ລາຍງານກອງປະຊຸມ ອົງການ ພັນທະມິດ ລາວອາເມຣິກັນ ແຫ່ງຊາດ ຫລື LANA

ກອງປະຊຸມອົງການພັນທະມິດ ລາວອາເມຣິກັນ ແຫ່ງຊາດ ຫລື LANA ວັນທີ 5-6 ສິງຫາ ທີ່ເມືອງ Elgin ລັດ Illinois.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີ​ໂອ​ເອ ປະຈຳວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ຍານາງດາຣາ ສຸຸຸວັນນະ​ພູ​ມາ Stiglitz ປະທານ​ອົງການ Lao-American National Alliance (LANA) ​ແລະ ​ຍານາງ Megan ທະວີ​ສຸກ ສະ
ມາຊິກຄະ​ນະ​ກຳມະການ LANA ກ່ຽວ​ກັບ​ກິດຈະ​ການຂອງ​ອົງການດັ່ງກ່າວ. ກອງ​ປະ
ຊຸມ​ປະຈຳ​ປີນີ້ ​ໄດ້​ຈັດ​ຂຶ້ນ​ທີ່​ເມືອງ Elgin ລັດ Illinois ​ເມື່ອ​ອາທິດ​ແລ້ວ​ນີ້ ​ໂດຍ​ໄດ້​ເນັ້ນ​
ໜັກ​ໃສ່​ການຮຽນ​ຮູ້​ກ່ຽວ​ກັບຜົນ​ປະ​ໂຫຍ​ດການ​ສຳ​ຫລວດ ປະຊາກອນ​ສະຫະລັດ ປີ
2020 ທີ່​ຈະ​ມາ​ເຖິງ​ນີ້. ສ່ວນວ່າຄວາມ​ເປັນ​ຫ່ວງ​ຂອງ​ອົງການ LANA ໃນດ້ານນີ້ມີ​ຫຍັງ
​ແດ່​ ກິ່ງ​ສະຫວັນ ຈະ​ນຳລາຍລະອຽດ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ວີໂອເອ ສຳພາດຍານາງ ດາຣາ ສຸວັນນະພູມາ Stiglitz ປະທານອົງການ LANA.

Your browser doesn’t support HTML5

ເຊີນຟັງລາຍງານ ກອງປະຊຸມ ພັນທະມິດ ລາວອາເມຣິກັນ ແຫ່ງຊາດ LANA

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ ເຮົາຢາກໃຫ້ທ່ານໄດ້ຮູ້ຈັກກ່ຽວກັບອົງການ Lao
American National Alliance ທີ່ມີຊືຶ່ຫຍໍ້ວ່າ (LANA) ຊຶ່ງເປັນອົງການເອກກະຊົນ
ທີ່ບໍ່ສ້າງຜົນກຳໄລ. ອົງການດັ່ງກ່າວນີ້ ປະກອບດ້ວຍບັນດານັກວິຊາການໜຸ່ມ ອາເມ
ຣິກັນເຊື້ອສາຍລາວ ທີ່ພາກັນອາສາສະໝັກເຂົ້າມາສຶກສາ ຊອກຫາວິທີທາງຊ່ວຍບັນ
ດາສະມາຊິກສັງຄົມລາວອາເມຣິກັນ ໂດຍສະເພາະກ່ຽວກັບການສຶກສາ ການເປັນຢູ່
ຂອງບັນດາຜູ້ອາວຸໂສ ແລະບັນຫາຕ່າງໆຂອງ ສັງຄົມລາວອາເມຣິກັນຢູ່ທົ່ວປະເທດ.

