ສຳພາດ ທ່ານບຸນຫົງ ຄົມມະຣາດ ອະດີດເຈົ້າໜ້າທີ່ສັງຄົມສົງເຄາະ ນະຄອນ San Diego

ທ່ານບຸນຫົງ ຄົມມະຣາດ ກັບພັນລະຍາ ຍານາງວຽງຄຳ ທີ່ນະຄອນ San Diego ລັດ California.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີ​ໂອ​ເອ ປະຈຳວັນພະຫັດມື້ນີ້
ເຮົາຈະໃຫ້​ທ່ານ​ໄດ້ຟັງ​ການ​ສຳພາດ​ກັບ ທ່ານ​ບຸນ​ຫົງ ຄົມມະ ຣາດ ອະ​ດີີດ​ເຈົ້າ​ໜ້າ​ທີ່
​ສັງຄົມ​ສົງ​ເຄາະ ທີ່​ນະຄອນ San Diego ລັດ California. ທ່ານບຸນຫົງ ​ໄດ້​ຮັບ​ໃຊ້​ສັງ
ຄົມ​ລາວ​ອາ​ເມຣິກັນ ພາຍ​ໃຕ້​ລັດຖະບານ​ທ້ອງ​ຖິ່ນ​ມາ​ເປັນ​ເວລາດົນ​ກວ່າ 30 ປີ ​ໄດ້ພົບ
ເຫັນ​ການ​ຕັ້ງ​ຊີວິດ​ໃໝ່ ທີ່​ປະສົບ ກັບ​ຄວາ​ມຍາກ​ລຳບາກ​ຕ່າງໆ ​ແລະ​ໃນ​ທີ່​ສຸດ​ກໍ​ໄດ້​ຮັບ
​ຜົນສຳ​ເລັດ. ສຳລັບຄວາມ​ເປັນມາ​ຂອງ​ທ່ານ​ບຸນ​ຫົງ ຄົມມະຣາດ ​ວ່າເປັນ​ຢ່າງ​ໃດ​ນັ້ນ
ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ເຊິນຟັງການສຳພາດ ທ່ານບຸນຫົງ ຄົມມະຣາດ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ​ວີ​ໂອ​ເອ ປະຈຳວັນພະ
ຫັດມື້ນີິ້ ທ່ານຈະໄດ້ຟັງການສຳພາດກັບ ທ່ານບຸນ​ຫົງ ຄົມມະຣາດ ອະດີດເຈົ້າ​ໜ້າ​ທີ່​ສັງ
ຄົມ​ສົງ​ເຄາະ ຢູ່ນະຄອນ San Diego ລັດ California ຊຶ່ງປັດຈຸບັນ​ນີ້​ທ່ານກຳລັງ​ມ່ວນ
​ຊື່ນ​ກັບການ​ບຳນານ​ມາ​ ໄດ້​ສີ່​ປີ​ແລ້ວ. ທ່ານ​ບຸນ​ຫົງ ​ໄດ້​ວາງ​ບົດບາດອັນ​ສຳຄັນ​ໄວ້​ ກັບ​ສັງຄົມລາວ​ອາ​ເມຣີກັນຢ່າງ​ໜ້າ​ສັນລະ​ເສີນ ຮັບ​ໃຊ້ໜ້າທີ່​ເປັນ​ລັດຖະກອນ​ ຊ່ວຍ​ແນະ
ນຳ​ການ​ຕັ້ງ​ຊີວິດໃໝ່ ​ເຊັ່ນ​ວ່າ ດ້ານ​ສັງຄົມ​ສົງ​ເຄາະ ການ​ສຶກສາ ສຸຂະ​ພາບ ​ວັດທະນາ
ທຳ ​ແລະສິ່ງ​ແວ​ດລ້ອມ​ຕ່າງໆ. ທ່ານໄດ້​ຮັບ​ໃຊ້​ປະຊາ​ຄົມລາວ​ອາ​ເມຣິກັນ ຈາກ​ຊຸມ​ປີ
1980 ຫາປີ 2014 ​ແລະເປັນ​ທີ່​ຮູ້​ຈັກ​ຮັກ​ແພງກັນຢ່າງ​ກວ້າ​ງຂວາງ.

ການ​ເດີນທາງ​ມາ​ເຖິງ​ສະຫະລັດອາ​ເມຣິກາ ​ຂອງປະຊາກອນ​ລາວ ​ແລະ​ຊົນ​ຊາດ​ອື່ນໆ
ກ່ອນ​ໜ້າ​ນັ້ນ ມີ​ເຫດຜົນ​ບໍ່ຄື​ກັນ ​ແຕ່​ປະສົບ​ກັບ​ຄວາມ​ຍາກ​ລຳບາກ ​ຄ້າຍໆຄືກັນ ແລະ
​ໃນ​ທີ່​ສຸດ​ກໍ​ໄດ້​ຮັບ​ຜົນສຳ​ເລັດ. ທ່ານບຸນ​ຄົງ ແມ່ນອາ​ເມຣິກັນ​ເຊື້ອ​ສາຍ​ລາວ​ຜູ້​ນຶ່ງ ທີ່​ໄດ້
ເປັນ​ພິຍານ​ຫລັກ​ຖານ​ໃນຂັ້ນ​ຕອນ ການ​ຕັ້ງ​ຊີວິດ​ໃໝ່​ຢູ່​ໃນ​ສະຫະລັດ ຊຶ່ງ​ທ່ານ​ເລົ່າ​ສູ່
ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ທ່ານບຸນຫົງ ນຳພາປະຊາຄົມລາວ-ອາເມຣິກັນ ສະຫລອງບຸນປີໃໝ່ລາວ.

