ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ໃນແລງວັນ
ພະຫັດມື້ນີ້ ເຮົາຈະຂໍແນະນຳໃຫ້ທ່ານໄດ້ຮູ້ຈັກກັບ ຍານາງວຽງຄຳ ນັນທະວົງດວງສີ ທີ່
ໄດ້ເລີ້ມຮຽນຕໍ່າຫູກມາແຕ່ອາຍຸ 6 ປີກັບແມ່ ແລະແມ່ຕູ້. ບັດນີ້ຍານາງໄດ້ກາຍມາເປັນນັກ
ຕ່ຳຫູກ ນັກທຸລະກິດ ນັກອອກແບບຜ້າແພພື້ນເມືອງລາວ. ຜົນງານຂອງຍານາງວຽງຄຳ
ໄດ້ເປັນທີ່ນິຍົມກັນຢູ່ໃນປະເທດບີ່ປຸ່ນ ເກົາຫຼີໃຕ້ ຢູໂຣບ ແລະສະຫະລັດອາເມຣິກາ.
ສ່ວນວ່າຜົນສຳເລັດຂອງຍານາງວຽງຄຳເປັນມາຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະ
ເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງວຽງຄຳ ນັນທະວົງດວງສີ
Your browser doesn’t support HTML5
Viengkham Nanthavongdouangsy
ການນຸ່ງຖືບອກໃຫ້ຮູ້ເຖິງ ຮີດຄອງປະເພນີຂອງຊົນເຜົ່າມະນຸດຊາດ. ການລ້ຽງມ້ອນ
ຍ້ອມຝ້າຍ ເຂັນຝ້າຍ ຕໍ່າຫູກໃຫ້ເປັນສີ້ນຜືນແພວາ ແມ່ນຄວາມສີວິໄລ ພື້ນເມືອງ
ໂບຮານອັນເກົ່າແກ່ຂອງຊົນຊາດລາວ. ສິນລະປະດັ່ງກ່າວນີ້ໄດ້ຖືກຖ່າຍທອດທາງ
ປາກເປົ່າ ສິດສອນກັນມາເປັນເວລາຫຼາຍໆເຊັ່ນຄົນ ໂດຍທີ່ບໍ່ມີຫລັກສູດການສອນ
ຢູ່ໃນສະຖາບັນການສຶກສາໃດໆ. ບັນດານັກຕໍ່າຫູກພື້ນເມືອງລາວ ແມ່ນເປັນຜູ້ມີພອນ
ສະຫວັນອັນປະເສີດທີ່ໄດ້ຮຽນຮູ້ມາຈາກແມ່ ແລະແມ່ຕູ້ ຜູ້ທີ່ໄດ້ສືບທອດບອກສອນກັນ
ມາແຕ່ສະໄໝໂບຮານນະການ ຈົນມາຮອດສັດຕະວັດທີ 21. ສິນລະປະການຕໍ່າຜ້າ
ພື້ນເມືອງລາວບັດນີ້ ບໍ່ພຽງແຕ່ໃຊ້ແຕ່ຢູ່ພາຍໃນຄອບຄົວ ເພື່ອເປັນຂອງຂວັນໃຫ້ກັນ
ແຕ່ໄດ້ແຜ່ຂະຫຍາຍກາຍມາເປັນທີ່ນິຍົມຈາກໂລກພາຍນອກ ແລະຢູ່ໃນວົງການ
ແຟຊັນສາກົນ ທີ່ມີຊື່ສຽງຂອງໂລກ.
ຍານາງວຽງຄຳ ນັນທະວົງດວງສີ ເວລານັ້ນ ອາຍຸ 6 ປີ.
