ໃນລາຍການຊີວິດຊາວລາວ ມື້ນີ້ເຮົາຈະສະເໜີການສຳພາດ
ກັບ ດຣ. ວິນຍາ ສາຍສມຸດ ອາເມຣິກັນເຊື້ອສາຍລາວ. ໃນປີ
2005 ຜູ້ກ່ຽວແມ່ນຄົນໜຶ່ງ ທີ່ໄດ້ລິເລີ້ມການຄົ້ນຄວ້າ ກ່ຽວກັບ
ລາວທີ່ມະຫາວິທະຍາໄລ Northern Illinois ເມືອງ DeKalb
ແລະປັດຈຸບັນນີ້ ມີຫ້ອງການ ສູນລາວສຶກສາ ຫລື Center
for Lao Studies ທີ່ ນະຄອນ San Francisco. ດຣ. ວິນຍາ
ສາຍສມຸດ ແມ່ນຄົນອາເມຣິກັນເຊື້ອສາຍລາວ ທີ່ໄດ້ມາເຕີບໃຫຍ່ ຢູ່ໃນສະຫະລັດ ແລະ
ມີຄວາມສົນໃຈຄົ້ນຄວ້າດ້ານມະນຸດຊາດ. ໃນເດືອນພຶດສະພາ ຈະມາເຖິງນີ້ ຈະມີການ
ເຕົ້າໂຮມ ສະເໜີຜົນງານ ການຄົ້ນຄວ້າຕ່າງໆກ່ຽວກັບລາວ ທີ່ມະຫາວິທະຍາໄລ ທຳມະ
ສາດ ປະເທດໄທ ຊຶ່ງ ກິ່ງສະຫວັນ ຈະນຳເອົາລາຍງານເລື້ອງນີ້ມາສະເນີທ່ານ.
Your browser doesn’t support HTML5
ສະບາຍດີ ທ່ານຜຸ້ຟັງທີ່ເຄົາລົບ ຫລາຍໆທ່ານອາດຮູ້ຈັກ ດຣ.
ວິນຍາ ສາຍສມຸດ ມາກ່ອນແລ້ວ. ທ່ານເປັນຜູ້ໜຶ່ງທີ່ໄດ້ລິເລີ້ມ
ນຳພາການຄົ້ນຄວ້າກ່ຽວກັບ ວິຊາການດ້ານມະນຸດຊາດ ກ່ຽວ
ກັບສັງຄົມຊີວິດລາວ. ລະບົບການສືກສາຂອງລາວ ໂດຍສະ
ເພາະ ວິຊາການດ້ານມະນຸດຊາດ ຫລື Arts and Humanities
ແມ່ນບໍ່ໄດ້ຖືກພັດທະນາ ແລະສົ່ງເສີມຢ່າງສົມຄວນ ຢູ່ໃນລະ
ບົບການສຶກສາຂອງລາວ ຊຶ່ງສ່ວນໃຫຍ່ຍັງໃຊ້ຫລັກການປາກ
ເປົ່າເລົ່າຕໍ່ກັນມາ ໂດຍບໍ່ມີບັນທຶກຢູ່ໃນເອກກະສານໃດໆຢັ້ງຢືນ
ໄດ້ເພື່ອໃຫ້ຄົນລຸ້ນໃໝ່ໄດ້ອ່ານ ແລະຮຽນຮູ້ເຖິງປະຫວັດ ຄວາມ
ເປັນມາຕ່າງໆຂອງຮີດຄອງປະເພນີ ແລະອຶ່ນໆ.ໃນຂະນະດຽວກັນເປັນໜ້າເສຍໃຈທີ່
ບັນດາພໍ່ແມ່ຜູ້ມີປະສົບການ ຮູ້ຈັກຄວາມເປັນມາເລື້ອງລາວຕ່າງໆ ໄດ້ລົ້ມຫາຍຕາຍໄປ
ພ້ອມທັງໄດ້ເອົາລາຍລະອຽດເລົ່ານັ້ນໄປນຳ.
ຢູ່ໃນສັງຄົມຊີວິດໃໝ່ໃນສັດຕະວັດທີ 21 ນີ້ ບັນດາລູກຫລານເຊື້ອສາຍລາວ ຜູ້ໄດ້ຮັບ
ການສຶກສາສູງ ທີ່ມີຄວາມສົນໃຈທາງດ້ານມະນຸດຊາດ ເຂົາເຈົ້າປະສົບກັບຄວາມຍາກລຳ
ບາກ ໃນການຊອກຄົ້ນຫາລາຍລະອຽດຕ່າງໆກ່ຽວກັບປະເທດລາວ ຊຶ່ງເທົ່າທີ່ຜ່ານມາຊົນ
ຊາດລາວຕ້ອງໄດ້ອີງອາໄສອ່ານ ການຄົ້ນຄວ້າກ່ຽວກັບລາວ ຂຽນໂດຍນັກວິຊາການຕ່າງ
ປະເທດ ໃຫ້ຄົນລາວໄດ້ອ່ານໃນຄວາມເປັນມາຂອງຕົນເອງ. ບົດການຄົ້ນຄວ້າດັ່ງກ່າວ ແມ່ນ ຫລັກສູດການສຶກສາຊັ້ນສູງຂອງປະເທດພັດທະນາ ທີ່ຮ້ອງວ່າ dissertation ຫລື ວິທະຍານິພົນ.