Your browser doesn’t support HTML5

ສຳພາດ ທ່ານຫົງ ຄົມມະຣາດ

ໜ້າ​ທີ່​ອັນ​ສຳຄັນຂອງ​ທ່ານ​ບຸນ​ຫົງ ກໍ​ຄື​ກຳກັບ​ເບິ່ງ​ແຍງ​ການ​ເຂົ້າ​ໂຮງຮຽນ​ຂອງ​ເດັກນ້ອຍ​
ລາວ​ ທີ່​ເດີນທາງ​ມາ​ຮອດ​ໃໝ່ ​ທີ່ຍັງ​ບໍ່​ຮູ້​ພາສາ​ອັງກິດ ບໍ່ຮູ້​ລະບົບ​ການ​ສຶກສາ ​ແລະສິ່ງ
​ແວດ​ລ້ອມຕ່າງໆ ຊຶ່ງ​ທ່ານ​ໄດ້​ກ່າວ​ໃນຕອນ​ນີ້​ວ່າ:

ທ່ານບຸນຫົງ ແລະຍານາງວຽງຄຳ ຄົມມະຣາດ ເຫລື້ອມໄສໃນພຸດທະສາສະໜາ.

Your browser doesn’t support HTML5

ສຳພາດ ທ່ານຫົງ ຄົມມະຣາດ

ການ​ຕັ້ງ​ຊີ​ວິດ​ໃໝ່​ສັບສົນ​ໄປ​ດ້ວຍ​ສິ່ງ​ທີ່​ບໍ່​ຄາດ​ຝັນ​ຕ່າງໆ​ນາໆ ​ຂັດ​ແຍ້​ງດ້ານ​ວັດທະນາ
​ທຳ ​ແລະ​ສັງຄົມ​ຊີວິດ​ຫລາຍໆ​ຢ່າງ. ບັນດາພໍ່​ແມ່​ຜູ້​ປົກຄອງຈາກ​ປະ​ເທດ​ທີ່​ບໍ່​ໄດ້ມີການ​ພັດທະນາ ​ມັກ​ຈະມີ​ແນວ​ຄິດແບບ​ມອບພວກລູກ​ເຕົ້າ ​ໃຫ້​ເປັນ​ໜ້າ​ທີ່​ຂອງ​ນາຍຄູ​ ເປັນ​
ຜູ້ສິດສອນ​ເອົາ​ທັງ​ໝົດ ​ໃນ​ຂະນະ​ທີ່​ໂຕ​ຂອງ​ເຂົາ​ເຈົ້າ​ເອງ​ແມ່ນຂ້ອງ​ຄາຢູ່​ກັບ​ການທຳ​
ມາ​ຫາ​ກິນ​ລ້ຽງ​ຄອບຄົວ. ນອກຈາກ​ນັ້ນ​ອີກ​ ພວກ​ພໍ່​ແມ່ທັງຫຼາຍກໍແມ່ນ​ຍັງຂາດ​ຄວາມ​
ຮູ້ ​ທີ່ຈະ​ຊ່ວຍ​ ​ໃນຫລັກສູດການຮຽນ​ຂອງພວກ​ລູກ​ໆ ຊຶ່ງ​ທ່ານ​ບຸນ​ຫົງ​ໄດ້​ອະທິບາຍ​ເຖິງ
​ຕອນ​ນີ້​ວ່າ:

ທ່ານບຸນຫົງ ກຳລັງກິນເບ້ຍບຳນານ ຢູ່ກັບລູກຫລານ ຢ່າງມີຄວາມສຸກ.

Your browser doesn’t support HTML5

ສຳພາດ ທ່ານຫົງ ຄົມມະຣາດ

ສາມ​ທົດ​ສະ​ວັດກວ່າ ແຫ່ງ​ຄວາມສັບສົນ ຄວາມແຕກ​ແຍກ ຄວາມໂສກ​ເສົ້າ ​ແລະຄວາມ
ຕື່ນ​ເຕັ້ນຂອງ​ການ​ຕັ້ງ​ຊີວິດ​ໃໝ່ ໄດ້​ຜ່ານ​ພົ້ນ​ໄປ ຢ່າງ​ບໍ່​ໜ້າ​ເຊື່ອ.​ ແຕ່​ຄວາມຊົງ​ຈຳ​ຂອງ
​ເຫດ​ການເຫລົ່າ​ນັ້ນ ກໍຍັງ​ຝັງ​ໄວ້ ​ຢູ່​ໃນ​ຈິດ​ໃຈ​ຂອງ​ຊາວ​ລາວ ຜູ້​ທີ່​ໄດ້​ຜ່ານ​ຜ່າ​ກັບ​ຄວາມ​
ຍາກ​ລຳບາກມາ. ປະສົບ​ການ​ເຫລົ່ານີ້້​ ໄດ້​ເປັນ​ພື້ນຖານ​ເປັນບົດຮຽນ​ຂອງການ​ສູ້​ທົນ ທີ່
​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ກ້າວ​ຂຶ້ນ​ມາສູ່​ຄວາມ​ເປັນ​ອິດສະຫຼະພາບ ​ແລະ​ປະສົບ​ຜົນສຳ​ເລັດ​
ຕ່າງໆນາໆ ​ແລະເປັນ​ພົນລະ​ເມືອງ​ດີ ໃນ​ຊີວິດ​ໃໝ່ຢູ່ສະຫະລັດ​ອາ​ເມຣິກາ.