ຊາວລາວ ແລະກຳປູເຈຍ ປະທ້ວງ ການຈະມາຢ້ຽມຢາມ ຂອງທ່ານ Nguyen Phu Trong

ຊາວລາວ ແລະກຳປູເຈຍ ສີ່ຮ້ອຍກວ່າຄົນ ປະທ້ວງຢູ່ຕໍ່ໜ້າ ຕຶກສະພາສູງ ທີ່ນະຄອນຫລວງ ວໍຊິງຕັນ ຄັດຄ້ານ ການມາຢ້ຽມຢາມ ສະຫະລັດ ຂອງ ເລຂາທິການໃຫຍ່ ພັກຄອມມິວນິສ ຫວຽດນາມ.

ໃນລາຍການ​ຊີວິດ​ຊາວ​ລາວ​ມື້​ນີ້ ​ເຮົາ​ຈະສະເໜີ ​ການ​ສຳພາດ
ກັບທ່ານ​ສັນຕິ ເສຣີ ​ແລະ ທ່ານນາງ​ບຸນ​ຈັນ ເສນ​ທະ​ວົງ ສັງກັດ
ຢູ່​ໃນ​ປະຊາຄົມ​ລາວ ອາ​ເມຣິກັນ​ ທີ່​ໄດ້​ເຂົ້າ​ຮວມກັບ ປະຊາ
​ຄົມ​ກຳປູ​ເຈຍ ທີ່​ມາ​ຈາກ ຫົກ​ອົງການ​ຈັດ​ຕັ້ງ ​ເພື່ອປະ​ທ້ວງໃນ​
ວັນ​ສຸກ ທີ່ 26 ຢູ່​ຕໍ່ໜ້າ ສະພາ​ສູງ​ ສຫລ ຮຽກຮ້ອງ​ໃຫ້ ສະພາ
​ແຫ່​ງຊາດ ​ແລະ ປະທານາທິບໍດີ ກົດ​ດັນ ລັດຖະບານ ຫວຽດ
ນາມ ​ໃຫ້​ຄວາມ​ເຄົາລົບເສຣີພາບ ​ໃນ​ການ​ນັບຖື​ສາສະໜາ
ການ​ປາກ​ເວົ້າ ຂອງ​ຊາວ​ພື້ນເມືອງ ​ຢູ່ໃນ​ຫວຽດນາມ ​ແລະ
ສົ່ງສານ​ການຈະເດີນທາງມາ​ຢ້ຽມຢາມ ສຫລ ​ຂອງເລຂາທິ
ການ​ໃຫຍ່ ພັກ​ຄອມມິ​ວນິສ ຫວຽດນາມ ໃນ​ວັນ​ທີ່ 10 ​ເດືອນ​
ກໍ​ລະກົດ​ ຄື​ວັນ​ສຸກສັປດາ​ໜ້ານີ້. ​ເຊີນ​ທ່ານ​ພົບ​ກັບ ​ກິ່ງ​ສວັນ
​ໄດ້​ເລີຍ.

Your browser doesn’t support HTML5

ຟັງລາຍງານ ການປະທ້ວງ ເລຂາທິການໃຫຍ່ ຄອມມິວນິສ ຫວຽດນາມ ຈະມາຢ້ຽມຢາມ ສະຫະລັດ

ຊາວລາວ ແລະກຳປູເຈຍ ຖືປ້າຍຄຳຂວັນ ປະທ້ວງ

ນັ້ນ​ແມ່ນ​ສຽງ​ຮ້ອງ​ໂຮ​ຂອງ​ ບັນດາຊາ​ວກຳປູເຈຍ ​ແລະ​ຊາວລາວ-
ອາ​ເມຣິກັນ ຈຳນວນ 400 ຮ້ອຍ​ກວ່າຄົນ ທີ່​ໄດ້​ມາ​ເຕົ້າ​ ໂຮ​ມກັນ​ຢູ່
​ຕໍ່ໜ້າ ສະພາ​ສູງ​ແຫ່ງ​ຊາດ ສຫລ ທີ່​ນະຄອນຫລວງ ວໍ​ຊິງ​ຕັນ ​ໃນ​
ວັນສຸກ ທີ 26 ຜ່ານ​ມາ. ຈຸດປະສົງ​ກໍແມ່ນເພື່ອເປັນການສົ່ງ​ສານ​
ເຖິງລັດຖະບານ ສະຫະລັດ ​ແລະການ​ມາ​ຢ້ຽມຢາມ ​ເລຂາທິການ
​ໃຫຍ່ຂອງ ພັກ​ຄອມມິ​ວນິສ ຫວຽດນາມ ໃນ​ວັນ​ທີ່ 10 ​ເດືອນ​ກໍ​ລະ​
ກົດຈະ​ມາ​ເຖິງ​ນີ້.

