ວີໂອເອ ສະຫລອງຄົບຮອບ 75 ປີ ແລະ 55 ປີ ພາກພາສາລາວ ກັບບັນດາທ່ານຜູ້ຟັງ

ຫລາຍປີ ຫລາຍເລື່ອງ ແລະ ຫລາຍປະສົບການ ຢູ່ໃນສັງຄົມ ຊີວິດລາວ ກັບ ວີໂອເອ.

ທ່ານຜູ້ຟັງທັງຫຼາຍ ເນື່ອງຈາກວ່າປີນີ້ ເປັນປີ ຄົບຮອບທີ 75 ຂອງວິທະຍຸສຽງອາເມ
ຣິກາ ຫຼື ວີໂອເອ ແລະຄົບຮອບ 55 ປີ ຂອງພະແນກພາສາລາວ ທີ່ໄດ້ເລີ້ມອອກ​ອາ
ກາດມາແຕ່ປີ 1962 ຈົນເທົ້າເຖິງປັດຈຸບັນ. ເພາະສະນັ້ນໃນລາຍການຊີວິດ
ຊາວລາວຂອງວີໂອເອມື້ນີ້ ເຮົາຈຶ່ງຈະນຳເອົາການສຳພາດ ກັບ​ຊາວອາເມຣິກັນ
ເຊື້ອສາຍລາວ ຜູ້ທີ່ໄດ້ຕິດຕາມຟັງ ແລະຜ່ານກັບປະສົບການຊີວິດຂອງການ​ຕິດ
ຕາມ​ຟັງວີໂອເອມາສະເໜີທ່ານ. ສ່ວນວ່າ ການ​ຜະຈົນ​ໄພ ​ແລະຄວາມ​ຕື່ນ​ເຕັ້ນ
ຂອງແຕ່ລະຄົນມີມາຢ່າງໃດນັ້ນ ເຊີນພົບກັບ ກິ່ງສະຫວັນ ໄດ້ໃນອັນດັບຕໍ່ໄປ.

ຄຳເວົ້າທີ່ສໍາຄັນຕອນນຶ່ງ ຂອງ ມື້ລາງປະທານາທິບໍດີ John F. Kennedy ກ່ຽວກັບ ວີໂອເອ.

Your browser doesn’t support HTML5

ເຊີນຟັງການສຳພາດ ບັນດາຜູ່ຕິດຕາມຟັງ ວີໂອເອ ສະຫລອງຄົບຮອບ 75 ປີ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າຈະພາທ່ານໄປຟັງປະ​ຫວັດຄວາມ​ເປັນ
​ມາ​ຂອງ​ວີ​ໂອ​ເອ ທີ່​ໄດ້ລາຍ​ງານຂ່າວອອກອາກາດ ມາສູ່​ປະຊາກອນໂລກ​ເປັນ​ເວລາ
75 ປີ ​ແລະ​ຮັບ​ໃຊ້ສັງ​ຄົມ​ຊີວິດຂອງຊາວ​ລາວມາເປັນ​ເວລາ ໄດ້ 55 ປີ. ວີ​ໂອ​ເອ ​ໄດ້
ຕັ້ງ​ຂຶ້ນມາ​ເວລາສະຫະລັດກ້າວ​ເຂົ້າສູ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ຢ່າງ​ເປັນ​ທາງ​ການ. ​ເວ
ລາ​ນັ້ນ​ໄດ້ອອກ​ອາກາດ​ສົດ ທາງ​ວິທະຍຸ​ຄື້ນສັ້ນ​ເປັນ​ເວລາ 15 ນາທີ ​ກະຈາ​ຍສຽງ
​ໄປຍັງ​ເຢຍຣະມັນ ຈາກ​ຫ້ອງ​ສົ່ງ​ນ້ອຍໆ ຢູ່​ນະຄອນ​ New York ເມື່ອ​ວັນ​ທີ 1 ​ເດືອນ
ກຸມພາ 1942 ​ແລະ​ຫລັງ​ຈາກ​ນັ້ນແລ້ວ ກໍໄດ້​ຂະຫຍາຍໂຕອອກ ເປັນຈົນເຖິງ 47 ພາສາຕ່າງໆຂອງ​ໂລກໃນ​ປັດຈຸບັນ.

ພາສາລາວ ແມ່ນພາສານຶ່ງ ໃນຈຳນວນ 47 ພາສາຂອງໂລກ ທີ່ອອກອາກາດໃນປັດຈຸບັນ.

