ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ມື້ນີ້ເຮົາຈະນຳເອົາການ
ສຳພາດກັບ ຍານາງກິດຕິມາ ສຸວັນນະວົງ ປະທານຮ່ວມ ແລະຄະນະກຳມະການຈັດງານ
ເຕົ້າໂຮມອະດີດຄູອາຈານ ຈາກສະຖາບັນອົບຮົມຄູ ດົງໂດກ. ພີທີໄດ້ຈັດຂື້ນ ທີ່ນະຄອນ
Las Vegas ລັດ Nevada ເມື່ອວັນທີ 1 ຫາ 2 ກັນຍາທີ່ຜ່ານມານີ້ ໂດຍມີຜູ້ເຂົ້າຮ່ວມ
ທັງໝົດ 500 ຄົນຢ່າງຄຶກຄື້ນເປັນພິເສດຊຶ່ງ ກິ່ງສະຫວັນ ຈະນຳເອົາລາຍລະອຽດມາ
ສະເໜີທ່ານໃນອັນດັບຕໍ່ໄປ.
ຍານາງກິດຕິມາ ສຸວັນນະວົງ ແລະທ່ານແສນ ຈັນທະວິໄລ ປະທານຈັດງານຮ່ວມ.
Your browser doesn’t support HTML5
ເຊີນຟັງລາຍງານ ການຊຸມນຸມ ອະດີດຄຣູອາຈານ ສະຖາບັນອົບຮົມຄູດົງໂດກ
ສະບາຍດີທ່່ານຜູ້ຟັງໃນວັນສຸກທີ 1 ແລະວັນເສົາ 2 ເດືອນກັນຍາທີ່ຜ່ານມານີ້ ບັນດາອະ
ດີດຄູອາຈານ ນັກຮຽນນັກສຶກສາ ຈາກ ສະຖາບັນອົບຮົມຄູດົງໂດກ ແລະສະຖາບັນການ
ສຶກສາຕ່າງໆແຫ່ງພະລາຊະອານາຈັກລາວພ້ອມດ້ວຍຍາດມິດທັງໝົດ 500 ຄົນໄດ້ເດີນ
ທາງມາຈາກທົ່ວສະຫະລັດ ອອສເຕຣເລຍ ຝຣັ່ງ ສວິດເຊີແລນ ການາດາ ແລະລາວ ໄດ້
ເຕົ້າໂຮມກັນເປັນເວລາສອງວັນ ທີ່ນະ ຄອນ Las Vegas ລັດ Nevada ຊຶ່ງຕັ້ງຢູ່ທາງ
ພາກຕາເວັນຕົກຂອງສະຫະລັດ. ການພົບປະສັງສັນກັນຄັ້ງນີ້ ເປັນເທື່ອທີສີ່ ໃນໄລຍະ
ແປດປີ ທີ່ຜ່ານມາ ຊຶ່ງຄັ້ງນີ້ແມ່ນພາຍໃຕ້ການເປັນປະທານຮ່ວມຂອງຍານາງກິດຕິມາ
ສຸວັນນະວົງ ແລະທ່ານແສນ ຈັນທະວິໄລ.
ຍານາງກິດຕິມາ ປັດຈຸບັນນີ້ຕັ້ງຖິ່ນຖານຢູ່ລັດ California ອະດີດນາຍຄູປະຖົມໂຮງ
ຮຽນເຈົ້າອານຸ ທີ່ນະຄອນຫລວງວຽງຈັນ ໄດ້ກ່າວເຖິງການພົບປະສັງສັນ ຕໍ່ ວີໂອເອ
ດັ່ງນີ້:
ຍານາງກິດຕິມາ ສຸວັນນະວົງ
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງກິດຕິມາ ສຸວັນນະວົງ
ການວາງແຜນ ແລະຕິດຕໍ່ຫາກັນຂອງໂລກປັດຈຸບັນ ບໍ່ວ່າຈະຢູ່ໃກ້ ແລະໄກ ແລະແຫ່ງ
ຫົນໃດກໍຕາມ ບັດນີ້ບໍ່ໄດ້ໃຊ້ການຂຽນຈົດໝາຍໃສ່ຊອງສົ່ງຫາກັນອີກ ແລະເປັນວິທີ
ການທີ່ລ້າສະໄໝໄປແລ້ວ. ເທັກໂນໂລຈີຂອງສັດຕະວັດທີ 21 ກໍຄືການໃຊ້ Facebook
ແລະ email ໂອ້ລົມກັນ ແລະເຫັນໜ້າກັນ ໂດຍທັນທີ. ຜູ້ປະສານງານດ້ານສື່ສານທີ່ເຂັ້ມ
ແຂງ ແລະໄດ້ຮິບໂຮມເອົາບັນດາເພື່ອນຝູງເຂົ້າມາເຕົ້າໂຮມກັນຢ່າງເປັນຜົນສຳເລັດໃນ
ຄັ້ງນີ້ ໄດ້ແກ່ ທ່ານບຸນຫົງ ຄົມມະຣາດ ອະດີດລັດຖະກອນສັງຄົມສົງເຄາະ ຕັ້ງຖິ່ນຖານຢູ່ນະຄອນ San Diego ລັດ California. ທ່ານໄດ້ກ່າວຕໍ່ ວີໂອເອ ກ່ຽວກັບການໃຊ້ເທັກ
ໂນໂລຈີແລະການປະສານງານຄັ້ງນີ້ວ່າ:
ທ່ານບຸນຫົງ ຄົມມະຣາດ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານບຸນຫົງ ຄົມມະຣາດ.