ພາຍ​ໃຕ້​ດິນ​ຟ້າ​ອາກາດ​ອັນ​ແຈ່ມ​ໃສ ​ຢູ່ຕໍ່ໜ້າ​ສະພາ​ສູງ​ແຫ່ງ​ຊາດ
ສຫລ ​ໄດ້​ມີ​ຊາວກຳປູ​ເຈັຍ ແລະ​ຊາວ​ລາວ-ອາ​ເມຣິກັນ ທີ່ມ​າຈາກ​ຫົກ ​ອົງການຈັດ​ຕັ້ງດັ່ງຕໍ່
ລົ​ງ​ໄປ​ນີ້ຄື ​ມູນ​ນິທິກູ້​ໄພ​ແຫ່ງ​ຊາດ, ​ເຄຶ່ອຂ່າຍ​ປະຊາຊົນ​ກຳປູ​ເຈຍ, ມູນ​ນິທິ ກຳປູ​ເຈຍ ກຣົມ, ພະລັງ​ຮວມຊາດ​ລາວ, ສະພາ​ສິດທິ​ມະນຸດ​ລາວ ​ແລະ Degar Foundation ຊຶ່ງ​ເປັນ​ອົງ
ການ​ຈັດ​ຕັ້ງ​ຂອງ​ຊາວມົງຕາ​ຍາ​ ທີ່​ມາ​ຈາກ ຫວຽດນາມ. ​ອ້າງ​ອີງ​ຕາມຖະ​ແຫລງການຂ່າວ
ສານສະບັບນຶ່ງ​ແມ່ນ​ວ່າ ເຂົາ​ເຈົ້າ​ໄດ້ພາກັນ​ຮຽກຮ້ອງ​ໃຫ້ ສະພາ​ແຫ່​ງຊາດ ​ແລະປະທານາ
ທິບໍດີ ​ກົດ​ດັນລັດ ຖະບານຜະ​ເດັດ​ການຫວຽດນາມ ​ໃຫ້​ຄວາມ​ເຄົາລົບ​ເສຣີພາບ ​ໃນ​ການ
ນັບຖື​ສາສະໜາ ການປາກ​ເວົ້າ ຂອງ​ຊາວ​ພື້ນເມືອງ ​ຢູ່ໃນ​ຫວຽດນາມ ຫ້າມການ​ຂາຍ​ອາ
ວຸດ ​ໃຫ້​ແກ່​ລັດຖະບານ ຜະ​ເດັດ​ການຫວຽດນາມ ຫ້າມລັດຖະບານ ຜະ​ເດັດ​ການ​ຫວຽດ
ນາມ ບໍ່​ໃຫ້​ເຂົ້າ​ຮວມ​ໃນຂໍ້ຕົກລົງການ​ຄ້າ​ຂ້າມ​ທະ​ເລ ຫລື (TTP) ຍຸຕິຫວຽດນາມ ບໍ່​ໃຫ້ສີດ
ຝຸ່ນ​ເຄມີທຳລາຍເຄື່ອງປູກຂອງ​ຝັງຂອງ​ຊາວສວນ ຢູ່ໃນ​ດິນ​ແດນ​ກຳປູ​ເຈຍດັ່ງ​ນີ້​ເປັນ​ຕົ້ນ.

