ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ປະຈຳແລງວັນພະຫັດ
ມື້ນີ້ ເຮົາຈະໃຫ້ທ່ານໄດ້ຟັງການສຳພາດກັບ ນາງສາວ ສຸພາພອນ ຫຼື ນຸ້ຍ ສົມວິຈິດ ແລະ
ພໍ່ຂອງນາງ ທ່ານສິດທິໄຊ ສົມວິຈິດ ຜູ້ຈັດການ ທັງເປັນຜູ້ສະໜັບສະໜູນອູ້ມຊູ ທີ່ໄດ້ນຳ
ພາລູກສາວເຂົ້າຮ່ວມ ໃນການແຂ່ງຂັນນາງງາມຈັກກະວານ ປີ 2017 ຊຶ່ງເປັນການແຂ່ງ
ຂັນ ຄັ້ງທີ 66 ແຕ່ເປັນເທື່ອທຳອິດ ທີສະຕີລາວໄດ້ສະໝັກເຂົ້າຮ່ວມ. ເພື່ອຢາກໃຫ້ພວກ
ເຮົາໄດ້ຮຽນຮູ້ນຳກັນເຖິງເຫດການຄັ້ງປະຫວັດການດັ່ງກ່າວ ເຮົາຈຶ່ງໄດ້ຫາໂອກາດໄປ
ພົບປະໂອ້ລົມກັບຜູ້ກ່ຽວ ແລະພໍ່ຂອງນາງ ເຖິງປະສົບການ ທີ່ໄດ້ນຳພາພວກເຂົາເຈົ້າເຂົ້າ
ສູ່ວົງການຂອງໂລກຄັ້ງນັ້ນ ຈຶ່ງຢາກຂໍເຊີນທ່ານຜູ້ຟັງຂອງເຮົາພົບກັບ ກິ່ງສະຫວັນ ເຈົ້າ
ຂອງລາຍການຊີວິດຊາວລາວຂອງເຮົາໄດ້ເລີຍ.
ນາງສາວສຸພາພອນ ສົມວິຈິດ ຜູ້ສະໝັກເຂົ້າແຂ່ງຂັນ ນາງງາມຈັກກະວານ.
Your browser doesn’t support HTML5
ເຊີນຟັງການສຳພາດ ນາງສາວສຸພາພອນ ສົມວິຈິດ ຜູ້ສະໝັກນາງງາມຈັກກະວານ ປີ 2017.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ທ່ານອາດຈະເຄີຍໄດ້ຍິນ ແລະໄດ້ຊົມການປະກວດ
ນາງງາມຈັກກະວານໂລກມາກ່ອນ ເພາະມັນໄດ້ມີມາໄດ້ 66 ປີ ແລ້ວ ຊຶ່ງໃນທີ່ສຸດກໍ
ເກີດມີສະຕີໜຸ່ມລາວທີ່ໜ້າຮັກຄົນທຳອິດ ໂຜ່ໂຕເຂົ້າມາວາງບົດບາດຢູ່ເທິ່ງເວທີສາກົນ.
ການປະກວດນາງງາມຈັກກະວານທີ່ວ່ານີ້ ໄດ້ເລີ້ມຂຶ້ນເທື່ອທຳອິດ ໃນປີ 1952 ຢູ່ລັດ
ຄາລີຟໍເນຍທີ່ສະຫະລັດ. ສ່ວນການແຂ່ງຂັນຄັ້ງທີ 66 ໄດ້ຈັດຂຶ້ນໃນວັນທີ 26 ເດືອນ
ພະຈິກ ປີ 1917 ຢູ່ໃນໂຮງມະຫໍລະສົບ ແພລແນັດ ໂຮລີວູດ (Planet Hollywood)
ທີ່ນະຄອນລາສ ເວກັສ ລັດເນວາດາ ທາງພາກຕາເວັນຕົກຂອງ ສະຫະລັດອາເມຣິກາ
ຊຶ່ງມີຜູ້ເຂົ້າຮ່ວມຈາກ 86 ປະເທດ.