ໃນລະຫວ່າງການຕັ້ງຖິ່ນຖານຊີວິດໃໝ່ຂອງຊາວອົບພະຍົບອິນດູຈີນ ໃນປີ 1975
ອົງການ Social Sciences Research Council ຫລື ສະພາຄົ້ນຄວ້າສັງຄົມວິທະຍາ
ໄດ້ມີຄວາມເປັນຫ່ວງທີ່ບັນດານັກຄົ້ນຄວ້າກ່ຽວກັບ ສັງຄົມຊີວິດຊາວອິນດູຈີນ ທີ່ບໍ່ສາ
ມາດເດີນທາງເຂົ້າໄປຄົ້ນຄວ້າຢູ່ໃນ ຫວຽດນາມ ກຳປູເຈຍ ແລະລາວໄດ້ເນື່ອງຈາກສົງ
ຄາມ ແລະເວລານັ້ນໄດ້ຖືກປິດຈາກໂລກພາຍນອກ ຍ້ອນການປ່ຽນແປງລະບອບການ
ປົກຄອງ ເພາະສະນັ້ນ ອົງການ Social Sciences Research Council ຈຶ່ງໄດ້ຕັ້ງ
ໂຄງການພິເສດຂຶ້ນ ທີ່ຮ້ອງວ່າ Indo-China Studies Program ຫລືໂຄງການຄົ້ນ
ຄວ້າກ່ຽວກັບ ອິນດູຈີນ ເພື່ອໃຫ້ບັນດານັກຄົ້ນຄວ້າ ໄດ້ມີໂອກາດຕິດຕາມເກັບກຳເອົາ
ລາຍລະອຽດຕ່າງໆຈາກ ຊາວອົບພະຍົບອິນດູຈີນ ຢູ່ໃນສະຫະລັດ.
ຕົກມາເຖິງປີ 2005 ບົດບາດການຈັດຕັ້ງຄົ້ນຄວ້າກ່ຽວກັບສັງຄົມຊີວິດລາວ ໄດ້ເລີ້ມມີ
ບົດບາດປາກົດອອກມາ ໃຫ້ເຫັນຫລາຍຂື້ນໃນໝູ່ບັນດາເຍົາວະຊົນເຊື້ອສາຍລາວ ແລະ ບັນດາ ນັກຄົ້ນຄວ້າທີ່ມີຄວາມສົນໃຈກ່ຽວກັບສັງຄົມຊີວິດລາວ.
ບັດນີ້ ຂ້າພະເຈົ້າຂໍແນະນຳໃຫ້ທ່ານຮູ້ຈັກກັບ ດຣ. ວິນຍາ ສາຍສມຸດ ຜູ້ນຳພາກໍ່ຕັ້ງສູນ
ລາວສຶກສາ ຫລື Center for Lao Studies ມາເລົ່າສູ່ທ່ານຟັງກ່ຽວກັບເລື້ອງ ລາວ
ແຫ່ງຄວາມເປັນມາຂອງສູນດັ່ງກ່າວ :
Your browser doesn’t support HTML5
ດຣ. ວິນຍາ ໄດ້ອະທິບາຍເຖິງເຫດຜົນ ວ່າເປັນຫຍັງ ສູນລາວສຶກສາ ຈຶ່ງໄດ້ມາຕັ້ງຢູ່ ນະຄອນ San Francisco ແລະທຶນຮອນໄດ້ມາຈາກໃສເພື່ອນຳມາ ບໍລິຫານກິດຈະ ການດັ່ງກ່າວ ຊຶ່ງທ່ານໄດ້ກ່າວຕໍ່ໄປອີກວ່າ :
Your browser doesn’t support HTML5
ກອງປະຊຸມສະເໜີບົດຄົ້ນຄວ້າຄັ້ງທີ່ຫ້າ ຈະຈັດຂື້ນທີ່ ມະຫາວິທະຍາໄລທຳມະສາດ
ປະເທດໄທ ໃນເດືອນພຶດສະພາ ຈະມາເຖິງນີ້ ຊຶ່ງ ດຣ.ວິນຍາ ໄດ້ກ່າວເຖິງລາຍລະອຽດ ສູ່ຟັງວ່າ :
Your browser doesn’t support HTML5
ສຳລັບຫົວຂໍ້ການຄົ້ນຄວ້າປີ 2016 ນີ້ຈະເຈາະຈົງໃສ່ ປະເທດລາວ ວ່າມີການພົວພັນກັບຂົງເຂດອາຊຽນ ຢ່າງໃດ ແລະທ່ານໄດ້ກ່າວມ້ວນທ້າຍດັ່ງນີ້ :
Your browser doesn’t support HTML5
ປະເທດລາວ ອຸດົມຮັ່ງມີໄປດ້ວຍຊັບພະຍາກອນທຳມະຊາດ ແລະຮີດຄອງປະເພນີຂອງ
ມະນຸດຊາດ ທີ່ປະກອບດ້ວຍຊົນຊາດຊົນເຜົ່າຕ່າງໆ. ບັນດາຂໍ້ມູນເຫລົ່ານີ້ຍັງຖືກກັກຝັງໄວ້ຢ່າງຫລວງຫລາຍ ແລະບໍ່ມີໂອກາດໄດ້ນຳອອກມາເຜີຍແຜ່. ການຄົ້ນຄວ້າຈະເປັນກະແຈອັນສຳຄັນ ເປີດເຜີຍໃຫ້ຜູ້ເກີດໃໝ່ໃຫຍ່ລຸນໄດ້ຮູ້ວ່າ ເປັນດ້ວຍເຫດໃດບັນດາເຖົ້າແກ່ພໍ່ແມ່ຜູ້ປົກຄອງ ຈຶ່ງຢາກໃຫ້ພວກລູກຫລານ ພາກັນຮັກສາປະຕິບັດຮີດເກົ່າຄອງຫລັງ ໂບຮານ ທີ່ເຫັນວ່າສຳຄັນນີ້ໄວ້.