ເພາະສະນັ້ນ ໃນລະດູຮ້ອນຂອງ​ແຕ່ລະ​ປີ ເຂົາເຈົ້າ​ຈຶ່ງໄດ້ເຂົ້າມາ​ເຕົ້າໂຮມຊຸມນຸມກັນ
ຢູ່ແຫ່ງໃດແຫ່ງນຶ່ງ ​ເພື່ອແລກປ່ຽນ ຍົກເອົາບັນຫາອັນສຳຄັນຕ່າງໆທີ່ເກີດຂຶ້ນຢູ່ໃນທ້ອງ
ຖິ່ນສັງຄົມລາວອາເມຣິກັນມາພິຈາລະນາແກ້ໄຂ. ສຳລັບປີນີ້ ເຂົາເຈົ້າໄດ້ໂອ້ລົມສົນທະ
ນາກັນເຖິງຄວາມເປັນຫ່ວງກ່ຽວກັບ ບັນດາຜູ້ເຖົ້າຜູ້ແກ່ ທີ່ບໍ່ຮູ້ພາສາ ແລະບໍ່ເຂົ້າໃຈເຖິງ
ຄວາມສຳຄັນຂອງລະບົບການຊ່ວຍເຫລັືອ ຈາກລັດຖະບານທ້ອງຖິ່ນ ແລະອື່ນໆ ຊຶ່ງ​ຍາ
ນາງ​ດາຣາ ​ໄດ້​ອະທິບາຍ​ເຖິງ​ຄວາມ​ເປັນ​ມາ​ຂອງ​ອົງການ LANA ດັ່ງ​ນີ້:

Your browser doesn’t support HTML5

ເຊີນຟັງການສຳພາດ ຍານາງດາຣາ ສຸວັນນະພູມາ Stiglitz

ສິ່ງສຳຄັນສຸດຂອງຫົວຂໍ້ກອງປະຊຸມປີນີ້ກໍຄື ການສຳຫລວດສຳມະໂນຄົວ ທີ່ມີຂຶ້ນທຸກໆ
ສິບປີ ຢູ່ທົ່ວສະຫະລັດ ເທື່ອຫລ້າສຸດ ໄດ້ມີຂຶ້ນໃນປີ 2010 ແລະຈະມີຂຶ້ນອີກໃນປີ 2020
ຈະ​ມາ​ເຖິງ​ນີ້. ເພາະສະນັ້ນ ​ເປັນ​ທີ່ສຳຄັນທີ່ສຸດ ​ແກ່ປະຊາກອນລາວອາເມຣິກັນ ທີ່​ຈະ​
ຕ້​ອງເຂົ້າໃຈ ຕອບຄຳຖາມຕ່າງໆຢູ່ໃນໃບສຳຫລວດນັ້ນເພື່ອໃຫ້ລັດຖະບານເກັບກຳ
ເອົາຂໍ້ມູນໄປສຶກສາ ​ແລະພິຈາລະນາວາງແຜນ​ໃຫ້ການຊ່ວຍເຫລືອຢ່າງເໝາະສົມ.
ເທົ່າທີ່ຜ່ານມາ ປະຊາກອນລາວອາເມຣິກັນ ຈຳນວນນຶ່ງບໍ່ເຫັນ​ຄວາມ​ສຳຄັນ​ໃນ​ການ
ຕອບຄຳຖາມ ອັນເປັນຜົນສະ​ທ້ອນມາສູ່ຜົນ​ປະ​ໂຫຍ​ດ​ແກ່ສັງ​ຄົມ​ຂອງ​ຕົນ​ເອງ. ຍານາງ
ດາຣາ ສຸວັນນະພູມາ Stigliz ປະທານອົງການ LANA ໄດ້ກ່າວຕໍ່ ວີໂອເອ ກ່ຽວ​ກັບ​
ເລື່ອງນີ້ວ່າ:

Your browser doesn’t support HTML5

ເຊີນຟັງການຳພາດ ຍານາງດາຣາ ສຸວັນນະພູມາ Stiglitz

ເຖິງ​ແມ່ນ​ວ່າຊາວ​ລາວ​ອາ​ເມຣິກັນ ​ຈະໄດ້ເຂົ້າມາ​ຕັ້ງ​ຖິ່ນ​ຖານຢູ່ໃນ ສະຫະລັດຕັ້ງຫຼາຍປີ
​ແລະໄດ້​ກາຍ​ເປັນ​ພົນ​ລະເມືອງ​ຂອງສະຫະລັດໄປ​ແລ້ວກໍ​ຕາມ ​ແຕ່ວ່າ​ຊື່ລາວ​ອາ​ເມຣິກັນ
​ກໍຍັງ​ບໍ່​ທັນໄດ້​ປາກົດໃຫ້ເຫັນ​ຢູ່​ໃນ​ເອກ​ກະສາ​ນສຳ​ຫລວດ ​ເໝືອ​ນກັບປະຊາກ​ອນທີ່​ມາ​
ຈາກ​ປະ​ເທດ​ອື່ນໆ. ສາ​ເຫດ​ກໍ​ເນື່ອງ​ຈາກ​ວ່າ ຊາວ​ອາ​ເມຣິກັນ​ເຊື້ອສາຍ​ລາວ​ບໍ່ພາກັນ​ໃຫ້​
ຄວາມສົນ​ໃຈກ່ຽວ​ກັບ​ເລື້ອງ​ນີ້. ​ເພ​າະສະນັ້ນ ອົງການ LANA ຈຶ່ງກຳລັງ​ກະກຽມ​ທີ່​ຈະ
ເປັນ​ປາກ​ເປັນສຽງຢ່າງຫ້າວຫັນ ທີ່​ຈະປະກາດ​ໃຫ້​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ລາວ ພາກັນ
​ຕອບ​ຄຳ​ຖາມ​ການສຳຫລວດ ຊຶ່ງ​ຍານາງ​ດາຣາ​ໄດ້​ກ່າວ​ເຖິງ​ຕອນ​ນີ້​ວ່າ:

Your browser doesn’t support HTML5

ເຊີນຟັງການສຳພາດ ຍານາງດາຣາ ສຸວັນນະພູມາ Stiglitz

ສະຕີ​ລາວ​ອາ​ເມຣິກັນ​ທີ່​ໜ້າ​ສັນລະ​ເສີນ​ອີກ​ຄົນ​ນຶ່ງ​ກໍ​ຄື ຍານາງ Megan ທະວີ​ສຸກ ​ເກີ​ດ
ຢູ່​ປະ​ເທດ​ກາ​ນາ​ດາ ສາມາດ​ປາກ​ເວົ້າ ຮູ້ຈັກຂະ​ນົບ​ທຳນຽມ​ລາວ​ໄດ້​ດີ​ເປັນ​ພິ​ເສດ.
Megan ​ແມ່ນນັກວິ​ສະ​ວະກອນ​ຊ່າງກົນ ຫລັງ​ຈາກແຕ່ງງານ​ແລ້ວ ຍານາງ​ໄດ້​ເຂົ້າ​ມາ
ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ລັດ Illinois ສະຫະລັດ​ອາ​ເມຣິກາ ​ແລະນາງ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ພິ
​ເສດ​ກ່ຽວ​ກັບ ​ການ​ເປັນ​ຢູ່​ຂອງສັງຄົມ​ລາ​ວອາ​ເມຣິກັນ ຊຶ່ງ​ນາງ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:

ຍານາງ Megan ທະວີສຸກ ນັກວິສະວະກອນເຄື່ອງຈັກ ແລະອາສາສະໝັກ ໃຫ້ແກ່ອົງການ LANA.

Your browser doesn’t support HTML5

ເຊີນຟັງການສຳພາດ ຍານາງ Megan ທະວີສຸກ

ກິດຈະການ​ອັນ​ສຳຄັນອີກ​ຢ່າງ​ນຶ່ງ​ກໍ​ຄື ການຮຽນ​ຮູ້ ​ແລະ​ຮັກສາ​ວັດທະນາ​ທຳ​ລາວໄວ້
ຊຶ່ງ​ຍານາງ Megan ​ໄດ້​ກ່າວ​ມ້ວນທ້າ​ຍດັ່ງ​ນີ້:

Your browser doesn’t support HTML5

ເຊີນຟັງການສຳພາດ ຍານາງ Megan ທະວີສຸກ

ອົງການ Lao American National Alliance ຫລື LANA ​ເປັນອົງ​ການຈັດ​ຕັ້ງ​ອາ
ສາ​ສະໝັກ ທີ່​ບໍ່​ສ້າງ​ຜົນ​ກຳ​ໄລ ເພື່ອເປັນ​ປາກ​ເປັນສຽງ ​ກ່ຽວ​ກັບ​ຊີວິ​ດ ການ​ເປັນ​ຢູ່​ຂອງ
ປະຊາ​ຄົມ​ລາວອາ​ເມຣິກັນ​ຢູ່​ທົ່ວປະ​ເທດ.