ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ເຮົາຈະນຳພາ ທ່ານໄປຢ້ຽມຢາມ ໂຮງງານຕົ້ມເຫລົ້າຂາວລາວ ທີ່ມີຊື່ວ່າ “White Tiger” ຫລືເສືອຂາວ ຊຶ່ງທ່ານອິດສະ ຫລະ ອຸ່ນນະລາດ ຮ້ອຍເອກ ທະຫານບົກກອງທັບສະຫະລັດເປັນເຈົ້າຂອງ ແລະຜູ້ບໍລິ ຫານ ຢູ່ທີ່ເມືອງ Kent Island ລັດ Maryland ຂັ້ນຕອນກ່ອນຈະຕັ້ງໂຮງງານຕົ້ມເຫລົ້າ ຂາວລາວ ຂຶ້ນມາໄດ້ ຢ່າງຖືກຕ້ອງຕາມກົດໝາຍເປັນມາຢ່າງໄດ້ນັ້ນ ກິ່ງສະຫວັນ ຈະນຳ ເອົາເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານອິດສະຫລະ ອຸ່ນນະລາດ ເຈົ້າຂອງໂຮງງານຜະລິດເຫລົ້າຂາວລາວ
ບັດນີ້ ເຮົາມາຟັງການສົນທະນາກັບ ທ່ານອິດສະຫລະ ອຸ່ນນະລາດ ມີຊື່ນ້ອຍວ່າຕຸ້ຍ ທ່ານເປັນ ຮ້ອຍເອກກອງທັບບົກສະຫະລັດ ແລະເປັນເຈົ້າຂອງໂຮງງານຕົ້ມເຫລົ້າຂາວ ລາວຢູ່ Kent Island ລັດ Maryland ສະຫະລັດອາເມຣິກາ. ທ່ານອິດສະຫລະ ໄດ້ເຂົ້າ ມາຕັ້ງ ຖິ່ນຖານຢູ່ໃນສະຫະລັດກັບຄອບຄົວໃນປີ 1980 ເວລານັ້ນມີອາຍຸໄດ້ຫ້າປີ. ປັດຈຸ ບັນ ທ່ານເປັນທະຫານຂອງກອງທັບສະຫະລັດ ໄດ້ຜ່ານການປະຕິບັດງານສູ້ລົບທີ່ປະ ເທດອີຣັກ ໄດ້ໄປປະຈຳການຢູ່ຫລາຍໆແຫ່ງ ແລະໄດ້ຮັບໃຊ້ປະເທດຊາດມາໄດ້ 20 ປີ ແລ້ວ. ທ່ານຮ້ອຍເອກອິດສະຫລະ ກຳລັງຕຽມຈະອອກບຳນານ ເພາະສະນັ້ນທ່ານໄດ້ວາງ ແຜນ ທີ່ຈະໃຊ້ຊີວິດບັ້ນນີ້ ເປັນພໍ່ຄ້າຕົ້ມເຫລົ້າຂາວລາວ ອອກຂາຍຂາຍສູ່ທ້ອງຕະຫລາດ ໃນສະຫະລັດ.