ບັນດາຊາວລາວ-ອາເມຣິກັນ ເຂົ້າຮວມການປະທ້ວງ

ບັນດາ​ຜູ້​ປະ​ທ້ວງ​ພາກັນຖື​ທຸງອະດີດ ພະ​ລາ​ຊາ​ອານາຈັກ​ລາວ
​ທຸງ​ກຳປູເຈຍ ​ທຸງ​ຊາວ​ມົງຕາ​ຍາ ແລະ​ທຸງ​ສະຫະລັດ ຮ້ອງ​ໂຮ​ເປັນ​
ສຽງ​ດຽວ​ກັນອອກ​ມາ​ເປັນ​ພາສາ​ອັງກິດ​ວ່າ ​“ເປັນຫຍັງ​ເຮົາ​ມາຢູ່​
ທີ່​ນີ້​ໃນ​ມື້​ນີ້” ​ແລະ​ມີ​ສຽງ​ຕອບ​ອອກ​ມາ​ວ່າ “​ຫວຽດນາ​ມ ຈົ່ງເອົາ
ປະ​ເທດ​ຂອງ​ພວກ​ເຮົາ​ຄືນ​ມາ​, ​ຈົ່ງ​ສົ່ງ​ເສຣີພາບຄືນ​ມາ​ໃຫ້​ພວກ
​ເຮົາ.” ເປົ້າ​ໝາຍ​ອັນ​ສຳຄັນ​ຂອງການປະ​ທ້ວງ​ຄັ້ງ​ນີ້​ອີກ​ອັນ​ນ່ຶງ
ກໍ​ແມ່ນ​ເພື່ອ​ ສົ່ງສານເຖິງການມາ​ຢ້ຽມຢາມ ນະຄອນຫລວງ ວໍ​ຊິງ​
ຕັນ ຢ່າງ​ເປັນ​ທາງ​ການ​ຂອງ ເລຂາທິການ​ໃຫຍ່ ພັກ​ຄອມມິ​ວ
ນິສ ຫວຽດນາມ ທ່ານ Nguyen Phu Trong ຊຶ່ງ​ຄາດ​ວ່າ​ຈະ
ເດີນທາງ​ມາເຖິງໃນ​ວັນ​ທີ່ 10 ກໍລະ​ກົດ​ອາທິດ​ໜ້າ​ນີ້.

ຊາວລາວ ແລະກຳປູເຈຍ-ອາເມຣິກັນ


ພາກສ່ວນສຳຄັນ​ຂອງ​ການ​ຢ້ຽມຢາມ ສະຫະລັດ ຂອງ​ທ່ານ
Trong ກໍ​ຄື ​ເຮັດ​ໃຫ້ຄວາມ​ພະຍາຍາມຂອງ ລັດຖະບານ​
ສະຫະ​ລັດ ທີ່​ຈະ​ເຄື່ອນ​ຍ້າຍ​ໄປ​ໜ້າ​ສູ່ ການ​ປອງ​ດອງກັນ​ ​
ແລະ ສ້າງສຳພັນ​ທະ​ໄມຕີໃຫ້ເປັນ​ປົກກະ​ຕິ​ກັບ ຫວຽດນາມ
​ແລະ​ສ້າງ​ຕັ້ງ​ພື້ນຖານ “ເສົາຄ້ຳ​ຂອງເອ​ເຊຍ” ​ໃນ​ນະ​ໂຍ
ບາຍ​ຕ່າງປະ​ເທດ ​ແລະ​ຕົກລົງ​ການ​ຄ້າ​ຢູ່​ເອ​ເຊຍ ແຄມ​ຝັ່ງ​
ມະຫາ​ສະມຸດປາຊິ​ຟິກ. ​ໃນ​ຂະນະ​ທີ່​ປົວ​ແປງ​ບາດແຜສົງ
ຄາມ​ຫວຽດນາມ ຮວມທັງ​ຄວາມ​ເສຍ​ຫາຍ ທີ່​ເກີດ​ມາຈາກ
ຝົນ​ສີ​ເຫລືອງ​ທີ່ ກອງ​ທັບສະຫະລັດ ​ໄດ້​ວ່າ​ນລົງ​ໃນ​ປາງສົງຄາມວຽດນາມ ອັນ​ເປັນ
ຄວາມ​ປາດ​ຖະໜາ ​ແລະເປົ້າ​ໝາຍທີ່​ຈຳ​ເປັນ ​ໂດຍບໍ່ກ່າ​ວ​ເຖິງ​ການ​ທຳຮ້າຍ​ສິດທິ​ມະນຸດ​ອັນສຳຄັນ ທີ່​ລັດຖະບານ​ຫວຽດນາມ ກຳລັງປະຕິບັດຢູ່​ ​ຕະຫຼອດທັງຄວາມ​ພະຍາຍາມ
ຂອງ​ເຂົາ​ເຈົ້າ ທີ່​ຈະຄວຍຄຸມ​ເສດຖະກິດ ແລະ​ການ​ເມືອງຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້ ຜ່ານ​ວິ​ທີ່​ກາ​ນ​ທຳຮ້າຍ ຮວມທັງ​ສີດ​ເຄມີ​ ໃສ່ຜົນ​ປູກໃນ​ດິນ​ແດນ​ກຳປູ​ເຈຍ ​ເພື່ອ
​ຄັບ​ໄລ່​ຊາວ​ປູກ​ຝັງ ອອກ​ຈາກ​ເຂດ​ທີ່​ມີ​ການ​ໂຕ້​ແຍ້​ງກັນນັ້ນ.

