຄະແນນຕົກ. ຕົກມາເຖິງຮອບສອງທີມ ສປປ ລາວ ປະກອບດ້ວຍທີມ ບູຣຸນດີ
ແລະທີມ ຢູເຄຣນ ໄດ້ຕໍ່ສູ້ກັບ ທີມເນປານ ທີມຫວຽດນາມ ແລະທີມໂດມີນິກັນຣິພັບ
ບລິກ ຜູ້ທີ່ໄດ້ທຳຄະແນນນຳໜ້າ. ກ່ອນເວລາສອງນາທີຈະສິ້ນສຸດລົງ ສິ່ງມະຫັດ
ສະຈັນໄດ້ເກີດຂືຶ້ນ ທີມ ສປປ ລາວ ເຮັດຄະແນນໄດ້ 105 ຕໍ່ 55 ຊຶ່ງໄດ້ເຮັດໃຫ້ທີມ
ສປປ ລາວ ຕິດອັນດັບທີ 7 ຢູ່ໃນເວລານັ້ນ.
ທີມ ສປປ ລາວ ກຳລັງປະຊຸມ ວາງແຜນຍຸດທະສາດ.
ການແຂ່ງຂັນເອົາຄະແນນຂອງທີມອື່ນໆຍັງດຳເນີນຢູ່ຕໍ່ໄປ ແລະໃນທີ່ສຸດຜົນຂອງການ
ແຂ່ງຂັນກໍໄດ້ເຮັດໃຫ້ທີມ ສປປ ລາວ ຕົກລົງມາຢູ່ໃນອັນດັບທີ 28 ໃນບັນດາທີມຜູ້ເຂົ້າ
ແຂ່ງຂັນເກືອບ 160 ປະເທດ.
ທ່ານກະຕ່າຍ ໄຊຍະສົມບັດ ອາຈານສອນຂໍ້ມູນເທັກໂນໂລຈີ ຫຼືໄອທີ ທີ່ມະຫາວິທະຍາ
ໄລແຫ່ງຊາດ ໄດ້ກ່າວຕໍ່ ວີໂອເອ ກ່ຽວກັບການມາຮ່ວມຂອງທີມລາວວ່າ:
ທ່ານກະຕ່າຍ ໄຊຍະສົມບັດ
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານກະຕ່າຍ ໄຊຍະສົມບັດ
ນາງທິດາວອນ ໝັ້ນຄົງສິນ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ປີທີນຶ່ງ ແລະ
ເປັນນັກສຶກສາແມ່ຍິງແຕ່ພຽງຄົນດຽວ ໄດ້ກ່າວຕໍ່ວີໂອເອ ກ່ຽວກັບການເຂົ້າຮ່ວມຂອງ
ນາງວ່າ:
ນາງທິດາວອນ ໝັ້ັ້ນຄົງສິນ
Your browser doesn’t support HTML5
ເຊີນຟັງການສຳພາດ ນາງທິດາວອນ ໝັ້ນຄົງສິນ
ທ້າວປິຕິ ພັນທະສົມບັດ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ປີທີສອງ ໄດ້
ກ່າວເຖິງຄວາມຕື່ນເຕັ້ນຂອງລາວວ່າ:
ທ້າວປິຕິ ພັນທະສົມບັດ
Your browser doesn’t support HTML5
ເຊີນຟັງການສຳພາດ ທ້າວປິຕິ ພັນທະສົມບັດ
ທ້າວສິນເກີດ ພຸດທະວົງ ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ປີທີສອງໄດ້ກ່າວ
ຕໍ່ ວີໂອເອ ກຽວກັບການເດີນທາງມາສະຫະລັດ ເພື່ອເຂົ້າຮ່ວມແຂ່ງຂັນຄັ້ງນີ້ວ່າ:
ທ້າວສິນເກີດ ພຸດທະວົງ
Your browser doesn’t support HTML5
ເຊີນຟັງການສຳພາດ ທ້າວສິນເກີດ ພຸດທະວົງ
ທ້າວອັດຖະພອນ ຕະມອງຊູມ່ວງໄຊ ຈາກມະຫາວິທະຍາໄລແຫ່ງຊາດກ່າວວ່າ:
ທ້າວອັດຖະພອນ ຕະມອງຊູມ່ວງໄຊ
Your browser doesn’t support HTML5
ເຊີນຟັງການສຳພາດ ທ້າວອັດຖະພອນ ຕະມອງຊູມ່ວງໄຊ
ຈຸດປະສົງຂອງອົງການ First Global ກໍຄືຊຸກຍູ້ການເປັນຜູ້ນຳດ້ານວິທະຍາສາດ ແລະເທັກໂນໂລຈີ ແລະນະວັດຕະກຳແກ່ນບັນດາຊາວໜຸ່ມຢູ່ທຸກໆປະເທດເພື່ອເພີ່ມ
ພູນຄວາມເຂົ້າໃຈ ສ້າງຄວາມສຳຄັນແກ່ການປະສານງານ ເພື່ອແກ້ໄຂບັນຫາຄວາມ
ກົດດັນຂອງໂລກ ແລະປັບປຸງຊີວິດການເປັນຢູ່ແກ່ທຸກໆຄົນ.
ທີມ Arobic ລາວ
ບັນດານັກສຶກສາຈາກ ສປປ ລາວ ໄດ້ມີໂອກາດພົບພໍ້ກັບບັນດາເພື່ອນນັກສຶກສາ ທີ່
ເດີນທາງມາຈາກທົ່ວໂລກ ດ້ວຍຄວາມຕື່ນເຕັ້ນ ແລ້ວກໍກຳລັງພາກັນກັບຄືນປະເທດ
ຂອງໃຜລາວ.
Your browser doesn’t support HTML5
ການແຂ່ງຂັນ robotics ຂອງທີມ ສປປ ລາວ ຮອບສຸດທ້າຍ.