ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ລາຍການຊີວິດຊາວລາວມື້ນີ້
ເຮົາຈະນຳ ການສຳພາດ ກັບ ຍານາງພະນິດາ ແສງສິຣິວັນ
ນາງພະຍາບານ ແລະຜູ້ບໍລິຫານໜ່ວຍງານໜຶ່ງ ທີ່ໂຮງໝໍ
Prestige Care ໃນນະຄອນ Portland ລັດ Oregon ຕັ້ງ
ຢູ່ພາກຕາເວັນຕົກສຽງເໜືອ ຂອງສະຫະລັດ ມາສະເໜີທ່ານ.
ນາງພະຍາບານເປັນວິຊາອາຊີບໃຫ້ຄວາມດູແລແກ່ຜູ້ເຈັບປ່ວຍ ທີ່ຊ່ວຍຕົນເອງບໍ່ໄດ້ນອກ
ຈາກນັ້ນ ນາງພະຍາບານຍັງເປັນຜູ້ມີຈິດໃຈອັນສູງສົ່ງແກ່ເພື່ອນມະນຸດດ້ວຍກັນ ໃຫ້ການ
ຮັກສາສຸຂະພາບທຸກຢ່າງ ທາງດ້ານຮ່າງກາຍ ແລະຈິດໃຈ ໃນຍາມເຈັບປ່ວຍ. ວິຊາອາຊີບ
ດັ່ງກ່າວນີ້ຕ້ອງໄດ້ຜ່ານການຮຽນຊັ້ນສູງ ການຝຶກຫັດກັບສະພາບໂຕຈິງ ເປັນຜູ້ມີຄວາມ
ມານະອົດທົນ ແລະເປັນນາງພະຍາບານທີ່ມີຄຸນນະວຸດທິ ລະດັບອາຊີບທີ່ແທ້ຈິງ ຊຶ່ງ
ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງພະນິດາ ແລະຟັງເພງ ຂອງ ອາຈານ ສ.ແສງສິຣິວັນ
ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ ຂ້າພະເຈົ້າ ຈະນຳພາໄປພົບກັບ ຍານາງພະນິດາ ແສງສິຣິວັນ.
ເວລາທ່ານໄດ້ຍິນ ນາມສະກຸນ ແສງສິຣິວັນ ທ່ານພໍຈະກະຕຸ້ນຫູ ນ້ອຍນຶ່ງແດ່ບໍ່ວ່າ ແມ່ນ
ນາມສະກຸນ ນັກປະພັນເພງລາວອາວຸໂສຄົນໃດ? ຖ້າຫາກທ່ານຕອບວ່າແມ່ນ ທ່ານຈັນ
ສົມ ຫລື ສ. ແສງສິຣິວັນ ແມ່ນຖືກຕ້ອງ ແລະ ຍານາພະນິດາ ແສງສິຣິວັນ ແມ່ນພັນລະຍາ
ຂອງທ່ານຈັນສົມ ນັ້ນເອງ. ປັດຈຸບັນນີ້ ທ່ານທັງສອງຕັ້ງຖິ່ນຖານຢູ່ນະຄອນ Portland
ລັດ Oregon ທາງພາກຕາເວັນຕົກສຽງເໜືອຂອງ ສະຫະລັດ.
ເພາະສະນັ້ນ ມື້ນີ້ ລາຍການຊີວິດຊາວລາວ ຈະນຳພາທ່ານໄປຢ້ຽມຢາມຖາມຂ່າວຍານາງ
ພະນິດາ ອາຊີບນາງພະຍາບານຫລື Registered Nurse (RN) ທີ່ພົວພັນກັບການບໍລິ
ຫານ ການປິ່ນປົວ ແລະໃຫ້ຄຳແນະນຳໃນການໃຊ້ລະບົບປະກັນໄພສຸຂະພາບ ຊຶ່ງເປັນ
ເລື້ອງ ທີ່ສະລັບຊັບຊ້ອນ ມີກົດໝາຍແລະມີການ ຄວບຄຸມຢ່າງເຄັ່ງຄັດ.