ບັດ​ນີ້ເຮົາລອງມາທຳ​ຄວາມເຂົ້າໃຈກັນຈັກບາດກ່ອນວ່າ ເປັນຫຍັງພາສາລາວຈຶ່ງ​
ໄດ້​ມາປະກອບສ່ວນ ມີບົດບາດ ​ຢູ່ໃນສະຖາບັນຂອງຊາດ​ແຫ່ງ​ນີ້. ຫລັງຈາກສົງຄາມ​
ໂລກ​ໄດ້​ສິ້ນ​ສຸດ​ລົງ ລາວໄດ້ຮັບເອກກະລາດຈາກຝຣັ່ງ ໃນປີ 1953 ແລະ​ພ້ອມໆ​ດຽວ
​ກັນນີ້ ເງົາມືດຂອງສົງຄາມເຢັນກໍໄດ້​ເຄື່ອນ​ຍ້າຍ​ມາປົກ​ຄຸມພາກພື້ນເອເຊຍອາຄະເນ. ຕົກມາເຖິງປີ 1962 ສົງຄາມຫວຽດນາມ ໄດ້​ເລີ່ມ​ເກີດຂຶ້ນ ພ້ອມດ້ວຍ “ສົງຄາມລັບ
ຢູ່ໃນລາວ” ​ອັນເປັນສາເຫດພາໃຫ້ເພີິ່ມພະແນກພາສາລາວເຂົ້າໃສ່ ຮ່ວມກັບ​ພາສາ
​ອື່ນໆ​ຂອງ​ໂລກ​ໃນວິທະຍຸສຽງອາເມຣິກາ ​ເພື່ອ​ນຳ​ເອົາຂ່າວໂລກ ແລະນະໂຍບາຍ
ຂອງລັດຖະບານສະຫະລັດ ມາ​ເຜີຍ​ແຜ່​ໃຫ້ປະຊາຊົນ​ລາວ​ໄດ້​ຟັງມາຈົນເຖິງເທົ້າທຸກ
ວັນນີ້ຢ່າງ​ໜ້າ​ສັນລະ​ເສີນ.

ທາງເຂົ້າ ໄປຫາຫ້ອງການ ວີໂອເອ.

ໃນຊຸມ​ປີ 1960 ນະຄອນຫລວງວຽງຈັນ ເມືອງເອກຂອງປະເທດລາວ ຍັງເຕັມໄປດ້ວຍ
ປ່າໄມ້ທຳມະຊາດ. ປະຊາຊົນລາວສ່ວນໃຫຍ່ຍັງອາໄສໂຄມໄຟ ທຽນໄຂ ​ແລະກະບອງ
ໄຕ້ເປັນເຄື່ອງແຍງໃຫ້ແສງສະວ່າງ. ເຖິງແມ່ນໄຟຟ້າຈະມີ ກໍຢູ່ໃນຂອບເຂດຈຳກັດທີ່
ສຸດ. ​ເວລາ​ນນັ້ນປະຊາຊົນລາວຍັງອາໄສນໍ້າສ້າງ ນໍ້າຂອງເປັນນໍ້າດື່ມນໍ້າໃຊ້.ກົມວິທະຍຸ
ກະຈາຍສຽງ​ແຫ່ງ​ຊາດໄດ້ຕັ້ງຂຶ້ນມາໃນຊຸມປີ 1950 ແຕ່ວ່າປະຊາຊົນລາວສ່ວນໃຫຍ່ຍັງ
ບໍ່ມີວິທະຍຸຟັງ​ກັນໄດ້​ເທື່ອ. ຫລາຍໆຄົນຕ້ອງໄດ້​ອາ​ໄສເພື່ອນບ້ານໃກ້ຄຽງຜູ້​ມີ​ວິທະຍຸ​ຟັງ.
ໃນ​ຂະນະ​ດຽວ​ກັນ​ນີ້ ວິທະຍຸ​ປັກ​ກິ່ງ ກໍໄດ້​ຖ່າຍ​ທອດໂຄສະນາຊວນ​ເຊື່ອ ເປັນ​ພາສາ​ລາວ
ຈາກ​ປະ​ເທດ​ຈີນ ຕ້ານ​ສະຫະລັດ ​ແລະ​ລັດຖະບານ​ພະ​ລາຊາ​ອານາຈັກ​ລາວ. ວິທະຍຸ
​ສຽງ​ອາ​ເມຣິກາ ​ໄດ້​ນຳ​ເອົາ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ໃນໂລກ ​ແລະ​ຢູ່ພາຍໃນປະ​ເທດ
​ມາສູ່​ປະຊາຊົນ​ລາວໃນລະບົບຄຶ້ນສັ້ນ​. ປະຊາກອນ​ລາວມັກພາກັນນັ່ງລໍຖ້າ ​ອ້ອມພາ
ເຂົ້າແລງ ​ເພື່ອຟັງ​ລາຍ​ງານ​ຈາກວີ​ໂອ​ເອ. ທ່ານຊູຊີວອງ ຫລືຍຸດທະນາ ຫລວງ​ລາດ
ດາລາຕະຫລົກ ອາເມຣິກັນເຊື້ອສາຍລາວກໍແມ່ນຜູ້ນຶ່ງທີ່ໄດ້ຕິດຕາມຟັງວິທະຍຸ ວີໂອ
ເອ ກັບລຸງຂອງ​ລາວ ມາແຕ່​ເວລາຍັງເປັນ​ເດັກນ້ອຍ ແລະຈົນ​ເທົ້າ​ເຖິງ​ປັດຈຸບັນນີ້ລາວ
ກໍຍັງຟັງຢູ່ ດັ່ງຜູ້ກ່ຽວໄດ້​ເລົ່າເຖິງຄວາມຊົງຈຳສູ່ຟັງວ່າ:

