ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອມື້ນີ້ ເຮົາຈະນຳເອົາ
ການສຳພາດ ກັບເຈົ້າຄຳຜາຍ ກຸນລະວຸດ ນັກດົນຕີ ແລະນັກປະພັນເພງລາວທີ່ມີຊື່
ສຽງ ແລະເປັນທີ່ນິຍົມ ຢູ່ໃນສັງຄົມລາວ ທັງໃນ ແລະນອກປະເທດ. ຄະນະດົນຕີ
“Mekong Vert” ຫຼື ແມ່ຂອງຂຽວ ໄດ້ເລີ້ມວາງບົດບາດໃນຊຸມປີ1980 ທີ່ປະເທດ
ຝຣັ່ງ ແລະຕໍ່ມາໄດ້ງຽບຫາຍໄປ. ແຕ່ສຽງເພງ ຂອງເຈົ້າຄຳຜາຍ ທັງເກົ່າ ແລະໃໝ່
ຍັງເປັນທີ່ນິຍົມຮ້ອງກັນໂດຍບັນດານັກສິນລະປີນຫຼາຍໆຄົນຢູ່. ເຈົ້າຄຳຜາຍ ແມ່ນ
ໃຜ ແລະປັດຈຸບັນນີ້ຢູ່ໃສ ກິ່ງສະຫວັນ ຈະໃຫ້ຄຳຕອບແກ່ທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດ ເຈົ້າຄຳຜາຍ ກຸນລະວຸດ ນັກປະພັນເພງລາວ ຍອດນິຍົມ
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ພົບກັນອີກຕາມນັດໝາຍ ກັບລາຍການຊີວິດຊາວ
ລາວ ຂອງວີໂອເອ. ມື້ນິ້ຂ້າພະເຈົ້າຈະນຳພາທ່ານໄປຟັງການສຳພາດກັບເຈົ້າຄຳຜາຍ
ກຸນລະວຸດ ນັກປະພັນເພງລາວສະໄໝ. ໃນຊຸມປີ1980 ທ່ານອາດໄດ້ຍິນຊື່ຄະນະວົງ
ດົນຕີ “Mekong Vert” ຫລືແມ່ຂອງຂຽວ ທີ່ໄດ້ສ້າງຄວາມບັນເທີງກ່ອມອາລົມຈາກ
ປະເທດຝຣັ່ງ ໃຫ້ແກ່ບັນດາອົບພະຍົບລາວຢູ່ທົ່ວໂລກໃນເວລານັ້ນ. ເປັນເວລາສາມ
ທົດສະວັດຜ່ານມາ ບົດເພງຂອງເຈົ້າຄຳຜາຍຍັງດັງກ້ອງ ແລະເປັນທີ່ນິຍົມຮ້ອງກັນ
ໂດຍບັນດານັກສິນລະປິນເຊື້ອສາຍລາວຢູ່ທົ່ວໂລກມາຈົນເທົ້າເຖິງປັດຈຸບັນນີ້. ເຈົ້າ
ຄໍາຜາຍແມ່ນອະດີດລູກບ້ານຫລານເມືອງນະຄອນຫລວງພະບາງ ທ່ານໄດ້ກ່າວເຖິງ
ຊີວິດຄວາມເປັນມາ ທີ່ພົວພັນກັບການປະພັນເພງຕໍ່ວີໂອເອດັ່ງນີ້:
Your browser doesn’t support HTML5
ເຈົ້າຄຳຜາຍ ກຸນລະວຸດ
ເຈົ້າຄຳຜາຍ ມີພອນສະຫວັນດ້ານສຳນວນພາສາລາວຢ່າງເລິກເຊິ່ງ ແລະໄດ້ຮຽນຮູ້
ສັງເກດການຈາກບັນດານັກປະພັນເພງອາວຸໂສລາວຫລາຍໆທ່ານ. ເຈົ້າຄຳຜາຍໄດ້
ເລີ້ມປະພັນເພງໃນເວລາຢູ່ໃນສູນອົບພະຍົບ ປະເທດໄທ ຊຶ່ງທ່ານໄດ້ກ່າວຕໍ່ວີໂອເອ
ຕໍ່ໄປອີກວ່າ:
Your browser doesn’t support HTML5
