ພົບກັນອີກຕາມເຄີຍເໜາະທ່ານຜູ້ຟັງ ໃນລາຍການ ຊີວິດຊາວ
ລາວ ປະຈຳແລງວັນພະຫັດຂອງ ສຽງອະເມຣິກາ. ປີ 2015
ແມ່ນເວລາຄົບຮອບ 40 ປີ ຂອງການເຂົ້າມາຕັ້ງຖິ່ນຖານຢູ່ໃນ
ສະຫະລັດ ຂອງຊາວອົພຍົບຈາກ ເອເຊຍອາຄະເນ. ໃນຈຳນວນ
ຝູງຊົນດັ່ງກ່າວ ຜູ້ໜຶ່ງກໍແມ່ນ ທ່ານໄກຄຳ ອຸດົມ ອະດີດ ຮ້ອຍເອກ
ທະຫານກອງທັບແຫ່ງ ພະລາຊາອານາຈັກລາວ. ທ່ານຜູ້ນີ້ໄດ້
ນຳຄອບຄົວເຂົ້າມາຢູ່ໃນເມືອງ San Diego ລັດ California
ໃນປີ 1976. ທຸກມື້ນີ້ ທ່ານໄກຄຳ ກຳລັງຊົມຊຶ່ນກັບຊີວິດບຳ
ນານຢູ່. ສຳລັບເຣື່ອງລາວກ່ຽວກັບຜົນສຳເລັດຂອງການຕັ້ງ
ຕົ້ນຊີວິດໃໝ່ ຂອງ ທ່ານໄກຄຳ ແລະເຣື່ອງອື່ນໆ ເຣົາຂໍເຊີນ
ທ່ານທ່ານພົບກັບ ກິ່ງສະຫວັນໄດ້ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງການສຳພາດ ທ່ານໄກຄຳ ອຸດົມ ອະດີດຮ້ອຍເອກ ກອງທັບແຫ່ງພະລາຊາອານາຈັກລາວ
ຜົນສຳເລັດຂອງການຕັ້ງຊີວິດໃໝ່ ຂອງທ່ານໄກຄຳ ອຸດົມ ໃນຊ່ວງເວລາສີ່ທົດສະວັດທີ່
ຜ່ານມາ ນັບແຕ່ປີ 1975 ຈົນເຖິງ ປີ 2015 ທີ່ ປະຊາຊົນລາວ ເຂົ້າມາຕັ້ງຖິ່ນຖານຢູ່ປະ
ເທດ ທີສາມທົ່ວໂລກ ໂດຍສະເພາະ ຢູ່ທີ່ ສະຫະລັດ ອາເມຣິກາ. ການເດີນທາງມາເຖິງ
ແຜ່ນດິນໃໝ່ຂອງປະຊາກອນລາວເຫລົ່ານີ້ ຕ່າງກໍມີປະສົບການຕ່າງໆນາໆ. ເຂົາເຈົ້າ
ໄດ້ລິເລີ້ມຈາກພື້ນຖານ ໃຊ້ມັນສະໝອງ ຄວາມຊຳນິຊຳນານຂອງໃຜລາວ ເພື່ອປະກອບ
ວິຊາຊີບ ນຳພາຄອບຄົວໃຫ້ໄດ້ຢູ່ດີເປັນສຸກ ແລະປອດໄພ ເປັນເອກກະລາດ ຈະເລີນຮຸ່ງເຮືອງ ແລະເປັນພົນລະເມືອງດີຂອງປະເທດ.