ທ່ານອິດສະຫລະ ສຳເລັດປະລິນຍາຕີຕຽມແພດ ຫລື premed ທີ່ຈະນຳໄປປະຕິບັດຢູ່ໃນ ກອງທັບສະຫະລັດ ເພາະສະນັ້ນບໍ່ເປັນການແປກປະຫລາດທີ່ ທ່ານອິດສະຫລະ ມີ ຄວາມຮູ້ພື້ນຖານດ້ານເຄມີ ທີ່ພາທ່ານໃຫ້ມີແນວຄິດປະສົມສູດລັບການກັ່ນເຫລົ້າຂາວ ລາວອອກສູ່ຕະຫລາດ. ທ່ານອິດສະຫລະ ເກີດຢູ່ປະເທດລາວ ຄຸ້ມບ້ານທາດຫລວງ ປັດ ຈຸບັນນີ້ມີອາຍຸໄດ້ 38 ປີ ສາມາດປາກພາສາລາວດ້ວຍສຳນຽງວຽງຈັນ ສ້າງຄອບຄົວແລ້ວ ແລະຍັງບໍ່ໄດ້ມີໂອກາດກັບຄືນໄປຢ້ຽມຢາມປະເທດລາວ. ແຕ່ມີສິ່ງນຶ່ງ ທີ່ໄດ້ລີ້ຊ່ອນຢູ່ໃນ ສາຍເລືອດຂອງ ທ່ານອິດສະຫລະ ໂດຍທີ່ບໍ່ຮູ້ສຶກໂຕນັ້ນກໍຄື ແມ່ຂອງທ່ານອິດສະຫລະ ກໍແມ່ນອະດີດນັກຕົ້ມເຫລົ້າຂາວຂາຍຢູ່ປະເທດລາວ ຊຶ່ງທ່ານອິດສະຫລະ ຫາກໍຮູ້ຕາມ ພາຍຫລັງຫວ່າງມໍ່ໆມານີ້ ແລະໄດ້ນຳເອົາສູດລັບຂອງຄອບຄົວມາປັບປຸງຕົ້ມເຫລົ້າຂາວ ລາວເປັນຄັ້ງທຳອິດຢູ່ໃນສະຫະລັດ. ທ່ານອິດສະຫລະ ໄດ້ເລົ່າຊີວິດເບື້ອງຕົ້ນສູ່ ວີໂອເອ ຟັງດັ່ງນີ້:
ຮ້ານຂາຍເຫລົ້າຂາວລາວ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານອິດສະຫລະ ອຸ່ນນະລາດ 1
ທ່ານອິດສະຫລະ ບໍ່ແມ່ນນັກດື່ມເຫລົ້າ ແຕ່ກ່ອນທ່ານໄດ້ເກີດມີແນວຄິດຢາກຕົ້ມເຫລົ້າ ຂາວລາວອອກມາຂາຍນັ້ນ ທ່ານໄດ້ເບິ່ງລາຍການໂທລະພາບການລັກລອບຕົ້ມເຫລົ້າ ຂາວ ທີ່ຜິດກົດໝາຍຢູ່ໃນສະຫະລັດ ທີ່ຮ້ອງວ່າ moonshine ແລະນີ້ໄດ້ເປັນບ່ອນລິເລີ້ມ ຕັ້ງຄຳຖາມສຳລັບໂຕທ່ານເອງເຖິງວິທີທາງທີ່ຈະຕົ້ມເຫລົ້າຂາວ ໃຫ້ມີຄຸນນະພາບດີ ຊຶ່ງ ທ່ານອິດສະຫລະ ໄດ້ກ່າວຕໍ່ວີໂອເອວ່າ:
ກອງໄຖ່ເຂົ້າໜຽວທີ່ຈະນຳໄປເຮັດເຫລົ້າລາວ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານອິດສະຫລະ ອຸ່ນນະລາດ 2
ສູດລັບການຕົ້ມເຫລົ້າຂາວພື້ນເມືອງລາວ ມີຄວາມແຮງເຖິງ 120 ອົງສາ ທີ່ສາມາດຈູດໄຟໄດ້ ແນ່ນອນມີຄວາມແຮງເກີນໄປກວ່າເຫລົ້າວິສກີທົ່ວໆໄປ ແຕ່ສຳລັບນັກດື່ມເຫລົ້າແລ້ວແມ່ນບໍ່ມີບັນຫາ ທ່ານອິດສະຫລະ ໄດ້ອະທິບາຍເຖິງຄວາມແຮງຂອງການກັ່ນເຫລົ້າຂາວ ລາວຕໍ່ໄປອີກວ່າ:
ເຂົ້າໜຽວໜື້ງແລ້ວກ່ອນຈະນຳໄປເຮັດເຫລົ້າ.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານອິດສະຫລະ ອຸ່ນນະລາດ 3