ໃນບັນດາ​ສະມາຊິກ​ສັງຄົມ​ລາວ​ຈຳນວນ​ນຶ່ງ ​ໃນຂົງ​ເຂດ​ນະຄອນຫລວງ ວໍ​ຊິງ​ຕັນ ​ແລະ​ລັດ
​ຕ່າງໆ ຜູ້​ນຶ່ງ​ກໍ​ແມ່ນ ຍານາງບຸນ​ຈັນ ເສນ​ຖະ​ວົງ ສະຕີ​ລາວ-ອາ​ເມຣິກັນ ຊຶ່ງໄດ້ໃຫ້​ຂໍ້​ຄິດ​ເຫັນ
​ກ່ຽວ​ກັບ​ການ​ມາ​ຮ່ວ​ມປະ​ທ້ວງຄັ້ງ​ນີ້ ທີ່​ທ່ານ​ນາງ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອວ່າ :

ທ່ານນາງບຸນຈັນ ເສນທະວົງ (ຊ້າຍ)

Your browser doesn’t support HTML5

ຟັງການສຳພາດ ທ່ານນາງບຸນຈັນ ເສນທະວົງ 1

ຄວາມ​ເປັນ​ຫ່ວງ​ທີ່​ຍານາງ​ບຸນ​ຈັນ​ໄດ້​ກ່າວ​ມານີ້​ ​ແມ່ນ​ໄດ້​ອ້າງ​ອິງ ​ແລະ​ໄດ້​ຮັບ​ຂໍ້​ມູນ​ມາ​ຈາກ​ໃສ?

ຊາວລາວ ແລະກຳປູເຈຍ-ອາເມຣິກັນ

Your browser doesn’t support HTML5

ຟັງການສຳພາດ ທ່ານນາງບຸນຈັນ ເສນທະວົງ 2

ສຳລັບ​ພວກ​ທີ່ຕັ້ງໜ້າ​ຕັ້ງຕາເດິ​ນທາງ​ມາ​ແຕ່ກວາ​ງ​ໄກຈາກຕ່າງ​ລັດ ​ເຊັ່ນ​ລັດ Texas ຢູ່​ທາງ​ທິດ​ໃຕ້​ຂອງ ສະຫະລັດ ​ກໍມີ​ຄືທ່ານສັນຕິ ​ເສຣີ ​ຊຶ່ງ​ທ່ານຜູ້​ນີ້​ໄດ້​ໃຫ້​ຂໍ້​ຄິດ​ເຫັນ​ຕໍ່ ວີ​ໂອ​ເອວ່າ:

ທ່ານສັນຕິ ເສຣີ ຈາກລັດເທັກຊັສ

Your browser doesn’t support HTML5

ຟັງການສຳພາດ ທ່ານສັນຕິ ເສຣີ

ທີ່​ທ່ານ​ໄດ້​ຟັງ​ສິ້ນ​ສຸດ​ລົງ​ໄປ ​ແມ່ນການ​ສຳພາດ ທ່ານ​ສັນຕິ ​ເສຣີ ນຶ່ງໃນຈຳ​ນວ​ນ ບັນດາ​ຊາວ​ກຳປູ​ເຈຍ ​ແລະ​ຊາວ​ລາວ ກວ່າ 400 ຄົນ ທີ່​ໄ​ດ້ພາກັນ​ມາປະ​ທ້ວງ​ຢູ່​ຕໍ່ໜ້າ​ຕຶກ​ສະພາ ສະຫະລັດ ທີ່​ນະຄອນຫລວງ ວໍ​ຊິງ​ຕັນ ​ແລງ​ວັນ​ພະຫັດ​ໜ້າ ​ເຮົາ​ຈະ​ນຳ​ເອົາ ຊີວິດ​ຊາວ​ລາວ​ເລື້ອງ​ໃໝ່ມາສະ​ເໜີ​ທ່ານ ກະ​ລຸ​ນາ​ຕິດຕາມ​ຮັບ​ຟັງ.

Your browser doesn’t support HTML5

ຟັງການສຳພາດ ຍານາງບຸນຈັນ ເສນທະວົງ