ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອມື້ນີ້ ເຮົາຈະໃຫ້ທ່ານໄດ້
ຟັງການສຳພາດກັບ ຍານາງຈັນສີ ບູຣລົມ ນາງພະຍາບານທີ່ປະເທດແບລຢ້ຽມ. ຍານາງ
ຈັນສີ ເປັນສະຕີເຊື້ອສາຍລາວ ທີ່ສະແຫວງຫາການສຶກສາດ້ານການແພດມາແຕ່ຍັງ
ນ້ອຍ. ຍານາງໄດ້ຜ່ານອຸບປະສັກມາຫລາຍຢ່າງ ໃນການຖືກຍົກຍ້າຍ ເປັນອົບພະຍົບ
ຈາກເມືອງຊໍາເໜືອ ແຂວງຫົວພັນ ມາຢູ່ນະຄອນວຽງຈັນ ແລ້ວຕໍ່ມາ ກໍໄດ້ໂຕນອອກມາ
ຢູ່ປະເທດແບລຢ້ຽມ. ສ່ວນວ່າຍານາງ ໄດ້ປະສົບຜົນສຳເລັດມາຢ່າງໃດນັ້ນ ກິ່ງສະຫວັນ
ຈະນຳບົດສຳພາດກັບຜູ້ກ່ຽວມາສະເໜີີທ່ານ.
ຍານາງຈັນສີ ບູລົມ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງຈັນສີ ບູລົມ ນາງພະຍາບານ ທີ່ປະເທດແບລຢ້ຽມ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ຂ້າພະເຈົ້າຈະຂໍແນະ
ນຳໃຫ້ທ່ານໄດ້ຮູ້ຈັກກັບ ຍານາງຈັນສີ ບູລົມ ນາງພະຍາບານ ເຊື້ອສາຍລາວທີ່ປະເທດ
ແບລຢ້ຽມ. ຍານາງຈັນສີ ເກີດຢູ່ເມືອງຊຳເໜືອ ໃນປີ 1963. ເວລານັ້່ນນາງມີອາຍຸໄດ້
9 ປີ ເມື່ອຄອບຄົວໄດ້ພາຫລົບໄພມາຢູ່ ນະຄອນຫລວງວຽງຈັນ ບ່ອນທີ່ຍານາງໄດ້ເຕີບ
ໃຫຍ່ ແລະໄດ້ຮັບການສຶກສາ. ຍານາງຈັນສີ ເປັນສະຕີທີ່ຫ້າວຫັນ ດຸໝັ່ນ ສະຫລຽວ
ສະຫລາດ ແລະສະແຫວງຫາການສຶກສາດ້ານການແພດມາແຕ່ຍັງເປັນເດັກນ້ອຍ.
ຫລັງຈາກໄດ້ໃຊ້ຊີວິດຢູ່ພາຍໃຕ້ລະບອບການປົກຄອງໃໝ່ເປັນເວລາສີ່ປີ ໃນປະເທດ
ລາວ ຍານາງຈັນສີ ໄດ້ຕັດສີນໃຈອົບພະຍົບເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນປະເທດຢ້ຽມ ໃນປີ1978 ຊຶ່ງເປັນປະເທດນ້ອຍໆທີ່ງົດງາມຢູ່ໃນຢູໂຣບ. ຈັນສີໄດ້ສືບຕໍ່ການສຶກສາ
ຝ່າຍການແພດຢ່າງບໍ່ໄດ້ລົດລະ ແລະເປັນຜົນສຳເລັດຊຶ່ງ ຍານາງຈັນສີ ໄດ້ເລົ່າເຖິງ
ຄວາມອົດທົນພາກພຽນສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງຈັນສີ ບູລົມ
ການສຶກສາຂອງແຕ່ລະປະເທດມີຄຸນນະພາບ ແລະແຕກຕ່າງກັນ. ເພາະສະນັ້ນ
ບັນດານັກສຶກສາທີ່ມາຈາກຕ່າງປະເທດ ຈຶ່ງຕ້ອງໄດ້ຖືກທົດສອບກວດກາເບິ່ງຄືນສິ່ງ
ທີ່ໄດ້ຮຽນມາ ວ່າຈະເຂົ້າກັບລະບົບການສຶກສາຂອງປະເທດ ທີ່ຕົນໄປຕັ້ງຖິ່ນຖານຢູ່ນັ້ນໄດ້ດີສໍ່າໃດ. ຍານາງຈັນສີ ຕ້ອງໄດ້ຮຽນເພີ້ມ ສິ່ງທີ່ຂາດໄປ ເພື່ອໃຫ້ຄົບຕາມຫລັກ
ສູດຂອງປະເທດແບລຢ້ຽມ ກ່ອນຈະສຳເລັດສົມບູນ ກ່ອນຈະໄດ້ຮັບໃບປະກາດສະນິ
ຍະບັດມາປະກອບວິຊາອາຊີບ ຊຶ່ງຈັນສີໄດ້ກ່າວຕໍ່ໄປວ່າ :
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງຈັນສີ ບູຣົມ
ຈັນສີ ມີຄວາມຮັບຜິດຊອບສູງ ມັກຮັກໜ້າທີ່ການ ໄດ້ຮຽນຮູ້ຫລາຍຢ່າງ ແລະມີປະສົບການຕ່າງໆຊຶ່ງຈັນສີ ໄດ້ເລົ່າເຖິງຕອນນີ້ວ່າ :
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງຈັນສີ ບູລົມ
ຈັນສີ ແມ່ນສະຕີເຊື້ອສາຍລາວ ມີຄວາມອ່ອນນ້ອມ ອ່ອນຫວານ ນັບຖືສາສະໜາພຸດ
ຊຶ່ງນັ້ນແມ່ນຢາວິເສດສະນິດນຶ່ງທີ່ຊ່ວຍປິ່ນປົວໂອ້ລົມກັບຄົນເຈັບ ທີ່ບໍ່ມີຢູ່ໃນຫລັກສູດການສອນຢູ່ໃນສະຖາບັນຂອງຜູ້ກ່ຽວ. ຈັນສີໄດ້ເລົ່າເຖິງປະສົບການທີ່ໜ້າສົນໃຈກ່ຽວ
ກັບເລື້ອງນີ້ວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງຈັນສີ ບູລົມ
ຍານາງຈັນສີ ໄດ້ກ່າວເຖິງບັນຍາກາດຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວຢູ່
ໃນເຂດຂອງນາງວ່າ:
ຍານາງຈັນສີ ແລະສາມີ ທ່ານຫຸມພັນ ບູລົມ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງຈັນສີ ບູລົມ
ຊີວິດຂອງຍານາງຈັນສີ ບູຣລົມ ເຕັມໄປດ້ວຍການພະຈົນໄພ ແລະມີມານະອົດທົນ.
ຍານາງໄດ້ສ້າງຄອບຄົວກັບທ່ານຫຸມພັນ ບູຣົມ ມີບ້ານເຮືອນ ມີລູກສອງຄົນທີ່ເປັນ
ນັກວິຊາການ ແລະເປັນຄອບຄົວທີ່ປະສົບຜົນສຳເລັດຢ່າງໜ້າສັນລະເສີນ.