ຍານາງເກສອນ ບົວຫອມ ອະດີດນັກຮຽນສະຖາບັນອົບຮົມຄູດົງໂດກ ແລະອະດີດນາຍ
ຄູສອນຢູ່ໂຮງຮຽນການຊ່າງປາກປາສັກ ທີ່ໄດ້ອອກບຳນານແລ້ວ ໄດ້ຖືໂອກາດນີ້ເດີນ
ທາງມາຮ່ວມຈາກ ສປປ ລາວ. ຍານາງໄດ້ກ່າວຕໍ່ ວີໂອເອ ດັ່ງນີ້.
ຍານາງເກສອນ ບົວຫອມ ຈາກ ສປປ ລາວ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງເກສອນ ບົວຫອມ.
ແຂກກິດຕິມາສັກຜູ້ສຳຄັນທີ່ໄດ້ເດີນທາງມາຈາກປະເທດອອສເຕຣເລຍ ໄດ້ແກ່ ດຣ.
ຊົມພູ ອຸດົມວິໄລ ອະດີດຜູ້ອຳນວຍການສະຖາບັນອົບຮົມຄູດົງໂດກ ແຕ່ ປີ 1964 ຫາ
1968 ອະດີດອະທິບໍດີກົມຝຶກຫັດຄູແລະຄົ້ນຄົ້ວການສຶກສາ ແຕ່ປີ 1968 ຫາ 1972
ອະດີດຜູ້ກວດກາການສຶກສາທົ່ວໄປຂອງກະຊວງສຶກສາ ແຕ່ປີ 1968 ຫາ 1972 ອະ
ດີດຜູ້ແທນຣາດສະດອນແຂວງວຽງຈັນ ແລະອະ ດີດລັດຖະມົນຕີຊ່ວຍວ່າການເສດ
ຖະກິດແລະວາງແຜນແຕ່ປິ 1972 ຫາ 1975 ໄດ້ກ່າວຕໍ່ວີໂອເອ ໃນການໄປຊຸມນຸມ
ຄັ້ງນີ້ວ່າ:
ດຣ. ຊົມພູ ອຸດົມວິໄລ ແລະພັນລະຍາ ຍານາງ ສຸລິສານ ຈາກປະເທດ ອອສເຕຣເລຍ.
Your browser doesn’t support HTML5
ເຊີນຟັງການສຳພາດ ດຣ. ຊົມພູ ອຸດົມວິໄລ.
ອີງຕາມພະລາດຊະອົງການແລ້ວ ສະຖາບັນການສຶກສາວິຊາຄູດົງໂດກ ມີຊື່ວ່າ“ດົງສະ
ພັງເມິກ” ສ້າງຂຶ້ນລະຫວ່າງປີ 1957 ຫາ 1958 ສຳເລັດໃນປີ 1960 ຊຶ່ງຕັ້ງແຕ່ກ່ອນ
ເປັນເຂດປ່າສະຫງວນແຫ່ງຊາດ. ຜູ້ອຳນວຍການຄົນທຳອິດແມ່ນທ່ານ Souphanh Blanchard de la Brosse ແລະຕໍ່ມາແມ່ນ ດຣ. ຊົມພູ ອຸດົມວິໄລແລະຕິດຕາມດ້ວຍ
ອີກຫຼາຍໆຄົນ. ປັດຈຸບັນນີ້ອະດີດສະຖາບັນອົມຮົມ ຄູດົງໂດກ ແມ່ນສ່ວນນຶ່ງຂອງ “ມະຫາວິທະຍາໄລແຫ່ງຊາດ” ໃນປັດຈຸບັນນີ້.
ຍານາງອຸ່ນເຮືອນ ຕາໂນວັນ ແລະຍານາງປານີ ສີສະອາດ ຄະນະກຳມະການ.
ການໂຮມຊຸມນຸມໃນຄັ້ງນີ້ໄດ້ຜ່ານພົ້ນໄປຢ່າງຄຶກຄື້ນ ດ້ວຍຄວາມມ່ວນຊື່ນ ແລະ ຢ່າງ
ເປັນຜົນສຳເລັດ.
ບັນດາຄະນະກຳມະການຈັດງານ ຊຸມນຸມອະດີດຄູອາຈານ ສະຖານບັນອົບຮົມຄູດົງໂດກ.