ວີໂອເອ ສຳພາດ ທ່ານເຄ ມະນີວົງ ນັກແຕ້ມຮູບ graffiti

ທ່ານເຄ ມະນີວົງ ນັກແຕ້ມຮູບ graffiti ທີ່ເມືອງ Rochester ລັດ New York.

ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານ​
ເຄ ມະນີ​ວົງ ນັກສິນລະປິນ ​graffiti ອອກແບບເສື້ຶອຍືດ ຖົງ​ເປ້ ແລະ​ແຕ້ມໃສ່ຝາດ້ວຍ
ການພົ່ນ​ສີໃສ່ ຫຼື spray ບ່ອນໄວ້ອາໄລ​ໃຫ້ແກ່ຜູ້ທີ່ໄດ້ລ່ວງລັບໄປແລ້ວ. ທ່ານ​ເຄ ​ໄດ້
ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດ ໃນ​ປີ 1978 ກັບ​ຄອບຄົວ​. ເວລາ​ນັ້ນ ອາຍຸໄດ້ພຽງ
ນຶ່​ງ​ຂວບ. ປັດຈຸບັນ​ນີ້ ​ທ່ານ ດ້ວຍ​ພັນ​ລະ​ຍ​າ ມີ​ທຸລະ​ກິດເປັນຂອງ​ຕົ​ນ​ເອງ ເຮັດວຽກຢູ່​
ບ້ານ. ສ່ວນວ່າຄວາມ​ເປັນ​ມາ​ຂອງ​ທ່ານ​ເຄ ມະນີ​ວົງ ​ເປັນຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນຈະ​
ນຳ​ເອົາລາຍລະອຽດມາສະເໜີ​ທ່ານ.

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານເຄ ມະນີວົງ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວປະຈຳແລງວັນ ພະຫັດມື້ນິີ້ ເຮົາຈະນຳພາທ່ານ ໄປຟັງການສຳພາດກັບ ທ່ານ​ເຄ ມະນີ​ວົງ ນັກສິນລະປິນ graffiti
ອອກແບບ​ແຕ້ມ​ໃສ່ເສື້ອຍືດ ແລະແຕ້ມໃສ່ຝາ​ທີ່ເປັນບ່ອນໄວ້ອາໄລເຖິງດວງວິນຍານ
ຂອງຍາດຕິພີ່ນ້ອງ ​ແລະ​ໝູ່​ຄູ່ ຜູ້ທີ່ໄດ້ລ່ວງລັບຈາກໂລກນີ້ແລ້ວ.

ຢູ່ໃນປະເທດອຸດສາຫະກຳ ​ເຊັ່ນ​ວ່າຢູ່ໃນ​ສະຫະລັດ​ອາ​ເມຣິການີ້ ພວກເຂົາເຈົ້າຈະມີນັກ
ສິນລະປິນຫລາກຫລາຍ ໃນຂະແໜງການຕ່າງໆຈົນນັບບໍ່ຖ້ວນ ທີ່​ພາກັນປະດິດຄິດສ້າງ​ແຂ່ງຂັນກັນ ໃຊ້ເທັກນິກ ທີ່ເປັນມະໂນພາບຂອງ​ເຂົາ​ເຈົ້າ ​ລະບາຍ​ອອກ​ມາໃຫ້ເຫັນ. ສິນ
ລະປະການແຕ້ມທີ່​ຮ້ອງ​ວ່າ graphic design ​ແລະ graffiti ​ແມ່ນ​ຂະ​ແໜງ​ການຂອງ​
ທ່ານ​ເຄ ທີ່ອອກແບບອັນເປັນຈີນຕະນາການ ທີ່ສະຫລຽວສະຫລາດ ໃຊ້ເປັນເຄື່ອງສື່
ສານກັບທ່ານ​ຜູ້​ຊົມທັງຫຼາຍ.