ນາງສາວສຸພາພອນ ຊຶ່ງມີຊື່ນ້ອຍວ່າ ນຸ້ຍ ສົມວິຈິດ ອາຍຸ 20 ປີ ໄດ້ເປັນຜູ້ສະໝັກແຂ່ງຂັນ
ເອົາຕຳແໜ່ງນາງງາມຈັກກະວານ ຫລື Miss Universe. ສ່ວນພໍ່ຂອງນາງ ຄືທ່ານ ສິດທິ
ໄຊ ສົມວິຈິດ ແມ່ນໄດ້ເປັນຜູ້ອຸບປະຖຳອູ້ມຊູລູກສາວຂອງຕົນມາຕະຫຼອດ ຈົນສາມາດໄດ້
ເຂົ້າຮ່ວມໃນການແຂ່ງຂັນຄັ້ງນີ້ ເປັນເທື່ອທຳອິດຈາກ ສປປ ລາວ. ນາງສາວສຸພາພອນ
ສົມວິຈິດ ເປັນນາງແບບ ທັງເປັນອະດີດຮອງນາງສັງຂານ. ສຸພາພອນ ແມ່ນລູກບ້ານ
ຫລານເມືອງນະຄອນຫລວງວຽງຈັນ. ນາງໄດ້ກ່າວຕໍ່ວີໂອເອ ກ່ຽວກັບຄວາມຮູ້ສຶກຂອງ
ນາງໃນການເຂົ້າຮ່ວມແຂ່ງຂັນຄັ້ງນີ້ຕໍ່ ວີໂອເອວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ນາງສາວສຸພາພອນ ສົມວິຈິດ
ສຸພາພອນ ເປັນນັກສຶກສາມະຫາວິທະຍາໄລ ພະແນກຄະນະບໍລິຫານສຶກສາທຸລະກິດ
ປີທີສາມ ໄດ້ກ່າວເຖິງການສຶກສາ ແລະອະນາຄົດຂອງນາງສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ນາງສາວສຸພາພອນ ສົມວິຈິດ
ສຸພາພອນ ແມ່ນສະຕີລາວໃນສັດຕະວັດທີ 21 ທີ່ພຽບພ້ອມໄປດ້ວຍຄວາມງາມ ແລະ
ການສຶກສາສູງ. ນາງໄດ້ໃຫ້ຄຳແນະນຳແກ່ບັນດາຍິງສາວລາວລຸ້ນນ້ອງໆ ຜູ້ທີ່ສົນໃຈ
ຢາກກ້າວເຂົ້າສູ່ວົງການປະກວດນາງງາມຈັກກະວານ ໃນອະນາຄົດວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ນາງສາວສຸພາພອນ ສົມວິຈິດ
ໂດຍທົ່ວໄປແລ້ວ ການແຂ່ງຂັນນາງງາມມີຢູ່ຫລາຍໆຮູບແບບ ທີ່ເລີ້ມຈາກຂັ້ນຕອນ
ການແຂ່ງຂັນລະດັບທ້ອງຖິ່ນ ຂຶ້ນມາຈົນເຖິງລະດັບຊາດ ແລະລະດັບໂລກ. ການແຂ່ງ
ຂັນນາງງາມທີ່ຮູ້ກັນວ່າ ນາງງາມຈັກກະວານ ຫລື ມິສ ຢູນີເວີສ (Miss. Universe) ແມ່ນ
ການແຂ່ງຂັນທີ່ເກົ່າແກ່ຂອງໂລກຢ່າງນຶ່ງ ເລີ້ມມີມາຢ່າງເປັນທາງການແຕ່ປີ 1952. ເຮົາ
ໃນນາມຜູ້ຊົມ ໂດຍສະເພາະເວລາເຮົາເບິ່ງການປະກວດນາງງາມຈັກກະວານ ເຮົາມັກ
ຈະບໍ່ຄຳນຶງເລີຍວ່າ ພວກນາງສາວເຫລົ່ານີ້ຕ້ອງໄດ້ຜ່ານການທົດສອບຫຍັງແດ່ກ່ອນເຂົາ
ເຈົ້າຈະໄດ້ກ້າວເຂົ້າຮ່ວມ ຕາງໜ້າປະເທດຂອງເຂົາເຈົ້າ ເຂົ້າໄປຢືນຢູຸ່ເທິງເວທີສາກົນ.