ທ່ານ Susiwong ຫລື ຍຸດທະນາ ທີ່ເມືອງ Reston ລັດ Virginia.

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານ Susiwong ຫລື ຍຸດທະນາ 1

ຢູ່ໃນຊ່ວງເວລາຄວາມ​ເປັນເອກ​ກະລາດ​ 1953-1975 ປະຊາຊົນລາວ​ໄດ້​ປະສົບ
​ກັບ​ສົງ​ຄາມ​ທີ່​ຮູ້​ກັນຢູ່​ໂລກ​ພາຍນອກ​ວ່າ​ "ສົງຄາມລັບໃນລາວ” ຄຽງຄູ່​ກັບ​ສົງຄາມ
ຫວຽດນາມ. ​ນອກຈາກ​ນັ້ນແລ້ວ ນະຄອນຫລວງວຽງຈັນ ຍັງ​ໄດ້ເກີດມີການ​ເຮັດລັດ
ຖະປະຫານຢູ່ເປັນປະຈຳ ນຶ່ງ​ໃນຈຳ​ນວນ​ທີ່​ຮູ້​ກັນ​ດີ ກໍ​ຄືເສິກ “ກອງ​ແລ” ຊຶ່ງທ່ານແກ້ວ
ພົງໄຊສນິດ ອະດີດນາຍຈ່າທະຫານກົມ​ສຳ​ພະ​ວຸດກອງທັບແຫ່ງພະລາຊາອານາຈັກ
ລາວ ໄດ້ກ່າວເຖິງ​ການລັກ​ຟັງຂ່າວ​ຈາກ​ວີໂອເອດັ່ງນີິ້:

ທ່ານແກ້ວ ພົງໄຊສນິດ (ຂວາສຸດ) ອະດີດທະຫານກົມສຳພະວຸດ ແຫ່ງພະລາຊະອານາຈັກລາວ ທີ່ເມືອງ Ronks ລັດ Pennsylvania.