ຢູ່ໃນສະຫະລັດອາເມຣິກາ ມີກົດໝາຍຄວບຄຸມການຕົ້ມເຫລົ້າຢ່າງເຄັ່ງຄັດ ແຕ່ເຖີງປານນັ້ນກໍຍັງມີການລັກລອບຕົ້ມເຫລົ້າຂາວ ຫລື moonshine ຂາຍກັນແບບຜິດກົດໝາຍຢູ່ໃນຫລາຍໆລັດ. ທ່ານອິດສະຫລະ ໄດ້ຄົ້ນຄວ້າຫລາຍຂັ້ນຕອນຢ່າງຖືກຕ້ອງຕາມກົດ ໝາຍກ່ອນຈະລົງມືຜະລິດເຫລົ້າ ອອກມາຂາຍສູ່ທ້ອງຕະຫລາດ ທ່ານໄດ້ເລົ່າຂັ້ນຕອນ ຂອງການຂໍອະນຸຍາດສູ່ ວີໂອເອ ຟັງດັ່ງນີ້:
ໝໍ້ຕົ້ມເຫລົ້າຂາວລາວ
Your browser doesn’t support HTML5
ເຊິນຟັງການສຳພາດ ທ່ານອິດສະຫລະ ອຸ່ນນະລາດ 4
ໃນເດືອນມີນາປີ 2016 ທີ່ຜ່ານມານີ້ ທ່ານອິດສະຫລະໄດ້ເປີດຮ້ານຂາຍເຫລົ້າລາວ ຢ່າງເປັນທາງການແຕ່ນັ້ນມາ. ແຕ່ກ່ອນຈະມາເຖິງຂັ້ນສຸດທ້າຍ ລັດຖະບານທ້ອງຖິ່ນຕ້ອງໄດ້ ມາກວດສອບຫລາຍໆຂັ້ນຕອນ ນັບຕັ້ງແຕ່ສະຖານທີ່ຜະລິດເຫລົ້າ ວິທີຕົ້ມເຫລົ້າ ສົ່ງໂຕຢ່າງໄປໃຫ້ລັດຖະບານກວດສອບ ກ່ອນທີ່ຈະບັນຈຸໃສ່ແກ້ວເພື່ອນຳອອກຂາຍຊຶ່ງທ່ານອິດສະຫລະ ກ່າວຕໍ່ໄປອີກວ່າ:
ຖັງໃສ່ເຫລົ້າຂາວລາວ ທີ່ເຮັດດ້ວຍໄມ້ Oak.
Your browser doesn’t support HTML5
ເຊິນຟັງການສຳພາດ ທ່ານອິດສະຫລະ ອຸ່ນນະລາດ 5
ປັດຈຸບັນນີ້ ທ່ານອິດສະຫລະ ໃຊ້ເວລາພຽງແຕ່ວັນເສົາ ແລະວັນອາທິດເຮັດວຽກຢູ່ບ່ອນຕົ້ມເຫລົ້າ ອັນເປັນເວລາຫລັງຈາກໂມງລາດຊະການ. ເພາະສະນັ້ນການຜະລິດ ອອກຂາຍຍັງບໍ່ເປັນທີ່ພຽງພໍຕໍ່ຄວາມຮຽກຮ້ອງຕ້ອງການສຳລັບຜູ້ບໍລິໂພກເທື່ອ. ທ່ານອິດສະ ຫລະໄດ້ກ່າວມ້ວນທ້າຍສູ່ວີໂອເອ ຟັງດັ່ງນີ້:
ຄວາມແຮງຂອງເຫລົ້າຂາວລາວ ທີ່ສາມາດຈູດໄຟໄດ້.
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານອິດສະຫລະ ອຸ່ນນະລາດ 6
ຂ້າພະເຈົ້າໄດ້ມີໂອາກາດໄປຢ້ຽມຢາມ ເບິ່ງບັນຍາກາດບ່ອນຜະລິດເຫລົ້າ White Tiger ຂອງອາເມຣິກັນເຊື້ອສາຍລາວ ຂອງທ່ານອິດສະຫລະ ອຸ່ນນະລາດ ຕັ້ງຢູ່ບ່ອນງຽບສະ ຫງົບແຄມປາກອ່າວ Chesapeake ທີ່ Kent Island ລັດ Maryland. ຂ້າພະເຈົ້າໄດ້ ລອງຊີມລົດຊາດເຫລົ້າຂາວລາວທີ່ມີຄວາມແຮງສູງເຖິງ 120 ອົງສາ ທີ່ສາມາດຈູດໄຟ ໄດ້ ແຕ່ເວລາດື່ມລົງໄປແລ້ວ ໝ່ອນຄໍດີ ແລະກໍເຢັນສະບາຍຢູ່ທາງໃນ.