ການແຂ່ງຂັນນາງງາມຈັກກະວານ ໄດ້ປ່ຽນໄປຕາມຍຸກສະໄໝ ບໍ່ພຽງແຕ່ເບິ່ງຄວາມ
ງາມຂອງຮ່າງກາຍ ມີການນຸ່ງເຄື່ອງທີ່ອອກແບບຢ່າງງົດງາມ ແລະຕ້ອງໄດ້ສະແດງ
ອອກມາໃຫ້ເຫັນເຖິງ ສະມັດຖະພາບຄວາມສະຫລຽວສະຫລາດດ້ານມັນສະໝອງ
ອີກດ້ວຍ. ພື້ນຖານກົດລະບຽບທີ່ສຳຄັນກໍຄື ຕ້ອງເປັນຍິງສາວໂສດ ບໍ່ເຄີຍແຕ່ງງານມາ
ກ່ອນ ບໍ່ເຄີຍຢ່າຮ້າງ ແລະບໍ່ມີລູກ ດັ່ງນີ້ເປັນຕົ້ນ.
ການເຂົ້າແຂ່ງຂັນ ຂອງນາງສາວສຸພາພອນ ສົມວິຈິດ ໄດ້ຮັບການສະໜັບສະໜູນອູ້ມຊູ
ຈາກຄອບຄົວຜູ້ປົກຄອງ ໂດຍສະເພາະ ທ່ານສິດທິໄຊ ສົມວິຈິດ ຜູ້ເປັນພໍ່ ຊຶ່ງທ່ານໄດ້
ກ່າວຕໍ່ ວີໂອເອ ກ່ຽວກັບຄວາມເປັນມາຂອງການສົ່ງເສີມລູກສາວຂອງຜູ້ກ່ຽວວ່າ :
ນາງສາວສຸພາພອນ ສົມວິຈິດ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານສິດທິໄຊ ສົມວິຈິດ
ວິໂອເອ ໄດ້ຖາມທ່ານສິດທິໄຊ ເຖິງຄວາມຮູ້ສຶກທີ່ລູກສາວໄດ້ເຂົ້າປະກວດນາງງານ
ຈັກກະວານ ຕາງໜ້າ ສປປ ລາວ ໃນຄັ້ງນີ້ ຊຶ່ງທ່ານໄດ້ກ່າວຕໍ່ໄປວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານສິດທິໄຊ ສົມວິຈິດ
ການເຂົ້າປະກວດນາງງາມຈັກກະວານ ຄັ້ງທີ 66 ໄດ້ເປັນຂີດໝາຍຄັ້ງປະຫວັດສາດ
ແລະເຖິງແມ່ນວ່າ ສຸພາພອນ ບໍ່ໄດ້ຊະນະເລີດໃນຄັ້ງນີ້ກໍຕາມ ແຕ່ນາງກໍໄດ້ເບີກທາງ
ໄວ້ໃຫ້ແກ່ພວກນ້ອງໆຍິງສາວລາວລຸ້ນຕໍ່ໆໄປ ເພື່ອໃຫ້ໄດ້ຮຽນຮູ້ເອົາເປັນໂຕຢ່າງໄວ້
ສືບຕໍ່ໄປ.
ນາງສາວສຸພາພອນ ສົມວິຈິດ ຜູ້ສະໝັກແຂ່ງຂັນ ນາງງາມຈັກກະວານ ຈາກ ສປປ ລາວ.