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານແກ້ວ ພົງໄຊສນິດ 2

ປະຊາຊົນ​ລາວ​ໄດ້​ປະສົບກັບສົງຄາມ​ຊໍາ​ເຮື້ອ​ມາ​ເປັນ​ເວລາດົນ​ກວ່ານຶ່ງ​ທົດ​ສັດຕະ​ວັດ (1962-1973) ​ແລະໃນທີ່​ສຸດ ໃນ ​ປີ 1975 ປະເທດຊາດຂອງ​ເຂົາ​ເຈົ້າ​ກໍປ່ຽນໂສມ
ໜ້າໃໝ່ ປ່ຽນ​ແປງ​ໜ້າ​ປະຫວັດສາດ​ ແລະຄວາມບໍ່​ແນ່ນອນ. ຫລາຍໆ​ພັນ​ຄົນໄດ້ສູນ​
ເສຍ​ຊີວິດໄປ ​ພັດ​ພາກ​ຈາ​ກກັນ ​ຕົກ​ຢູ່​ໃນ​ສູນ​ອົບ​ພະຍົບ ແລະຖືກ​ສົ່ງ​ໄປ​ສູນສຳມະນາ
ທີ່ບາງຄົນເອີ້ນວ່າສູນສັບພະທຸກ​. ຢູ່​ໃນ​ເວລາ​ອັນ​ສັບສົນ ​ແລະ​ຍາກ​ລຳ​ບາກໃນຊີວິດ​
ເຂົາ​ເຈົ້ານັ້ນ ​ເຂົາ​ເຈົ້າໄດ້ອີງ​ອາ​ໄສ​ຟັງ​ຂ່າ​ວຈາກ​ວີ​ໂອ​ເອ ​ເພື່ອ​ຊ່ວຍ​ປອບ​ໃຈ ແລະຕິດ
ຕາ​ມສະພາບ​ການ. ທ່ານສົມນຶກ ຟອງສະໝຸດ ອະດີດລັດຖະກອນກະຊວງສຶກສາ
ແຫ່ງພະລາຊາອານາຈັກລາວ ກໍ​ແມ່ນຜູ້ນຶ່ງ​ໃນ​ຈຳນວນບັນດາສຳມະນາກອນ ທີ່​ໄດ້
​ຕິດ​ຕາມລັກ​ຟັງຂ່າວ​ຈາກ ວິທະຍຸ​ສຽງ​ອາ​ເມຣິກາ ​ເພື່ອ​ຢາກ​ຮູ້​ການ​ເຄື່ອນ​ໄຫວ​ຈາກ
ໂລກ​ພາຍ​ນອກ. ທ່ານ​ສົມ​ນືກ ຟອງສຸວັນ ໄດ້ກ່າວເຖິງປະສົບການລັກ​ຟັງ​ວີ​ໂອ​ເອ ຢູ່
​ໃນສູນສຳມະນາດັ່ງນີ້:

ທ່ານສົມນຶກ ຟອງສຸວັນ ທີ່ນະຄອນ Sacramento ລັດ California.

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານສົມນຶກ ຟອງສະມຸດ 3

ຕົກ​ມາ​ເຖິງສັດຕະວັດທີ 21 ບັນດາ​ຜູ້​ຕິ​ດຕາມຟັງ​ວີ​ໂອ​ເອ ພາກັນ​ຊື່ນ​ຊົມ​ກັບ​ການ​ຟັງ
​ວີ​ໂອ​ເອ ຜ່ານ​ທາງໂທລະສັບມືຖື ຄອມພິວເຕີ desktop ແລະ laptop ​ແລະທາງ
facebook ທີ່​ເຫັນ​ການ​ອອກ​ອາ​ກາ​ດສົດ. ຍານາງຕູ່ ​ເມກ​ສະຫວັນ ສະຕີອາເມຣິກັນ
ເຊື້ອສາຍລາວ ແລະນັກການສຶກສາ ແລະສັງຄົມໄດ້ກ່າວຕໍ່ວີໂອເອວ່າ:

ຍານາງຕູ່ ເມກສະຫວັນ ທີ່ນະຄອນ Honolulu ລັດ Hawaii.

Your browser doesn’t support HTML5

ເຊີນຟັງການສຳພາດ ຍານາງຕູ່ ເມກສະຫວັນ 4

voa

ວີໂອເອພາກພາສາລາວ ຍັງຈະດຳເນີນຮັບໃຊ້ທ່ານຜູ້ຟັງ ​ໂດຍລາຍງານຂ່າວການ
ເຄື່ອນ​ໄຫວ​ຕ່າ​ງໆ​ຢູ່​ໃນ​ໂລກ ​ແລະນຳເອົານະໂຍບາຍ​ຂອງສະຫະລັດ ມາສະເໜີ
ທ່ານຕໍ່ໄປ ດັ່ງທີ່ເຄີຍໄດ້ປະຕິບັດມາເປັນເວລາ 55 ປີ ເຈັດມື້ຕໍ່ອາທິດ ແລະ 365
ມື້ຕໍ່ປີ. ພ້ອມດຽວກັນນີ້ພວກຂ້າພະເຈົ້າຜູ້ຈັດທຳລາຍການພາກພາສາລາວ ກໍຂໍສະ
ແດງຄວາມເຄົາຣົບນັບຖື ແລະຄວາມຂອບໃຈມາຍັງທ່ານຜູ້ຕິດຕາມຟັງ ວີໂອເອ
ທຸກໆທ່ານ.