ບັດນີ້ເຮົາມາຢ້ອນຄືນຫລັງເບິ່ງໜ້ອຍນຶ່ງ ເຖິງບັນດາພໍ່ແມ່ຜູ້ປົກຄອງ ແລະພວກ ລູກເຕົ້າ
ທັງຫລາຍ ໃນເວລາທີ່ເຂົາເຈົ້າກຳລັງເຕີບໃຫຍ່ ກ່ອນຈະໄປເຂົ້າມະຫາວິທະຍາໄລ ເຂົາ
ເຈົ້າພາກັນສົນທະນາວາດພາບແລະມີຄວາມຝັນຕ່າງໆນາໆຢາກ ເປັນແພດໝໍ ເປັນດອກ
ເຕີ ເປັນນັກວິສະວະກອນ ເປັນນັກກົດໝາຍ ແລະວິຊາອາຊີບຕ່າງໆນາໆ. ຫລາຍຄົນພາ
ກັນສຳເລັດ ຫລາຍໆຄົນກໍພາກັນຜິດຫວັງ ແລະໄດ້ຫັນປ່ຽນໄປຮຽນວິຊາອາຊີບອຶ່ນ ໃນ
ເມື່ອປະສົບກັບຄວາມຍາກລຳບາກຂອງການຮຽນ ເຫັນສະພາບຄວາມເປັນຈິງ ອັນທີ່ບໍ່
ໄດ້ຄາດຝັນເອົາໄວ້ກ່ອນ ຊຶ່ງຖືວ່າເປັນຂອງທຳມະດາຂອງການປ່ຽນໃຈໄປຊອກຫາການ
ຮຽນເພື່ອປະກອບ ວິຊາອາຊີບອຶ່ນ.
ຍານາງພະນິດາ ແສງສິຣິວັນ ໄດ້ເຂົ້າມາຕັ້ງຖິ່ນຖານ ຢູ່ໃນສະຫະລັດ ອາເມຣິກາ ເມື່ອ
ສາມສິບກວ່າປີກ່ອນ ແລະໄດ້ຕັ້ງເປົ້າໝາຍຍຶດຖືເອົາການປະກອບອາ ຊິບເປັນນາງ
ພະຍາບານ ຈົນເປັນທີ່ສຳເລັດ. ຫົນທາງການຕັ້ງຊີວິດ ແລະຮຽນຮູ້ເອົາວິຊາອາຊີບ ຈົນ
ເປັນຜົນສຳເລັດ ໃນດ້ານພະຍາບານນັ້ນບໍ່ເປັນທີ່ງ່າຍດາຍ. ຄຳວ່າ ນາງພະຍາບານ ເປັນ
ວິຊາອາຊີບ ທີ່ຍານາງພະນິດາ ມັກຮັກເປັນຊີວິດຈິດໃຈ ມັກໃຫ້ການດູແລຄົນປ່ວຍມາແຕ່
ນ້ອຍ ແລະເປັນຄົນ ທີ່ບໍ່ຕິ ບໍ່ຮິ ເຖິງສະພາບການຂອງຄົນເຈັບ ຊຶ່ງ ຍານາງພະນິດາ ໄດ້
ເລົ່າໜ້າທີ່ວຽກການ ສູ່ວີໂອເອ ດັ່ງນີ້ :
ຍານາງພະນິດາ ແສງສິຮິວັນ ໃນປີ 1990.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງພະນິດາ ແສງສິຣິວັນ 1
ໂຮງໝໍ ທີ່ຍານາງພະນິດາ ກຳລັງເຮັດວຽກໃຫ້ ຢູ່ປັດຈຸບັນນີ້ ເປັນໂຮງໝໍເອກກະຊົນ ໃນ
ລະດັບສູງ ຊ່ຽວຊານດ້ານການປິ່ນປົວກະດູກໃນຮ່າງກາຍ ໂດຍສະເພາະ. ຍານາງ
ພະນິດາ ໄດ້ອະທິບາຍເຖິງສະພາບການຂອງຄົນເຈັບທີ່ມາຮັບ ການປິ່ນປົວດັ່ງນີ້ :
ບັນດານາງພະຍາບານ ລາວ-ອາເມຣິກັນ ເຕົ້າໂຮມກັນທີ່ ນະຄອນ Las Vegas ປີ 2013.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງພະນິດາ ແສງສິຣິວັນ 2
ນາງພະຍາບານ ຕ້ອງເປັນຄົນໃຈກ້າ ວ່ອງໄວ ບໍ່ຢ້ານ ກ່ຽວກັບທຸກໆສະພາບການຂອງ