ເຈົ້າຄຳຜາຍ ກຸນລະວຸດ
ຫລັງຈາກເຈົ້າຄຳຜາຍໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ປະເທດຝຣັ່ງໃນປີ 1979 ແລ້ວ ທ່ານ
ກໍໄດ້ຕັ້ງຄະນະວົງດົນຕີຂຶ້ນ ມີຊື່ວ່າ ‘Mekong Vert” ຫລື ແມ່ຂອງຂຽວ ຊຶ່ງເວລານັ້ນ
ໝູ່ຄະນະຍັງເປັນຊາຍໂສດຢູ່ ຍັງບໍ່ມີຄວາມຮັບຜິດຊອບທາງດ້ານຄອບຄົວເທື່ອ ແລະໄດ້ພາກັນເຕົ້າໂຮມກັນຮ້ອງເພງລາວ ຊຶ່ງເຈົ້າຄຳຜາຍໄດ້ເລົ່າສະພາບການຊີວິດຕອນ
ນັ້ນວ່າ :
Your browser doesn’t support HTML5
ເຈົ້າຄຳຜາຍ ກຸນລະວຸດ
ເຈົ້າຄຳຜາຍ ໄດ້ອະທິບາຍເຖິງລົດນິຍົມ ຄວາມແຕກຕ່າງ ແລະບັນຍາກາດຂອງເພງ
ທີ່ບັນດາຜູ້ຟັງມັກ ເຊັ່ນວ່າເພງສຸກສັນວັນເກີດ ຕິດຕາມ ມາດ້ວຍເພງ “ພາບແຫ່ງ
ຄວາມຫລັງ” ທີ່ເປັນເພງທີ່ໄດ້ຮັບຄວາມນິຍົມສູງ ທີ່ນັກສິນລະປີນ Tom Rainbow
ໄດ້ຂໍອະນຸຍາດນຳໄປຮ້ອງ
ເຈົ້າຄຳຜາຍ ກຸນລະວຸດ
Your browser doesn’t support HTML5
ເຈົ້າຄຳຜາຍ ກຸນລະວຸດ
ບັນດານັກປະພັນເພງອາວຸໂສຫລາຍໆທ່ານໄດ້ກ່າວຕໍ່ ວີໂອເອ ດ້ວຍຄວາມພາກພູມ
ໃຈ ທີ່ຜົນງານໄດ້ຮັບຄວາມນິຍົມຈາກແຟນໆເພງ ແຕ່ວ່າຜິດຫວັງ ທີ່ເພງຂອງພວກ
ທ່ານເຫລົ່ານີ້ໄດ້ຖືກນັກສິນລະປີນຄົນອື່ນໆເອົາໄປຮ້ອງ ໂດຍບໍ່ໄດ້ຮັບອະນຸຍາດ
ນອກນັ້ນຍັງດັດແປງຄວາມເວົ້າ ໂດຍບໍ່ພິຈາລະນາເຖິງສິດທິຂອງຜູ້ປະພັນ ຊຶ່ງເຈົ້າ
ຄຳຜາຍໄດ້ກ່າວກ່ຽວກັບເລື່ອງນີ້ວ່າ :
Your browser doesn’t support HTML5
ເຈົ້າຄຳຜາຍ ກຸນລະວຸດ
ນັກປະພັນເພງແມ່ນຜູ້ມີພອນສະຫວັນ ແລະມີຈີນຕະນາການ ຫລາຍໆຄັ້ງເກີດຈາກ
ປະສົບການໃນຊີວິດຕົນເອງ ແລະສິ່ງແວດລ້ອມຂອງສັງຄົມຊີວິດ ຊຶ່ງເຈົ້າຄຳຜາຍ
ໄດ້ກ່າວມ້ວນທ້າຍດັ່ງນີ້:
Your browser doesn’t support HTML5
ເຈົ້າຄຳຜາຍ ກຸນລະວຸດ
ວີໂອເອ ຂໍສະແດງຄວາມຂອບໃຈມາຍັງເຈົ້າຄຳຜາຍ ກຸນລະວຸດ ທີ່ໄດ້ກ່ອມອາລົມ
ຊາວລາວ ທັງທີ່ຢູ່ນອກ ແລະຢູ່ໃນປະເທດ. ກ່ອນຈາກໄປວັນນີ້ ຂ້າພະເຈົ້າຂໍມອບ
ສຽງເພງ ກຸຫລາບປາກເຊ ໃຫ້ແດ່ທຸກໆທ່ານ ເນື້ອຮ້ອງທຳນອງໂດຍເຈົ້າຄຳຜາຍ
ແລະຂັບຮ້ອງໂດຍປະລິນຍາ.