ນັກສິນລະປິນຝ່າຍ graphic design​ ​ແມ່ນນັກສິນລະປິນອອກແບບໂຄສະນາຢູ່ໜ້າ
ເວັບໄຊ ນິດຕິຍະສານຕ່າງໆ ຊຶ່ງວິຊາດັ່ງກ່າວນີ້ ມີຫລັກສູດການຮຽນຢູ່ຂັ້ນມະຫາວິທະ
ຍາໄລ. ກ່ອນທີ່ທ່ານ​ເຄ ຈະໄດ້ກາຍມາປະກອບວິຊາອາຊີບເຮັດທຸລະກິດຂອງຕົນເອງ ທ່ານເຄີຍໄດ້ປະກອບ​ວິຊາ​ອາ​ຊີ​ບຫລາຍໆຢ່າງມາ​ກ່ອນ. ບັດນີ້ ທ່ານ​ໄດ້ໃຊ້ສະຕິປັນ
ຍາຄວາມຊໍານິຊໍານານ ທີ່​ໄດ້ຮຽນມານັ້ນ​ໃຫ້ເປັນປະໂຫຍດ ​ແລະ​ທຳໃນ​ສິ່ງ​ທີ່​ຕົນ​ມັກ ໂດຍເນັ້ນໃສ່ການອອກແບບເສື້ອຍືດຂາຍ. ຜົນງານຂອງທ່ານ ໄດ້​ແຜ່​ຂະຫຍາຍ​ໄປ​ສູ່​
ສາຍຕາ​ຂອງ​ປວງ​ຊົນ​ຢ່າງເປັນທີ່ຈັບໃຈ ຈົນ​ໄດ້ຖືກຮຽກຮ້ອງໃຫ້ແຕ້ມໃສ່ຝາ ເພື່ອລະ
ນຶກເຖິງຍາດຕິພີ່ນ້ອງຜູ້ທີ່ໄດ້ລ່ວງ​ລັບຈາກໂລກນີ້ໄປ. ທ່ານ​ເຄ ໄດ້ກ່າວເຖິງຄວາມເປັນ
ມາຂອງການປະກອບວິຊາອາຊີບດັ່ງກ່າວ​ນີ້ວ່າ:

ສັນຍາລັກ ຊ້າງສາມຫົວ

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານເຄ ມະນີວົງ

ຢູ່ໃນສະຫະລັດອາ​ເມຣິກາ ​ໂດຍ​ສະ​ເພາະ​ຢູ່​ສະຖານ​ທີ່ທ່ອງ​ທ່ຽວ ເຮົາຈະສັງເກດເຫັນ
ພວກ​ພໍ່ຄ້າ​ແມ່​ຄ້າ ​ແລະ​ນັກ​ສິນລະປິນພາກັນຕັ້ງ​ຮ້ານຂາຍ​ເຄື່ອງ​ອະນຸສອນ​ຕ່າງໆ ​ໂດຍ​
ສະ​ເພາະ​ຂາຍເສື້ອຍືດຢູ່ຕາມ​ລົດຕູ້​ ຈອດຢູ່ຕາມຖະໜົນຫົນທາງ ບ່ອນທີ່​ມີນັກທ່ອງ
ທ່ຽວພາກັນມາຢ້ຽມຢາມ.​ ສິນລະປະການອອກແບບຂອງທ່ານ​ເຄ ມີ​ຄວາມແຕກຕ່າງ
ໄປຈາກນັກສິນລະປິນຄົນອື່ນໆ ເພາະເປັນຮູບພາບ abstract ຫລື​ເທັກ​ນິກການ​ແຕ້ມ ການອອກ​ແບບ​ທີ່​ເຮັດ​ໃຫ້ຜູ້​ຊື້ນັ້ນຕ້ອງໄດ້ໃຊ້ຈີນ​ຕະນາ​ການ​ຂອງ​ຕົນເອງ ຈຶ່ງຈະເຂົ້າໃຈ.
ທ່ານ​ເຄ​ໄດ້​ເຂົ້າມາຕັ່ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດກັບ​ຄອບຄົວ​ໃນ​ປີ 1978 ​ເວລານັ້ນ​ອາ​ຍຸ​ໄດ້ພຽງນຶ່ງ​ຂວບ. ທ່ານ​ເຄ ສາມາດ​ປາກເວົ້າ​ພາສາ​ລາວໄດ້ດີ ​ດ້ວຍ​ສຳນຽງ​ປາກ​ເຊ ແລະ
​ຮູ້​ຈັກ​ຂະ​ນົບ​ທຳນຽມ​ລາວ​ດີ ​ແຕ່​ບໍ່ສາມາດຂຽນ​ອ່ານ​ພາສາ​ລາວ​ໄດ້. ດ້ວຍ​ເຫດ​ນີ້ ສີນ​ລະ
​ປະຂອງ​ທ່ານ​ເຄ ​ຈຶ່ງໄດ້​ສະ​ແດງ​ອອກ​ມາ​ໃຫ້​ເຫັນ​ເຖິງ​ອິດທິພົນ​ທາງດ້ານປະຫວັດ​ສາດ​
ລາວທີ່ແອບແຝງຢູ່​ໃນ​ແນວ​ຄິດ​ຂອງ​ທ່ານ​ເຄ ທີ່​ໄດ້ສະ​ແດງ​ອອກມາ​ໃຫ້​ເຫັນ ເຊັ່ນອະດີດ​
ທຸງຊາດ​ລາວຊ້າງ​ສາມຫົວ​ ຊຶ່ງທ່່ານ​ເຄໄດ້ກ່າວກ່ຽວກັບເລື່ອງນີ້ວ່າ.