ຄົນເຈັບ ຍານາງພະນິດາ ໄດ້ເລົ່າຂັ້ນຕອນກ່ຽວກັບການປິ່ນປົວຄົນເຈັບ ຄວາມຮັບຜິດ
ຊອບ ຂອງນາງພະຍາບານ ແລະໂຮງໝໍຕໍ່ໄປອີກວ່າ :
ບັນດາຍາດຕິພີ່ນ້ອງ ເພື່ອນຝູງເຕົ້າໂຮມ ສະຫລອງ 55 ປີ ຂອງຜົນງານການແຕ່ງເພງ ຂອງ ອາຈານ ຈັນສົມ ຫລື ສ. ແສງສິຣິວັນ ໃນປີ 2011.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງພະນິດາ ແສງສິຣິວັນ 3
ການສຶກສາແມ່ນພື້ນຖານອັນສຳຄັນສຸດ ທີ່ນຳພາໄປສູ່ແສງສະຫວ່າງໃນອານາຄົດ ຂອງ
ການປະກອບວິຊາອາຊີບ. ຍານາງພະນິດາ ໄດ້ຕັ້ງເປົ້າໝາຍບຸກບືນ ສູ້ທົນກັບອຸບປະສັກ
ຕ່າງໆນາໆຢ່າງບໍ່ທໍ້ຖອຍ ນັບຕັ້ງແຕ່ເວລາໄດ້ເລີ້ມເຂົ້າມາຕັ້ງຖິ່ນຖານໃໝ່ ຢູ່ໃນສະຫະ
ລັດ. ຍານາງໄດ້ເລົ່າເຖິງຄວາມອົດທົນໃນບັ້ນນີ້ວ່າ :
ຍານາງພະນິດາ ແລະທ່ານຈັນສົມ ແສງສິຣິວັນ
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງພະນິດາ ແສງສິຣິວັນ 4
ນອກຈາກ ຍານາງພະນິດາ ໄດ້ເຮັດວຽກ ມີຄວາມຮັບຜິພຊອບກັບໜ້າທີ່ການແລ້ວກໍຕາມ
ແຕ່ຫລັງຈາກໂມງການ ເປັນບາງຄັ້ງບາງຄາວ ຍານາງຍັງໄດ້ອາສາສະມັກ ໃຫ້ຄຳແນະນຳ
ເບິ່ງແຍງນຳຄູບາອາຈານ ຢູ່ວັດ ແລະບັນດາເພື່ອນຝູງໃກ້ຊິດ ຜູ້ມີຄວາມຕ້ອງການຄຳ
ແນະນຳທາງດ້ານການແພດ. ໃນເວລາຫວ່າງ ຍານາງພະນິດາພ້ອມດ້ວຍສາມີ ທ່ານຈັນ
ສົມ ແສງສິຣິວັນ ໄດ້ໃຊ້ເວລາ ຫວ່າງ ເດີນທາງໄປຢ້ຽມຢາມຍາດຕິພີ່ນ້ອງ ແລະຊຸມແຊວ
ກັບບັນດາໝູ່ເພື່ອນ. ກ່ອນຈາກກັນໄປມື້ນີ້ ຍານາງພະນິດາ ແລະທ່ານຈັນສົມ ຂໍຝາກສຽງ
ເພງມາເຖິງ ບັນດາໝູ່່ເພື່ອນ ແລະບັນດາແຟນໆເພງ ຂອງທ່ານໜ້ອຍນຶ່ງ ເພງນີ້ມີຊື່ວ່າ
"ບໍ່ເຄີຍ” ທີ່ເປັນເພງເກົ່າຍອດນິຍົມ ປະພັນແລະຂັບຮ້ອງໂດຍ ທ່ານສໍ ແສງສິຣິວັນ ໃນປີ
1967 ທີ່ນະຄອນຫລວງວຽງຈັນ ອະດີດພະລາຊາອານາຈັກລາວ. ຂໍເຊີນທ່ານຕິດຕາມ
ອ່ານ ເບິ່ງຮູບພາບ ແລະຟັງເພງທັງໝົດໄດ້ ທີ່ໜ້າເວັບໄຊທ໌ lao.voanews.com
ນະຄອນ Portland ລັດ Oregon ພາກຕາເວັນຕົກ ເໜືອສຸດຂອງ ສະຫະລັດ
Your browser doesn’t support HTML5
ເຊີນຟັງເພງ " ບໍ່ເຄີຍ " ປະພັນ ແລະຂັບຮ້ອງໂດຍ ອາຈານ ສ. ແສງສິຣິວັນ