ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ວີໂອເອ ຈະນຳເອົາການສຳພາດ
ກັບ ດຣ. Jason Khamly ນາຍແພດປິ່ນປົວເດັກນ້ອຍ ທີ່ເມືອງ Anaheim ໃນລັດ
California ມາສະເໜີທ່ານ. ດຣ. Jason ແມ່ນນາຍແພດອາເມຣິກັນເຊື້ອສາຍລາວ.
ທ່ານໄດ້ຮັບການສຶກສາຈາກປະເທດຝຣັ່ງ ແລ້ວມາຝຶກຊ້ອມຢູ່ອາເມລິກາ ກ່ອນຈະໄດ້
ເປີດຄລິນິກປິ່ນປົວພວກເດັກນ້ອຍມາ ເປັນເວລາດົນກວ່າ 30 ປີ. ດຣ. Jason ເປັນນາຍ
ແພດທີ່ດຸໝັ່ນ ສະຫລຽວສະຫລາດ ແລະໄດ້ຖືກຍົກຍ້ອງຈາກວົງການແພດຢູ່ໃນລັດ
Calfornia. ສ່ວນວ່າຄວາມເປັນມາຂອງ ດຣ. Jason ເປັນຢ່າງໃດນັ້ນ ກິ່ງສະຫວັນ
ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ດຣ. ເຈຊັນ ແລະພັນລະຍາ ຍານາງສຸຣິຍາ ຄຳລີ.
Your browser doesn’t support HTML5
ເຊີນຟັງການສຳພາດ ດຣ. ເຈຊັນ ຄຳລີ ນາຍແພດປົວເດັກນ້ອຍ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ຂ້າພະເຈົ້າຈະຂໍ ແນະ|
ນຳໃຫ້ທ່ານຮູ້ຈັກກັບ ດຣ. ເຈຊັນ ຄຳລີ ທ່ານໝໍປົວເດັກນ້ອຍ ທີ່ມີອາຍຸຕັ້ງແຕ່ເກີດໃໝ່ໆ ໄປຫາອາຍຸຊາວເອັດປີ. ເຈຊັນ ຄໍາລີ ເປີດຄລິນິກເປັນຂອງຕົນເອງທີ່ມີຊື່ວ່າ Jason
Khamly Md. Inc.
ຄລິນິກຂອງ ດຣ. Jason ຕັ້ງຢູ່ເມືອງ Anaheim ລັດ California ທາງພາກຕາເວັນ
ຕົກສຽງໃຕ້ຂອງສະຫະລັດ ເປັນລັດທີ່ມີອາກາດ ອົບອຸ່ນ ມີປະຊາຊົນມາຈາກປະເທດ
ເອເຊຍຕ່າງໆ ຕິດຕາມມາດ້ວຍອາຟຣິກາ ແລະອາເມຣິກາໄຕ້ ທີ່ໄດ້ພາກັນຕັ້ງຖິ່ນຖານ
ແຈກຢາຍ ທຳມາຫາກິນຢູ່ຫລາຍທີ່ສຸດ. ດຣ. Jason ໄດ້ກ່າວເຖິງການປິ່ນປົວພວກ
ເດັກນ້ອຍເຫລົ່ານີ້ວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ດຣ. ເຈຊັນ ຄຳລີ.
ລະບົບການຈ່າຍຄ່າປິ່ນປົວຢູ່ໃນສະຫະລັດມີຢູ່ຫລາຍຮູບແບບ ເຊັ່ນວ່າ ຜູ້ມາປິ່ນປົວ
ສາມາດໃຊ້ບັດຊ່ອຍເຫຼືອດ້ານການປິ່ນປົວຈາກຣັດຖະບານທີ່ຮ້ອງວ່າ Medicaid ຫລື
ມີປະກັນໄພສຸຂະພາບຈາກບ່ອນເຮັດວຽກ ແລະຖ້າບໍ່ມີປະກັນໄພໃດໆນັ້ນ ຄົນເຈັບກໍ
ຈະສາມາດຈ່າຍເງິນສົດໄດ້ ຫລືມີວິທີໃຫ້ການຊ່ວຍເຫລືອດ້ານອື່ນໆ ຊຶ່ງ ດຣ. Jason ອະທິບາຍສູ່ຟັງວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ດຣ. ເຈຊັນ ຄຳລີ.