ທ່ານໄກຄຳ ອຸດົມ ກໍແມ່ນຜູ້ນຶ່ງທີ່ເປັນໂຕຢ່າງອັນດີ ໃນຈຳນວນອົບພະຍົບລາວ ຫລາຍ
ແສນຄົນທີ່ໄດ້ ນຳພາຄອບຄົວເຂົ້າມາຕັ້ງຖິ່ນຖານຢູ່ໃນ ສະຫະລັດ ຢ່າງປອດໄພ ແລະ
ເປັນຜົນສຳເລັດ. ເພື່ອໃຫ້ເປັນທີ່ເຂົ້າໃຈເຖິງຄວາມເປັນມາຂອງ ທ່ານໄກຄຳ ເຮົາຕ້ອງ
ໄດ້ກັບຄືນໄປຫາບັ້ນທ້າຍຂອງການປົກຄອງໃນ ອະດີດພະລາຊາອານາຈັກລາວ ກ່ອນ
ໜ້ອຍໜຶ່ງ.
ທ່ານໄກຄຳ ອຸດົມ ແມ່ນອະດີດຮ້ອຍເອກທະຫານ ກອງທັບແຫ່ງພະລາຊະອານາຈັກລາວ
ນັກກິລາບານສົ່ງ ຫຼືໂວໄລບານທິມຊາດ ທັງເປັນນັກປະພັນ ແລະຮ້ອງເພງກ່ອມອາຣົມ
ພີ່ນ້ອງຊາວລາວ ໃຫ້ແກ່ກອງທັບພາກຫ້ານຳ. ຫລາຍໆທ່ານອາດຍັງມີຄວາມຊົງຈຳກ່ຽວ
ກັບ ສັງຄົມຊີວິດລາວຢູ່ໃນບັ້ນນີ້ ຊຶ່ງທ່ານໄກຄຳ ໄດ້ທວນຄືນ ຊີວິດເບື້ອງຕົ້ນສູ່ ວີໂອເອ
ຟັງ ດັ່ງນີ້
ທິມຊາດ ບານສົ່ງ ຫລື ໂວໄລບານ ແຫ່ງອະດີດ ພະລາຊາອານາຈັກລາວ
Your browser doesn’t support HTML5
ຟັງການສຳພາດ ທ່ານໄກຄຳ ອຸດົມ 1
ໃນ ປີ 1974 ອະດີດຮ້ອຍເອກໄກຄຳ ອຸດົມ ໄດ້ມາຮັບການອົບຮົມກ່ຽວກັບສະມຸດບັນຊີຢູ່
ສະຫະລັດ ອາເມຣິກາ. ເວລານັ້ນ ປະເທດລາວມີການປົກຄອງແບບລັດຖະບານປະສົມ
ອັນປະກອບດ້ວຍ ຄະນະປະເທດລາວ ແລະລັດຖະບານ ພະລາຊະອານາຈັກລາວ ຊຶ່ງ
ເປັນເວລາທີ່ ສະຫະລັດ ກຳລັງເລີ້ມຖອນທະຫານອອກຈາກ ອິນດູຈີນ ຊຶ່ງທາງການຈ່ຶງ
ໄດ້ແຈ້ງໃຫ້ທ່ານໄກຄຳ ຊາບວ່າປະເທດລາວ ໄດ້ຕົກຢູ່ພາຍໃຕ້ການປົກຄອງຂອງລັດ
ຖະບານຄອມມິວນິສແລ້ວ ແລະວ່າ "ຖ້າທ່ານຢາກຈະຢູ່ ສະຫະລັດ ຕໍ່ ຫລືກັບບ້ານກໍ
ແລ້ວແຕ່ໃຈ” ຊຶ່ງທ່ານໄກຄຳ ໄດ້ເລົ່າເຖິງການຕັດສີນໃຈຄັ້ງສຳຄັນຕອນນີ້ວ່າ :
ນະຄອນ San Diego
Your browser doesn’t support HTML5
ຟັງການສຳພາດ ທ່ານໄກຄຳ ອຸດົມ 2
ສະຫະລັດ ເປັນປະເທດທີ່ກວ້າງໃຫຍ່ໄພສານ ເປີດກວ້າງໃຫ້ແກ່ທຸກໆຄົນ ທີ່ເຂົ້າມາຕັ້ງ