ສັນຍາລັກ ອະດີດທຸງຊາດຊ້າງສາມຫົວ ແຫ່ງພະລາຊະອນາຈັກລາວ

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານເຄ ມະນີວົງ

ຢູ່ໃນສະຫະລັດອາ​ເມຣິກາ ​ໃນ​ຫລາຍໆເຂດຂອງລັດຕ່າງໆ ທາງການໄດ້ອະນຸຍາດ
ໃຫ້ປະຊາຄົມແຕ້ມຮູບຕ່າງໆໃສ່ຝາກຳ​ແພງ ທີ່​ເປັນຝາຫວ່າງເປົ່າ ເພື່ອໃຫ້ໂອກາດແກ່
ບັນດານັກສິນລະປິນ ໃຊ້ເປັນບ່ອນລະບາຍອາລົມຂອງເຂົາເຈົ້າ. ນອກຈາກນັ້ນກໍເພື່ອ
ເປັນ​ການປະດັບປະດາໃຫ້ງາມຫູ​ງາມຕາແກ່ສາທາລະນະ ແທນທີ່ຈະປ່ອຍປະໃຫ້ຝາ
ແປນເປົ່າ. ​ດ້ວຍ​ເຫດ​ນີ້​ເອງ ທ່ານ​ເຄ ຈຶ່ງໄດ້ຖືກຈ້າງຈາກຄອບຄົວ ​ແລະໝູ່ຄູ່ໄປ​ແຕ້ມ
ຮູບ​ໜ້າ​ຂອງຜູ້ທີ່ຕາຍນັ້ນໃສ່່ຝາໄວ້ ເພື່ອໃຫ້ເປັນທີ່ລະລຶກ ແລະ​ເປັນ​ບ່ອນໄວ້ອາໄລຊຶ່ງ
ທ່ານ​ເຄ ໄດ້ກ່າວເຖິງສິນລະປະຕອນນີ້ວ່າ:

ຜົນງານສິນລະປະການແຕ້ມຂອງ ທ່ານເຄ ໄວ້ອາໄລໃຫ້ແກ່ ທ້າວ Derik ມະນີວົງ.

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານເຄ ມະນີວົງ

ຊີວິດ​ການ​ປະກອບ​ວິຊາ​ອາຊີບ​ຂອງ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ລາວ ​ໃນ​ໄລຍະ 4 ​ທົດ
​ສະ​ວັດກວ່າຜ່ານ​ມາ ໄດ້ກາຍເປັນເລື່ອງທີ່​ໜ້າ​ສັນລະ​ເສີນ. ບັນດາ​ຜູ້​ທີ່​ໄດ້​ມາ​ເກີດ​ໃຫຍ່
​ຢູ່​ໃນ​ສະຫະລັດ ​ໄດ້​ກາຍ​ມາ​ເປັນ​ພົນລະ​ເມືອງດີຂອງ​ຊາດ​. ປັດຈຸ​ບັນ​ນີ້ ​ທ່ານ​ເຄ ອາຍຸ​
ໄດ້​ 40 ປີ​ ມີ​ຄອບຄົວ ແລະລູກຜູ້ກົກ​ກຳລັງ​ຈະ​ສຶກສາ​ຕໍ່​ທາງດ້ານ​ກົດໝາຍ. ພາຍ​ໃຕ້
ຊີວິດ​ການ​ປົກຄອງ​ຂອງ​ພໍ່​ແມ່ ທ່ານ​ເຄ ກ່າວ​ວ່າ ​ພໍ່​ແມ່​ຢາກ​ໃຫ້​ຮຽນ​ຝ່າຍໝໍ ​ແຕ່​ທ່ານ​
ເຄບໍ່​ມັກ ​ແລະ​ໄດ້​ເລືອກ​ເອົາ​ການ​ຮຽນ​ດ້ານ​ສິນລະປະ. ປັດຈຸບັນ​ນີ້ ທ່ານ​ເຄ ສາມາດ​
ສ້າງ​ລາຍ​ໄດ້ລ້ຽງ​ດູຄອບຄົວເປັນ​ຢ່າງ​ດີ ​ແລະ​ໄດ້​ກ່າວ​ມ້ວນທ້າຍ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້.

ຮູບສັນຍາລັກລາວ ຢູ່ເສື່່ອຍືດ.

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານເຄ ມະນີວົງ

ທ່ານ​ສາມາດ​ຊົມຜະລິດ​ທະພັນ​ສິນລະປະກັມຂອງ​ທ່ານ​ເຄ​ໄດ້​ທີ່​ ໜ້າ​ເວັບ​ໄຊ
ຂອງ​ວີ​ໂອ​ເອ.