ຢູ່ໃນສະຫະລັດອາເມຣິກາ ເຮົາຈະສັງເກດເຫັນໄດ້ວ່າ ພວກເດັກນ້ອຍທີ່ໄດ້ມາໃຫຍ່
ແລະເກີດຢູ່ທີ່ນີ້ ພາກັນໃຫຍ່ສູງກ່ອນພໍ່ກ່ອນແມ່ ແລະເຊື້ອສາຍວົງສາຄະນາຍາດ. ສາເຫດກໍ່ຍ້ອນວ່າ ອາຫານການກິນອຸດົມສົມບຸນ ແລະບ່ອນຢູ່ທີ່ສະອາດ. ແຕ່ວ່າ
ຄວາມອ້ວນພີເຫລົ່ານີ້ ຫລາຍໆຄັ້ງໄດ້ເກີດເປັນບັນຫາແກ່ສຸຂະພາບຂອງພວກເດັກ
ນ້ອຍ ໂດຍສະເພາະຢ່າງຍິງ ເຂົາເຈົ້າພາກັນມັກດື່ມນໍ້າໂສດາ ແລະອາຫານທີ່ເຕັມໄປ
ດ້ວຍທາດນໍ້່າຕານ ແລະໄຂມັນຕ່າງໆ ຊຶ່ງ ດຣ. ເຈຊັນ ອະທິບາຍ ສູ່ຟັງວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ດຣ. ເຈຊັນ ຄຳລີ.
ຄລິນິກຂອງ ດຣ. Jason ເປີດຫ້າມື້ຕໍ່ອາທິດ ແລະຕ້ອງມີນັດພົບ. ຍານາງສຸຣິຍາ ຄຳລີ
ພັນລະຍາຂອງ ດຣ. Jason ກໍແມ່ນຜູ້ນຶ່ງທີ່ເຮັດວຽກບໍລິຫານ ກຳກັບທົ່ວໄປໃນແຕ່ລະ
ວັນ. ດຣ. Jason ໄດ້ອະທິບາຍກ່ຽວກັບການບໍລິຫານ ແລະໃນກໍລະນີເກີດການສຸກເສີນ
ສູ່ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງການສຳພາດ ດຣ. ເຈຊັນ ຄຳລີ.
ດຣ. Jason ເປັນນາຍແພດຝ່າຍປິ່ນປົວເດັກນ້ອຍມາເປັນເວລາດົນກວ່າ 30 ປີແລ້ວ
ແລະເຖິງກຳໜົດຈະລາອອກກິນເບ້ຍບຳນານໃນອີກສອງປີີຂ້າງໜ້ານີ້. ດຣ. Jason
ໄດ້ກ່າວມ້ວນທ້າຍຕໍ່ ວີີໂອເອ ວ່າ:
ດຣ. ເຈຊັນ ແລະຍານາງ ສຸຣິຍາ.
Your browser doesn’t support HTML5
ເຊີນຟັງການສຳພາດ ດຣ. ເຈຊັນ ຄຳລີ.
ດຣ. Jason ແມ່ນອະດີດລູກບ້ານຫລານເມືອງນະຄອນຫລວງວຽງຈັນ. ໃນຊຸມປີ 1970 ຜູ້ກ່ຽວໄດ້ເປັນນັກສຶກຢູ່ທີ່ມະຫາວິທະຍາໄລແພດສາດ ສີສະຫວ່າງວົງ. ຫລັງຈາກນັ້ນ
ເພິ່ນກໍໄດ້ເດີນທາງໄປສຶກສາຕໍ່ທີ່ມະຫາວິທະຍາໄລ Lille II ທີ່ປະເທດຝຣັ່ງ ແລະສຳເລັດ
ດຣ. ຝ່າຍປິ່ນປົວເດັກນ້ອຍ ຫລື Pediatric ແລະໄດ້ເຝິກຫັດ ຫລື residency ຢູ່ຫັ້ນຈົນ
ຮອດປີ 1978. ຫລັງຈາກນັ້ນທ່ານກໍໄດ້ຍ້າຍເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນ ສະຫະລັດ ໃນ
ປີ 1981 ແລະໄດ້ມາທົບທວນທຄືນວິຊາດ້ານການແພດທີ່ມະຫາວິທະຍາໄລ Southern
California.
ຈາກປີ 1984 ຫາ 1987 ທ່ານໄດ້ເຝິກຫັດຢູ່ໂຮງໝໍ Cedars Sinai Medical Center.
ດຣ. Jason ຄຳລີ ແມ່ນນາຍແພດອາເມຣິກັນເຊື້ອສາຍລາວ ທີ່ສະຫລຽວສະຫລາດ ມີມາ
ນະອົດທົນຕໍ່ການສຶກສາ ທີ່ນຳມາສູ່ຄວາມຕັ້ງໃຈໃນການປະກອບວິຊາອາຊີບຢ່າງເປັນ
ຜົນສຳເລັດ. ນອກຈາກນັ້ນແລ້ວ ດຣ. Jason ຍັງໄດ້ຖືກຍົກຍ້ອງຈາກວົງການແພດສະ
ຫະລັດ ວ່າເປັນນາຍແພດທີ່ດີເລີດນຳອີກ.