ຖິ່ນຖານຢູ່ ເກືອບເວົ້າໄດ້ວ່າ ບໍ່ມີປະເທດໃດຢູ່ໃນໂລກ ສະເໝີເໝືອນ ທີ່ໃຫ້ສິດເສຣີພາບ
ສະເມີພາບ ໃນການປະກອບວິຊາອາຊີບ ໃຊ້ສະຕິປັນຍາ ມັນສະໝອງ ພ້ອມທັງໃຫ້
ໂອກາດດ້ານການສຶກສາເປັນຢ່າງດີ ຊຶ່ງທ່ານໄກຄຳ ໄດ້ເລົ່າການເລີ້ມຕົ້ນຕັ້ງຊີວິດໃໝ່
ຕອນນີ້ສູ່ຟັງວ່າ :
ນະຄອນ San Diego ຕັ້ງຢູ່ລຸຸ່ມສຸດຂອງ ລັດ California ພາກຕາເວັນຕົກຂອງ ສະຫະລັດ
Your browser doesn’t support HTML5
ຟັງການສຳພາດ ທ່ານໄກຄຳ ອຸດົມ 3
ນອກຈາກຈະມີຄວາມຮັບຜິດຊອບໃນການທຳມາຫາກິນແລ້ວ ທ່ານໄກຄຳ ກໍບໍ່ໄດ້ລົດລະ
ຄວາມມັກຂອງການຫລິ້ນດົນຕີ ແລະຮ້ອງເພງກ່ອມອາລົມ ບັນດາພີ່ນ້ອງຊາວລາວໃນ
ນະຄອນ San Diego ຢູ່ໃນພິທີຕ່າງໆ ຊຶ່ງທ່ານໄກຄຳກ່າວຕໍ່ໄປອີກວ່າ:
ທ່ານໄກຄຳ ອຸດົມ ອະດີດນັກສິນລະປິິນ ກອງທັບພາກຫ້າ
Your browser doesn’t support HTML5
ຟັງການສຳພາດ ທ່ານໄກຄຳ ອຸດົມ 4
ທ່ານໄກຄຳ ໄດ້ອອກກິນເບ້ຍບຳນານແລ້ວ ແລະທ່ານໄດ້ໃຫ້ຄວາມຮູ້ສຶກກ່ຽວກັບຊີວິດ
ບັ້ນປາຍນີ້ວ່າ :
ທຳມະຊາດຂອງ ນະຄອນ San Diego
Your browser doesn’t support HTML5
ຟັງການສຳພາດ ທ່ານໄກຄຳ ອຸດົມ 5
ທ່ານ ໄກຄຳ ພ້ອມພັນລະຍາ ຍານາງສົມໃຈ ອຸດົມ ກຳລັງມ່ວນຊື່ນກັບການໃຊ້ຊີວິດຢູ່ຢ່າງ
ສະຫງົບສຸກ ລູກເຕົ້າແຕ່ລະຄົນໃຫຍ່ກ້າໜ້າບານ ເປັນເອກກະລາດຂອງໃຜລາວ ລູກຊາຍ
ຜູ້ ທີ່ໜຶ່ງມີຮ້ານອາຫານ ລູກສາວຜູ້ທີ່ສອງເຮັດວຽກກ່ຽວກັບການປຸງແຕ່ງຢາ ແລະລູກສາວ
ຫລ້າຜູ້ທີ່ສາມ ເປັນຜູ້ຊ່ວຍຢູ່ໃນຫ້ອງການທະນາຍຄວາມ ແລະນັ້ນແມ່ນໂຕຢ່າງຂອງຄອບ
ຄົວ ລາວ-ອາເມຣິກັນ ຄອບຄົວໜຶ່ງ ທີ່ປະສົບຜົນສຳເລັດຂອງການສ້າງຊີວິດໃໝ່ຢູ່ໃນ ສະຫະລັດ ອາເມຣິກາ ໃນລະຍະ ສີ່ສິບປີທີ່ຜ່ານມາ.