ຍານາງວຽງຄຳ ນັນທະວົງດວງສີ ໄດ້ເລີ້ມຮຽນການຕໍ່າຫູກຈາກແມ່ ແລະແມ່ຕູ້ ຕັ້ງແຕ່
ອາຍຸ 6 ປີ. ຫລັງຈາກນັ້ນກໍໄດ້ພັດທະນາຕົນເອງ ສັງເກດເບິ່ງສິ່ງແວດລ້ອມ ປັບປຸງ
ຄຸນນະພາບ ແລະອອກແບບໃຫ້ທັນສະໄໝ ປັບໃຫ້ເຂົ້າກັບວົງການແຟຊັນສາກົນ
ແລະຂາຍຢູ່ໃນຕະຫຼາດໂລກດັ່ງ ຍານາງວຽງຄຳ ໄດ້ກ່າວເຖິງເບື້ອງຕົ້ນຕໍ່ ວີໂອເອ
ຟັງດັ່ງນີ້:
ຜ້າຕ່ຳລາວ ທີ່ນຳໄປອອກແບບຕົກແຕ່ງ ເປັນເຄື່ອງນຸ່ງ ຢູ່ໃນສັງຄົມສູງ ຂອງຊາວຍີ່ປຸ່ນ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງວຽງຄຳ ນັນທະວົງດວງສີ
ການຕ່ຳຫູກເປັນວຽກທີ່ໃຊ້ເວລາຫຼາຍ ຂຶ້ນຢູ່ກັບຄວາມວອງໄວ ພ້ອມທັງລວດລາຍ
ການອອກແບບ. ຖ້າຫາກເປັນລາຍທີ່ມີຄວາມສະລັບຊັບຊ້ອນ ຈະຕ້ອງໄດ້ໃຊ້ເວລາ
ຫຼາຍເດືອນ. ຍານາງວຽງຄຳ ນັກຕ່ຳຫູກສະໄໝໃໝ່ ພ້ອມທັງເປັນຜູ້ອອກແບບ ສິດ
ສອນໃຫ້ບັນດານັກຕໍ່າຫູກໄດ້ຮຽນຮູ້ກ່ຽວກັບລະບົບການອອກແບບ ເພື່ອຈະນຳໄປ
ປະຕິບັດ ໄດ້ກ່າວເຖິງຂັ້ນຕອນທີ່ວ່ານີ້ສູ່ຟັງວ່າ:
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງວຽງຄຳ ນັນທະວົງດວງສີ
ຍານາງວຽງຄຳ ກ່າວມ້ວນທ້າຍປຽບທຽບຫລັກສູດການຕໍ່າຫູກສະໄໝໂບຮານ ກັບ
ການອອກແບບສະໄໝໃໝ່ ເພື່ອໃຫ້ທັນກັບຄວາມຕ້ອງການຂອງຕະຫລາດສາກົນ
ດັ່ງນີ້:
ຍານາງວຽງຄຳ ນັນທະວົງດວງສີ
Your browser doesn’t support HTML5
ເຊີນຟັງການຳພາດ ຍານາງວຽງຄຳ ນັນທະວົງດວງສີ
ໃນລະຍະເວລາມາຢ້ຽມຢາມສະຫະລັດເປັນເທື່ອທີສອງ ຍານາງວຽງຄຳ ໄດ້ຖືກເຊີນ
ມາອະທິບາຍກ່ຽວກັບການຍ້ອມຜ້າແພ ແລະຕໍ່າຫູກຢູຫໍພິພິດທະພັນຜ້າແພພື້ນເມືອງ
ຫຼື Textile Museum ທີ່ນະຄອນຫຼວງ ວໍຊິງຕັນໃນວັນເສົາ ວັນທີ 27 ຕຸລາ ທີ່ຜ່ານມາ.
ພິພິດທະພັນຜ້າແພໃນເມື່ອກ່ອນໄດ້ເປີດມາ ແຕ່ປີ 1924 ຈົນເຖິງປິ 2015 ແລ້ວປັດຈຸ
ບັນນີ້ ໄດ້ມາຕັ້ງຢູ່ໃນ ມະຫາວິທະຍາໄລ ຈອດຈ໌ ວໍຊິງຕັນ ໃນນະຄອນຫຼວງວໍຊິງຕັນ
ນີ້ເອງ. ຫໍພິພິດທະພັນນີ້ ມີຜ້າແພພື້ນເມືອງຈາກທົ່ວໂລກ ຮວມທັງຜ້າແພ ພື້ນເມືອງ
ໂບຮານລາວປະມານ 300 ຜືນ. ໃນປີໜ້າ 2019 ນີ້ຄາດວ່າ ຜ້າແພພື້ນເມືອງໂບຮານ
ລາວຈະນຳອອກມາສະແດງໃຫ້ສາທາລະນະຊົນໄດ້ຊົມ.
ຫໍພິພິດທະພັນຜ້າແພພື້ນເມືອງໂລກ ທີ່ ມະຫາວິທະຍາໄລ ຈອດສ໌ ວໍຊິງຕັນ ນະຄອນຫຼວງວໍຊິງຕັນ.